ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງປະຊຸມສຸດຍອດນິວເຄລຍ ຢູ່ອີຣ່ານ


ປະທານາທິບໍດີອີຣ່ານ ທ່ານມາມຸດ ອາມາດີເນຈາດ ຮຽກຮ້ອງໃຫ້ ຂັບໄລ່ສະຫະຣັດ ອອກຈາກອົງການ ພະລັງງານປະຣະມະນູສາກົນ ໃນຄຳປາສັຍ ເປີດກອງປະຊຸມ ລົດກຳລັງອາວຸດນິວເຄລຍຂອງທ່ານ ທີ່ນະຄອນຫລວງ ເຕຫະຣ່ານ. ທ່ານອາມາດີເນຈາດ ກ່າວໃນວັນເສົາມື້ນີ້ວ່າ ປະເທດທີ່ບໍ່ມີອາວຸດນິວເຄລຍ ຄວນທົບທວນຄືນໃໝ່ ເບິ່ງສົນທິສັນຍາ ຫ້າມແຜ່ຜາຍອາວຸດນິວເຄລຍ ຊຶ່ງມີເປົ້າໝາຍ ເພື່ອສະກັດກັ້ນ ບໍ່ໃຫ້ເທັກໂນໂລຈີ ທີ່ສາມາດນຳໃຊ້ ໃນການຜະລິດອາວຸດນິວເຄລຍນັ້ນ ແຜ່ຂະຫຍາຍອອກໄປ. ຍັງບໍ່ທັນມີປະຕິກິລິຍາໃດໆ ຈາກສະຫະລັດເທື່ອ ໃນເວລານີ້. ລັດຖະບານອີຣ່ານ ພວມເປັນເຈົ້າພາບ ຈັດກອງປະຊຸມເປັນເວລາ 2 ມື້ ເພື່ອຕ້ານກັບ ກອງປະຊຸມສຸດຍອດ ຂອງ 47 ປະເທດ ວ່າດ້ວຍຄວາມປອດພັຍ ທາງດ້ານນິວເຄລຍ ທີ່ກຸງວໍຊິງຕັນ ໃນຕົ້ນອາທິດນີ້. ອີຣ່ານບໍ່ໄດ້ຖືກເຊື້ອເຊີນ ໃຫ້ມາຮ່ວມ ກອງປະຊຸມ ທີ່ສະຫະລັດ. ລັດຖະບານອີຣ່ານ ກ່າວວ່າ ຄາດວ່າຈະມີລັດຖະມົນຕີ ການຕ່າງປະເທດ ແລະເຈົ້າໜ້າທີ່ ຂັ້ນສູງອື່ນໆຈາກ 60 ກວ່າປະເທດ ໄປຮ່ວມກອງປະຊຸມ ທີ່ນະຄອນເຕຫະຣ່ານ. ສະຫະລັດກຳລັງຊຸກຍູ້ ໃຫ້ມີການລົງໂທດຮອບທີ 4 ຂອງອົງການ ສະຫະປະຊາຊາດ ກ່ຽວກັບໂຄງການນິວເຄລຍ ທີ່ເປັນບັນຫາຂັດແຍ້ງ ຂອງອີຣ່ານ ແຕ່ອີຣ່ານຢືນຢັນວ່າ ໂຄງການນິວເຄລຍຂອງຕົນ ມີຈຸດປະສົງ ໃນທາງສັນຕິ ສຳລັບພົນລະເຮືອນ.

XS
SM
MD
LG