ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານລິນທອງ ນ້ອຍນາລາ ລົມສູ່ຟັງ ປະຫວັດ ພະແນກ ພາສາລາວ ຂອງ ວີໂອເອ


ຢືນ - ຈາກຊ້າຍຫາຂວາ: ຍາມະຫາຈັນສຸກ ສຸຣິຍະຈັກ, ຍາເອື້ອຍວຽງໄຊ ຫຼວງໂຄດ, ມື້ລາງ ຍາເອື້ອຍຄຳສະຫວາງ ຈຸນລະມະນີ ໄວກລີ, ມື້ລາງ ຍາເອື້ອຍພູຣັດສະໝີ ນໍເຕີນ, ຍາເອື້ອຍດາຣາ ບັກຄຳ, ຍາອ້າຍລິນທອງ ນ້ອຍນາລາ, ຍາອ້າຍຈຳລອງ ໄຊຍະສິດເສນາ. ນັ່ງ - ຈາກຊາຍຫາຂວາ: ມື້ລາງ ຍາອ້າຍອົງອາດ ພົງສະຫວັນ, ຍາອ້າຍທອງຕັນ ສຸວັນນະພັນ, ມື້ລາງ ຍາອ້າຍຄຳສິນ ສຸພະສິຣິ.
ຢືນ - ຈາກຊ້າຍຫາຂວາ: ຍາມະຫາຈັນສຸກ ສຸຣິຍະຈັກ, ຍາເອື້ອຍວຽງໄຊ ຫຼວງໂຄດ, ມື້ລາງ ຍາເອື້ອຍຄຳສະຫວາງ ຈຸນລະມະນີ ໄວກລີ, ມື້ລາງ ຍາເອື້ອຍພູຣັດສະໝີ ນໍເຕີນ, ຍາເອື້ອຍດາຣາ ບັກຄຳ, ຍາອ້າຍລິນທອງ ນ້ອຍນາລາ, ຍາອ້າຍຈຳລອງ ໄຊຍະສິດເສນາ. ນັ່ງ - ຈາກຊາຍຫາຂວາ: ມື້ລາງ ຍາອ້າຍອົງອາດ ພົງສະຫວັນ, ຍາອ້າຍທອງຕັນ ສຸວັນນະພັນ, ມື້ລາງ ຍາອ້າຍຄຳສິນ ສຸພະສິຣິ.

ທ່ານຜູ້ຟັງ ເນື່ອງໃນໂອກາດ ວັນຄົບຮອບ 55 ປີ ຂອງການສ້າງຕັ້ງ ວີໂອເອ ພະແນກ ພາສາລາວ​ ​ໃນ​ວັນ​ທີ 22 ກຸມພາ​ຈະ​ມານີ້ ດັ່ງນັ້ນໃນລາຍການຊີວິດຊາວລາວໃນຕ່າງ ແດນຂອງ​ເຮົາແລງມື້ນີ້ ໄພສານຈະນຳເອົາການໂອ້ລົມກັບທ່ານລິນທອງ ນ້ອຍນາລາ ອະດີດຫົວໜ້າ ພະແນກພາສາລາວ ຂອງ​ວີ​ໂອເອ ແຕ່ປີ 1985 ຫາ 2010 ມາສະເໜີ ທ່ານ.

ສະບາຍດີຍາອ້າຍລິນທອງ ໃນຖານະທີ່ຍາອ້າຍເປັນເປັນທັງພະນັກງານ ແລະຫົວໜ້າ ພະແນກພາສາລາວຂອງສຽງອາເມຣິກາ ທີ່ຢູ່ໃນຕຳແໜ່ງດົນທີ່ສຸດ ນ້ອງຈຶ່ງຢາກໃຫ້ຍາ ອ້າຍ ລິນທອງ ເລົ່າສູ່ຟັງວ່າ ພະແນກພາສາລາວ ທີ່ໄດ້ຕັ້ງຂຶ້ນມາໃນວັນທີ 22 ກຸມພາປີ 1962 ເລີ້ມຕົ້ນຈັ່ງໃດ ມີພະນັກງານໜ້ອຍຫຼາຍປານໃດ ແລະກໍມີຜູ້ໃດແດ່ ຖ້າຍາອ້າຍພໍຈື່ໄດ້ ເນາະ?

