ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຍົາວະຊົນ ລາວ-ອາເມຣິກັນ ສໍາເລັດ ການສຶກສາ ໃນດ້ານຕ່າງໆ


ພິທີຮັບປະລິນຍາຕ່າງໆ ຈາກຜົນສໍາເລັດການສຶກສາ ປະຈໍາາປີ 2013 ທີ່ມະຫາວິທະຍາໄລ Virginia Tech.
ພິທີຮັບປະລິນຍາຕ່າງໆ ຈາກຜົນສໍາເລັດການສຶກສາ ປະຈໍາາປີ 2013 ທີ່ມະຫາວິທະຍາໄລ Virginia Tech.
ແຕ່​ລະ​ປີ ພໍເຖິງ​ເດືອນພຶດ​ສະ​ພາ ກ່ອນ​ຈະເລີ້​ມຕົ້ນລະ​ດູ​ຮ້ອນ
ບັນ​ດາ​ນັກຮຽນ​ຂັ້ນ​ມັດ​ທະ​ຍົມ ​ນັກສຶກ​ສາ ມະ​ຫາ​ວິ​ທະ​ຍາ​ໄລ
ແລະຫລາຍໆຂັ້ນ​ ຫລາຍແສນ​ຄົນ ພາ​ກັນ​ສໍາ​ເລັດ ການ​ສຶກ
ສາ​ຈາກສະ​ຖາ​ບັນ​ຕ່າງໆທົ່ວ​ ສະ​ຫະ​ລັດ. ຢູ່ໃນ ຈໍານວນດັ່ງ
ກ່າວ​ນີ້​ມີ ບັນ​ດາລູກ​ຫລານ​ລາວ-​ອາ​ເມ​ຣິ​ກັນ ​ທີ່​ເກີດ​ໃຫ​ຍ່ຢູ່​
ໃນ​ສະ​ຫະ​ລັດ. ເຂົາ​ເຈົ້າເປັນເຍົາ​ວະ​ຊົນ-ອາ​ເມຣິກັນ ຍຸກ
​ໃໝ່ ນອກຈາ​ກຈະສ້າງ​ຜົນ​ສຳ​ເລັດໃຫ້ແກ່ຕົນ​ເອງແລ້ວ ຍັງ​
ໄດ້​ສ້າງ​ຊື່​ສຽງ​ ກຽດ​ຕິ​ຍົດ​ມາ​ສູ່​ຄອບ​ຄົວແລະ​ປະຊາ​ຄົມ​ລາວ-
ອາ​ເມ​ຣິ​ກັນ​ອີກ​ດ້ວຍ.

ສະ​ຫະ​ລັດ ອາ​ເມ​ຣິ​ກາ ເປັນ​ປະ​ເທດ​ທີ່​ເປີດ​ໂອ​ກາດໃຫ້​ທຸກໆ
​ຄົນ ​ໄດ້​ມີ​ໂອກາດ​ ບໍ່​ພໍ​ພຽງແຕ່ທາງ​ດ້ານ​ການສຶກສາຮໍ່າຮຽນ
ເທົ່າ​ນັ້ນ ແຕ່​ໃນ​ອີກ​ຫລາຍໆ​ດ້ານ ທີ່ຂື້ນ​ຢູ່​ກັບ​ຜູ້​ສະ​ແຫວງ​ຫາ
​ໂອ​ກາດ​. ​ບັນດາ​ເຍົາວະ​ຊົນ​ລາວ-ອາ​ເມຣິກາ ​ຜູ້​ສໍາ​ເລັດ​ການ​ສຶກສາເຫ​ລົ່ານີ້ໄດ້​ເລີ້​ມພື້ນ​
ຖານ​ການ​ສຶກ​ສາມາຕັ້ງ​ແຕ່​ມື້​ເກີດ ແລະ​ໄດ້​ຖືກ​ລ້ຽງ​ດູເບິ່ງ​ແຍງຈາກ​ຜູ້​ປົກຄອງ​ຢ່າງ​ໃກ້ສິດ
​ແລະສິ່ງ​ແວດ​ລ້ອ​ມປະກອບໄປ​ດ້ວຍ ອຸປະກອນ​ການ​ສຶກສາສະໄໝ​ໃໝ່.

