ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ກັນຍາ ໒໐໒໓

ຄະນະນັກກວດການີວເຄລຍ ຂອງສະຫະປະຊາຊາດ ເດີນທາງໄປຮອດອີຣ່ານ


ຮູບຈາກທໍານຽບປະທານາທິບໍດີອີຣ່ານ ສະແດງໃຫ້ເຫັນພາບ ປະທານາທິບໍດີ Mahmoud Ahmadinejad (ທີສອງຈາກຊ້າຍ) ທໍາການຢ້ຽມຢາມເຄື່ອງປະຕິກອນນີວເຄລຍແຫ່ງນຶ່ງ ໃນກຸງເຕຫະຣ່ານ, ເມື່ອວັນທີ 15 ກຸມພາ 2012.

ພວກ​ນັກ​ກວດກາ​ພະລັງ​ນີວ​ເຄລຍສະຫະ​ປະຊາ​ຊາດ​ທີ​ມນຶ່ງ​ກໍາລັງ​ຢູ່​ໃນ​ອິຣ່ານ​ເພື່ອ​ທໍາ​ການ​ຢ້ຽມຢາມ​ທີ່​ມີ​ວັດຖຸ​ປະສົງ​ເພື່ອ​ແກ້​ໄຂ​ບັນຫາ​ຂັດ​ແຍ້​ງກັນ​ເລື້ອງ​ໂຄງການ​ນີວ​ເຄລຍຂອງ​ອີຣ່ານນັ້ນ.

ຄະນະ​ຜູ້ຕາງ​ໜ້າ​ຈາກ​ອົງການຄວບ​ຄຸມ​ພະ​ລັງ​ປະລະມະ​ນູສາກົນ ຫລື IAEA​ ເດີນທາງ​ໄປ​ຮອດ​ກຸງ​ເຕຫະຣ່ານ​ໃນ​ວັນ​ຈັນ​ມື້​ນີ້ ພາຍ​ໃຕ້​ການ​ນໍາພາ​ຂອງ​ທ່ານ Herman Nackaerts ຫົວໜ້າ​ກວດກາ​ນີວ​ເຄລຍ ຂອງ​ອົງການ IAEA ທີ່​ກ່າວ​ວ່າ ​ບູລິ​ມະ​ສິດ​ຂອງ​ທ່ານ​ແມ່ນວິ​ເຄາະ ​ເບິ່ງ​ຂອບເຂດ​ທາງ​ດ້ານ​ທະຫານ​ທີ່​ເປັນ​ໄປ​ໄດ້​ຂອງ​ໂຄງການ​ນີວ​ເຄລຍຂອງ​ອີຣ່ານນັ້ນ.

ທ່ານ Nackaerts ກ່າວ​ຕື່ມ​ວ່າ ທີ​ມຂອງ​ອົງການ IAEA ຢາກ​ເຫັນ ຜົນ​ທີ່​ເປັນ​ຮູບ​ປະ​ທໍາ​ຈາກ​ການ​ໂອ້​ລົມ​ສົນທະນາ​ກັນ​ເປັນ​ເວລາ​ສອງ​ມື້ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ອີຣ່ານ ​ແຕ່​ທ່ານ​ເຕືອນ​ວ່າ ຄວາມ​ຄືບ​ໜ້າ​ຂອງການ​ພົບ​ປະ​ຫາລື​ກັນ​ນັ້ນ ອາດ​ຈະ​ໃຊ້​ເວລາແດ່ໜ້ອຍ​ນຶ່ງ.

ພວກ​ນັກ​ກວດກາ​ຂອງ​ສະຫະ​ປະຊາ​ຊາດ​ຢາກ​ໃຫ້​ອີຣ່ານຊີ້​ແຈງ​ໃຫ້​ຟັງ​ກ່ຽວ​ກັບ​ການ​ຄົ້ນ​ພົບ​ຂອງ​ລາຍ​ງານ​ຂອງ​ອົງການ IAEA ເມື່ອໄວໆ​ມາ​ນີ້ ທີ່​ເວົ້າ​ເຖິງ​ຫລັກ​ຖານ​ກ່ຽວ​ກັບ​ວຽກ​ງານ​ຂອງ​ອີຣ່ານ​ໃນ​ການ​ອອກແບບ​ອາວຸດ​ນີວ​ເຄລຍນັ້ນ ຊຶ່ງ​ທາງ​ອີຣ່ານກ່າວ​ວ່າ ລາຍ​ງານ​ສະບັບ​ນີ້​ແມ່ນ​ອິງ​ໃສ່​ການ​ເສກ​ສັນ​ປັ້ນ​ແຕ່ງ​ເລື້ອງ​ຂຶ້ນ​ມາ.

ການ​ຢ້ຽມຢາມ​ຂອງ​ພວກ​ນັກ​ກວດກາ​ຂອງ​ອົງການ IAEA ມີ​ຂຶ້ນ​ນຶ່ງ​ມື້ ຫລັງ​ຈາກ​ນາຍ​ທະຫານ​ຂັ້ນ​ສູງ​ສຸດ​ຂອງ​ສະຫະລັດ​ຄື ນາຍ​ພົນ Martin Dempsey ກ່າວ​ວ່າ ການ​ໂຈມ​ຕີ​ຂອງ​ອິສຣາ​ແອ​ລ​ໃສ່​ສະຖານ​ທີ່​ນີວ ເຄລຍຂອງ​ອີຣ່ານ ຈະ​ເປັນ​ການ​ໄວ​ໂພດ ​ເພາະຍັງ​ບໍ່​ເປັນ​ທີ່ຈະ​ແຈ້ງເທື່ອ​ວ່າ ອີຣ່ານກໍາລັງ​ປະກອບ​ລະ​ເບີດ​ນີວ​ເຄລຍ​ແທ້​ຫລື​ບໍ່.

ອິສຣາ​ແອ​ລ ກ່າວ​ວ່າ ການ​ເຄື່ອນ​ໄຫວ​ທາງ​ທະຫານ​ອາດ​ຈະ​ຈໍາ​ເປັນ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ອີຣ່ານມີ​ອາວຸດ​ນີວ​ເຄລຍ.

ໃນ​ວັນອາທິດ​ວານ​ນີ້​ເຊ່ນ​ກັນ ອີຣ່ານກ່າວ​ວ່າ ຕົນ​ໄດ້​ຢຸດ​ເຊົາ​ການ​ສົ່ງອອກ​ນໍ້າມັນ​ດິບໃນ​ປະລິມານຈໍາກັດ​ຂອງ​ຕົນ​ໃຫ້​ຝຣັ່ງ​ແລະ​ອັງກິດ ອັນ​ເປັນ​ການ​ຕອບ​ໂຕ້​ຢ່າງ​ຈະ​ແຈ້ງ​ຕໍ່ການ​ຮວມຫົວກັນ​ຂອງ​ສະຫະພາບ​ຢູ​ໂຣບທີ່​ບໍ່​ພາກັນ​ສັ່ງ​ຊື້​ນໍ້າມັນ​ຈາກ​ອີຣ່ານນັ້ນ. ອີຣ່ານກ່າວ​ວ່າ ຕົນໄດ້​ເອົາບາດກ້າວ​ຕ່າງໆ​ເພື່ອ​ຊອກ​ຫາ​ພວກ​ລູກ​ຄ້າ​ໃໝ່ ​ສໍາລັບ​ນໍ້າມັນ​ດິບ​ຂອງ​ຕົນ​ແລ້ວ.

XS
SM
MD
LG