ສະບາຍດີນ້ອງໄພສານ ພະແນກພາສາລາວຕັ້ງຂຶ້ນໃນເດືອນກຸມພາ ປີ 1962 ແລ້ວ ໃນເວລານັ້ນ ແມ່ນທ່ານ John Miller ເປັນຫົວໜ້າພະແນກ ແຕ່ວ່າເວລານັ້ນ ຍັງບໍ່ ທັນເປັນພະແນກເທື່ອໜາ ເພາະວ່າ ມີແຕ່ຍາອ້າຍຖະຫວັນຜູ້ດຽວ ທີ່ວ່າເປັນຕົວຕັ້ງຕົວຕີ ຫລັງຈາກທ່ານ Miller ເປັນຫົວໜ້າແລ້ວ ຍາອ້າຍຖະຫວັນ ເປັນທັງບັນນາທິການ ຫລື editor ແລະກໍ ຜູ້ປະກາດຂ່າວ ຫລື announcer ພ້ອມ ແລະຕໍ່ມາມາ ຕາມທີ່ອ້າຍເຂົ້າ ໃຈນີ້ ເພິ່ນຈ້າງພະນັກງານຫຼືພີ​ໂອ​ວີສາມສີ່ຫ້າຄົນ ຊຶ່ງຕົວຢ່າງວ່າ ຍາຄຳພູວີ ພວກມະໂນລັກເບາະ ຫຼືວ່າໃຜອີກສາມສີ່ຄົນນີ້ແຫລະ ເພິ່ນກໍມາຈັດຕັ້ງກັນ ໂດຍທີ່ວ່າ ບໍ່ໄດ້ເອີ້ນວ່າເປັນພະແນກ ພາສາລາວເທື່ອ ແລະຈົນກວ່າວ່າມາຮອດທ່ານ Brokhan, Jerry Brokhan ເປັນຫົວໜ້າໃນເວລາຕໍ່ມາ ຊຶ່ງວ່າ ເປັນຫົວໜ້າຄົນທີສອງ ຈຶ່ງມາຈັດ ຕັ້ງເປັນ VOA-Lao ຊຶ່ງເວລານັ້ນກໍມີແຕ່ເຄິ່ງຊົ່ວໂມງ ໂດຍທີ່ວ່າຍາອ້າຍຖະຫວັນເປັນ ທັງ editor ແລະກໍ announcer ນຳ ແລະເພິ່ນກໍຍັງມີພວກຈ້າງຊົ່ວຄາວຫັ້ນໜະ ມາຊ່ວຍ ວຽກເພິ່ນ ສາມສີ່ຄົນເໝືອນເດີມ ຈົນຮອດທ່ານ Neal Clark ອ້າຍຈຶ່ງໄດ້ເຂົ້າມາລ່ວມ ລ່ວມເພິ່ນໃນຣາວທ້າຍປີ 1967 ມາເຖິງທ້າຍປີ 1967 ອ້າຍ ຈຶ່ງມາລ່ວມເພິ່ນ.

ທີມງານຂອງວີໂອເອ ພະແນກພາສາລາວ ປີ 1971
ທີມງານຂອງວີໂອເອ ພະແນກພາສາລາວ ປີ 1971

ຫລັງຈາກຕັ້ງຂຶ້ນມາ ຕອນເປັນພະແນກແລ້ວຫັ້ນ ພາກພາສາລາວຂອງເຮົານີ້ ມີນຳກັນ ຈັກຄົນ ?

ຕອນນັ້ນ ຖ້າອ້າຍຈຳບໍ່ຜິດແມ່ນມີປະມານ 6 ຄົນ ຊຶ່ງວ່າຄົນເກົ່າແກ່ກະຊິພໍເວົ້າໄດ້ຢູ່ວ່າ ເຊັ່ນຍາອ້າຍຖະຫວັນ ຄົນທຳອິດແມ່ນບໍ ຍາອ້າຍຄຳພຸດ ແລະ​ກາ ເອື້ອຍຄຳສະຫວາງ ທຸເອື້ອຍແພງສີ ແລະກາມີອ້າຍນີ້ ແລະກາ ມີຍາໂອພາດ.

