ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ອີຣ່ານ ກັກຂັງ ນັກຂ່າວ ສະຫະລັດ ຮອດ 500 ມື້ແລ້ວ


ທ້າວ Jason Rezaian, ນັກ​ຂ່າວ​ ອາ​ເມຣິກາ ​ເຊື້ອ​ສາຍ ອີຣ່ານ ​ສຳລັບ​ໜັງສືພິມ Washington Post, ຍິ້ມ​ໃນ​ຂະນະ​ທີ່​ລາວ​ເຂົ້າຮ່ວມ​ການໂຄສະນາ​ການ​ເລືອກ​ຕັ້ງ​ໂຄສະນາ​ຫາ​ສຽງ ຂອງ​ປະທານາທິບໍດີ Hassan Rouhani ​ໃນ​ນະ​ຄອນ​ຫຼວງ ​ເທ​ເຮຣານ, 11 ​ເມສາ, 2013.
ທ້າວ Jason Rezaian, ນັກ​ຂ່າວ​ ອາ​ເມຣິກາ ​ເຊື້ອ​ສາຍ ອີຣ່ານ ​ສຳລັບ​ໜັງສືພິມ Washington Post, ຍິ້ມ​ໃນ​ຂະນະ​ທີ່​ລາວ​ເຂົ້າຮ່ວມ​ການໂຄສະນາ​ການ​ເລືອກ​ຕັ້ງ​ໂຄສະນາ​ຫາ​ສຽງ ຂອງ​ປະທານາທິບໍດີ Hassan Rouhani ​ໃນ​ນະ​ຄອນ​ຫຼວງ ​ເທ​ເຮຣານ, 11 ​ເມສາ, 2013.

ການກັກຂັງນັກຂ່າວ ສະຫະລັດ ຂອງ ອີຣ່ານ ຄົບ 500 ວັນໃນວັນ ພະຫັດມື້ນີ້, ພ້ອມກັບໜັງສືພິມ The Washington Post ກ່່າວວ່າ ນັກຂ່າວທີ່ປະຈຳນະ ຄອນ ຫຼວງ ເທເຮຣ່ານ ຂອງຕົນ ກຳລັງຕົກຢູ່ ໃນ“​ໄພ​ອັນຕະລາຍຢ່າງກະທັນ ຫັນ” ໃນຂະນະທີ່ສຸຂະພາບຂອງ ລາວເລີ່ມຊຸດໂຊມລົງ ແລະ ການປະຕິບັດຕໍ່ ລາວ ໃນທາງທີ່ບໍ່ຖືກ ຕ້ອງພວມ​ເພີ່ມທະວີຂຶ້ນ.

ໜັງສືພິມ Washington Post ໄດ້ລາຍ​ງານໃນພຸດວານນີ້ວ່າຕົນ ໄດ້ທຳການອຸ ທອນຄັ້ງໃໝ່ ຕໍ່ກຸ່ມເຮັດວຽກກ່ຽວກັບການກັກຂັງ ຕາມອຳເພີໃຈຂອງອົງການ ສະຫະປະຊາຊາດ ເພື່ອໃຫ້ຊ່ວຍເຫຼືອ ໃນການປ່ອຍໂຕນັກຂ່າວອາຍຸ 39 ປີຄົນນີ້ ອອກມາຢ່າງປອດໄພ ເຊິ່ງລາວຖືສອງສັນຊາດ ຄື ອີຣ່ານແລະສະຫະລັດ. ໜັງສື ພິມໄດ້ກ່າວວ່າ ທ່ານ Rezaian ໄດ້ ລົ້ມປ່ວຍດ້ວຍຄວາມກົດດັນເລືອດສູງ ແລະ ຄວາມເຈັບໄຂ້ອື່ນໆ ໃນຂະນະທີ່ “ການປະຕິບັດ ຢ່າງບໍ່ຖືກຕ້ອງຕໍ່ລາວ ໂດຍ ອີຣ່ານ ໄດ້ເພີ່ມ ຂຶ້ນນັ້ນ.”

ອີຣ່ານ ໄດ້ປະກາດໃນເດືອນ​ແລ້ວນີ້ວ່າ ທ້າວ Rezaian ໄດ້ຖືກຕັດ ສິນໂທດຈຳ ຄຸກໂດຍບໍ່ມີ ກຳນົດ ຫຼັງຈາກການຕັດສິນໂທດຂອງລາວ ກ່ຽວກັບ ການສອດແນມ ແລະ ຂໍ້ກ່າວຫາອື່ນໆ ໃນເດືອນຕຸລາທີ່ຜ່ານມາ. ແຕ່ບໍ່ມີຂໍ້ມູນຂອງຄຳພິພາກສາ ຫຼື ຄຳຕັດສິນລົງໂທດໄດ້ຖືກເປີດ ເຜີຍອອກມາ.

ບັນນາທິການໜັງສືພິມ ທ່ານ Martin Baron ໄດ້ເອີ້ນການກັກຂັງທ່ານ Rezaian ຄົບ 500 ມື້ນີ້ວ່າ ແມ່ນການກະທຳທີ່ “ບໍ່ມີຄວາມປານີທີ່ສຸດ”, ເຊິ່ງເປັນ ການກັກຂັງ 56 ວັນດົນກວ່າ ຕອນທີ່ ເທເຮຣ່ານ ໄດ້ກັກຂັງພະນັກງານສະຖານທູດ ອາເມຣິກາ ຫຼັງຈາກການປະຕິວັດ ອິສລາມໃນປີ 1979.

ທ່ານ Baron ໄດ້ກ່າວໃນຖະແຫຼງການວ່າ “500 ມື້ໄດ້ປຸ້ນຈີ້ຊີວິດຂອງລາວ, 500 ມື້ໄດ້ຍາດ ລາວອອກໄປຈາກຄອບຄົວຂອງລາວ, 500 ມື້ໄດ້ປະຕິເສດ ທຸກໆຮູບຮ່າງໜ້າຕາຂອງ ຄວາມຍຸດຕິທຳ.”

ໃນວັນພະຫັດມື້ນີ້, ອ້າຍຂອງທ່ານ Rezaian, ທ່ານ Ali, ແມ່ນກຳລັງວາງແຜນ ທີ່ຈະອອກຄຳ ຮ້ອງຂໍຕໍ່ຄະນະທູດຂອງອີຣ່ານ ປະຈຳອົງການສະຫະປະຊາຊາດ ພ້ອມກັບລາຍເຊັນຫຼາຍກວ່າ 500,000 ຄົນ ຮຽກ ຮ້ອງໃຫ້ປ່ອຍໂຕທ່ານ Rezaian “ໂດຍທັນທີ ແລະ ບໍ່ມີເງື່ອນໄຂ.”

IRAN US Journalist
please wait
Embed

No media source currently available

0:00 0:00:31 0:00

XS
SM
MD
LG