ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານຊາວຕົງ ຢັງ ເຈົ້າຂອງ ຕະຫຼາດກາງແຈ້ງ ແລະນັກປູກຝັງ ຢູ່ລັດ ຄາໂຣໄລນາເໜືອ


ທ່ານຊາວຕົງ ຢັງ ແລະຍານາງປັງ ຢັງ ທີ່ເມືອງຣອກຄິງແຮມ ລັດຄາໂຣໄລນາເໜືອ.
ທ່ານຊາວຕົງ ຢັງ ແລະຍານາງປັງ ຢັງ ທີ່ເມືອງຣອກຄິງແຮມ ລັດຄາໂຣໄລນາເໜືອ.

ານ​ຜູ້​ຟັງ​ທີ່​ເຄົາຣົບ ໃນ​ລາຍການ​ຊີວິດ​ຊາວ​ລາວຂອງ ວີ​ໂອ​ເອ ແລງ​ວັນ​ພະ​ຫັດ​ມື້​ນີ້ ​ເຮົາ​
ຈະນຳ​ເອົາ​ການ​ສຳພາດກັບ ທ່ານ​ຊາວ​ຕົງ ຢັງ ​ເຈົ້າ​ຂອງ​ຕະຫຼາດ​ກາງ​ແຈ້ງ ຢູ່​ເມືອງຣອກ
ຄິງແຮມ ລັດຄາ​ໂຣໄລນາ​ເໜືອ ມາສະເໜີທ່ານ. ທ່ານ​ຊາວ​ຕົງ ​ໄດ້​ເຂົ້າ​ມາຕັ້ງຖິ່ນຖານ
ຢູ່​ລັດເພັນຊີລເວເນຍ ທາງ​ພາກ​ຕາ​ເວັນ​ອອກ​ ຂອງສະຫະລັດ​ໃນ​ປີ 1978​. ຫຼັງ​ຈາກ​ໄດ້
​ປະກອບ​ວິຊາ​ອາຊີບ ​ເຮັດ​ວຽກ​ກ່ຽວ​ກັບ​ເຄື່ອງກົນ​ຈັກ​ ໃຫ້​ແກ່​ຫຼາຍ​ບໍລິສັດ ຕໍ່​ມາທ່ານ​ໄດ້
ຕັດສິນ​ໃຈຍົກຍ້າຍ​ຄອບຄົວ​ໄປ​ຊື້​ທີ່​ດິນ​ເພື່ອ​ທຳ​ທຸລະ​ກິດ​. ​ເປັນ​ດ້ວ​ຍເຫດ​ໃດທ່ານ​ຈຶ່ງໄດ້
ໄປ​ເປີ​ດຕະຫຼາດ​ກາງ​ແຈ້ງ​ເປັນ​ຂອງ​ຕົນ​ເອງ​ນັ້ນ ກິ່ງ​ສະ​ວັນ ຈະນຳເອົາການສຳພາດກັບ
ຜູ້ກ່ຽວມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ລິງໂດຍກົງ

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ມື້​ນີ້ຂ້າພ​ະ​ເຈົ້າຈະ​ຂໍ​ແນະນຳ​ ໃຫ້​ທ່ານ​ຮູ້ຈັກ​ກັບ​ທ່ານ​ຊາວ​ຕົງ ຢັງ ​
ເຈົ້າ​ຂອງ​ຕະຫຼາດ​ກາງ​ແຈ້ງ ຢູ່ເມືອງຣອກຄິງແຮມ ຊຶ່ງ​ເປັນ​ເມືອງນ້ອຍໆ​ ຢູ່​ຫ່າງ​ຈາກ
ເມືອງ​ເອກ​ຣາ​ເລ ທາງ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ລັດ​ຄາ​ໂຣ​ໄລ​ນາ​ເໜືອ​ປະມານ 86 ກວ່າ​
ໄມ​ລ. ​ເມືອງຣອກຄິງ​ແຮມ​ນີ້ ມີ​ປະຊາກອນ​ຢູ່​ປະມານ 10,000 ຄົນ ​ຮວມ​ປະກອບມີ​ເຊື້ອ ສາຍຕ່າງໆ​ເຊັ່ນຄົນ​ຜີວ​ຂາວ ຜີວດຳ ແລະຄົນ​ສະ​ແປນິສ.​ ​ສຳລັບ​ຄົນເອ​ເຊຍແລ້ວ ກໍ​ມີ
​ຄົນໄທ ຄົນກຳປູເຈຍ ລາວ​ລຸ່ມ ​ແລະ​ຊາວມົ້ງ. ສ່ວນ​ນຶ່ງ​ພາກັນ​ປູ​ກຝັງ ​ແລະ​ຈຳນວນໃຫຍ່
ແມ່ນ​ພາກັນ​ລ້ຽງ​ໄກ່ ​ຊຶ່ງ​ເຂົາ​ເຈົ້າ​ພາກັນ​ມີ​ຟາ​ມ​ລ້ຽງ​ໄກ່​ຫຼາຍ​ໆຫຼັງ ​ແລະລ້ຽງ​ໄກ່ສົ່ງ​ໃຫ້​ແກ່​
ບໍລິສັດ​ເພື່ອ​ນຳ​ອອກ​ຂາຍ​ສູ່​ຕະຫຼາດ​ຢູ່​ໃນ​ສະຫະລັດ.

