ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ຣູຮານີ ກ່າວວ່າ ຕ້ອງມີິການ ດຳເນີນງານ ເພື່ອຮັກສາ ຂໍ້ຕົກລົງ ນິວເຄລຍ


ປະທານາທິບໍດີ ອີຣ່ານ ທ່ານ ຮາຊານ ຣູຮານີ ກ່າວຄຳປາໄສ ໃນພິທີສະເຫຼີມສະຫຼອງ "ວັນປະລະມະນູແຫ່ງຊາດ" ເຊິ່ງຈັດຂຶ້ນ ເປັນກຽດໃຫ້ແກ່ຄວາມສຳເລັດ ໃນດ້ານເທັກໂນໂລຈີ ນິວເຄລຍ ຂອງປະເທດ. 9 ເມສາ 2018.
ປະທານາທິບໍດີ ອີຣ່ານ ທ່ານ ຮາຊານ ຣູຮານີ ກ່າວຄຳປາໄສ ໃນພິທີສະເຫຼີມສະຫຼອງ "ວັນປະລະມະນູແຫ່ງຊາດ" ເຊິ່ງຈັດຂຶ້ນ ເປັນກຽດໃຫ້ແກ່ຄວາມສຳເລັດ ໃນດ້ານເທັກໂນໂລຈີ ນິວເຄລຍ ຂອງປະເທດ. 9 ເມສາ 2018.

ປະທານາທິບໍດີ ອີຣ່ານ ທ່ານ ຮາຊານ ຣູຮານີ ກ່າວວ່າ ມັນຈະເປັນການຍາກສຳລັບ
ເຕຫະຣ່ານ ທີ່ຈະຢູ່ໃນຂໍ້ຕົກລົງນິວເຄລຍປີ 2015 ເຊິ່ງເຂົາເຈົ້າໄດ້ລົງນາມກັບບັນດາ
ປະເທດມະຫາອຳນາດໂລກ, ຖ້າເຂົາເຈົ້າບໍ່ໄດ້ຮັບຜົນປະໂຫຍດຈາກຂໍ້ຕົກລົງດັ່ງກ່າວ.

ທ່ານ ຣູຮານີ ໄດ້ກ່າວຕໍ່ປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ ມາກຣົງ ທາງໂທ
ລະສັບ ເມື່ອວັນອັງຄານວານນີ້ວ່າ ບັນດາປະເທດຮ່ວມລົງນາມທີ່ຍັງເຫຼືອຢູ່ໃນສົນທິ
ສັນຍາໄດ້ແກ່ປະເທດ ຝຣັ່ງ, ອັງກິດ, ເຢຍຣະມັນ, ຣັດເຊຍ ແລະ ຈີນ ນັ້ນ, ຈະຕ້ອງ
ຫາວິທີເພື່ອຊົດເຊີຍ ອີຣ່ານ ຫຼັງຈາກປະທານາທິບໍດີ ດໍໂນລ ທຣຳ ໄດ້ຕັດສິນໃຈຖອນ
ສະຫະລັດ ອອກຈາກຂໍ້ຕົກລົງ ແລະ ວາງມາດຕະການລົງໂທດຕໍ່ປະເທດ ອີຣ່ານ
ຄືນ.

ໃນຂໍ້ຕົກລົງທີ່ເປັນຂີດໝາຍສຳຄັນ, ເຊິ່ງໄດ້ບັນລຸໃນລະຫວ່າງລັດຖະບານທ່ານ
ໂອບາມາ ນັ້ນ, ບັນດາປະເທດມະຫາອຳນາດໂລກໄດ້ຕົກລົງກັນຍົກເລີກມາດຕະ
ການລົງໂທດສາກົນຕໍ່ ອີຣ່ານ ເພື່ອເປັນການແລກປ່ຽນກັບຄຳສັນຍາຂອງ ເຕຫະ
ຣ່ານ ທີ່ຈະຫຼຸດກິດຈະກຳນິວເຄລຍທັງຫຼາຍຂອງເຂົາເຈົ້າລົງ.

ທ່ານ ທຣຳ ໄດ້ກ່າວວ່າ ຂໍ້ຕົກລົງດັ່ງກ່າວ ມີຂໍ້ບົກຜ່ອງເພາະວ່າ ມັນໃຫ້ຜົນປະໂຫຍດ
ແກ່ ອີຣ່ານ ຫຼາຍກວ່າປະເທດອື່ນໆ. ການຕັດສິນໃຈຖອນຕົວຂອງທ່ານໃນເດືອນ
ພຶດສະພາທີ່ຜ່ານມາ ໄດ້ເຮັດໃຫ້ປະເທດ ຝຣັ່ງ, ເຢຍຣະມັນ ແລະ ອັງກິດ ຕ້ອງຟ້າວ
ເຮັດໃຫ້ແນ່ໃຈວ່າ ອີຣ່ານ ໄດ້ຮັບແຮງຈູງໃຈດ້ານການເງິນຫຼາຍພໍເພື່ອໃຫ້ເຂົາເຈົ້າ
ຍັງຄົງຢູ່ໃນຂໍ້ຕົກລົງນັ້ນ.

ເວັບໄຊຂອງທ່ານ ຣູຮານີ ໄດ້ເນັ້ນຄຳເວົ້າຂອງທ່ານວ່າ “ພວກເຮົາບໍ່ຄວນເຮັດໃຫ້ຜົນ
ສຳເລັດທາງການທູດຄັ້ງນີ້ຖືກທຳລາຍ ໂດຍການກະທຳຝ່າຍດຽວຂອງຄົນອື່ນ, ເຊິ່ງ
ບໍ່ມີສັດຈະຕໍ່ຄຳສັນຍາຂອງເຂົາເຈົ້າ.

ຫ້ອງການຂອງທ່ານ ມາກຣົງ ໄດ້ກ່າວວ່າ ຜູ້ນຳ ຝຣັ່ງ ໄດ້ພະຍາຍາມທີ່ຈະໃຫ້ການ
ຢືນຢັນຕໍ່ທ່ານ ຣູຮານີ ອີກຄັ້ງນຶ່ງວ່າທ່ານ ແລະ ຄົນອື່ນໆຍັງຄົງມີຄວາມໝາຍໝັ້ນ ຕໍ່
ຂໍ້ຕົກລົງດັ່ງກ່າວ.

ເຂົາເຈົ້າໄດ້ເວົ້າວ່າ “ທ່ານປະທານາທິບໍດີໄດ້ແຈ້ງໃຫ້ປະທານາທິບໍດີ ຣູຮານີ ຮູ້ກ່ຽວກັບ
ຄວາມກ້າວໜ້າສຳລັບວຽກງານທີ່ໄດ້ເຮັດໃນດ້ານຂອງພວກເຮົາ. ທ່ານຫວັງວ່າ
ອີຣ່ານ, ໃນພາກສ່ວນຂອງເຂົາເຈົ້ານັ້ນ, ຈະບັນລຸພັນທະຂອງເຂົາເຈົ້າ ຢ່າງບໍ່ມີຂໍ້ສົງ
ໄສໃດໆ.”

ບັນດາເຈົ້າໜ້າທີ່ ຝຮັ່ງ ໄດ້ລະບຸວ່າ ຜູ້ລົງນາມທີ່ຍັງເຫຼືອຢູ່ມີແຜນທີ່ຈະປະຊຸມກັນໃນ
ນະຄອນຫຼວງ ວຽນນາ, ປະເທດ ອອສເຕຣຍ ໄວໆນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG