ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຄງການວີດິໂອ ທາງອິນເຕີແນັດ "I am Amarai" ຂອງເອມີ ຈັນທະພາວົງ


ເອມີ ຈັນທະພາວົງ ອະດີດນາງງາມ ເອເຊຍ-ອາເມຣິກັນ 2009 ຜູ້ບໍລິຫານ ແລະກໍາກັບການສ້າງ ຮູບເງົາການສໍາພາດ ທາງອິນເຕີແນັດ "I am Amarai".
ເອມີ ຈັນທະພາວົງ ອະດີດນາງງາມ ເອເຊຍ-ອາເມຣິກັນ 2009 ຜູ້ບໍລິຫານ ແລະກໍາກັບການສ້າງ ຮູບເງົາການສໍາພາດ ທາງອິນເຕີແນັດ "I am Amarai".
ເອ​ມີ ຈັນ​ທະພາວົງ ສະ​ຕີ​ລາວ-ອາ​ເມ​ຣິ​ກັນ ທີ່​ໜ້າ​ຮັກ ອາ​ຍຸ 31
ປີ ເກີດທີ່​ເມືອງ San Diego ລັດ California ​ເປັນ​ລູກ​ສາວ
​ດຽວ​ຂອງ ທ່າ​ນສານ ແລະ​ທ່າ​ນ​ນາງມອນ​ທະ​ລີ ຈັນ​ທະພາ​ວົງ.
ເອ​ມີ ​ສຳ​ເລັດ​ການ​ສຶກ​ສາປະລິນຍາຕີ​ຝ່າຍວິ​ທະ​ຍາ​ສາດ ຈາກ​
ມະ​ຫາ​ວິ​ທະ​ຍາ​ໄລ ເມືອງ San Francisco ບ່ອນ​ທີ່​ນາງ​ຮຽນ​
ກ່ຽວ​ກັບ ລັດ​ຖະ​ສາດ​ການ​ເມືອງ ແລະ​ການ​ຄ້າ.

ໃນ​ເວ​ລາ​ທີ່ ເອ​ມີ ກຳ​ລັງເປັນ​ນັກ​ສຶກ​ສາ​ຢູ່​ນັ້ນ ນາງເຄີຍ​ເຮັດ​
ວຽກອ​າ​ສາ​ສະ​ມັກ​ ​ຢູ່​ໃນ​ຫ້ອງ​ການຂອງ ທ່ານ​ນາງ Nancy
Peloci ອະ​ດີດ​ປະ​ທານ​ສະ​ພາ​ຕ່ຳສະ​ຫະ​ລັດ ຈາກ​ພັກ​ເດ​ໂມ
​ແຄ​ຣຕ. ເອ​ມີ ບໍ່​ມັກ​ປ່ອຍ​ໃຫ້​ເວ​ລາ​ຂອງ​ນາງ​ເປົ່າ​ຫວ່າງ ແລະ
ມັກ​ຈະ​ມີ​ແນວ​ເຮັດ​ ຢູ່​ຕະ​ຫລອດ​ເວ​ລາ.

ເອມີມັກອອກ​ແບບ​ເຄື່ອງ​ນຸ່ງ ເພາະ​ສະ​ນັ້ນ ນາງຈຶ່ງ​ໄດ້​ສະ​ແຫວງ​ຮ່ຳ​ຮຽນ​ຕໍ່​ອີກ​ຢູ່ສະຖາບັນ
​ອອກ​ແບບ Parson ຊຶ່ງ​ເປັນບ່ອນ​ຜະ​ລິດ​ຜູ້​ອອກ​ແບບ ທີ່​ມີ​ຊື່​ສຽງ​ໃນ​ນະ​ຄອນນິວຢອກ
ເ​ຖິງ​ແມ່ນ​ວ່າ ເອ​ມີເກີດ​ຢູ່​ໃນສະ​ຫະ​ລັດ ແລະ​ບໍ່​ເຄີຍ​ເຫັນ​ເມືອງລ​າວ​ມາ​ກ່ອນ​ໜ້າ ແຕ່ເອ​ມີ
ກໍ​ສ​າ​ມາດ​ປາກ​ພາ​ສາ​ລາວ ແລ​ະ​ອ່ານ​ພາ​ສາ​ລ​າວ​ໄດ້​ດີ ດັ່ງ​ທ່ານ​ຈະ​ໄດ້​ຍິນ​ໂຕ​ຢ່າງ​ດັ່ງ​ນີ້.

ລິງໂດຍກົງ

ໃນ​ຕອນ​ທ້າຍ ເອ​ມີ ກ່າວ​ເປັນ​ພາ​ສາ​ອັງ​ກິດ​ວ່າ ຫລັງ​ຈາກ​ໄດ້​ເຂົ້າຮຽນ​ກົດ​ໝາຍໄດ້ນຶ່ງ​ປີ​ແລ້ວ ນາງມີ​ຄວາມຮູ້​ສຶກວ່າ​ບໍ່​ມັກ​ເສັ້ນທາງຊີວິດ ທີ່​ຈະ​ເປັນນັກ​ກົດໝາຍ ເພາະສະ​ນັ້ນ ນາງຈຶ່ງ​ໄດ້​ເລີກລົ້ມ​ຄວາມ​ຕັ້ງ​ໃຈ​ໃນການຮຽນວິ​ຊາດັ່ງ​ກ່າວ.

ໃນ​ປີ 2009 ເອ​ມີ ໄດ້​ຖືກຊຸກ​ຍູ້​ໃຫ້​ສະ​ມັກເຂົ້າ​ປະ​ກວດ​ນາງ​ງາມ ເອ​ເຊຍ-ອາ​ເມ​ຣິ​ກັນ ປະ​ຈຳ
​ປີ ແລະກໍໄດ້ຄ້ວາມົງກຸດມາຄອງ. ໃນ​ລະ​ຍະ​ນຶ່ງ​ປີ​ຂອງ​ການເປັນນາງ​ງາມ​ດັ່ງ​ກ່າວ ເອມີ ຕ້ອງ​
ໄດ້​ແບກ​ຫາມ​ຄວາ​ມ​ຮັບ​ຜິດ​ຊອບຫລາຍໆ​ຢ່າງ ແລະ​ປະ​ຕິ​ບັດ​ໜ້າ​ທີ່​ເປັນທູດ​ວັດ​ທະ​ນະທຳ.
ນາງຕ້ອງໄດ້ປາ​ກົດ​ໂຕ​ຢູ່​ໃນ​ພິ​ທີ​ສຳ​ຄັນ​ຫລາຍໆ​ແຫ່ງ​ ເພື່ອ​ໃຫ້​ການ​ສະ​ໜັບ​ສະ​ໜູນຊຸກ​ຍູ້
ເຊ່ນໃນ​ພິ​ທີ​ການ​ກຸ​ສົນ ງານ​ກິນ​ລ້ຽງ​ສັງ​ສັນ ຍ່າງ​ຢູ່​ຜ້າ​ພົມ​ແດງ​ຢ່າງ​ເປັນ​ກຽດ ແລະ​ພົບ​ພໍ້​ບຸກ
​ຄົນສຳ​ຄັນ​ຕ່າງໆ​ຢູ່​ທົ່ວ​ປະ​ເທດ.

ໃນ​ປີ 2010 ເອ​ມີ ຈັນ​ທະພາ​ວົງ ໄດ້​ຮັບກຽດ​ເຊື້ອ​ເຊີນ​ໃຫ້​ເດີນ​ທາງ​ໄປ ສ​ປ​ປ ລາວ ບ້ານເກີດ​
ເມືອງນອນ​ຂອງ ບິ​ດາມານ​ດາ ວົ​ງ​ສາ​ຂະ​ນາ​ຍາດ ເພື່ອ​ຮ່ວມ​ງານຄອນ​ເສີດ ສົ່ງ​ເສີມ​ການ​ຫາ​ລາຍ​ໄດ້​ຊ່ວຍ​ເຫລືອຄົນ​ທຸກ​ຍາກ​ຂອງ​ອົງ​ການ Lao International Foundation for Poverty Alleviation (LIFPA) ຫລື​ມູນ​ນິ​ທິ ລາວ​ນາໆ​ຊາດເພື່ອ​ຫລຸດ​ຜ່ອນ​ຄວາມທຸກ​
ຍາກ ຊຶ່ງ​ເປັນ​ອົງ​ການ​ຈັດ​ຕັ້ງ​ທີ່​ບໍ່​ສ້າງ​ຜົນ​ກຳ​ໄລ​ ເພື່ອ​ຊ່ວ​ຍເຫລືອ​ຄົນ​ທຸກ​ຍາກຢູ່​ຕາມ​ຊົນນະ
ບົດ​ ໃນ ສ​ປ​ປ ລາວ.