ທ່ານ​ຊາວ​ຕົງ ຫຼັງ​ຈາກ​ໄດ້​ໃຊ້​ຊີວິດ​ເຮັດ​ວຽກ​ກັບ​ບໍລິສັດ​ເຄື່ອງ​ກົນ​ຈັກຕ່າງ​ໆຢູ່​ໃນ​ເມືອງມາ
ເປັນ​ເວລາ​ຫຼາຍ​ປີ ຢູ່ໃນລັດ​ເພັນ​ຊີ​ລ​ເວ​ເນຍ​ແລ້ວ ບັດ​ນີ້​ໄດ້​ຕັດສິນ​ໃຈ​ພາ​ຄອບຄົວຍົກຍ້າຍ
ມາຢູ່​ໃກ້​ກັບ​ພີ່ນ້ອງ ​ເພື່ອ​ປະກອບ​ອາຊີບ​ໃໝ່​ ​ແລະເປັນ​ນາຍ​ຂອງຕົນ​ເອງ. ທ່ານ​ຊາວ​ຕົງ​
ໄດ້ຕັດສິນ​ໃຈ​ຊື້​ທີ່​ດິນ​ຕອນ​ນຶ່ງ​ຕົກ​ເປັນ​ລາຄາ​ຢູ່ 190,000 ​ໂດ​ລາ ມີ​ເຮືອນ ມີ​ສວນ​ປູກພືດ
ຜັກແລະ​ຕະຫຼາດ​ກາງ​ແຈ້ງ. ທ່ານ​ຊາວ​ຕົງໄດ້​ກ່າວ​ກ່ຽວ​ກັບ​ທຸລະ​ກິດ​ການ​ບໍລິຫານຕະຫຼາດ
ກາງ​ແຈ້ງຕໍ່ວີໂອ​ເອ ​ດັ່ງ​ນີ້:

ສວນໝາກນອຍ ຂອງທ່ານຊາວຕົງ ຢັງ
ສວນໝາກນອຍ ຂອງທ່ານຊາວຕົງ ຢັງ

ລິງໂດຍກົງ

ຕະຫຼາ​ດກາງ​ແຈ້ງ ໜາຍ​ເຖິງ​ການວາງສິນຄ້າ​ຕ່າງໆໃສ່ເທິ່ງໂຕະ ຂາຍຢູ່​ກາງ​ເດີ່ນ ​ແລະ
ຢູ່​ໃນສາລາ​ທີ່​ມີ​ຫຼັງຄາປົກ ​ແຕ່​ບໍ່​ມີ​ທີ່​ຝາ​ແອ້ມ. ຢູ່​ໃນ​ຂົງ​ເຂດ​ນີ້​ມີ​ຕະຫຼາດ​ກາງ​ແຈ້ງ​ຢູ່​ຫຼາຍ
ບ່ອນ ​ແຕ່ລະ​ບ່ອນ​ຢູ່​ຫ່າງ​ໄກ​ກັນ ​ແລະ​ເປີດມື້ຕ່າງ​ກັນ. ​ທ່ານ​ຊາວ​ຕົງ ​ໄດ້ເລືອກເອົາ​ວັນ
​ເສົາ​ເປັນ​ມື້​ເປີດມື້​ດຽວ​ເທົ່າ​ນັ້ນ​ຕໍ່​ອາທິດ​ຕະຫຼອດ​ປີ. ທ່ານ​ໄດ້​ກ່າ​ວ​ເຖິງ​ລາຄາ​ການ​ເກັບ
​ຄ່າ​ເຊົ່າສູ່ຟັງ​ດັ່ງ​ນີ້:

