ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ລັດ​ຖະ​ບານ ອີ​ຣ່ານ ຂຶ້ນ​ລາ​ຄາ ນ້ຳ​ມັນ​ເຊື້ອ​ໄຟ ກໍ່​ໃຫ້​ເກີດ​ ການ​ປະ​ທ້ວງຮຸນ​ແຮງ ສອງ​ມື້​ລຽນ​ຕິດ


ຄວັນ​ພຸ່ງ​ຂຶ້ນທ້ອງ​ຟ້າ ໃນ​ລະ​ຫວ່າງ ການ​ປະ​ທ້ວງ ຫຼັງ​ຈາກ​ທາງ​ການ​ຂອງ​ອີ​ຣ່ານ ໄດ້​ຂຶ້ນ​ລາ​ຄາ ນ້ຳ​ມັນ​ເຊື້ອ​ໄຟ, ​ໃນ​ໃຈ​ກາງ​ເມືອງ ອິ​ສ​ຟາ​ຮານ ຂອງ​ອີ​ຣ່ານ, ​ວັນ​ທີ 16 ພະ​ຈິກ 2019.
ຄວັນ​ພຸ່ງ​ຂຶ້ນທ້ອງ​ຟ້າ ໃນ​ລະ​ຫວ່າງ ການ​ປະ​ທ້ວງ ຫຼັງ​ຈາກ​ທາງ​ການ​ຂອງ​ອີ​ຣ່ານ ໄດ້​ຂຶ້ນ​ລາ​ຄາ ນ້ຳ​ມັນ​ເຊື້ອ​ໄຟ, ​ໃນ​ໃຈ​ກາງ​ເມືອງ ອິ​ສ​ຟາ​ຮານ ຂອງ​ອີ​ຣ່ານ, ​ວັນ​ທີ 16 ພະ​ຈິກ 2019.

ພວກ​ປະ​ທ້ວງ​ຊາວ​ອີ​ຣ່ານ ພາ​ກັນ​ລົງ​ສູ່​ຖະ​ໜົນ​ສາຍ​ຕ່າງ​ໃນ​ຫົວ​ເມືອງນ້ອຍ ແລະ​ຫົວ​ເມືອງ​ໃຫຍ່​ຕ່າງໆ ເປັນ​ກຸມ​ຈຳ​ນວນຫຼາຍກວ່າ 20 ຄົນ ໃນ​ທົ່ວ​ປະ​ເທດ ​ຂະ​ນະ​ທີ່​ຄວາມ​ຄຽດ​ແຄ້ນ​ແພ່​ຂະ​ຫຍາຍ​ອອກ​ໄປ ຫຼັງ​ຈາກ​ທີ່​ລັດ​ຖະ​ບານຕັດ​ສິນ​ໃຈ ຂຶ້ນ​ລາ​ຄ່າ​ນ້ຳ​ມັນເຊື້ອ​ໄຟ​ເປັນ​ສອງ​ເທົ່າ​ຕົວ. ການ​ປະ​ທ້ວງ​ປາ​ກົດ​ວ່າ ​ໄດ້ມີ​ທ່າ​ແຮງ​ເພີ້ມ​ຂຶ້ນ​ເລື້ອຍໆ ຫຼັງ​ຈາກ​ທີ່ ນັກ​ສອນ​ສາ​ສະ​ໜາລະ​ດັບ​ສູງ​ຂອງ​ນິ​ກາຍ​ຊີ​ໄອ ອາ​ຢາ​ໂທ​ລາ ອາ​ລີ ສິ​ສ​ຕາ​ນີ ໃນ​ອີ​ຣັກ ທີ່​ເປັນ​ປະ​ເທດ​ເພື່ອ​ບ້ານ ໄດ້​ເຂົ້າ​ຂ້າງ​ກັບ​ພວກ​ປະ​ທ້ວງ​ທັງຫຼາຍ ໃນ​ການເທດ​ສະ​ໜາ​ເມື່ອ​ວັນ​ສຸກ​ຜ່ານ​ມາ ຊຶ່ງ​ໄດ້ຖືກ​ກ່າວ​ບັນ​ຍາຍຕໍ່​ໄປ​ໂດຍລູກ​ສິດ​ຂອງ​ທ່ານ​ຄົນ​ນຶ່ງ ດັ່ງ​ທີ່​ ແອດວອດ ເຢີ​ຣາ​ນຽນ ລາຍ​ງານ​ມາ​ໃຫ້​ວີ​ໂອ​ເອ ຈາກ​ນະ​ຄອນຫຼວງ​ໄຄ​ໂຣ​ຂອງ​ອີ​ຈິບ.