ປັດ​ຈຸ​ບັນ​ນິ້ ເອ​ມີ ໄດ້​ພົ້ນ​ຈາກ​ໜ້າ​ທີ່ຄວາມ​ຮັບ​ຜິດ​ຊອບ​ຂອງ​ການ​ເປັນນາງ​ງາມ ເອ​ເຊຍ-
ອາ​ເມ​ຣິ​ກັນ ໄປ​ແລ້ວ ແລະ​ເຮັດ​ວຽກ​ຢູ່​ບໍ​ລິ​ສັດ ທີ່​ປຶກ​ສາ​ດ້ານ​ເທັກ​ໂນ​ໂລ​ຈີແຫ່ງ​ນຶ່ງ​ໃນ​
ເມືອງ San Francisco ທີ່​ລັດ California.

ເວ​ລາ​ນີ້ ເອ​ມີ ກຳ​ລັງ​ຫ​ຍູ້ງ​ຍາກວຽກ ຢູ່​ກັບ​ກ​ານ​ເຮັດ ນິ​ຕິ​ຍະ​ສານທາງ​ອິນ​ເຕີ​ແນັດ ທີ່​ມີ​ຊື່​
ວ່າ “I am Amarai” ຄຳ​ວ່າ “I am” ​ໝາຍ​ເຖິງ​ໂຕ​ຂອງ​ເຮົາ​ເອງວ່າ ​ເຮົາ​ແມ່ນ​ໃຜ “Amarai” ມາ​ຈາກ​ຄຳ​ວ່າ “Amari” ເປັນພາ​ສາໂບ​ຮານສຳ​ຄັນຂອງ Hebrew ທີ່​ມີ​ອິດ​ທິ​ພົນເຊື້ອ​ເຄົ້າ
​ປະ​ປົນ​ໃຊ້ຢູ່​ໃນ​ພາ​ສາ​ອັງ​ກິດທຸກວັນ​ນີ້. ​ເພາະສະ​ນັ້ນ “I am Amarai” ​ມີ​ຄວາມ​ໝາຍ​ວ່າ
“ພະ​ເຈົ້າ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ແກ່​ຂ້ອຍ.” ​ ​

Amarai ​ແມ່ນ​ໂຄງການບົດ​ສໍາ​ພາດ​ ທີ່​ສ້າງ​ອອກ​ມາ​ເປັນ​ຮູບ​ເງົາ ກ່ຽວ​ກັບ​ຊີວິດ​ຂອງສ່ວນ
​ບຸ​ກ​ຄົນ ດັ່ງ​ໂຕ​ຢ່າງ​ເວລາ​ເຮົາ​ເບິ່ງ​ຮູບ​ເງົາ ​ແລະ​ການສະ​ແດງ​ຕ່າງໆ​ນັ້ນ ​ເຮົາ​ຈະ​ເຫັນ​ພຽງ
ແຕ່ຂ້າງ​ນອກ​ຂອງ​ຜູ້​ສະ​ແດງ​ເທົ່າ​ນັ້ນ ໃນ​ຄວາມ​ງາມແລະ​ຜົນ​ສໍາ​ເລັດ​ຕ່າງໆ ​ແຕ່​ມັນ​ບໍ່​ໄດ້
ບອກເຖິງ​ດ້ານ​ຈິດ​ໃຈພາຍ​ໃນ​ອັນ​ແທ້​ຈິງ. ​ຢູ່​ໃນ​ລາຍ​ການນີ້ ຜູ້​ທີ່​ຖືກ​ສຳ​ພາດ​ຈະເປີດ​ເຜີຍ​
ເຖິງເນື້ອໃນ​ໃຈ​ຄວາມ​ວ່າ ​ເຂົາ​ເຈົ້າ​ແມ່ນ​ໃຜ ຄິດ​ຢ່າງ​ໃດ ​ເປັນ​ຫຍັງ​ຈຶ່ງປະສົບ​ຜົນ​ສໍາ​ເລັດ ​ແລະ
ຜິດຫວັງໃນ​ຊີ​ວິດ. ​ເພາະສະ​ນັ້ນ ​ໂຄງການດັ່ງ​ກ່າວ​ນີ້ ​ແມ່ນເປັນ​ການສະ​ແດງ​ການໂອ້ລົມກັນ​
ໃຫ້​ບັນດາ​ຜູ້​ຊົມ​ໄດ້​ຟັງ.

ເອມີ ເປັນ​ຜູ້ລິ​ເລີ້ມ ບໍ​ລິ​ຫານ ແລະ​ການ​ສ້າງ ຕິດ​ຕາມ​ມາ​ດ້ວຍ​ທີມ​ງານອາ​ສາ​ສະ​ມັກ ທີ່​ເປັນ
​ນັກ​ວິ​ຊາ​ການ​ຕ່າງ​ໆ ປະ​ກອບ​ສ່ວນ ​ເສຍສະ​ລະ​ເວ​ລາ​ ມາ​ຈັດ​ທຳລາຍ​ການ​ດັ່ງ​ກ່າວ. ເອມີ ​
​ອະທິບາຍ​ວ່າ:
ເອມີ ຈັນທະພາວົງ
ເອມີ ຈັນທະພາວົງ


ລິງໂດຍກົງ


“I am Amarai” ລາຍ​ກາ​ນນີ້​ມີ​ຄວາມ​ລໍາບາກ​ໜ້ອຍ​ນຶ່ງໃນ​ການ​ອະພິ​ບາຍ​ເປັນ​ພາສາ​ລາວ ມັນ​ເປັນ​ເລື້ອງ​ສ່ວນ​ຕົວ​ກ່ຽວ​ກັບຕົນ​ເອງວ່າ​ເຮົາ​ແມ່ນ​ໃຜ ​ເວລາ​ເຮົາ​ເຫັນ​ການສະ​ແດງ​ຕ່າງ​ໆ ມັນ​ເປັນ​ເລື້​ອງທີ່​ເຮົາ​ເຫັນ​ພຽງ​ແຕ່​ຂ້າງ​ນອກ ກ່ຽວ​ກັບ​ຜົນ​ສໍາ​ເລັດ ​ແຕ່​ເຮົາ​ບໍ່​ສາມາດ​ຮູ້​ໄດ້​ເຖິງ​ຈິດ​ໃຈ​ຂ້າງ​ໃນ​ຂອງ​ບຸກຄົນນັ້ນ​ໄດ້ ​ເລື້ອງນີ້​ເປັນ​ເລື້ອງ​ຂອງ​ຂະ​ນ້ອຍ​ເອງ ​ແລະ​ເປັນ​ການ​ສໍາພາດ​ຄົນ​ອຶ່ນໆ ທີ່ແບ່ງປັນ​ເຫລົ່ານິທານ​ຊີວິດ​ສູ່​ກັນ​ຟັງ. ​ມັນ​ຄື​ກັນ​ກັບ​ການ​ສົນທະນາ​ທີ່​ເຫັນເປັນຮູບ​ພາບ​ໃຫ້​ຄົນ​ອຶ່ນ​ໄດ້​ຟັງ ​ແລະ​ໄດ້​ຊົມ ຊຶ່ງ​ຈະ​ເປີດ​ລອບ​ປະຖົມມະ​ເລີກ​ໃນ​ວັນ​ທີ່ 30 ​ເດືອນ​ມີນາ​ນີ້. ສ່ວນ​ຫລາຍ​ແລ້ວ ຂະ​ນ້ອຍ​ຕ້ອງ​ໄດ້ຕິດ​ຕໍ່​ຊອກ​ຫາ​ຄົນ ອາສາ​ສະມັກ ​ແລະ​ປະສານ​ງານວຽກ​ຮ່ວມກັບ​ຫລາຍໆ​ຄົນ ທີ່​ເຂົາ​ເຈົ້າ​ໄດ້​ເປີດ​ເຜີຍ​ຊີວິດ​ສ່ວນ​ໂຕ​ໃຫ້​ແກ່​ຂະ​ນ້ອຍຟັງ.”

“I am Amarai” ​ແມ່ນ Webshow ຫລື ການ​ສໍາພາດ​ເລື້ອງຂອງ​ບຸກຄົນຜ່ານ​ທາງ​ອິນ​ເຕີ​ແນັດ​ ​ຊຶ່ງຈະ​ມີ​ພິທີ​ເປີດ​ຮອບ​ປະຖົມມະ​ເລີກ ໃນ​ວັນ​ທີ່ 30 ມີນາ​ ຈະ​ມາ​ເຖິງ​ນີ້ ທີ່​ເມືອງ San Francisco ຫລັງ​ຈາກ​ນັ້ນ​ ​ແຕ່ລະ​ເລື້ອງຈະ​ນໍາ​ສະ​ເຜີ​ຍ​ແຜ່​ອອກທາງ youtube ​ເປັນ​ປະ​ຈໍາ​ເພື່ອ​ໃຫ້ຄົນໄດ້​ຊົມ​ຢູ່​ທົ່ວ​ໂລກ. ທ່ານສາມາດ​ຕິດຕາມ​ຮັບ​ຟັງ ​ແລ​ະຮັບ​ຊົມ​ໄດ້​ທີ່
www.iamamarai.com

ກ່ຽວຂ້ອງກັນ

XS
SM
MD
LG