ສວນໝາກຜັກໄສ່ ທ່ານຊາວຕົງ ຢັງ
ສວນໝາກຜັກໄສ່ ທ່ານຊາວຕົງ ຢັງ

ລິງໂດຍກົງ

​ບັນຍາກາດຊີວິດ​ ​ແລະ​ປະ​ເພນີການ​ເປັນຢູ່​ຂອງ​ຊາວເມືອງຣອກຄິງ​ແຮມ ​ມີ​ຄວາມ​ສະ
ຫງົບ​ງຽບ ມີ​ບ້ານ​ເຮືອນ​ຢູ່​ຫ່າງ​ກັນ ຖື​ວ່າ​ເປັນ​ເຂດຊົນນະບົດ ​ແຕ່​ກໍ​ມີ​ສູນ​ກາງ​ການ​ຄ້າຢູ່
ແຕ່​ບໍ່​ໃຫຍ່ໂຕ. ຊີວິດ​ຊາວ​ອາ​ເມຣິກັນ​ບໍ່​ວ່າຈະ​ຢູ່​ໃນ​ເມືອງ ຫຼື​ຊົນນະບົດກໍຕາມ ເຮົາ​ຈະ​
ສັງ​ເກດ​ເຫັນ​ວ່າ ເຂົາ​ເຈົ້າມັກ​ນຳ​ເອົາ​ເຄື່ອງໃຊ້​ຂອງສອຍ​ເຊັ່ນ​ວ່າ​ເຄື່ອງ​ນຸ່ງ​ເກົ່າ ​ເຄື່ອງ
​ໃຊ້​ໃນ​ເຮືອນທີ່​ຍັງໃໝ່ ​ແລະເກົ່າພໍ​ໃຊ້​ໄດ້ ທີ່​ບໍ່​ຕ້ອງ​ການ​ໃຊ້​ອີກ​ແລ້ວ​ນັ້ນ​ ນຳ​ອອກໄປ
​ວາງ​ຂາຍ​ໃນ​ລາຄາ​ຖືກໆ. ​ແຕ່​ສຳ​ລັບ​ຢູ່​ໃນໂຕ​ເມືອງ​ໃຫຍ່​ແລ້ວ​ ເຂົາ​ເຈົ້າຮ້ອງ​ກັນ​ວ່າ
ກາຣາ​ເຊ​ລ (garage sale) ຫຼື​ Yard sale ທີ່ຂາຍ​ເຄື່ອງ​ໃຊ້ຕ່າງໆ ທີ່​ເກັບ​ໄວ້​ຢູ່​ບ່ອນ​
ຈອດ​ລົດ​ນັ້ນອອກ​ມາ​ຂາຍ ຊຶ່ງຈະ​ເຫັນຕິດ​ປ້າຍຂາຍ​ຢູ່ໃນ​ວັນ​ເສົາ​ອາທິດຢູ່​ຕາ​ມຄຸ້​ມ
ບ້ານຕ່າງໆ. ສຳລັບ​ຜູ້​ຄົນທີ່​ບໍ່​ມີ​ເວລາ​ມາ​ວົນ​ວາຍ​ກັບ​ການນໍາ​ມາ​ນັ່ງ​ຂາຍ​ເກັບ​ເລັກ​
ເກັບນ້ອຍ​ນັ້ນ​ ເຂົາ​ເຈົ້າຈະ​ພາກັນນຳ​ເອົາ​ໄປ​ທານ​ໃຫ້​ອົງການ​ກຸສົນ​ຕ່າງໆ. ດ້ວຍ​ເຫດ
​ນີ້​ເອງ ທ່ານ​ຊາວ​ຕົງ ຈຶ່ງໄດ້​ມີ​ແນວ​ຄິດ​ຕັ້ງ​ຕະ​ຫຼາດ​ກາງແຈ້ງ​ໃນ​ເຂດ​ຂອງ​ທ່ານ​ຂຶ້ນ​ມາ
​ເພື່ອ​ໃຫ້​ໂອກາດ​ຊາວບ້ານ​ໄດ້​ມາ​ເຕົ້າ​ໂຮມ​ສັງ​ສັນ ​ນຳ​ເອົາ​ເຄື່ອງ​ມາ​ວາງ​ຂາຍ ຊຶ່ງ​ທ່ານ​
ຊາວ​ຕົງ ກ່າວ​ຕໍ່​ໄປ​ອີກ​ວ່າ:

ສວນໝາກໂຕ່ນ ທ່ານຊາວຕົງ
ສວນໝາກໂຕ່ນ ທ່ານຊາວຕົງ

ລິງໂດຍກົງ

ຢູ່​ໃນ​ສະຫະລັດ ​ມີ​ຢູ່​ສີ່​ລະ​ດູ​ການ​ຄື ລະດູບານ​ໃໝ່ ລະດູ​ຮ້ອນ ລະດູ​ໃບໄມ້​ຫຼົ່ນ ​ແລະ​
ລະດູ​ໜາວ. ການ​ປູກ​ຝັງ​ຈະ​ເລີ້ມ​ແຕ່​ລະດູບານ​ໃໝ່ ຫຼັງ​ຈາກ​ມີ​ອາກາດ​ອົບ​ອຸ່ນ​ຂຶ້ນ​ມາ
​ແຕ່​ວ່າ​ລະດູ​ຮ້ອນ​ ບາງ​ປີ​ອາ​ດ​ເຮັດ​ໃຫ້​ມີ​ການ​ເຜົາ​ໄໝ້ ຮ້ອນ​ເອົ້າ​ເກີນ​ໄປ. ທ່ານ​ຊາວ​ຕົງ
ກ່າວ​ວ່າ ລະດູ​ໃບ​ໄມ້​ຫຼົ່ນ​ເລີ້ມ​ໃນ​ເດືອນ​ກັນ​ຍາ ​ທີ່​ມີ​ໄລຍະ​ສັ້ນໆ​ກ່ອນເລີ້ມລະດູ​ໜາວ
ເປັນ​ລະດູ​ທີ່​ປູກ​ຝັງ​ໄດ້​ດີຊຶ່ງ​ທ່ານ​ໄດ້​ກ່າວ​ມ້ວນທ້າຍ​ສູ່​ຟັງ​ດັ່ງ​ນີ້:

ສວນປູກຜັກຂອງ ທ່ານຊາວຕົງ ຢັງ
ສວນປູກຜັກຂອງ ທ່ານຊາວຕົງ ຢັງ

ລິງໂດຍກົງ

ນັ້ນ​ແມ່ນ​ຜົນສຳ​ເລັດຂອງ​ການ​ດຳລົງຊີ​ວິດ ຂອງຄອບຄົວ​ທ່ານ​ຊາວ​ຕົງ ຍັງ ພີ່ນ້ອງ
ຊາວ​ມົ້ງ​ລາວ-ອາ​ເມຣິກັນ ທີ່​ໄດ້​ເຂົ້​າມາ​ຕັ້ງ​ຖິ່ນ​ຖານ​ຢູ່​ໃ​ນສະ​ຫະລັດ ​ເມື່ອສີ່​ທົດ​ສະ​ວັດ
​ກ່ອນ. ຫຼັງ​ຈາ​ກ​ໄດ້​ໃຊ້​ຊີວິດ​ຢູ່​ໃນ​ເມືອງ​ໃຫຍ່ມາ ​ເປັນ​ເວລາ​ຫຼາຍ​ປີ ປັດນີ້ ທ່ານຈຶ່ງໄດ້
ມາ​ພົບ​ກັບຊີວິດການ​ເປັນ​ຢູ່​ໃນ​ຊົນນະບົດ ທີ່ມີ​ຄວາມ​ງຽບ​ສະຫງົບ ​ແລະມ່ວນ​ຊື່ນ​ກັບ​
ການ​ປູກ​ຝັງ.

ເຮືອນຂອງຄອບຄົວຊາວຕົງ ຢັງ.
ເຮືອນຂອງຄອບຄົວຊາວຕົງ ຢັງ.

XS
SM
MD
LG