​ລະ​ບົບ​ການ​ສຶກ​ສາໃນ ສະ​ຫະ​ລັດ ມີ​ທັງໂຮງ​ຮຽນ​ສາ​ທາ​ລະ​ນະ ແລະ​ເອກ​ກະ​ຊົນ. ໂດຍ
​ທົ່ວ​ໄປ​ແລ້ວ ​ໂຮງຮຽນມັດ​ທະ​ຍົມ ຫລື High School ​ນັ້ນບໍ່​ໄດ້​ເສຍ​ຄ່າ​ຮຽນ ແຕ່ຖ້າ​
ເປັນໂຮງ​ຮຽນ​ເອກ​ກະ​ຊົນ​ ຕ້ອງ​ໄດ້​ເສຍ​ຄ່າ​ຮ​ຽນ​ສູງ​ເກືອບ​ 30 ພັນໂດ​ລາຕໍ່​ປີ.

ນັກຮຽນມັດ​ທະ​ຍົມ​ຈະຕ້ອງ​ຮຽນ​ຈົບ​ກ່ອນ​ອາຍຸ 18 ປີ ແຕ່​ວ່ານັກຮຽນ​ທີ່​ສະຫລຽວ​ສະ
ຫລາດ ຫລາຍຄົນສາມາດຮຽນ​ຈົບ​ກ່ອນ​ກໍາໜົດນັ້ນ​ອີກ. ​ການ​ຕຽມ​ໄປ​ເຂົ້າ​ມະ​ຫາ​ວິ​
ທະ​ຍາ​ໄລ ເປັ​ນ​ເລື້ອງໃຫ​ຍ່ ແລະສຳ​ຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ນັກ​ຮຽນ. ​ເຂົາ​ເຈົ້າຕ້ອງຮູ້
​ຈັກຕົນ​ເອງກ່ອນລ່ວງ​ໜ້າ​ວ່າ ຈະຮຽນ​ວິຊາ​ຫຍັງ​ ຈະ​ໄປ​ເຂົ້າມະຫາ​ວິທະຍາໄລ​ໃດ
​ເພື່ອຕຽ​ມຍົກຍ້າຍອອ​ກຈາກ​ຄອບ​ຄົວ​ ໄປ​ໃຊ້​ຊີວິດ​ຂອງ​ຕົນ​ເອງ ເປັນຄັ້ງ​ທໍາອິດ.

​ຢູ່ໃນ​ຊ່ວງ​ເວລາ​ນີ້ ພວກນັກ​ຮຽນຍິງ ແລະ​ຊາຍ ຕ່າງ​ກໍພາກັນມີ​ຄວາມ​ຕື່ນ​ເຕັ້ນ ທີ່​ຈະ
ເປັນ​ອິດ​ສະລ​ະ​ຈາກ​ຜູ້​ປົກຄອງ ​ໃນ​ຂະ​ນະ​ດຽວ​ກັນ​ ພໍ່​ແມ່ກໍ​ມີ​ຄວາມ​ເປັນ​ຫ່ວງ​ຄິດເຖິງ
ພວກ​ລູກໆ ​ແຕ່ກໍຕ້ອງ​ໄດ້​ເລີ້ມ​ປົດ​ປ່ອຍ​ໃຫ້ເຂົາ​ເຈົ້າ​ເປັນ​ອິ​ດ​ສະ​ລະ ແລະຮຽນ​ຮູ້ເອົາ
​ຄວາມ​ຮັບ​ຜິດ​ຊອບ​ການຢູ່​ດ້ວຍ​ຕົນ​ເອງ.

ກ່ອນບັນ​ດາ​ນັກຮຽນ​ຈະຖືກ​ມະຫາວິທະຍາ​ໄລ ແຫ່ງ​ໃດ​ແຫ່​ງນຶ່ງ ຮັບ​ເອົາ ​ເຂົາ​ເຈົ້າຕ້ອງ
​ໄດ້ຜ່ານ​ການກວດ​ສອບຄື ​ຕ້ອງມີລະດັບຄະ​ແນນ​ການຮຽນດີ​ ທີ່​ມະຫາ ວິທະຍາ​ໄລ​ຕ້ອງ
ການ. ເພາະ​ສະ​ນັ້ນ ການ​ທີ່ພໍ່ແມ່ມີ​ເງິນ​ຈ່າຍ​ຄ່າຮຽນ​ໃຫ້​ ບໍ່​ໄດ້​ໝາຍຄວາມວ່າ ນັກຮຽນ
ຈະສາມາດ​ເຂົ້າ​ຮຽນ​ໄດ້.

​ການ​ສຶກສາ​ຂັ້ນ​ມະຫາວິທະຍາ​ໄລ ມີ​ລາຄາ​ຮຽນ​ບໍ່ເທົ່າ​ກັນ ​ໂດ​ຍທົ່ວ​ໄປ​ແລ້ວຈະ​ຕ້ອງ​ໄດ້​
ໃຊ້​ເງິນ​ຄ່າ​ຮຽນ​ຢູ່​ຢ່າງ​ໜ້ອຍ 50 ພັນ​ໂດ​ລາໃນ​ລະ​ຍະ​ສີ່​ປີ ຫລື​ທຽບ​ເທົ້າ​ກັບ ປະລິນຍາ​ຕີ.
ແຕ່ຖ້າຫາກເປັນ​ ມະຫາວິທະຍາ​ໄລ ​ທີ່​ມີ​ຊື່​ສຽງ ຄ່າ​ຮຽນຈະ​ຕົກ​ຢູ່​ຢ່າງ​ໜ້ອຍ 50 ພັນ​
ໂດ​ລາ​ຕໍ່​ປີ. ​ເພາະສະ​ນັ້ນ ບັນດາ​ນັກຮຽນ​ເຫລົ່າ​ນີ້ ຕ້ອງ​ໄດ້​ຮັກສາ​ລະດັບຄະ​ແນນ​ການ​
ຮຽນ​ຂ​ອງ​ເຂົາ​ເຈົ້າ​ໄວ້ ​ຢູ່​ໃນ​ລະ​ດັບ​ທີ່ ມະຫາວິທະຍາ​ໄລ ຕ້ອງການນັ້ນ​ຢູ່​ສະ​ເໝີ ຖ້າ​ບໍ່​ດັ່ງ
ນັ້ນຕ້ອງ​ໄດ້​ຖືກ​ໃຫ້​ລາອອກ.

ການເງິນທີ່ນຳມາໃຊ້ຈ່າຍຄ່າຮຽນທັງໝົດນີ້ ມາ​ຈາກ​ການ​ອູ້ມຊູ​ຈາກ​ຜູ້​ປົກຄອງ ຢືມ​ເງິນ
​ຈາກ​ທະນາຄານ ​ແລະ​ຈາກ​ການ​ທ້ອນ​ຫອມ​ທຶນ​ການ​ຮຽນ ມາ​ແຕ່​ມື້​ເຂົາ​ເຈົ້າ​ເກີດ. ນັກ
ຮຽນຄົນ​ໃດສາມາດ​ທໍາ​ຄະ​ແນນ​ໄດ້ສູງຢູ່​ຕະຫລອດ ນັກຮຽນ​ຄົນ​ນັ້ນ​ຖືວ່າ ​ເປັນ​ນັກຮຽນ
​ທີ່ດີ​ເດັ່ນ ​ແລະ​ມີ​ໂອກາດ​ໄດ້​ຮັບ​ທຶນ​ຮຽນ​ທັງ​ໝົດ​ໂດຍ​ບໍ່​ໄດ້​ເສຍ​ຄ່າ​ຮຽນ.

ໃນ​ສົກ​ປີ 2013 ​ບັນ​ດາ​ນັກ​ຮຽນ ນັກສຶກ​ສາ​ ລາວ-ອາ​ເມ​ຣິ​ກັນ ​ທີ່ປະສົບ​ຜົນ​ສໍາ​ເລັດໃນ
​ການຮຽນ ດັ່ງ​ໂຕ​ຢ່າງຕໍ່​ລົງ​ໄປນີ້:

ນາງວິ​ດາຣັດ ​ແກ້ວ​ນະຄອນ (Estelle) ອາຍຸ 17 ປີ ລູກ ສາວດຽວ​ຂອງ ທ່ານ​ວິ​ໄຊ ແລະ
ຍານາງ​ນ້ອຍ ຢູ່​ທີ່ລັດ​ເທັກ​ຊັສ. ນາງ Estelle ຮຽນ​ຈົບ​ຈາກ​ມັດທະຍົມ ແລະ​ ກໍາລັງ​ຕຽມ
ເຂົ້າ​ ມະຫາວິທະຍາ​ໄລ​ເທັກ​ຊັສ ​ໃນ​ເດືອນ​ກັນຍາ ຈະ​ມາ​ເຖິງ​ນີ້. ນາງ​ມີ​ຄວາມ​ຫວັງ​ ທີ່​
ຈະ​ເປັນ ດ້ອກ​ເຕີ​ທົ່ວໆ​ໄປ ໃນ​ອາ​ນາ​ຄົດ​ຂ້າງ​ໝ້າ​ນີ້ ແລະໄດ້​ກ່າວ​ຕໍ່ ວີ​ໂອ​ເອ ວ່າ:

Estelle (ກາງ) ທ່ານ ວິໄຊ ແລະຍານາງນ້ອຍ ແກ້ວນະຄອນ
Estelle (ກາງ) ທ່ານ ວິໄຊ ແລະຍານາງນ້ອຍ ແກ້ວນະຄອນ

ລິງໂດຍກົງ

ນອກຈາກ​ນັ້ນ​ແລ້ວ Estelle ຍັງ​ເປັນ​ນາງ​ແບບ​ໃຫ້​ບໍລິ​ສັດ​ຂາຍລົດ​
ເປັນ​ປະ​ຈໍາອັນ​ເປັນລາຍ​ໄດ້​ສ່ວນ​ໂຕ ​ແລະ​ທ້ອນ​ເພື່ອ​ການ​ສຶກສາ.

ນາງມາລາ ສີ​ຫາ​ລາດ (Marla) ອາຍຸ 22 ປີ ລູກ​ສາວດຽວ​ຂອງ ທ່ານ​ສຸຣິຈັນ ​ແລະ​ຍານາງ
ແກ້ວມະນີ​ວັນ ສີ​ຫາ​ລາດ ຢູ່​ທີ່​ລັດ​ເວີ​ຈີ​ເນຍ. ນາງ​ມາລາ ຮຽນ​ຈົບປະລິນຍາຕີຝ່າຍ ຈິດຕະ
ວິທະຍາ ຫລື Psychology ຈາກ​ມະຫາວິທະຍາ​ໄລ Virginia Tech ປັດຈຸບັນ​ນີ້​ກໍາລັງ​
ພັກຜ່ອນ ​ແລະ​ຈະ​ຮຽນ​ຕໍ່​ເອົາ ປະລິນຍາໂທ ​ໃນ​ບໍ່​ຊ້າ​ນີ້. ​ວິ​ຊາ​ການ​ຮຽນ​ຈິດຕະ​ວິ​ທະ​ຍາ
​ມີ​ຄວາມ​ສຳ​ຄັນ​ທີ່​ໃຊ້​ໄດ້​ຢູ່ໃນໜ້າທີ່​ວຽກ​ການ​ອັ​ນສຳ​ຄັນຫລາຍໆ​ຢ່າງ ​ເຊັ່ນ​ວ່າ ທະນາຍ
ຄວາມ​ຝ່າຍປ້ອງ​ກັນການ​ກະທໍາ​ຜິດ ດ້ານ​ສັງຄົມ​ວິທະຍາ ​ໂດຍ​ສະ​ເພາະ​ຢ່າ​ງຍິງ​ແລ້ວ​ແມ່ນ
ວິຊາດ້ານ​ການ​ອ່ານ​ຈິດ​ໃຈ​ ​ແລະພິກ​ໄຫ​ວ​ຂອງ​ມະນຸດ. ນາງມາ​ລາ ​ໄດ້​ອະພິບາຍກ່ຽວ​ກັບ
ວິຊາຈິດຕະວິທະຍາ ວ່າ:

ນາງມາລາ (ກາງ) ຍານາງ ແກ້ວມະນີວັນ ແລະ ສຸຣິຈັນ ສີຫາຣາດ
ນາງມາລາ (ກາງ) ຍານາງ ແກ້ວມະນີວັນ ແລະ ສຸຣິຈັນ ສີຫາຣາດ

ລິງໂດຍກົງ

ທ້າວທັ​ມມະ​ພອນ ​ໄຊ​ຍະ​ສິດ​ເສນາ (Timmy) ອາຍຸ 27 ປີ ລູກ
ຊາຍ​ຫລ້າ​ຂອງ​ທ່ານສົມ​ພອນ​ແລະ​ຍານາງ​ບົວ​ໄຂ ​ໄຊ​ຍະ​ສິດ
​ເສນາ. ທ້າວ​ທັມ​ມະ​ພອນ ຮຽນ​ຈົບ​ຝ່າ​ຍ ຂໍ້​ມູນ​ຂ່າວສານ ​ເທັກ​ໂນ​
ໂລ​ຈີ ຫລື Information Technology ຈາກ​ມະຫາວິທະ ຍາ​ໄລ George Mason University ທີ່​ລັດ​ເວີ​ຈີ​ເນຍ. ປັດຈຸບັນ​ນີ້ກໍາລັງເຮັດ​ວຽກ​ໃຫ້​ແກ່ ກະຊວງ​ການ​ຄ້າ ຂອງ​ລັດຖະບານ​ກາງ​ສະຫະລັດ ທີ່ ນະຄອນຫລວງ ວໍ​ຊິງ​ຕັນ. ທັ​ມ​ມະ​ພອນ ມີໜ້າ​ທີ່​ແກ້​ໄຂ​ ​ແລະປົກ​ປ້ອງການ​ລັກລອບ​ເຂົ້າ​ມາ​ເຈາະເອົາຂໍ້​ມູນຈາກ ຄອມ​ພິມ​ເຕີ ທ່ານ ​ໄດ້ໂອ້​ລົມ​ກັບ ວີໂອ​ເອ ວ່າ:

ທ້າວ​ທັ​ມມະພອນ (ກາງ) ພ້ອມດ້ວຍຄອບຄົວ ໄຊຍະສິດເສນາ
ທ້າວ​ທັ​ມມະພອນ (ກາງ) ພ້ອມດ້ວຍຄອບຄົວ ໄຊຍະສິດເສນາ

ລິງໂດຍກົງ

ນາງ​ຈີນ​ຕະນາ ພັນທະ​ນຸສີ (Nina) ອາຍຸ 24 ປີ ລູກ​ສາວ​ກົກ​
ຂອງ ທ່ານ​ແອ ​ແລະ​ຍານາງເພັດ​ດາວ​ອນ ພັນທະ​ນຸສີ. Nina
ສຳ​ເລັດ​ປະ​ລິນ​ຍາ​ໂທ ຝ່າຍ​ວິ​ສະ​ວະ​ກອນ ຈາກ​ມະ​ຫາ​ວິ​ທະຍາ​
ໄລ Embry-riddle Aeronautical ຊຶ່ງ​ເປັນ​ມະ​ຫາ​ວິ​ທະ​ຍ​າ​ໄລ ເອກ​ກະ​ຊົນທີ່​ເກົ່າແກ່
ມີ​ຊື່​ສຽງດ້ານ​ການ​ບິນ ແລະ​ອະ​ວະ​ກາດ ຢູທີ່​ລັດ Florida. ​ປັດ​ຈຸ​ບັນ​ນີ້ ນາງ​ໄດ້​ເລີ້ມ​ເຮັດ
ວຽກ​ໃຫ້​ແກ່ ກະ​ຊວງປ້ອງ​ກັນ​ປະ​ເທດ ຝ່າຍ ລູກ​ສອນ​ໄຟ ຂີ​ປະ​ນາ​ວຸດ. ນາງ Nina ໄດ້​
ກ່າຕໍ່ ວີ​ໂອ​ເອ​ ວ່າ :

ນາງຈີນຕະນາ (ກາງ) ຍານາງ ເພດດາວອນ ແລະທ່ານແອ ພັນທະນູສີ
ນາງຈີນຕະນາ (ກາງ) ຍານາງ ເພດດາວອນ ແລະທ່ານແອ ພັນທະນູສີ

ລິງໂດຍກົງ

ຜົນ​ສຳ​ເລັດ​ການ​ສຶກ​ສາໃນ​ວິ​ຊາ​ການຕ່າງໆເຫລົ່ານີ້ ໄດ້​ນຳ​ພາ​
ເຂົາ​ເຈົ້າ​ມາ​ສູ່​ໜ້າ​ທີ່ວຽກການອັນ​ສໍາຄັນ​ຢູ່ໃນ​ວົງ​ການຂອງ ລັດ​
ຖະ​ບານ ແລະ​ເອກ​ກະ​ຊົນ​. ຈາກຄວາມ​ດຸ​ໝັ່ນ ອົດທົນສະ​ຫລຽວ
ສະ​ຫລ​າດ ບັດ​ນີ້​ເຂົາ​ເຈົ້າ ພາ​ກັນ​ໃຊ້​ຊີ​ວິດ​ຢ່າງ​ສະ​ໜຸກ​ສະ​ໜານ ກັບ​ໝາກ​ຜົນ ອັນ​ເປັນ​ລາຍໄດ້​ປະ​ຈຳ​ປີທີ່ຢູ່​ໃນ​ຂັ້ນ​ເລີ້ມ​ຕົ້ນ​ຢ່າງ ​ໜ້ອຍ 90,000 ໂດ​ລາ​ຕໍ່​ປີ.
XS
SM
MD
LG