ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣ່ານ ປະຕິເສດວ່າຕົນບໍ່ໄດ້ເພີ້ມແສນຍານຸພາບທາດຢູເຣນຽມຂຶ້ນ ເຖິງຂັ້ນໃກ້ກັບລະດັບທີ່ຈະເປັນອາວຸດ


(ພາບ​ໃນ​ແຟມ) ເຄື່ອງ​ປະ​ກອບ​ທີ່​ໃຊ້​ເຊື້ອ​ໄຟ​ນີວ​ເຄ​ລຍ​ທີ່​ສ້າງ​ຂຶ້ນ​ຢູ່​ພາຍ​ໃນ​ປະ​ເທດ​ຂອງ​ອີ​ຣ່ານ ຖືກ​ນຳ​ມາ​ສະ​ແດງ​ຢູ່​ໃນ​ງານ​ວາງ​ສະ​ແດງ​ຜົນ​ງານ​ດ້ານ​ນີວ​ເຄ​ລຍ​ຂ​ອງ​ປະ​ເທດ ໃນນະ​ຄອນ​ຫລວງ ​ເຕ​ຫະ​ຣ່ານ, ວັນ​ທີ 8 ກຸມ​ພາ, 2023
(ພາບ​ໃນ​ແຟມ) ເຄື່ອງ​ປະ​ກອບ​ທີ່​ໃຊ້​ເຊື້ອ​ໄຟ​ນີວ​ເຄ​ລຍ​ທີ່​ສ້າງ​ຂຶ້ນ​ຢູ່​ພາຍ​ໃນ​ປະ​ເທດ​ຂອງ​ອີ​ຣ່ານ ຖືກ​ນຳ​ມາ​ສະ​ແດງ​ຢູ່​ໃນ​ງານ​ວາງ​ສະ​ແດງ​ຜົນ​ງານ​ດ້ານ​ນີວ​ເຄ​ລຍ​ຂ​ອງ​ປະ​ເທດ ໃນນະ​ຄອນ​ຫລວງ ​ເຕ​ຫະ​ຣ່ານ, ວັນ​ທີ 8 ກຸມ​ພາ, 2023

ອີຣ່ານ​ ໃນ​ວັນ​ຈັນ​ມື້ນີ້ ​ໄດ້​ປະຕິ​ເສດ​ຕໍ່​ລາຍ​ງານ​ທີ່​ວ່າ​ຕົນ​ໄດ້​ເພີ້ມແສນ​ຍາ​ນຸ​ພາບ​ທາດ​ຢູ​ເຣນຽມ​ຂຶ້ນ ​ເຖິງ​ຂັ້ນໃກ້​ກັບລະດັບ​ທີ່ຈະ​ເປັນ​ອາ​ວຸດ.

"ມາຮອດປັດຈຸບັນນີ້, ພວກເຮົາບໍ່ໄດ້ດໍາ​ເນີນຄວາມພະຍາຍາມໃດໆ ທີ່ຈະເພີ້ມແສນ​ຍາ​ນຸ​ພາບຂຶ້ນສູງກວ່າ 60 ເປີ​ເຊັນ. ການມີອະນຸພາກທີ່​ສູງກວ່າແສນ​ຍາ​ນຸ​ພາບ 60 ເປີ​ເຊັນ ບໍ່ໄດ້ຫມາຍຄວາມວ່າເປັນການຜະລິດທີ່ມີແສນ​ຍາ​ນຸ​ພາບສູງກວ່າ 60 ເປີເຊັນ," ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານ ເບ​ຣູ​ສ ກາ​ມາ​ລ​ວານ​ດີ (Behrouz Kamalvandi) ໂຄສົກອົງການພະລັງງານປະລະມານູຂອງອີຣ່ານ ທີ່ກ່າວໃນວັນຈັນມື້ນີ້, ອີງຕາມ ອົງການຂ່າວ IRNA ຂອງທາງການອີ​ຣ່ານ.

ລາຍງານອ​ຂອງ​ອົງ​ການຂ່າວບ​ລູມ​ເບີກ (Bloomberg) ໃນວັນອາທິດວານນີ້ ກ່າວວ່າ ບັນດານັກກວດກາຈາກອົງການພະລັງງານປະລະມານູສາກົນ ຫລື IAEA ໄດ້ກວດພົບທາດຢູເຣນຽມ ທີ່ມີ​ແສນ​ຍາ​ນຸ​ພາບເຖິງ 84 ເປີ​ເຊັນ.

ທາດຢູເຣນຽມຈະຕ້ອງຖືກເສີມໃຫ້​ຂຶ້ນ​ເຖິງປະມານ 90 ເປີ​ເຊັນ ເພື່ອຈະ​ເຮັດລະເບີດນິວເຄລຍໄດ້.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນ​ໂທ​ນີ ບ​ລິງ​ເຄັນ ກ່າວຕໍ່ພວກນັກ ຂ່າວໃນວັນຈັນມື້ນີ້ ໃນລະຫວ່າງການຢ້ຽມຢາມເທີກີວ່າ ສະຫະລັດກໍາລັງຕິດຕໍ່ພົວ ພັນຢ່າງໃກ້ຊິດ ກັບອົງການ IAEA ແລະພວມເຮັດວຽກເພື່ອຂໍຂໍ້ມູນເພີ້ມເຕີມ ກ່ຽວກັບ ສະຖານະການດັ່ງ​ກ່າວ.

ທ່ານບ​ລິງ​ເຄັນກ່າວວ່າ "ນີ້ຈະເປັນເລືື້ອງທີ່ຮ້າຍແຮງຫຼາຍ.”

ອົງການ IAEA ກ່າວໃນທວີດ​ເຕີໃນວັນອາທິດວານນີ້ວ່າ ຕົນໄດ້ຮູ້ເລື້ອງລາຍງານ ກ່ຽວກັບລະດັບເພີ້ມ​ແສນ​ຍາ​ນຸ​ພາບຂອງອີຣ່ານ.

"ຜູ້​ອຳ​ນວຍ​ການ​ໃຫຍ່ ທ່ານ ຣາ​ຟາແອ​ລ ກ​ຣອ​ສ​ຊີ (Rafael Grossi) ກ່າວ​ວ່າ IAEA ພວມ​ປຶກ​ສາ​ຫາ​ລື​ກັບ​ອີ​ຣ່ານ ​ກ່ຽວ​ກັບ​ຜົນ​ຂອງ​ການ​ເຄື່ອນ​ໄຫວ​ ກວດ​ສອບ​ຂອງ​ອົງ​ການ​ໃນ​ບໍ່​ດົນ​ມາ​ນີ້ ແລະ​ຈະ​ແຈ້ງ​ໃຫ້​ຄະ​ນະ​ກຳ​ມະ​ການຄຸ້ມ​ຄອງ​ຂອງ IAEA ຕາມ​ຄວາມ​ເໝາະ​ສົມ."

ການ​ກ່າວ​ຫາ​ອີຣ່ານວ່າ ພວມ​ສ້າງ​ອາວຸດ​ນິວ​ເຄຼຍ​ໄດ້ນຳ​ໄປ​ສູ່ການ​ສ້າງ​ແຜນການ​ປະຕິບັດ​ງານ​ຮອບດ້ານ​ຮ່ວມ​ ຫລື JCPOA ​ປີ 2015 ຂຶ້ນ, ທີ່​ຈຳກັດ​ໂຄງການ​ນິວ​ເຄຼຍຂອງ​ອີຣ່ານ ​ເພື່ອ​ແລກປ່ຽນ​ກັບ​ການ​ຜ່ອນ​ຜັນມາດ​ຕະການ​ລົງ​ໂທດຕ່າງໆ​. ພາຍ​ໃຕ້​ຂໍ້​ຕົກ​ລົງ​ດັ່ງກ່າວ, ອີຣ່ານສາມາດ​ເພີ້​ມ​ແສນ​ຍາ​ນຸ​ພາບ​ທາດ​ຢູ​ເຣນຽມ​ໄດ້​ພຽງ 20 ເປີ​ເຊັນ ​ແລະ​ສາມາດ​ເກັບສະ​ສົມທາດ​ຢູ​ເຣນຽມ ​ທີ່ເພີ້ມ​ແສ​ນຍາ​ນຸ​ພາບໄດ້​ພຽງ​ແຕ່ໃນ​ລະ​ດັບ​ຈຳກັດ.

ຫຼັງຈາກສະຫະລັດ ໄດ້ຖອນຕົວອອກຈາກຂໍ້ຕົກລົງໃນປີ 2018 ໂດຍ​ທີ່ປະທານາທິ ບໍດີ ດໍ​ໂນ​ລ ທ​ຣຳ ໃນເວລານັ້ນໂຕ້ແຍ້ງວ່າ ອີຣ່ານໄດ້ຮັບຜົນ​ປະ​ໂຫຍດຫຼາຍເກີນໄປ ໃນຂະນະທີ່ງົດ​ເວັ້ນຫນ້ອຍເກີນໄປ, ອີຣ່ານ ກໍເລີ້ມກ້າວຫ່າງອອກຈາກຄໍາຫມັ້ນສັນຍາຂອງ​ຕົນ​ຢູ່ພາຍໃຕ້ JCPOA. ໃນນັ້ນລວມມີການເພີ້ມລະດັບແສນ​ຍາ​ນຸ​ພາບ ແລະການເກັບສະ​ສົມ ຕະ​ຫລອດ​ທັງການໃຊ້​ເຕົາ​ແຍກ​ປະ​ລາ​ມະ​ນູ​ທີ່​ທັນ​ສະ​ໄໝ​ຂຶ້ນກວ່າ​ເກົ່າ ທີ່ໃຊ້ໃນຂະບວນການເພີ້ມ​ແສນ​ຍາ​ນຸ​ພາບນັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG