ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີ​ຣ່ານ ​ຂາຍ​ນ້ຳ​ມັນ​ລາ​ຄາ​ຖືກ ເພີ້ມ​ຂຶ້ນໃຫ້​ແກ່​ຈີນ ທັງໆ​ທີ່​ມີ​ການ​ລົງ​ໂທດ


ແຟ້ມ - ຮູບ​ສ່ວນ​ນຶ່ງ​ຂອງ​ໂຮງ​ກັ່ນ​ນ້ຳ​ມັນ​ເຕ​ຫະ​ຣ່ານ ທີ່​ຕັ້ງ​ຢູ່​ທາງ​ໃຕ້​ຂອງ​ນະ​ຄອນ​ຫຼວງ​ອີ​ຣ່ານ ເມື່ອ​ວັນ​ທີ 22 ທັນ​ວາ 2014.
ແຟ້ມ - ຮູບ​ສ່ວນ​ນຶ່ງ​ຂອງ​ໂຮງ​ກັ່ນ​ນ້ຳ​ມັນ​ເຕ​ຫະ​ຣ່ານ ທີ່​ຕັ້ງ​ຢູ່​ທາງ​ໃຕ້​ຂອງ​ນະ​ຄອນ​ຫຼວງ​ອີ​ຣ່ານ ເມື່ອ​ວັນ​ທີ 22 ທັນ​ວາ 2014.

ທ່າມ​ກາງ​ການ​ປະ​ເຊີນ​ໜ້າ​ກັບ​ການ​ລົງ​ໂທດ​ທາງ​ດ້ານ​ເສດ​ຖະ​ກິດ​ທີ່​ຮ້າຍ​ແຮງ ໄພ​ເງິນ​ເຟີ້ ແລະ​ຄວາມ​ວຸ້ນ​ວາຍ​ທາງ​ດ້ານ​ສັງ​ຄົມ​ທີ່​ແຜ່ກວ້າງ ລັດ​ຖະ​ບານ​ອີ​ຣ່ານ​ໄດ້ ​ເພີ້ມການ​ຂາຍ​ນ້ຳ​ມັນ ​ໃນ​ລາ​ຄາ​ທີ່​ຫຼຸດ​ເປັນ​ພິ​ເສດຢ່າງ​ຫຼວງ​ຫຼາຍ​ ໃຫ້​ແກ່​ຈີນ.

ອີ​ຣ່ານ​ບໍ່​ໄດ້​ພິ​ມ​ເຜີຍ​ແຜ່​ສະ​ຖິ​ຕິ​ກ່ຽວ​ກັບ​ການ​ຂາຍ​ນ້ຳ​ມັນ​ຂອງ​ຕົນ ແຕ່​ພວກ​ນັກ​ວິ​ເຄາະ​ກ່າວ​ວ່າ ເຕ​ຫະ​ຣ່ານ ​ໄດ້​ເພີ້ມ​ການ​ສົ່ງ​ອອກ​ນ້ຳ​ມັນ ຫຼາຍກວ່າ 1 ລ້ານ 2 ແສນ​ຖັງ​ຕໍ່​ມື້ໃນ​ໄລ​ຍະ 3 ເດືອນ​ທີ່​ຜ່ານ​ມານີ້. ນ້ຳ​ມັນ​ອີ​ຣ່ານ​ຖືກ​ສົ່ງ​ໄປ​ສູ່ຕະຫຼາດ​ ຈີນດ້ວຍ​ລະ​ບົບຈັດ​ສົ່ງ​ແບບ​ພາງ​ໂຕ ທີ່​ອຳ​ນາດ​ການ​ປົກ​ຄອງ​ອີ​ຣ່ານມີ​ຄວາ​ມ​ຊ່ຽວ​ຊານ​ເປັນ​ພິ​ເສດ ໃນ​ຮອບ​ຫຼາຍໆ​ທົດ​ສະ​ວັດ​ຜ່ານ​ມາ ຈາກ​ການ​ລົງ​ໂທດ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ.

ທ່ານ​ມາ​ດີ ກົດ​ຊີ ນັກ​ເສດ​ຖະ​ສາດ ​ທີ່​ສະ​ຖາ​ບັນ​ການ​ສຶກ​ສາ​ເສດ​ຖະ​ກິດ​ສາ​ກົນຢູ່​ນະ​ຄອນ​ວຽນ​ນາ ກ່າວ​ຕໍ່​ວີ​ໂອ​ເອ​ວ່າ “ອຳ​ນາດ​ການ​ປົກ​ຄອງ​ອີ​ຣ່ານໃນ​ເວ​ລານີ້ ມີປະ​ສົບ​ພະ​ການ​ສູງ ໃນ​ການ​ຫຼີກ​ລ່ຽງ​ການ​ລົງ​ໂທດ​ຕ່າງໆ ທີ່​ປະ​ເທດ​ດັ່ງ​ກ່າວ​ ໄດ້​ຊ່ວຍ​ເວ​ເນ​ຊູ​ເອ​ລາ ຫຼື​ແມ່ນ​ກະ​ທັງ​ຊ່ວຍຣັດ​ເຊຍ.”

ອີ​ຣ່ານ ​ແມ່ນ​ນຶ່ງ​ໃນ​ຈຳ​ນວນ​ 5 ປະ​ເທດ ​ທີ່​ຜະ​ລິດ​ນ້ຳ​ມັນ​ດິບ​ຫຼາຍ​ທີ່​ສຸດ​ໃນ​ໂລກ​ແລະສາ​ມາດ​ຜະ​ລິດ​ນ້ຳ​ມັນ​ໄດ້​ຫຼາຍກວ່າ 3 ລ້ານ 5 ແສນ​ຖັງ​ຕໍ່​ມື້ ອີງ​ຕາມ​ຂໍ້​ມູນ​ດ້ານພະ​ລັງ​ງານ​ຂອງ​ລັດ​ຖະ​ບານ​ສະ​ຫະ​ລັດ.

​ໃນ​ເມື່ອ​ບໍ່​ມີ​ຂໍ້​ມູນ​ທີ່​ເປັນ​ທາງ​ການ​ແລ້ວ ອີ​ຣ່ານ​ໄດ້​ເງິນ​ຫຼາຍ​ປານ​ໃດ​ຈາກ​ການ​ສົ່ງ​ອອກ​ນ້ຳ​ມັນ​ແລະ​ແກັ​ສ​ທຳ​ມະ​ຊາດ​ຂອງ​ຕົນ​ນັ້ນ ແມ່ນ​ບໍ່​ໄດ້​ເປັນ​ຮູ້​ກັນ​ໄດ້. ແຕ່​ອີງ​ຕາມ​ການ​ກະ​ປະ​ມານ ແມ່ນ​ຢູ່​ໃນ​ລະ​ຫວ່າງ 15 ຫາ 30 ຕື້​ໂດ​ລາ​ຕໍ່​ປີ.

ສ່ວນ​ທ່ານ​ອູ​ມຸດ ໂຊກ​ຣີ (Umud Shokri) ນັກ​ວິ​ເຄາະ​ກິດ​ຈະ​ການ​ພະ​ລັງ​ງານ​ຂອງ​ໂລກ ກ່າວ​ວ່າ “ລາຍ​ໄດ້​ຈາກ​ການ​ຂາຍ​ນ້ຳ​ມັນ​ຂອງ​ອີ​ຣ່ານ​ໄດ້​ຫຼຸດ​ລົງ​ຈາກ 100 ຕື້​ໂດ​ລາ ມາ​ເປັນ 8 ຕື້​ໂດ​ລາ​ຕໍ່​ປີ ຫຼັງ​ຈາກ​ສະ​ຫະ​ລັດ ​ຖອນ​ຕົວ​ອອກ​ຈາກ​ແຜນ​ການ​ປະ​ຕິ​ບັດ​ງານ​ຮ່ວມ​ຮອບ​ດ້ານ ຫຼື JCPOA ຊຶ່ງ​ຍັງ​ຮູ້​ກັນ​ໃນ​ອີກ​ຊື່​ນຶ່ງວ່າ ຂໍ້​ຕົກ​ລົງ​ນິວ​ເຄ​ລຍນັ້ນ.”

ສະ​ຫະ​ລັດ​ຖອນ​ຕົວ​ອອກ​ຈາກ​ຂໍ້​ຕົກ​ລົງ JCPOA ໃນ​ປີ 2018.

ອີ​ຣ່ານ​ເປັນ​ປະ​ເທດ​ທີ່​ສະ​ໜອງ​ນ້ຳ​ມັນ​ໃຫ້​ຈີນ ຫຼາຍ​ເປັນ​ອັນ​ດັບ 3 ຮອງ​ຈາກ​ຣັດ​ເຊຍ ແລະ​ຊາ​ອຸ​ດີ ອາ​ຣາ​ເບຍ. ສະ​ຫະ​ລັດ ແລະ​ບັນ​ດາ​ປະ​ເທດ​ຕາ​ເວັນ​ຕົກ ຍັງ​ໄດ້​ທຳ​ການ​ລົງ​ໂທດ​ຕໍ່​ການ​ສົ່ງ​ອອກ​ນ້ຳ​ມັນແລະ​ແກັ​ສຂອງ​ຣັດ​ເຊຍ ໃນ​ຄວາມ​ພະ​ຍາ​ຍາມ​ເພື່ອ​ບັງ​ຄັບ​ໃຫ້​ມົ​ສ​ກູ ຢຸດ​ເຊົາ​ການ​ເຮັດ​ສົງ​ຄາມ​ໃນ​ຢູ​ເຄ​ຣນ.

ນັບ​ແຕ່​ເດືອນ​ທັນ​ວາ​ເປັນ​ຕົ້ນ​ມາ ກຸ່ມ​ຈີ 7 ທີ່​ປະ​ກອບ​ດ້ວຍສະ​ຫະ​ລັດ ກາ​ນາ​ດາ ເຢຍ​ຣະ​ມັນ ຝ​ຣັ່ງ ອີ​ຕາ​ລີ ຍີ່​ປຸ່ນ ແລະ​ສະ​ຫະ​ຣາ​ຊະ​ອາ​ນາ​ຈັກພ້ອມ​ດ້ວຍ​ສະ​ຫະ​ພາບ​ຢູ​ໂຣບທີ່​ມີ​ສະ​ມາ​ຊິກ 27 ປະ​ເທດ ໄດ້​ກຳ​ນົດ​ລາ​ຄາ​ນ້ຳ​ມັນ​ດິບ​ຂອງ​ຣັດ​ເຊຍບໍ່​ໃຫ້​ກາຍ 60 ໂດ​ລາ​ຕໍ່​ຖັງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG