ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການບຸກລຸກ ຢູເຄຣນ ເຮັດໃຫ້ບັນດາບໍລິສັດຕາເວັນຕົກ ໜີອອກຈາກ ຣັດເຊຍ


ປ້າຍປໍ້ານໍ້າມັນຂອງບໍລິສັດ BP, ນະຄອນຫຼວງ ລອນດອນ. 1 ສິງຫາ, 2017.
ປ້າຍປໍ້ານໍ້າມັນຂອງບໍລິສັດ BP, ນະຄອນຫຼວງ ລອນດອນ. 1 ສິງຫາ, 2017.

ທຸລະກິດຂອງປະເທດຕາເວັນຕົກຈຳນວນຫຼາຍກວ່າເກົ່າ ແມ່ນໄດ້ຢຸດການປະຕິ ບັດການໃນ ຣັດເຊຍ ຫຼືບໍ່ກໍໄດ້ອອກໄປຢ່າງສິ້ນເຊີງຍ້ອນການບຸກລຸກ ຢູເຄຣນ ທີ່ຢູ່ໃກ້ຄຽງໂດຍທະຫານຂອງປະເທດດັ່ງກ່າວ.

ການກະທົບຄັ້ງໃຫຍ່ຕໍ່ເສດຖະກິດຂອງ ຣັດເຊຍ ມີຄວາມເປັນໄປໄດ້ວ່າຈະມາຈາກອຸດສາຫາກຳນໍ້າມັນທີ່ສຳຄັນ ແລະ ແກັສ. ຜູ້ບໍລິຫານໃຫຍ່ ທ່ານ ເບັນ ແວນ ເບີເດັນ ຈາກບໍລິສັດນໍ້າມັນ Shell ທີ່ມີຫ້ອງການຕັ້ງຢູ່ ອັງກິດ ໄດ້ປະ ກາດຂໍອະໄພໃນວັນອັງຄານວານນີ້ ສຳລັບການຊື້ນໍ້າມັນດິບຂອງ ຣັດເຊຍ ເມື່ອອາທິດທີ່ຜ່ານມາ, ແລະ ໄດ້ກ່າວວ່າ ບໍລິສັດດັ່ງກ່າວຈະຢຸດການປະຕິບັດງານຂອງເຂົາເຈົ້າທັງໝົດໃນ ຣັດເຊຍ, ລວມທັງທໍ່ສົ່ງແກັສ ແລະ ຂອງແຫຼວແກັສທຳມະຊາດ.

ບໍລິສັດ Shell ກ່ອນໜ້ານີ້ໄດ້ປະກາດວ່າເຂົາເຈົ້າໄດ້ຍົກເລີກການເປັນຫຸ້ນສ່ວນກັບບໍລິສັດ Gazprom ທີ່ລັດຖະບານເປັນເຈົ້າຂອງ ແລະ ຕອນນີ້ໄດ້ຢຸດທໍ່ສົ່ງແກັສ໌ Nord Stream 2, ທີ່ຖືກສ້າງຂຶ້ນເພື່ອສົ່ງແກັສທຳມະຊາດຈາກ ຣັດເຊຍ ໄປຫາ ຢູໂຣບ ຕາເວັນຕົກ. ບໍລິສັດ BP ທີ່ມີຫ້ອງການຕັ້ງຢູ່ ອັງກິດ ໄດ້ປະກາດໃນຕົ້ນອາທິດນີ້ວ່າ ເຂົາເຈົ້າຈະຖອນອອກຈາກ​ຮຸ້ນສ່ວນທີ່ມີມູນຄ່າ 14 ຕື້ໂດລາໃນບໍລິສັດນໍ້າມັນ ແລະ ແກັສ Rosneft ທີ່ລັດຖະບານ ຣັດເຊຍ ເປັນເຈົ້າຂອງ.

ບໍລິສັດຜະລິດລົດ Toyota ແລະ Nissan ຂອງ ຍີ່ປຸ່ນ ໄດ້ປະກາດແຜນການຢຸດການຜະລິດໃນໂຮງງານຂອງເຂົາເຈົ້າໃນເມືອງທ່າເຮືອ ເຊັ້ນ ປີເຕີສເບີກ ທາງພາກຕາເວັນຕົກຂອງປະເທດ ແລະ ໄດ້ຢຸດການສົ່ງອອກລົດທັງໝົດໄປ ຣັດເຊຍ. ບໍລິສັດຜະລິດລົດແຫ່ງທີສາມຂອງ ຍີ່ປຸ່ນ, Honda ກໍໄດ້ຢຸດການສົ່ງອອກໄປ ຣັດເຊຍ ເຊັ່ນກັນ, ລວມທັງລົດຈັກ ແລະ ເຄື່ອງຈັກ.

ບໍລິສັດການຜະລິດ ທີ່ສຳຄັນອີກແຫ່ງນຶ່ງ ທີ່ໄດ້ຕັດສາຍພົວພັນກັບ ຣັດເຊຍ ແມ່ນບໍລິສັດຍັກໃຫຍ່ດ້ານການບິນ Boeing ທີ່ມີຫ້ອງການຕັ້ງຢູ່ ສະຫະລັດ, ເຊິ່ງໄດ້ຢຸດການຊື້ທາດ ໄທເທນຽມ ສຳລັບການສ້າງເຮືອບິນ.

ໃນພາກເຄື່ອງນຸ່ງຫົ່ມ, ຜູ້ຜະລິດໂສ້ງຢີນສີຟ້າທີ່ມີຊື່ສຽງຂອງ ສະຫະລັດ ບໍລິສັດ Levi Strauss ໄດ້ປະກາດໃນວັນຈັນວານນີ້ວ່າ ເຂົາເຈົ້າໄດ້ຢຸດການຂາຍຜະ ລິດຕະພັນຂອງເຂົາເຈົ້າ ແລະ ໄດ້ສິ້ນ ສຸດການລົງທຶນໃໝ່ທັງໝົດໃນ ຣັດເຊຍ, ໂດຍເວົ້າວ່າການພິຈາລະນາດ້ານທຸລະກິດໃດໆ “ແມ່ນເຫັນໄດ້ຊັດວ່າບໍ່ສຳຄັນເທົ່າປະສົບການທີ່ທຸກທໍລະມານຂອງມະນຸດຫຼາຍໆຄົນ.” ບໍລິສັດ Levi Strauss ໄດ້ກ່າວວ່າ ເຂົາເຈົ້າຈະບໍລິຈາກເງິນ 300,000 ໂດລາເພື່ອສະໜັບສະໜູນຄວາມພະຍາ ຍາມດ້ານມະນຸດສະທຳໃນ ຢູເຄຣນ ທີ່ໄຂຂຶ້ນໂດຍຄະນະກຳມະການກູ້ໄພສາກົນ ແລະ ອົງການ CARE.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG