ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຄອບຄົວ ທອງຣິວົງ ຜູ້ພິທັກສັນຕິລາດ ລາວ-ອາເມຣິກັນ


ທ່ານ ຄໍາ ທອງວິຣົງ ເຈົ້າໜ້າທີຕໍາຫລວດ ລາວ-ອາເມຣິກັນ ທີ່ເມືອງ San Diego ລັດ California.
ທ່ານ ຄໍາ ທອງວິຣົງ ເຈົ້າໜ້າທີຕໍາຫລວດ ລາວ-ອາເມຣິກັນ ທີ່ເມືອງ San Diego ລັດ California.
ຢູ່ໃນສັງຄົມຊີວິດຂອງປະຊາຄົມ ອະເມຣິກັນ ບໍ່​ແມ່ນ​ເລື້ອງ​ແປກ​
ທີ່ ເຮົາ ຈະສັງເກດເຫັນ​ສະມາຊິກຄອບຄົວ ຜູ້ເປັນລູກ​ ຫ​ລານ ​
ເຫລັນ​ ຫລອນ ພາກັນດໍາ​ເນີນຮອຍຕາມ ວິຊາອາຊີບ ​ແລະ​ໜ້າ​
ທີ່​ການ ຂອງຜູ້ເປັນຫົວ​ໜ້າຄອບ​ຄົວ​ ​ໂດ​ຍສະ​ເພາະຜູ້​ເປັນພໍ່.
ເພາະວ່າພໍ່​ເປັນ​ຜູ້​ນໍາພາ​ຄອບ​ຄົວ ສ້າງບົດບາດອັນສຳຄັນ ເປັນ
ແບບຢ່າງອັນ​ດີງາມ​ ທາງ​ດ້ານເມືອງການປົກຄອງ ​ແລະວິຊາ
ອາຊີບຕ່າງໆ.

ປັດ​ຈຸ​ບັນ​ນີ້ມີຊະ​ມາ​ຊິກ ຄອບຄົວ ລາວ-ອາເມຣິກັນ ຄອບຄົວນຶ່ງ
ທີ່​ບັນ​ດາ​ລູກຊາຍ​ ​ແລະຫລານຊາຍ ພາ​ກັນ​ປະ​ກອບ​ອາຊີບ​ດໍາ​
ເນີນຮອຍ​ຕາມພໍ່ ໂດຍ​ການເປັນ​ເຈົ້າ​ໜ້າ​ທີ່​ຕຳ​ຫລວດ ພິທັກ​ສັນ
​ຕິ​ຣາດ ຮັບ​ໃຊ້​ປະ​ຊາ​ຄົມ ອາ​ເມ​ຣິ​ກັນ ຢ່າງໜ້າສັນລະເສີນ ຢູ່​ທີ່
ເມືອງ San Diego ລັດ California ​ແລະ​ຢູ່​ໃນລັດ Texas.

ຄວາມ​ເປັນ​ມາ​ຂອງບັນ​ດາເຈົ້າ​ໜ້າ​ທີ່​ຕໍາຫລວດ ລາວ-ອາ​ເມ​ຣິ​ກັນເຫລົ່າ​ນີ້ ແມ່ນເກີດຈາກ
ໂດຍການ​ນໍາພາຂອງ ທ່ານຜຸກ ທອງຣິ​ວົງ ອະດີດພັນຕໍ​າຫລວດໂທ ສັງກັດ​ຢູ່​ຫ້ອງການ​
ສັນຕິ​ບານ ຫ້ອງການທີ່​ນຶ່ງ ປະຈຳກະຊວງມະຫາດໄທ ແຫ່ງອະດີດພະລາດຊະອານາຈັກ
ລາວ. ໃນ​ປີ 1975 ທ່ານຜຸກແມ່ນລັດຖະກອນລາວຜູ້ນຶ່ງ ໃນຈຳນວນຫລາຍໆສິບພັນຄົນ
ທີ່​ໄດ້ຖືກສົ່ງໄປອົບລົມຢູ່ ສູນສຳມະນາ. ທ່ານຜຸກໄດ້ໃຊ້​ຊີ​ວິດຢູ່ໃນສູນ 6 ທີ່ເມືອງແອັດ
ພາກເໜືອຂອງ ປະເທດລາວ ເປັນ​ເວ​ລາ​ 13 ປີ (1975-1989) ຈຶ່ງໄດ້​ກັບ​ຄືນມາ​ສົມທົບ
​ເຕົ້າ​ໂຮມ​ກັບ ຄອບ​ຄົວ​ໃນ​ປີ 1989 ດັ່ງ​ທ່ານ​ໄດ້​ເຫລົ່​າ​ສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້:
ທ່ານຜຸກ ທອງນິຣົງ (ຂວາມື) ອະດີດຜູ້ພິທັກສັນຕິລາດແຫ່ງ ພະລາດຊະອານາຈັກລາວ
ທ່ານຜຸກ ທອງນິຣົງ (ຂວາມື) ອະດີດຜູ້ພິທັກສັນຕິລາດແຫ່ງ ພະລາດຊະອານາຈັກລາວ

ລິງໂດຍກົງ

ຢູ່ໃນຊ່ວງເວລາແຫ່ງຄວາມມືດມົນ ທີ່​ມີ​ການປ່ຽນແປງລະບອບ
ການປົກຄອງຢູ່​ໃນ​ລາວນັ້ນ ພັນ​ລະ​ຍາ ຂອງ ທ່ານຜຸກ ຄືທ່ານ
​ນາງນວນ​ຈັນ ທ​ອງຣິວົງ ໄດ້ປະເຊິນກັບສະພາບຄວາມ​ຍາກ
​ລຳ​ບາກຕ່າງໆນາໆ ທີ່ບໍ່ແຕກຕ່າງ​ກັບ ປະຊາກອນລາວທົ່ວໆ
ໄປ ທີ່ພະ​ຍາ​ຍາມ​ປົກປ້ອງຄອບ​ຄົວ ​ຢູ່​ໃນ​ ຊ່ວງ​ເວ​ລາ​ນັ້ນ. ໃນປີ 1979 ທ່ານ​ນາງ ນວນຈັນ ​ໄດ້ຕັດ​ສິນ​ໃຈ​ພາ​ລູກ​ຫົກ​ຄົນ ຂ້າມມາ​ຢູ່​ ສູນ​ອົບ​ພະ​ຍົບ​ປະເທດ​ໄທ ເພື່ອ​ລໍ​ຖ້າ​ການ​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢ່າງ​ຖາ​ວອນຢູ່​ໃນ​ເມືອງ San Diego ລັດ California ສະຫະລັດອາ​ເມຣິກາ ພາຍ​ໃຕ້​ບັນຍາກາດແຫ່ງອິ​ດ​ສະ​ລະ​ພາບ​ໃໝ່ ​ຢູ່​ດີ​ເປັນ​ສຸກ ປັດ​ຈຸ​ບັນ​ນີ້ ​ລູກ​ເຕົ້າ​ທັງ​ໝົດ ​ໄດ້ສຳ​ເລັດ
ການສຶ​ກ​ສາ ​ແລະ​ມີໜ້າ​ທີ່ການ​ທຸກ​ຄົນ ​ໂດ​ຍສະ​ເພາະ​ຢ່າງ​ຍິ່ງກໍ​ແມ່ນ​ໄດ້​ ເຂົ້າ​ຮັບ​ໃຊ້ເປັນ​
ເຈົ້າ​ໜ້າ​ທີ່​ຕໍາຫລວດ ​ປະ​ຈຳ​ເຂດ​ເມືອງທ້ອງ​ຖິ່ນ ໃນສະຫະລັດ​.

ທ່ານ ຈິ​ມ​ມີ (Jimmy) ທ​ອງ​ຣິວົງ ລູກ​ຊາຍ​ຄົນ​ທີ່​ນຶ່ງ ເຂົ້າ​ມາສ​ະ​ຫະ​ລັດ ອາ​ຍຸ 16 ປີ ມີ
ຄວາມເຊື່ອ​ໜັ້ນ​ໃນຄວາມ​ຍຸດຕິ​ທຳ ແລະ​ສະ​ຫງົບ​ສຸກ ​ທີ່​ພໍ່​ຂອງ​ທ່ານ​ໄດ້​ບອກ​ສອນ ແລະ​
ເປັນ​ໂຕ​ຢ່າງ. ທ່ານ​ໄດ້​ເຂົ້າ​ຮັບ​ໃຊ້​ເປັນ​ເຈົ້າ​ໜ້າ​ທີ່​ຕຳ​ຫລວດ ທີ່ County Sheriff,
Police Officer Senior Coporal ທີ່​ລັດ Texas. ກ່ອນ​ທີ່​ທ່ານເຂົ້າ​ມາ​ປະ​ຈຳ​ກ​ານ​ຢູ່
ໃນ​ຫ້ອງ​ການ​ປ້ອມ​ຍາມ​ຕຳ​ຫລວ​ດປະ​ຈຳ​ເມືອງທ້ອງ​ຖິ່ນ ທ່ານ​ໄດ້​ເລີ້ມຂັບ​ລົດ​ຕຳ​ຫລວດ
ອອກ​ລ​າດ​ຕະ​ເວນ ຖື​ອາ​ວຸດຢູ່​ໃນ​ເຄື່ອງ​ແບບເປັນ​ເວ​ລາ​ຫລາຍ​ປີ. ທ່ານ​ໄດ້​ເລົ່າຕໍ່ວີໂອເອ ​
ກ່ຽວກັ​ບ​ຊີ​ວິດ​ຂອງ​ທ່ານ ດັ່ງ​ນີ້:
ເຈົ້າໜ້ທີ່ຕໍາຫລວດ Jimmy ແລະ Ajex
ເຈົ້າໜ້ທີ່ຕໍາຫລວດ Jimmy ແລະ Ajex


ລິງໂດຍກົງ



ທ່ານ​ແຄ້ມ (Khamp) ທອງ​ຣິ​ວົງ ລູກ​ຊາຍ​ຄົນທີ່​ສອງ ເຂົ້າ​ມາ ສະ​ຫະລັດຕອນອາ​ຍຸ 10 ປີ ທ່ານໄດ້​ເກັບ​ຄວາມຊົງ​ຈຳໄວ້ຢູ່ສະເມີ ​ກ່ຽວ​ກັບບັນ​ຍາກາດ​ສິ່ງແວດລ້ອມ ໃນ​ສະ​ໄໝທີ່
ຍັງເປັນ​ເດັກ​ນ້ອຍ ທີ່ເຫັນ​ພໍ່​ນຸ່ງເຄື່ອງແບບ ຜູ້​ພິ​ທັກ​ສັນ​ຕິ​ລາດ ​ແລະ​ເຄີຍ​ໄດ້​ໄປ​ຢ້ຽມ​ຢາມ​
ຫ້ອງ​ການຂອງພໍ່ ທີ່​ເຕັ​ມ​ໄປ​ດ້ວຍ​ເຈົ້າ​ໜ້າ​ທີ່ຕໍ​າ​ຫລວດ. ສິ່ງ​ເຫລົ່າ​ນີ້ໄດ້​ດົນ​ບັນດານ​ໃ​ຫ້​
ທ່ານ ​ແຄ້ມຢ່າງ​ຕາມ​ຮອຍ​ຮອຍ​ຂອງ​ບິດາ. ທ່ານ​ແຄ້ມຈົບ​ປະລິນຍາ​ຕີ​ຝ່າຍຄວາມຍຸ​ຕິ​ທໍາ
ຫລື Criminal Justiceຈາກມະ​ຫາ​ວິ​ທະ​ຍາ​ໄລ San Diego​ ​ກ່ອນ​ທີ່​ທ່ານ​ຈະ​ໄດ້​ເລື່ອນ​
ຊັ້ນ​ມາ​ເຮັດ​ວຽກເປັນ​ຜູ້​ຊ່ວຍ ທະ​ນາຍ​ຄວາມຂອງລັດ​ຖະ​ບານ ທ່ານ​ໄດ້ປະ​ຕິ​ບັດ​ງານຂັບ ລົດລາດຕະ​ເວນ ເປັນ​ນັກ​ສືບ ແລະເຮັດ​ຫລາຍ​ໜ້າ​ທີ່. ປັດ​ຈຸ​ບັນ​ນີ້ ເປັນ​ເຈົ້າ​ໜ້າທີ່​ປະ​ຈໍາ​
ຫ້ອງການ ທະນາຍຄວາມ​ຂອງ​ເຂດ ​San Diego County District ​ທ່ານ​ແຄ້ນ​ເລົ່າ
ກ່ຽວ​ກັບ ໜ້າ​ທີ່​ວຽກການ​ຂອງທ່ານ ສູ່ວີ​ໂອ​ເອ ຟັງດັ່​ງນີ້:
ເຈົ້າໜື້ທີ່ຕໍາຫລວດ ຄໍາ ທອງວິຣົງ
ເຈົ້າໜື້ທີ່ຕໍາຫລວດ ຄໍາ ທອງວິຣົງ

ລິງໂດຍກົງ



ທ່ານ ອາ​ເລັ​ກ​ສ (Alex) ທອງ​ຣິ​ວົງ ລູກ​ຊາຍຂອງ​ທ່ານ Jimmy
ເປັນຫລານ​ຊາຍທ່ານ​ຜຸກ ທອງ​ຣິ​ວົງ ເກີດ​ຢູ່​ໃນ ສະ​ຫະ​ລັດ ອາ​ເມ​ຣິ​ກາ. ​ປັດ​ຈຸ​ບັນ​ນີ້ ທ່ານ
Alex ມີອາຍຸ 25 ປີ ​ຮຽນ​ຈົບ​ປະລິນຍາ​ຕີ​ຈາກ ມະ​ຫາວິທະຍາ​ໄລ A&M ທີ່​ລັດ Texas.
ເຮັດວຽກເປັນ​ເຈົ້າ​ໜ້າ​ທີ່​ຕໍາຫລວດ​ນັກ​ສືບ​ລັບ ທີ່​ເມືອງ Tarrant County, Texas ສໍາລັບໜ່ວຍ​ອາ​ຊະ​ຍາກໍາ​ການ​ເງິນ ​ເປັນ​ເວລາ​ໄດ້​ສີ່​ປີ​ແລ້ວ.
ເຈົ້າໜ້າທີ່ຕໍາຫລວດ Alex ທອງວິຣົງ
ເຈົ້າໜ້າທີ່ຕໍາຫລວດ Alex ທອງວິຣົງ


ເຈົ້າ​ໜ້າ​ທີ່​ຕຳ​ຫລວດ ແມ່ນລັດຖະກອນຝ່າຍ​ປົກ​ປ້ອງຮັກ​ສາ​ຄວາມ​
ສະ​ຫງົບ ຄ​ວາມປອດ​ໄພໃຫ້ແກ່​ປະ​ຊາ​ຄົມ ແລະເປັນ​ໜ້າ​ທີ່​ການ
​ງານ​ທີ່​ມີ​ກຽດອັນ​ສູງ. ​ແຕ່​ວ່າ ເປັນວຽກ​ການ​ທີ່​ອັນ​ຕະ​ລາຍ ແຕ່​ລະ​ປີ
ຢູ່​ທົ່ວສະ​ຫະ​ລັດອາ​ເມ​ຣິ​ກາ ​ມີ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຕຳ​ຫລວດ​ເສຍ​ຊີ​ວິດ
ຢູ່​ໃນໜ້າ​ທີ່ການ​ປະ​ມານ 229 ຄົນ. ​ແຕ່​ວ່າ ສະ​ມາ​ຊິກຄອບ​ຄົວທອງ
ວິ​ຣົງ ​ເປັນ​ຜູ້​ຮັກ​ໜ້າ​ທີ່​ວຽກ​ການນີ້ ​ມັກຄວາ​ມຮັບຜິດຊອບ ມັກ​ຄວາມ
ເປັນລະບຽບ ​ແລະ​ຄວາມ​ຍຸ​ຕິ​ທໍາ​ເພື່ອ​ປະຊາ​ຄົມ ​ໂດຍບໍ່​ໄດ້​ເອົາ​ອັນ
​ຕະ​ລາຍແລະຄວາມ​ຢ້ານ​ກົວ​ນັ້ນ ມາ​ເປັນ​ສິ່ງ​ຂັດ​ຂວາງ ແລະກີດ​ກັ້ນ.
XS
SM
MD
LG