ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພຸດສະຫວັນ ນົນນະລາດ ນັກແລ່ນມາຣາທອນຍິງ ລາວ-ອາເມຣິກັນ


ທ່ານນາງ ພຸດສະຫວັນ ນົນນະລາດ ດັນ ນັກແລ່ນໄລຍະໄກ ກໍາລັງເຝິກຊ້ອມ ຢູ່ໃກ້ ຂົວ Golden Gate ທີ່ ນະຄອນ San Francisco
ທ່ານນາງ ພຸດສະຫວັນ ນົນນະລາດ ດັນ ນັກແລ່ນໄລຍະໄກ ກໍາລັງເຝິກຊ້ອມ ຢູ່ໃກ້ ຂົວ Golden Gate ທີ່ ນະຄອນ San Francisco
ການແລ່ນ​ແມ່ນກິ​ລາອອກ​ກຳ​ລັງ​ກາຍ ທີ່ຄົນ​ນິ​ຍົມ​ຫລາຍສຸດ​ ໃຊ້
ອຸ​ປະ​ກອນໜ້ອຍ​ ບໍ່ມີ​ການ​ໃຊ້​ຈ່າຍ​ຫລາຍ ມັນ​ເປັນ​ກິ​ລາຫລີ້ນ​ຄົນ​
ດຽວ ເພື່ອ​ທົດ​ສອບ​ເຖິງ​ສະ​ມັດ​ຕະ​ພາບ​ດ້ານ​ຮ່າງ​ກາຍ ຈິດ​ໃຈ ​ຕັ້ງ​
ສະ​ມາ​ທິ​ ຢູ່ໃນໂລກແຫ່ງ​ຄວາມ​ຢູ່ໂດດ​ດ່ຽວ ແລະເປັນ​ຕົນ​ເອງໃນ
​ຊົ່ວ​ລະ​ຍະ​ນຶ່ງ.

ເປັນ​ຫ​ຍັງເຮົາ​ຄວນ​ອອກກກຳ​ລັງກາຍເປັນ​ປະ​ຈຳ ແລະມັນໃຫ້
​ຄວາມສຳຄັນຫ​ຍັງຕໍ່ຮ່າງກາຍ.​ ຄຳຖາມ​ດັ່ງກ່າວ​ນີ້ ຫລາຍໆຄົນ
​ອາດຈະໃຫ້ຄໍາຕອບບໍ່​ຄື​ກັນ ແລະເຫດ​ຜົນຕ່າງ​ກັນ. ​ນອກ​ຈາກ
​ນັ້ນ​ອີກ​ແລ້ວ ຍັງສັງ​ເກດ​ໃຫ້​ເຫັນໄດ້ວ່າ ປະ​ເພ​ນີການອອກກຳ
​ລັງ​ກາຍເປັນ​ປະ​ຈຳ​ຢ່າງ​ເປີດ​ເຜີຍ​ນັ້ນ ພົວ​ພັນ​ກັບວັດ​ທະ​ນາທຳ
ລະ​ດັບ​ສັງ​ຄົມ ແລະການ​ສຶກສາ.


ຢູ່​ໃນສັງ​ຄົມ​ຂອງບັນ​ດາ​ປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາ ການ​ອອກກຳ​ລັງ​ກາຍບໍ່ຄ່ອຍຈະປະຕິ
ບັດ​ກັນເປັນ​ປົກ​ກະ​ຕິ ແລະບໍ່ຄ່ອຍ​ຮັບຮູ້​ກັນ​ດີ ເຖິງແມ່ນ​ວ່າ​ມັນ​ເປັນເລື້ອງ​ສຳ​ຄັນຕໍ່ສຸຂະພາບ
ແລະຄວນປະ​ຕິ​ບັດ​ກັນເປັນ​ປະ​ຈຳກໍ​ຕາມ. ເຖິງ​ຢ່າງ​ໃດ​ກໍ​ດີ ເຮົາ​ພໍ​ສັງ​ເກດໄດ້ວ່າ ຢູ່​ໃນ​ຊົນ
ຊັ້ນ​ຜູ້​ ເຮັ​ດ​ວຽກ​ອອ​ກ​ແຮງ​ງານໜັກນັ້ນ ເຂົາ​ເຈົ້າ​ແມ່ນພາ​ກັນ​ອອກ​ກຳ​ລັງກາຍໄປ​ໃນໂຕ.

ຢູ່​ໃນບັນ​ດາ​ປະ​ເທດ​ອຸ​ສາ​ຫະ​ກຳ ດັ່ງ​ໂຕ​ຢ່າງ​ ສະຫະ​ລັດອາ​ເມຣິກາ ຕາມໂຕ​ເມືອງ​ໃຫ​ຍ່
ເຮົາຈະ​ສັງ​ເກດ​ເຫັນ​ທຸ​ລະ​ກິດ​ການ​ຄ້າບ່ອນອອກກຳ​ລັງກາຍ ທີ່ຮ້ອງວ່າ Gym ​ບ່ອນ​ທີ່
ຄົ​ນ​ພາກັນ​ເສຍ​ຄ່າທຳ​ນຽມ​ເປັນສະ​ມາ​ຊິກ ເພື່ອ​ໃຊ້​ອຸ​ປະກອນ​ອອກກຳລັງ​ກາຍນອກ​ນັ້ນ​
ອຸ​ປະ​ກອນ​ອອກ​ກຳ​ລັງ​ກາຍ​ຍັງມີຢູ່​ຕາມ​ ສູນ​ກາງ​ປະ​ຊາຄົມ​ເພື່ອສາ​ທາ​ລະນະຊົນທ້ອງ​ຖິ່ນ ຢູ່ໂຮງແຮມ​ ​ບ້ານ​ເຮືອນຂອງ​ສ່ວນ​ບຸກ​ຄົນແ​ລະໂຮງ​ຮຽນ​ເຫລົ່ານີ້​ເປັນ​ຕົ້ນ​. ​ທັງ​ໝົດນີ້
ກໍ​
ເພື່ອບຸ​ລະ​ນະຮັກ​ສາ​ສຸ​ຂະ​ພາບ​ ປະ​ຊາສັງ​ຄົມໃຫ້ຢູ່​ດີ​ມີ​ແຮງປາ​ດສະຈາກ​ໂລກ​ໄພ​ໄຂ້​ເຈັບ
ແລະຫລີກ​ເວັ້ນ​ຈາກ​ພະ​ຍາດໂລ​ຄາ.

ທ່ານນາງ ພຸດສະຫວັນ ກໍາລັງແລ່ນເຝິກຊ້ອມ
ທ່ານນາງ ພຸດສະຫວັນ ກໍາລັງແລ່ນເຝິກຊ້ອມ


ຢູ່​ໃນສັງຄົມ​ຊີວິດ​ຂອງເມືອງໃຫ​ຍ່ ເຂົາ​ເຈົ້າພາ​ກັນ​ເຮັດ​ວຽກຢູ່​ໃນ
​ຫ້ອງການ​ ໃຊ້​ສະ​ໝອງ ນັ່ງ​ຢູ່​ບ່ອນ​ດຽວ​ຫລາຍ​ເກີນ​ໄປເຫັນ​ແຕ່
​ແສງ​ໄຟຟ້າໂດຍ​ທີ່​ບໍ່ໄດ້ຮັບແສງ​ຕາ​ເວັນ ​ແລະບໍ່​ມີ​ເວ​ລາຫາຍ​ໃຈ
​ເອົາ​ອາ​ກາດ​ສົດຈາກ​ຂ້າງນອກ​. ​ພ້ອ​ມ​ດຽວ​ກັນອາ​ຫານ​ການ​ກິນ
ກໍອຸດົມສົມ​ບຸນ ​ບາງ​ຢ່າງມີ​ລົດ​ຊາດ​ແຊບນົວ ແຕ່ມີ​ໄຂ​ມັນຫລາຍ
ເກີນ​ໄປ ​ເຮັດ​ໃຫ້ເກີດ​ໄຂມັນຕັນ​ເສັ້ນ​ເລືອດ ​ເປັນ​ອຳ​ມະ​ພາດ
ໂຣກ​ຫົວ​ໃຈ ​ຍ້ອນ​ຄວາມອ້ວນ​ພີ​ເກີນ​ໄປ ໂດຍທີ່​ພະລັງງານ​ໃນ
ຮ່າງ​ກາຍບໍ່​ໄດ້​ຮັບການ​ເຜົາໄໝ້ຢ່າງພຽງ​ພໍ. ເພາະ​ສະ​ນັ້ນ ຢາ
​ວິເສດ​ອັນສຳຄັນ​ເພື່ອປ້ອງກັນກໍ​ຄື ການອອກ​ກຳ​ລັງ​ກາຍໃຫ້​ມີການ​ເໜັງ​ຕີງ​ ​ມີເຫື່ອ​ອອກ​
ຊຶ່ງເປັນຄຳ​ແນະ​ນຳ​ຈາກ​ບັນ​ດາ​ນາຍແພດ​ທັງ​ຫລາຍ.

ດ້ວຍ​ເຫດ​ນີ້​ເອງ ຢູ່​ໃນສະ​ຫະ​ລັດອາ​ເມ​ຣິ​ກາ ​ຈຶ່ງ​ເປັນ​ຂອງ​ທຳ​ມະ​ດາ​ທີ່​ເຮົາຈະເຫັນ​ຍິງ​ແລະ
​ຊາຍ ​ເດັກນ້ອຍແລະ​ຜູ້​ໃຫຍ່ ຄົນເຖົ້າ​ແລະ​ໜຸ່ມ ພາກັນ​ແລ່ນຢູ່​ຕາມແຄມ​ທາງ ສວນສາທາ
ລະນະ ບ່ອນຢ່າງຫລີ້ນ ​ແລະຂີ່​ລົດຖີບ​ເພື່ອ​ອອກ​ກໍາລັງ​ກາຍ. ​ຍ້ອນ​ຄວາມ​ສຳ​ຄັ​ນດັ່ງ​ກ່າວ
ຢູ່​ທົ່ວ ສະ​ຫະ​ລັດ ມີ 10 ​ອົງ​ການຈັດ​ຕັ້ງໃຫ​ຍ່​ທີ່ສຳ​ຄັນ ນຳ​ພາ​ການ​ແລ່ນ​ອອກກຳ​ລັງກາຍ
ແຕ່​ລະ​ປີເຂົາ​ເຈົ້າຈັດ​ໃຫ້​ມີ​ການແຂ່ງ​ຂັນແລ່ນ​ໄລ​ຍະ​ໄກ້ ແລະ​ໄກ ຫລື Marathon ເພື່ອ​
ການ​ກຸ​ສົນ ແລະ​ສົ່ງ​ເສີ​ມ​ການ​ອອກ​ກຳ​ລັງ​ກາຍ. ຮ່ວມ​ຢູ່ໃນ​ນັ້ນມີ Marine Corps Marathon
ທີ່​ມີ່​ຊື່​ສຽງ ໄດ້​ລິ​ເລີ້ມ​ມາ​ແຕ່​ປີ 1976 ທີ່ ນະ​ຄອນ​ຫລວງວໍ​ຊິງ​ຕັນ ຫລັງ​ຈາກ​ສົງ​ຄາມ​ອິນດູ
​ຈີນ ເພື່ອ​ສ້າງ​ມິດ​ຕະ​ພາບລະ​ຫວ່​າງປະ​ຊາ​ຄົມ ບັນ​ດາ​ອະ​ດີດຄອບ​ຄົວ​ທະ​ຫານ​ຜ່ານ​ເສິກ
ຫວຽດ​ນາມ ​ປະ​ຊາ​ຄົມ​ທົ່ວໆ​ໄປ ແລະເປັນ​ການສະ​ແດງອອກມາໃຫ້​ເຫັນຄວາມອົດ​ທົນ​
ຄວາມ​ທົນ​ທານ​ຂອງຮ່າງ​ກາຍ​ຂອງ ທະ​ຫານ Marine ເພື່ອ​ດຶງ​ດູດໃຫ້ບັນ​ດາຊາວ​ໜຸ່ມ​
ເຂົ້າໄປສະມັກເປັນ​ທະ​ຫານ.

ຫລຽນ ທີໄດ້ຮັບຈາກການແລ່ນຕ່າງໆ
ຫລຽນ ທີໄດ້ຮັບຈາກການແລ່ນຕ່າງໆ

​ການ​ແລ່ນ ມາທາລາ​ທອນ ຂອງ​ກອງທັບ Marine ມີຂື້ນທຸກໆປີ
ໃນເດືອນພະຈິກ ມີຜູ້ລົ​ງທະບຽນຈາກ​ທຸກ​ໆ​ຊົນ​ຊັ້ນວັນ​ນະ ເຖິງ
40 ກວ່າ​ພັນ​ຄົນ ທີ່​ເຂົ້າແລ່ນ ມາຈາກທົ່ວ​ປະ​ເທດ ແລະນອກ​ປະ
​ເທດ ​ເພື່ອພິ​ສູດ​ເຖິງຄວາມອົດທົນຂອງ​ຮ່າງກາຍແລະ​ດ້ານ​ຈິດ​ໃຈ​.

ຮ່ວມ​ຢູ່​ໃນ​ບັນ​ດາ​ນັກ​ແລ່ນທົນ​ປະ​ເພດ​ນີ້ມີ ສະ​ມາ​ຊິກ​ ສະ​ຕີ​ລາວ-
ອາ​ເມ​ຣິກັນ ຄົນ​ນຶ່ງ​ຊື່​ວ່າ ນາງພຸດ​ສະຫວັນ ນົນ​ນະລາດ Dunn
​ນັກ​ແລ່ນ​ໄລ​ຍະ​ໄກ ຫລື ​ແລ່ນ​ທົນ Marathon. ນາງ​ເປັນ​ລູກ​ສາວ
ຄົນ​ທີ່ເຈັດຂອງ ອ້າ​ຍ​ນ້ອງ​ທັງ​ໝົດສິບ​ເອດ​ຄົນ ນາງ​ໄດ້ຕິດ​ຕາມ​
ຄອບ​ຄົວເຂົ້າ​ມ​າ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ ສະ​ຫະ​ລັດອາ​ເມຣິ​ກາ ໃນ​ປີ1988 ເວ​ລາ​ນັ້ນ ມີ​ອາ​ຍຸ
ສິບ​ປີ ນາງ​ໄດ້ຮັບ​ການ​ສຶກ​ສາຝ່​າຍສັງ​ຄົມ​ວິ​ທະ​ຍາ ຫລື Sociology.

ພຸດ​ສະຫວັນໄດ້ສ້າງ​ຄອບ​ຄົວ ແລະ​ສະ​ລະວິ​ຊາ​ທີ່​ຮຽນ​ມານັ້ນ ມາເປັນ​ແມ່​ບ້ານ​ເຕັມ​ເວ​ລາ
ເພື່ອ​ກຳ​ກັບ​ເບິ່ງ​ແຍງ​ລູກ​ສາວ ແລະລູກ​ຊາຍ​ທີ່​ໜ້າ​ຮັກ​ສາມ​ຄົນ. ກິ​ລາ​ແມ່ນຄວາມຮັກ​ຝັງ
ຢູ່​ໃນ​ສາຍ​ເລືອດຂອງ ນາງມາ​ແຕ່​ນ້ອຍ ​ແຕ່​ວ່າ ​ນາງ ບໍ່ໄດ້ຮັບ​ການສະໜັບສະໜູນ ຖືກ
ຫວງ​ຫ້າມ ປົກປ້ອງ ຖະນຸຖະໜອມຈາກພໍ່​ແມ່ ມາ​ຕະຫລອດ​. ​

ບັດ​ນີ້ ນາງໄດ້​ລຸດ​ພົ້ນອອກ​ມາຈາກ ຂອບ​ເຂດ​ຮິດ​ຄອງ​ປະ​ເພີ​ນີ ທີ່ຫ້າມ​ບໍ່​ໃຫ້​ຜູ້​ຍິງ​ປະ​ຕິ​ບັດ​ ແລະໄດ້​ຮັບອິດ​ສະ​ລະ​ພາບປຽບ​ດັ່ງ ​ນົກນ້ອຍ​ທີ່​ຖືກ​ປ່ອຍ​ອອກ​ຈາກ​ຮັງ​ ​ແລ້ວບິນ​ຢູ່​ໃນ​ທ້ອງ​ຟ້າ​ອັນ​ກວ້າງ​ໃຫ​ຍ່ດ້ວຍ​ຄວາມ​ເບີກ​ບານ​ມ່ວນ​ຊຶ່ນ​. ​ພຸດ​ສະ​ຫວັນ ໄດ້​ໃຫ້​ການ​ສຳ​ພາດກ່ຽວ​ກັບ​ຊີ​ວິດຂອງ ນາງແລະ​ໃຫ້​ເຫ​ດຜົນ​ທີ່​ວ່າ ເປັນ​ຫ​ຍັງ ນາງຈຶ່ງ​ມັກ​ແລ່ນ ຊຶ່ງນາງ​ໄດ້ເຫລົ່າຕໍ່ ວີ​ໂອ​ເອ ຟັງດັ່ງ​ນີ້​:


ທ່ານນາງ ພຸດສະຫວັນ ນົນນະລາດ ດັນ ແລະຄອບຄົວ
ທ່ານນາງ ພຸດສະຫວັນ ນົນນະລາດ ດັນ ແລະຄອບຄົວ

ຈາກວັນ​ທີ 1 ຫາວັນທີ 3 ເດືອນພະຈິກ ປີ 2013 ທ້າຍ​ປີ​ນີ້ ພຸດ
​ສະຫວັນພ້ອມ​ດ້ວຍ​ບັນ​ດານັກ​ແລ່ນຍິງ​ຈາກ​ ສ​ປ​ປ ລາວ ແລະ​
ຈາກສະ​ຫະ​ລັດ ຈະພາກັນ​ແລ່ນ​ ຈາກເມືອງປາກ​ເຊ ​ໄປ​ຫາອັດ​
ຕະປື ເປັນ​ລະຍະ​ທາງກວ່າ 106 ​ໄມ​ລ໌ ຫລືເກືອບ 120 ຫລັກ
ຈະມີ​ການ​ຢຸດ​ພັກ​ຜ່ອນແລະໃຊ້​ເວ​ລາ​ຢູ່ສາ​ມມື້. ການ​ແລ່ນ​ຄັ້ງ​ນີ້
ເປັນ​ຄັ້ງ​ສຳ​ຄັນແລະ​ໃຫ​ຍ່ ເພື່ອ​ຫາ​ລາຍໄດ້ໃຫ້​ແກ່ ອົງ​ການກຸ​ສົນ
ທີ່​ມີ​ຊຶ່​ວ່າ Village Run Foundation ຊຶ່ງແມ່ນ​ອົງການ​ອາສາ​
ສະມັກ ຊ່ວຍ​ເຫລືອ​ເດັກນ້ອຍ​ໃນ​ປະ​ເທດ​ລາວ ​ເພື່ອ​ໃຫ້ໄດ້​ຮັບ
​ການ​ສຶກສາ ​ມີ​ໂຮງຮຽນ ມີ​ໂຕະ​ນັ່ງ​ຮຽນ ມີ​ຫ້ອງ​ນໍ້າ​ໃຊ້ ​ແລະ​ມີ
​ອຸປະກອນຂັ້ນພື້ນຖານ ສໍາລັບການ​ຮຽນ.
XS
SM
MD
LG