ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວ ຂອງວີໂອເອ ປະຈຳແລງ
ວັນພະຫັດມື້ນີ້ ເຮົາຈະນຳເອົາການສຳພາດກັບ ດຣ. ກາບແກ້ວ ສຸວັນລາສີ ນາຍແພດ
ທົ່ວໄປ ທີ່ມີຄລິນິກຂອງຕົນເອງ ໃນເຂດຊານເມືອງນະຄອນຫຼວງປາຣີ ປະເທດຝຣັ່ງ
ມາສະເໜີທ່ານ. ດຣ. ກາບແກ້ວ ໄດ້ປະກອບວິຊາອາຊີບເປັນໜໍປະຈຳຄອບຄົວ ທີ່ປິ່ນ
ປົວຄົນທົ່ວໄປ ມາໄດ້ກວ່າສາມທົດສະວັດແລ້ວ ແລະອີກບໍ່ດົນນີ້ ທ່ານກໍຈະອອກບຳ
ນານແລ້ວ. ເຊີນທ່ານຮັບຟັງໄດ້.
ຄລິນິກແຫ່ງນຶ່ງ ທີ່ຊື່ວ່າ “ກາບແກ້ວ ສຸວັນຣາສີ” ຕັ້ງຢູ່ນອກນະຄອນຫຼວງປາຣີ ປະເທດ
ຝຣັ່ງ ຊຶ່ງເປັນຄລິກນາຍແພດປະຈຳຄອບຄົວ ທີ່ໄດ້ເປີດຮັບໃຊ້ປິ່ນປົວປະຊາຄົມ ມາດົນ
ນານກວ່າສາມທົດສະວັດແລ້ວ. ຜູ້ເປັນເຈົ້າຂອງ ແລະທ່ານໝໍກໍແມ່ນ ດຣ. ກາບແກ້ວ
ສຸວັນຣາສີ ເອງ. ທ່ານສຳລັດປະລິນຍາເອກຝ່າຍການແພດຈາກປະເທດຝຣັ່ງ ແລະ
ຊ່ຽວຊານດ້ານນາຍໝໍປະຈຳຄອບຄົວ ຫຼື family doctor. ບັນດາຄົນປ່ວຍທີ່ພາກັນມາ
ນັ່ງລໍຖ້າ ໃນແຕ່ລະວັນນັ້ນມີປະຊາຊົນຝຣັ່ງ ທີ່ມີເຊື້ອສາຍຕ່າງໆຈາກທົ່ວໂລກ ຮວມທັງ
ຊາວຝຣັ່ງເຊື້ອສາຍລາວ. ດຣ. ກາບແກ້ວ ໄດ້ກ່າວເຖິງ ບັນຍາກາດສິ່ງແວດລ້ອມ ທີ່ພາ
ໃຫ້ຄົນບໍ່ສະບາຍ ໂດຍທົ່ວໄປ ທີ່ມາຊອກຫາການປິ່ນປົວຕໍ່ ວີໂອເອ ດັ່ງນີ້.
ແຕ່ລະວັນ ດຣ. ກາບແກ້ວ ຕ້ອງໄດ້ເຮັດວຽກ 10 ກວ່າຊົ່ວໂມງ ເພື່ອດູແລຄົນ ທີ່ມາຂໍ
ປິ່ນປົວ ໂດຍບໍ່ມີການນັດພົບ ຄືຜູ້ທີ່ມາກ່ອນ ໄດ້ຮັບການບໍລິການກ່ອນ ໄປຕາມລຳດັບ.
ມື້ນຶ່ງມີປະມານ 50 ກ່ວາຄົນ ແລະການຈ່າຍຄ່າປິ່ນປົວ ສ່ວນ ຫຼາຍຈະເປັນເງິນສົດ 25
ຢູໂຣ ຕໍ່ການໄປປົວແຕ່ລະເທຶ່ອ ຊຶ່ງ ດຣ. ກາບແກ້ວ ໄດ້ອະທິບາຍສູ່ຟັງດັ່ງນີ້ :
ດຣ. ກາບແກ້ວ ສຸວັນລາສີ ແມ່ນລູກບ້ານຂີ້ນາກ ເມືອງນາຄະບຸຣີ ແຂວງສີ່ພັນດອນ ໄດ້
ເຂົ້າມາຕັ້ງຖິ່ນຖານ ຢູ່ໃນປະເທດຝຣັ່ງ ໃນປີ 1975 ແລະໄດ້ສຳເລັດປະລິນຍາເອກຝ່າຍ
ການແພດ. ປັດຈຸບັນນີ້ທ່ານມີອາຍຸໄດ້ 64 ປີແລ້ວ ຍັງເຮັດ ວຽກການຢູ່ຕໍ່ໄປ. ທ່ານໄດ້
ກ່າວມ້ວນທ້າຍ ກ່ຽວກັບກ່ຽວກັບອະນາຄົດທີ່ຈະອອກກິນເບ້ຍບຳນານ ສູ່ວີໂອເອ ດັ່ງນີ້
ນັ້ນແມ່ນ ດຣ. ກາບແກ້ວ ສຸວັນລາສີ ນາຍໝໍປະຈຳຄອບຄົວ ຢູ່ທີ່ປະເທດຝຣັ່ງ ທີ່ໄດ້ຮັບ
ໃຊ້ປະຊາຄົມທັງລາວແລະຕ່າງປະເທດ ແລະກໍປະສົບຜົນສຳເລັດໃນໜ້າທີ່ວຽກການ
ຂອງທ່ານ.