ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກນັກສືບສວນ ບໍ່ສາມາດ ຊອກຫາ ຄຳຕອບ ຂອງປິດສະໜາ ທີ່ເຮືອບິນມາເລເຊຍ ຖ້ຽວບິນ MH370 ຫາຍສາບສູນ


ພວກເດັກນ້ອຍພາກັນຂຽນຂໍ້ຄວາມທີ່ມີຄວາມຫວັງລົງ ກ່ຽວກັບ ເຮືອບິນຂອງສາຍການບິນ ເລກທີ MH370 ຢູ່ໃນສະໜາມບິນ ສາກົນ ໃນນະຄອນຫຼວງກົວລາລໍາເປີຣ໌ ໃນວັນທີ 14 ມິຖານາ, 2014.
ພວກເດັກນ້ອຍພາກັນຂຽນຂໍ້ຄວາມທີ່ມີຄວາມຫວັງລົງ ກ່ຽວກັບ ເຮືອບິນຂອງສາຍການບິນ ເລກທີ MH370 ຢູ່ໃນສະໜາມບິນ ສາກົນ ໃນນະຄອນຫຼວງກົວລາລໍາເປີຣ໌ ໃນວັນທີ 14 ມິຖານາ, 2014.

ນຶ່ງໃນປິດສະໜາ ໃນວົງການການບິນ ທີ່ໃຫຍ່ທີ່ສຸດຂອງໂລກ ຍັງຄົງຊອກຫາຄຳຕອບ
ບໍ່ໄດ້ ຫຼັງຈາກທີ່ບັນດານັກສືບສວນສອບສວນ ໄດ້ກ່າວ ໃນບົດລາຍງານສະບັບນຶ່ງ ທີ່
ໄດ້ຖືກເປີດເຜີຍ ໃນວັນຈັນວານນີ້ ວ່າ ພວກເຂົາເຈົ້າ ບໍ່ຮູ້ວ່າ ແມ່ນຫຍັງເກີດຂຶ້ນກັບ
ເຮືອບິນຂອງສາຍການບິນ ມາເລເຊຍ ທີ່ໄດ້ຫາຍສາບສູນໄປ ເມື່ອ 4 ປີກ່ອນ.

ຢູ່ໃນບົດລາຍງານທີ່ລໍຖ້າມາ ເປັນເວລາດົນນານນັ້ນ ທີມນັກສືບສວນນາໆຊາດ 19 ຄົນ
ໄດ້ຕັດອອກຫຼາຍໆກໍລະນີ ທີ່ອາດເປັນໄປໄດ້ ກ່ຽວກັບ ສິ່ງທີ່ອາດເປັນສາເຫດ ຂອງການ
ຫາຍໄປຂອງເຮືອບິນລຳດັ່ງກ່າວ ແຕ່ໄດ້ກ່າວວ່າ ພວກເຂົາເຈົ້າ ບໍ່ສາມາດຕັດອອກ ສິ່ງທີ່
ອາດເປັນໄປໄດ້ ກໍຄື “ການແຊກແຊງໂດຍມືທີສາມ.”

ທ່ານ ຄົກ ຊູ ໂຈນ (Kok Soo Chon) ຫົວໜ້າທີມງານກວດສອບດ້ານຄວາມປອດໄພ
ຂອງເຮືອບິນໃນຖ້ຽວບິນເລກທີ MH370 ກ່າວບອກພວກນັກຂ່າວ ຢູ່ນະຄອນຫຼວງ
ກົວລາລໍາເປີຣ໌ ວ່າ ສາເຫດອັນແທ້ຈິງ ສຳລັບການຫາຍສາບສູນຂອງເຮືອບິນ ອາດພຽງ
ຈະລະບຸໄດ້ກໍຕໍ່ເມືອ “ຊາກຂອງເຮືອບິນແມ່ນຖືກພົບເຫັນ.”

ທ່ານໄດ້ກ່າວອີກວ່າ ພວກນັກສືບສວນ ໄດ້ກວດປະຫວັດຂອງນັກບິນ ແລະ ຮອງນັກບິນ
ແລະ ໄດ້ກ່າວວ່າ ທັງສອງບໍ່ໄດ້ສະແດງໃຫ້ເຫັນຮ່ອງຮອຍຂອງພຶດຕິກຳທີ່ບໍ່ປົກກະຕິ ຫຼື
ມີຄວາມຕຶງຄຽດ ທີ່ອາດເປັນສາເຫດເຮັດໃຫ້ພວກເຂົາເຈົ້າ ຈີ້ເອົາເຮືອບິນ.

ທ່ານ ຄົກ ໄດ້ເວົ້າວ່າ “ພວກເຮົາບໍ່ໄດ້ມີຄຳເຫັນວ່າ ມັນອາດເປັນເຫດການ ທີ່ໄດ້
ກະທຳໂດຍນັກບິນ.”

ແຕ່ທ່ານ ຄົກ ໄດ້ເວົ້າວ່າ “ພວກເຮົາບໍ່ສາມາດຕັດອອກ ການແຊກແຊງທີ່ຜິດກົດໝາຍ
ໂດຍມືທີສາມ”
ຊຶ່ງປະກອບດ້ວຍ ບຸກຄົນໃດນຶ່ງ ຈັບເອົາພວກນັກບິນເປັນໂຕປະກັນ.
ທ່ານກ່າວຕື່ມວ່າ ບໍ່ມີກຸ່ມໃດ ໄດ້ອ້າງວ່າ ຕົນໄດ້ຈີ້ເອົາເຮືອບິນ ແລະ ໄດ້ຍົກໃຫ້ເຫັນວ່າ
ບໍ່ມີຜູ້ໂດຍສານຄົນໃດ ມີປະສົບການໃນການຂັບເຮືອບິນ ຫຼື ຮູ້ວ່າມີເຈດຕະນາໃດໆ
ທີ່ຢາກຈະເຮັດໃຫ້ເຮືອບິນຕົກ.

“ມີການສັນນິຖານໄດ້ວ່າ ເລື້ອງນີ້ ຈະຖືກນຳຂຶ້ນໄປເກັບໄວ້” ທ່ານນາງ ແມຣີ ສຈີອາໂວ
(Mary Schiavo) ອະດີດຜູ້ກວດກາທົ່ວໄປ ຂອງກະຊວງຂົນສົ່ງ ຂອງສະຫະລັດ ແລະ
ດຽວນີ້ ໄດ້ເປັນທະນາຍຄວາມ ອິດສະລະ ດ້ານການບິນ ທີີ່ໄດ້ກ່າວໄປນັ້ນ.

ທ່ານນາງ ສຈີອາໂວ ໄດ້ບອກ ວີໂອເອ ວ່າ ຖ້າຜູ້ໂດຍສານໝົດທຸກຄົນ ຢູ່ໃນເຮືອບິນ
ອ້າງວ່າ ເປັນຜູ້ທີ່ພວກເຂົາເຈົ້າລະບຸໂຕແທ້ ມັນບໍ່ມີຜູ້ໂດຍສານຜູ້ໃດ ທີ່ມີປີ້ຍົນ ຈະ
ສາມາດ ຂັບເຮືອບິນໄດ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG