ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບົດສືບສວນຂອງ ກະຊວງຍຸດຕິທຳ ສຫລ ສະລຸບວ່າ ກົມຕຳຫລວດ Ferguson ​ລະ​ເມີດ​ສິດທິພົນລະ​ເມືອງ​


US Justice Department decision on Ferguson video
please wait

No media source currently available

0:00 0:01:30 0:00

ເບິ່ງວີດີໂອ ລາຍງານກ່ຽວກັບເລື້ອງນີ້

ກະຊວງ​ຍຸດຕິ​ທຳ​ສະຫະລັດ ​ໄດ້​ສະລຸບ​ໃນ​ວັນ​ພຸດ​ວານ​ນີ້ວ່າ
ກົມ​ຕຳຫລວດ​ຂອງເມືອງ Ferguson ລັດ Missouri​ ຢູ່​ໃນ​ພາກ
​ຕາ​ເວັນ​ຕົກຕອນກາງຂອງ​ສະຫະລັດ ​ໄດ້​ລະ​ເມີດ​ສິດທິຕາມລັດ
ຖະທຳ​ມະນູນ ຂອງ​ບັນດາ​ພົນລະ​ເມືອງ​ຜິວ​ດຳ​ ເປັນ​ປະຈຳ ດ້ວຍ
​ການ​ນຳ​ໃຊ້​ກຳລັງ​ທີ່​ໜັກ​ເກີດໄປ​ຕໍ່​ພວກ​ເຂົາ​ເຈົ້າ ​ແລະ ທຳ​ການ​
ຈັບ​ກຸມ​ໂດຍປາສະຈາກ​ເຫດຜົນ​ໃດໆ​ເລີຍ.

ບົດລາຍງານ ​ແມ່ນ​ເປັນ​ຜົນ​ມາຈາກ​ການສືບສວນ​ສອບ​ສວນ ທີ່​
ໄດ້​ເປີດ​ຂຶ້ນ ຫຼັງຈາກ​ການ​ຍິງ​ສັງຫານ​ໜຸ່ມນ້ອຍຜິວ​ດຳ ທ້າວ
Michael Brown ​ໂດຍເຈົ້າໜ້າ​ທີ່​ຕຳຫລວດ​ຜິວ​ຂາວ ​ໃນ​ລະຫວ່າງ
​ການ​ປະ​ເຊີນ​ໜ້າ​ກັນ ​ເມື່ອ​ປີ​ແລ້ວ​ນີ້.

US Ferguson police video
please wait

No media source currently available

0:00 0:01:26 0:00

​ຢ່າງ​ໃດ​ກໍ​ຕາມ ​ເຖິງແມ່ນ​ມີ​ຂໍ້​ສະ​ລຸບກ່ຽວ​ກັບ​ຕຳຫລວດ​ເມືອງ Ferguson ​ແລ້ວ​ກໍ​ຕາມ ບັນດາ​ເຈົ້າໜ້າ​ທີ່​ຂອງລັດຖະບານກາງ ​ໄດ້​ປະກາດ​ວ່າ ພວກ​ເຂົາ​ເຈົ້າ ​ໄດ້​ຕັດສິນ​ວ່າ ຈະ​ບໍ່​ກ່າວ​ຟ້ອງການລະ​ເມີດ​ສິດ​ພົນລະ​ເມືອງ ຕໍ່​ເຈົ້າໜ້າ​ທີ່​ຕຳຫລວດ Darren Wilson ຜູ້​ທີ່​ໄດ້​ລາ​ອອກ​ຈາກ​ກົມ​ຕຳຫລວດ​ເມືອງ​ດັ່ງກ່າວ. ກະຊວງ​ຍຸດຕິ​ທຳ ​ໄດ້​ສະ​ລຸ​ບວ່າ ບໍ່​ມີ​ຫລັກ​ຖານ​ທີ່​ ພິສູດ​ຫັກ​ລ້າງ​ການ​ຕໍ່ສູ້​ຂອງຕຳຫລວດ​ ທີ່ວ່າລາວຢ້ານ​ເປັນອັນຕະລາຍ​ແກ່​ຊີວິດ​ຂອງ​ລາວ​ຢູ່​ໃນ​ເຫດການ ຫຼື ຫລັກຖານ​ອັນ​ເຊື່ອ​ຖື​ໄດ້ ທີ່​ທ້າວ Brown ​ໄດ້​ຍົກ​ມື​ທັງ​ສອງ​ເບື້ອງ​ຂຶ້ນ​ໃນ​ເວລາ​ຕຳຫລວດ Wilson ​ໄດ້​ຍິງ​ລາວ.

ເມື່ອທ້າຍ​ເດືອນພະຈິກ​ປີ​ກາຍ​ນີ້ ຄະນະ​ຕຸລາການ​ລັດ ຍັງ​ໄດ້​ຕັດສິນໃຫ້​ ທ່ານ Wilson
​ຜົ້ນ​ໂທດ​ຕໍ່​ການ​ເສຍ​ຊີວິດຂອງ​ທ້າວ Brown ຊຶ່ງ​ເປັນ​ການ​ຕັດສິນ ທີ່​ກໍ່​ໃຫ້​ເກີດ​ການ​ປະ​
ທ້ວງ​ຂຶ້ນ​ຢູ່​ໃນ​ເມືອງ​ນ້ອຍໆ ທີ່​ເປັນ​ຊຸມ​ຊົນ​ຄົນ​ຜິວ​ດຳ​ສ່ວນ​ໃຫຍ່ ​ໃກ້ໆ​ກັບນະຄອນ St.
Louis ພ້ອມ​ກັນ​ນັ້ນ ຢູ່​ທີ່ແຫ່ງ​ອື່ນ​ໃນ​ທົ່ວ​ປະ​ເທດ.

ລັດຖະມົນຕີ​ຍຸດຕິ​ທຳ​ສະຫະລັດ ທ່ານ Eric Holder ​ໄດ້​ກ່າວໃນ​ກອງ​ປະຊຸມຖະ​ແຫລ​ງ
ຂ່າວ ​ເມື່ອ​ວັນ​ພຸດ​ວານ​ນີ້​ວ່າ Ferguson​ໄດ້​ໃຊ້ເຈົ້າໜ້າ​ທີ່​ຮັກສາກົດໝາຍ ໃນ​ວິທີທາງ ທີ່​
ສ້າງ​ລາຍ​ໄດ້ ​ເຂົ້າ​ລັດ​ຖະບານ​ຂອງ​ເມືອງ ດ້ວຍ​ການ​ຈັບ​ກຸມ ​ແລະ ປັບ​ໄໝກ່ຽວກັບຄວາມ
ຜິດທີ່ບໍ່ຮ້າຍແຮງ​ຕ່າງໆ ​ແລະ ບໍ່​ໄດ້​ນຳ​ໃຊ້​ໄປ​ໃນ​ທາງ​ ທີ່​ຮັກ​ສາ​ຄວາມ​ປອດ​ໄພ​ໃຫ້​ແກ່​
ພົນລະ​ເມືອງ. ທ່ານ​ກ່າວ​ອີກ​ວ່າ ຍຸດ​ທະ​ສາດ​ຂອງ​ເມືອງ​ນັ້ນ​ ແມ່ນ​ເພື່ອທຳຮ້າຍ​ພົນລະ​
ເມືອງຜິວ​ດຳ​ຂອງ​ຕົນ​ ຢ່າງ​ບໍ່​ສົມສ່ວນ ​ແລະ​ມີ​ບົດບາດ​ໃນ​ການ​ກໍ່ໃຫ້​ເກີດ​ມີ​ການ​ປະ​ທ້ວງ​
ທີ່ຮຸນ​ແຮງ ຫຼັງຈາກ​ການ ​ສັງ​ຫານ​ທ່າວ Brown ​ເມື່ອ​ປີ​ກາຍ​ນີ້.

US Officials Clear Officer in Ferguson Shooting
please wait

No media source currently available

0:00 0:01:43 0:00

The U.S. Justice Department concluded Wednesday that the police department in ((the midwestern city of)) Ferguson, Missouri routinely violated the constitutional rights of its black citizens by using excessive force against them and often making arrests without probable cause.

The report is the result of a six-month investigation launched after last year's shooting death of unarmed black teenager Michael Brown by a white police officer during a street confrontation.

Even with their conclusions about Ferguson police, however, federal officials announced they have decided to not bring civil rights charges against officer Darren Wilson, who has resigned from the city's police department. The Justice Department concluded there was no evidence to disprove his contention that he feared for his life in the incident, nor reliable evidence that Brown had his hands up when Wilson shot him.

Last November, a state grand jury also cleared Wilson in Brown's death, a decision that triggered heated protests in the small, majority-black community near St. Louis, as well as across the country.

Attorney General Eric Holder told a news conference Wednesday that Ferguson used law enforcement as a way to generate revenue for the city government, with arrests and fines for minor offenses, and not as a means to provide public safety. He said the city's strategy disproportionately harmed its black residents and played a key role in triggering last year's violent protests after Brown's death.

XS
SM
MD
LG