ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ອີຣ່ານເຈລະຈາເລື່ອງນິວເຄຼຍ ກັບ 6 ມະຫາອຳນາດ


ຫົວໜ້າຄະນະເຈລະຈານິວເຄລຍຂອງອີຣ່ານ ທ່ານ Saeed Jalili ອອກຈາກວັດ Sultan Ahmed ລຸນຫຼັງ ທີ່ໄດ້ໄປຮ່ວມພິທີສວດມົນພາວະນາໃນມື້ວັນສຸກວານນີ້ ຫຼັງຈາກການເຈລາລະຫວ່າງອີຣ່ານແລະ 6 ປະເທດ ມະຫາອຳນາດຂອງໂລກ ກ່ຽວກັບໂຄງການນິວເຄລຍ ຂອງເຕຫະຣ່ານ ທີ່ນະຄອນອິສຕັນບູລ.
ຫົວໜ້າຄະນະເຈລະຈານິວເຄລຍຂອງອີຣ່ານ ທ່ານ Saeed Jalili ອອກຈາກວັດ Sultan Ahmed ລຸນຫຼັງ ທີ່ໄດ້ໄປຮ່ວມພິທີສວດມົນພາວະນາໃນມື້ວັນສຸກວານນີ້ ຫຼັງຈາກການເຈລາລະຫວ່າງອີຣ່ານແລະ 6 ປະເທດ ມະຫາອຳນາດຂອງໂລກ ກ່ຽວກັບໂຄງການນິວເຄລຍ ຂອງເຕຫະຣ່ານ ທີ່ນະຄອນອິສຕັນບູລ.

ພວກຜູ້ຕາງໜ້າຂອງອີຣ່ານ ແລະ 6 ປະເທດມະຫາອຳ
ນາດຂອງໂລກທຳການເຈລະຈາເປັນມື້ທີ 2 ຊຶ່ງເປັນມື້ສຸດ
ທ້າຍທີ່ປະເທດເຕີກກີ ໃນວັນເສົາມື້ນີ້ ເພື່ອສົນທະນາຫາ
ລືກ່ຽວກັບໂຄງການນິວເຄລຍຂອງເຕຫະຣ່ານ ທີ່ເປັນບັນ
ຫາຖົກຖຽງໂຕແຍ້ງນັ້ນ.

ການສົນທະນາຫາລືທີ່ວ່ານີ້ ແມ່ນມີຜູ້ເຂົ້າຮ່ວມຮວມທັງ
ຫົວໜ້າເຈລະຈາ ໃນດ້ານນິວເຄລຍຂອງອີຣ່ານ ທ່ານ
Saeed Jalili ແລະພວກຜູ້ຕາງໜ້າ ຈາກ 5 ປະເທດ
ສະມາຊິກຖາວອນ ຂອງສະພາຄວາມໝັ້ນຄົງອົງການ
ສະຫະປະຊາຊາດແລະເຢຍຣະມັນ ຊຶ່ງເປັນກຸ່ມທີ່ຮູ້ກັນ ໃນນາມ 5 ປະເທດມະຫາອຳນາດ
ບວກນຶ່ງຫຼື P5+1 ນັ້ນ.

ເຈົ້າໜ້າທີ່ອີຣ່ານກ່າວວ່າ ການເຈລະຈາເລີ້ມຂຶ້ນທ່າມກາງບັນຍາກາດທີ່ດຳເນີນໄປໃນທາງ
ບວກ. ໃນມື້ວັນສຸກວານນີ້ທ່ານ Jalili ໄດ້ເຈລະຈາແບບສອງຕໍ່ສອງ ກັບຜູ້ຕາງໜ້າຂອງ
ຫຼາຍໆປະເທດ ແຕ່ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ທ່ານຈະພົບປະກັບຜູ້ຕາງໜ້າຂອງສະ
ຫະລັດ ຄືຮອງລັດຖະມົນຕີການຕ່າງປະເທດສະຫະລັດ ຮັບຜິດຊອບກ່ຽວກັບກິດຈະການ
ດ້ານການເມືອງ ທ່ານ Bill Burns ຫຼືບໍ່.

ໂຄສົກກະຊວງການຕ່າງປະເທດສະຫະລັດທ່ານ Philip Crowley ກ່າວວ່າ ສະຫະລັດ
ຢາກເຫັນຂັ້ນຕອນ ຂອງການເຈລະຈາແບບມີຄວາມໝາຍແລະມີປະໂຫຍດໂຜ່ໂຕຂຶ້ນມາ ກ່ຽວກັບໂຄງການນິວເຄລຍຂອງອີຣ່ານ ເປັນຈຸດເພັ່ງເລັງອັນສຳຄັນ. ທ່ານເວົ້າວ່າ ການ
ພົບປະທີ່ວ່ານີ້ ແມ່ນໂອກາດສຳລັບອີຣ່ານທີ່ຈະແກ້ໄຂບັນຫາ ຊຶ່ງໄດ້ສ້າງຄວາມວິຕົກກັງ
ວົນຢ່າງໜັກໃຫ້ແກ່ປະຊາຄົມນາໆຊາດ.

ສື່ມວນຊົນຂອງທາງການອີຣ່ານ ໄດ້ອ້າງຄຳເວົ້າຂອງເຈົ້າໜ້າທີ່ປະຊາສຳພັນຄົນນຶ່ງ ທີ່ໄປ
ຮ່ວມການເຈລະຈາທີ່ເວົ້າວ່າ ສິດທິກ່ຽວກັບເລື່ອງນິວເຄລຍຂອງອີຣ່ານ ບໍ່ໄດ້ເປັນບັນຫາ ໃນການສົນທະນາຫາລືທີ່ວ່ານີ້.

ໂຄສົກອີກຄົນນຶ່ງຂອງກະຊວງການຕ່າງປະເທດສະຫະລັດກ່າວວ່າ ສະຫະລັດບໍ່ຄາດວ່າ ຈະມີຄວາມກ້າວໜ້າໃດໆເກີດຂຶ້ນທີ່ກອງປະຊຸມຢູ່ນະຄອນອິສຕັນບູລ ແຕ່ຂະນະດຽວກັນ
ທ່ານກໍເວົ້າວ່າ ຄະນະເຈລະຈາຂອງສະຫະລັດເຕັມໃຈທີ່ຈະສົນທະນາຫາລືກ່ຽວກັບຂໍ້ສະ
ເໜີທີ່ໄດ້ຮັບການປັບປ່ຽນໃນການແລກປ່ຽນເຊື້ອໄຟນິວເຄລຍທີ່ສະທ້ອນເຖິງຄວາມກ້າວ
ໜ້າຂອງອີຣ່ານ ໃນການກັ່ນທາດຢູເຣນຽມ ນັບແຕ່ປີ 2009 ເປັນຕົ້ນມາ.

XS
SM
MD
LG