ພວກ​ປະ​ທ້ວງຫຼາຍກວ່າ 20 ຄົນ ຢູ່​ໃນ​ເມືອງຫຼວງ ຕາບ​ຣີ​ຊ ​ແຂວງ​ອາ​ເຊີ​ບ​ໄບ​ຈານ ຂອງອີ​ຣ່ານ ໄດ້​ປະ​ທະ​ກັບ ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ຂອງ​ລັດ​ຖະ​ບານ ໃນ​ວັນ​ເສົາ​ວານນີ້ ​ໂດຍ​ທີ່​ພວກ​ປະ​ທ້ວງ​ໄດ້​ແກວ່ງ​ກ້ອນ​ຫີນ​ໃສ່​ພວກ​ເຂົ້າ​ເຈົ້າ ​ຢູ່​ຫົນ​ທາງຫຼວງ​ທີ່​ສຳ​ຄັນ ຊຶ່ງ​ແລ່ນ​ຜ່ານ​ຕົວ​ເມືອງ​ໃຫຍ່ນີ້. ພາບ​ບັນ​ທຶກວີ​ດີ​ໂອ​ຈາກມືສະ​ໝັກ​ລິ້ນ ສະ​ແດງ​ໃຫ້​ເຫັນ​ການ​ສັນ​ຈອນ​ໃນ​ທ້ອງ​ຖະ​ນົນ​ໄດ້​ຢຸດ​ສະ​ຫ​ງັກ​ຂະ​ນະ​ທີ່​ເຈົ້າ​ໜ້າ​ທີ່​ຕຳຫຼວດ ບຸກ​ເຂົ້າ​ຫາ​ພວກ​ປະ​ທ້ວງ ໃນ​ການ​ພະ​ຍາ​ຍາມ​ທີ່​ຈະ​ຂັບ​ໄລ່​ພວກ​ເຂົາ​ເຈົ້າ​ອອກ​ໄປ​ຈາກ​ຖະ​ໜົນ​ສາຍ​ດັ່ງ​ກ່າວ.

ພວກ​ປະ​ທ້ວງ​ຍັງ​ໄດ້​ກີດ​ກັນ​ການ​ສັນ​ຈອນ​ໃນ​ຫົນ​ທາງ ດ້ວຍ​ການ​ໃຊ້​ລົດ​ຍົນ ແລະ​ລົດ​ເມ​ຕ່າງໆ ຢູ່​ໃນ​ນະ​ຄອນຫຼວງ ເຕ​ຫະ​ຣ່ານ ທ່າມ​ກາງ​ພາ​ຍຸ​ຫິ​ມະ ທີ່​ຕົກ​ລົງ​ມາ​ກ່ອນ​ລະ​ດູ​ການ. ພາບ​ວີ​ດີ​ໂອ​ອື່ນໆ ໄດ້​ສະ​ແດງ​ໃຫ້​ເຫັນ ພວກ​ເດີນ​ຂະ​ບວນ​ປະ​ທ້ວງ​ຈຳ​ນວນ​ນຶ່ງ ໄດ້ຮ້ອງ​ໂຮຄຳ​ຂວັນ​ຕ່າງໆ​ນາໆ ຢູ່​ດ້ານ​ນອກ ​ສຳ​ນັກງານ​ກຸ່ມ​ທະ​ຫານ​ບ້ານ​ທີ່​ສະ​ໜັບ​ສະ​ໜຸນ​ລັດ​ຖະ​ບານ ໃນ​ເຕ​ຫະ​ຣ່ານ.

