ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ IOM ວ່າ ເຂດຊາຍແດນ ລະຫວ່າງ ສະຫະລັດ ແລະເມັກຊິໂກ ເປັນທາງຂ້າມ ທີ່ອັນຕະລາຍທີ່ສຸດ ສຳລັບພວກຍົກຍ້າຍຖິ່ນຖານ


ແຟ້ມພາບ — ວັນທີ 2 ມີນາ 2021, ພາບນີ້ໄດ້ຖືກເປີດເຜີຍໂດຍ ເມືອງບຣຸກສ໌ ຄາວຕີ ຂອງລັດເທັກຊັສ, ເຈົ້າໜ້າທີ່ຕຳຫຼວດ ສະແດງໃຫ້ເຫັນຊາກຫົວກະໂຣກຂອງພວກຄົນຍົກຍ້າຍຖິ່ນຖານ ຜູ້ທີ່ເດີນທາງຂ້າມເຂດຊາຍແດນຢໃກ້ກັບ ສະຫະລັດແລະເມັກຊິໂກ.
ແຟ້ມພາບ — ວັນທີ 2 ມີນາ 2021, ພາບນີ້ໄດ້ຖືກເປີດເຜີຍໂດຍ ເມືອງບຣຸກສ໌ ຄາວຕີ ຂອງລັດເທັກຊັສ, ເຈົ້າໜ້າທີ່ຕຳຫຼວດ ສະແດງໃຫ້ເຫັນຊາກຫົວກະໂຣກຂອງພວກຄົນຍົກຍ້າຍຖິ່ນຖານ ຜູ້ທີ່ເດີນທາງຂ້າມເຂດຊາຍແດນຢໃກ້ກັບ ສະຫະລັດແລະເມັກຊິໂກ.

ເຂດຊາຍແດນລະຫວ່າງ ສະຫະລັດແລະເມັກຊິໂກ ເປັນດິນແດນຂອງເສັ້ນທາງ ສຳລັບພວກຍົກຍ້າຍຖິ່ນທີ່ອັນຕະລາຍຮ້າຍແຮງທີ່ສຸດໃນໂລກ ອີງຕາມອົງການຍົກຍ້າຍຖິ່ນຖານຂອງສະຫະປະຊາຊາດ.

ບົດລາຍງານຫລ້າສຸດຈາກອົງການເພື່ອຍົກຍ້າຍຖິ່ນຖານສາກົນ ຫຼື IOM ສະ ແດງໃຫ້ເຫັນວ່າ ຫຼາຍຮ້ອຍຄົນສູນເສຍຊີວິດໃນແຕ່ລະປີ ໃນການພະຍາຍາມເດີນທາງເຂົ້າມາໃນສະຫະລັດ ຜ່ານເຂດທະເລຊາຍທີ່ອັນຕະລາຍດັ່ງກ່າວ.

ຂໍ້ມູນຂອງບົດລາຍງານ ສະແດງໃຫ້ເຫັນວ່າ ມີພວກຍົກຍ້າຍຖິ່ນຖານ 1,457​ ຄົນໄດ້ເສຍຊີວິດ ແລະຫາຍສາບສູນ ໃນທົ່ວເຂດອາເມຣິກາ ທີ່ໄດ້ຖືກບັນທຶກ ໃນປີ 2022, ໂດຍມີ 686 ຄົນ ເສຍຊີວິດແລະຫາຍສາບສູນໃນຂົງເຂດຊາຍແດນລະຫວ່າງ ສະຫະລັດ ແລະເມັກຊິໂກ ພຽງລຳພັງ.

“ໃນທີ່ສຸດແລ້ວ ສິ່ງທີ່ຈຳເປັນກໍແມ່ນວ່າ ໃຫ້ບັນດາປະເທດທັງຫຼາຍ ອອກມາດຕະການຕໍ່ຂໍ້ມູນດັ່ງກ່າວ ເພື່ອຮັບປະກັນ ຄວາມປອດໄພ, ເສັ້ນທາງທີ່ປົກກະຕິສຳລັບການຍົກຍ້າຍຖິ່ນຖານ ແມ່ນເຂົ້າເຖິງໄດ້” ທ່ານນາງ ມິແຊລ ຄລາຍນ໌ ໂຊໂລມອນ ຜູ້ອຳນວຍການອົງການ IOM ຂອງພາກພື້ນ ອາເມຣິກາກາງ ແລະເໜືອ ແລະຄາຣີບິນ ໄດ້ກ່າວໃນຖະແຫລງການສະບັບນຶ່ງ.

ອົງການສະຫະປະຊາຊາດ ກ່າວວ່າ ປີ 2022 ເປັນປີທີ່ອັນຕະລາຍຮ້າຍແຮງທີ່ທສຸດໃນທົ່ວໂລກ ທີ່ໄດ້ຖືກບັນທຶກ ນັບຕັ້ງແຕ່ ໂຄງການເກັບກຳການຫາຍສາບສູນຂອງພວກຍົກຍ້າຍຖິ່ນຖານ ຂອງ IOM ໄດ້ເລີ້ມຂຶ້ນໃນປີ 2014.

The U.S.-Mexico border is the world's deadliest land migration route, according to the United Nations migration agency.

The most recent report from the International Organization for Migration (IOM) shows hundreds of people die each year attempting to get to the United States through the dangerous deserts.

Their data shows 1,457 migrant deaths and disappearances recorded throughout the Americas in 2022, with 686 deaths and disappearances in the region of the U.S.-Mexico border alone.

"Ultimately, what is needed is for countries to act on the data to ensure safe, regular migration routes are accessible," Michele Klein Solomon, IOM's regional director for Central and North America and the Caribbean, said in a statement.

The U.N. agency says 2022 was the deadliest year worldwide on record since IOM's Missing Migrants Project started in 2014.

XS
SM
MD
LG