​ມີ​ລາຍ​ມາໃນ​ວັນ​ເສົາ​ວານນີ້ ວ່າ ການປະ​ທ້ວງໃນ​ຫົວ​ເມືອງ​ນ້ອຍ ແລະ​ໃຫຍ່​ ຂອງ​ອີ​ຣ່ານ ຫຼາຍກວ່າ 20 ແຫ່ງ ​ໄດ້​ສືບ​ຕໍ່​ມາ​ເປັນ​ວັນ​ທີ​ສອງ​ລຽນ​ຕິດ ຫຼັງ​ຈາກ​ລັດ​ຖະ​ບານ​ໄດ້​ຕັດ​ສິນ​ໃຈ ຂຶ້ນ​ລາ​ຄາ​ນ້ຳ​ມັນ​ເຊື້ອ​ໄຟ. ອີງ​ຕາມ​ລາຍ​ງານແລ້ວ ມີ​ປະ​ຊາ​ຊົນ​ຈຳ​ນວນ​ນຶ່ງ ຖືກ​ຂ້າ​ຕາຍ ຫຼື ໄດ້​ຮັບ​ບາດ​ເຈັບ ແຕ່​ລາຍ​ງານ​ຕ່າງໆ ແມ່ນ​ຂັດ​ແຍ້ງ​ກັນ ກ່ຽວ​ກັບ​ວ່າ ຈຳ​ນວນ​ຜູ້​ເສຍ​ຊີ​ວິດຫຼື​ບາດ​ເຈັບ​ນັ້ນ ແມ່ນ​ມີ​ຈັກ​ຄົນ​ແທ້. ໂທ​ລະ​ພາບ ອາ​ລ-ອາ​ຣາ​ບີ​ຢາ ທີ່​ຊາ​ອຸ​ດີ ເປັນ​ເຈົ້າ​ຂອງນັ້ນ ໄດ້​ລາຍ​ງານ​ວ່າ ພວກ​ປະ​ທ້ວງ 9 ຄົນ ຖືກ​ຂ້າ​ຕາຍ ໃນ​ວັນ​ເສົາ​ວານນີ້.

ພາບ​ວີ​ດີ​ໂອ​ຂອງ​ມື​ສະ​ໝັກ​ລິ້ນ ​ໄດ້​ສະ​ແດງ​ໃຫ້​ເຫັນ ພວກ​ປະ​ທ້ວງ​ຢູ່​ໃນ​ຂົງ​ເຂດເມືອງ ຄາ​ຣາ​ຈ໌ ນັ້ນ ພາ​ກັນແລ່ນ​ໄລ່​ຕຳຫຼວດ ຫຼັງ​ຈາກ​ທີ່ ພວກ​ເຈົ້າ​ໜ້າ​ທີ່​ຕຳຫຼວດ ໄດ້​ຍິງ​ປືນ​ໃສ່​ພວກ​ປະ​ທ້ວງ ແລະ​ອີງ​ຕາມ​ລາຍ​ງານ ໄດ້​ສັງ​ຫານ​ຜູ້​ປະ​ທ້ວງ​ທີ່ບໍ່​ມີ​ອາ​ວຸດ ສອງ​ຄົນ. ວີ​ໂອ​ເອ ບໍ່​ສາ​ມາດ​ຢືນ​ຢັນ​ການ​ເສຍ​ຊີ​ວິດ​ດັ່ງ​ກ່າວ​ໄດ້.


ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

Iranian protesters are on the streets in dozens of towns and cities across the country as anger spreads following a government decision to double the price of fuel. The protests appear to have gained momentum after the top Shi'ite cleric in neighboring Iraq, Ayatollah Ali Sistani, sided with protesters in a Friday prayer sermon delivered by one of his followers. Edward Yeranian reports for VOA from Cairo.

Dozens of protesters in the capital of Iran's Azerbaijan province, Tabriz, clashed with government security forces Saturday, pelting them with stones on a major highway through the city. Amateur video showed traffic stopped as police charged protesters in an attempt to chase them off the roadway.

Protesters also blocked traffic using cars and buses in the capital, Tehran, amid an unseasonal snow storm. Other video showed demonstrators chanting slogans in front of a pro-government militia office in Tehran.

Protests were reported Saturday in dozens of Iranian towns and cities for the second straight day, following a government decision to raise fuel prices. A number of people reportedly were killed or wounded, but reports were conflicting over the exact casualty count. Saudi-owned al-Arabiya TV reported that 9 protesters were killed Saturday.

Amateur video showed protesters in the region of Karaj chasing police after officers shot and reportedly killed two unarmed demonstrators. VOA could not confirm the deaths.

XS
SM
MD
LG