ຫລັງຈາກຍາອ້າຍເຂົ້າມາຮ່ວມພະແນກພາສາລາວ ລາຍການໃນຕອນຕົ້ນໆຫັ້ນມັນມີ ຫຍັງແນ່ເນາະ?

ເລື່ອງລາຍການນີ້ກະເປັນເລື່ອງສັບສົນ ທີ່ຫລາຍຄົນບໍ່ທັນເຂົ້າໃຈເທື່ອ ເພາະວ່າເວລານັ້ນ ມັນບໍ່ມີ schedule ບໍ່ມີກຳນົດການ ວ່າເວລານັ້ນ ເຮົາຊິຟັງເລື້ອງນັ້ນ ຊົ່ວໂມງນັ້ນ ເຮົາ ຫລິ້ນເລື່ອງນັ້ນ ອັນນີ້ ມັນຂຶ້ນກັບດຸນພິນິດຂອງຫົວໜ້າ ກັບ editor ຊຶ່ງວ່າຂຶ້ນກັບທ່ານ Neal Clark ແລະກາຍາອ້າຍຖະຫວັນ ເປັນຜູຸ້ຕັດສິນວ່າ ໂອເຄ ຂ່າວແມ່ນເລື່ອງນີ້ ລາຍງານ CR ນັ້ນ ແມ່ນເລື່ອງນີ້ ແລະຕໍ່ມາກໍແມ່ນ News Analysis ທີ່ວ່າເຂົາເຈົ້າ ໃຊ້ປະຈຳຫັ້ນໜະ ບໍ່ເປັນລາຍການທີ່ວ່າ ຊົ່ວໂມງນັ້ນ ເຮົາຕ້ອງຟັງເລື່ອງນີ້ ຊົ່ວໂມງນັ້ນ ຕ້ອງຟັງອັນນີ້ ຊັ້ນໜະ ມັນບໍ່ມີເທື່ອນ້ອງ ເປັນເລື່ອງທີ່ວ່າ ມັນບໍ່ມີ program ຫັ້ນໜະ ເຂົ້າເຈົ້າບໍ່ໄດ້ມີແບບນັ້ນ ແຕ່ວ່າ editor ນີ້ຄືເກົ່າ ຈົນມາຮອດ Stacy Loyd ຫົວໜ້າຜູ້ທີສີ່ ອ້າຍຖະຫວັນກໍ ເປັນ editor ຢູ່ຄືເກົ່າ ແລະກໍ anncouncer ນຳກັນ ແລະກໍມີຫ້າຫົກຄົນ ເຮັດ ການຮ່ວມກັນຫັ້ນລະ ຊຶ່ງອ້າຍກໍແມ່ນຜູ້ນຶ່ງໃນຈຳນວນນັ້ນ ແລ້ວຫົວໜ້າຜູ້ທີຫ້າ ແມ່ນທ່ານ Doug Weikle ແລ້ວກາ ຍາອ້າຍຖະຫວັນ ກໍຍັງເປັນ editor ຢູ່ປະ ມານເຄິ່ງກາງສະ​ໄໝຂອງທ່ານ Weikle ຍາອ້າຍຖະຫວັນ ກໍເລີຍວ່າ ໄປສອບເປັນພະນັກ foreign service ພະແນກຕ່າງປະເທດ ຂອງ USIA ພໍດີ ເພິ່ນໄດ້ແລ້ວ ເພິ່ນກະເລີຍຍ້າຍໄປພຸ້ນເລີຍ ຍ້າຍໄປຢູ່ພະແນກຕ່າງປະເທດເລີຍ ຫົວໜ້າຜູ້ທີ່ຫົກ ແມ່ນທ່ານ John Tucker ແລະເວລານັ້ນອ້າຍຈຶ່ງໄດ້ຂຶ້ນມາເປັນ editor ເປັນ editor ແລະກໍ anncouncer ແລະກໍທຳໜ້າທີ່ຄ້າຍໆກັບອ້າຍ ຖະຫວັນທຳນັ້ນແຫລະ ແລະເຮົາກາມີສະມາຊິກຢູ່ປະມານຫ້າຫົກຄົນ ອ້າຍກໍບໍ່ສາມາດຊິເລົ່າສູ່ຟັງວ່າມີໃຜແດ່ ນຶ່ງໃນຈຳນວນນັ້ນກໍແມ່ນພວກເກົ່າ ພວກໂອ ພາດພວກອ້າຍຄຳພຸດ ພວກນີ້ແຫລະ ຢູ່ໃນຫັ້ນ

ຫ້ອງການ ຂອງວີໂອເອ ພະແນກພາສາລາວ ໃນປີ 1971
ຫ້ອງການ ຂອງວີໂອເອ ພະແນກພາສາລາວ ໃນປີ 1971

ພະແນກພາສາລາວຂອງເຮົານີ້ ເພີ້ມຊົ່ວໂມງໃນຕອນໃດເນາະ ຍາອ້າຍພໍຊິເວົ້າສູ່ຟັງ ໄດ້ບໍເນາະ?

ອ້າຍຄິດວ່າ ມັນມີເຄິ່ງຊົ່ວໂມງກ່ອນ ຕໍ່ມາມີຊົ່ວໂມງນຶ່ງ ຊຶ່ງວ່າໃກ້ໆຮອດ 75 ພີິ້ ມັນຈຶ່ງ ເປັນຊົ່ວໂມງນຶ່ງເຕັມ ຊົ່ວໂມງນຶ່ງເຕັມແລະຕໍ່ມາຈຶ່ງມີເລື່ອງພິກອີກແພງວ່າໃຫ້ split ອີກ ໃຫ້ເປັນສອງເຄິ່ງ ເຄິ່ງເຊົ້າເຄິ່ງແລງອີກ ແລະກໍກັບມາ ວັນທີນີ້ຈື່ບໍ່ໄດ້ ກັບມາເປັນຊົ່ວ ໂມງນຶ່ງອີກ ຄົງໃນຣາວ 1977 ບໍ ມາລວມກັນອີກທີ?

ທ່ານ John Tucker ມາເປັນຫົວໜ້າ ພະແນກພາສາລາວນີ້ດົນປານໃດເນາະ ຍາອ້າຍ ເນາະ?

ຄິດວ່າເພິ່ນຢູ່ນຳສອງປີ ຢູ່ສອງປີແລ້ວ ເພິ່ນກະຍ້າຍອອກ ເປັນຢູ່ພະແນກຫຍັງ ພາກຕາ ເວັນອອກກາງແລ້ວອ້າຍກາໄດ້ຂຶ້ນມາເປັນ editor ໃນສະໄໝຂອງເພິ່ນ ແລ້ວອ້າຍຂຶ້ນ ມາເປັນຫົວ ໜ້າຄົນທີ 7 ອ້າຍຈື່ໄດ້ຢູ່ວ່າ ແມ່ນ 1985 ແລ້ວກໍດາຣາເປັນ editor ບາດ ນັ້ນນະ.

ຍາອ້າຍນີ້ເປັນຫົວໜ້າພະແນກແລະກໍເປັນຄົນລາວຜູ້ທຳອິດເນາະ?

ແມ່ນແລ້ວ ແຕ່ຜູ້ທີ 1 ຫາຜູ້ທີ 6 ນີ້ເປັນອາເມຣິກັນໝົດ.

ຫລັງຈາກປີ 1975 ນີ້ ມີການປ່ຽນແປງຫຍັງບໍໃນລາຍການຂອງເຮົາຍາອ້າຍ?

ລາຍການນີ້ ມັນຍັງເປັນແບບເດີມຢູ່ ລາຍການເປັນແບບເດີມ ເຖິງຖ້າວ່າເຮົາກໍບໍ່ໄດ້ມັກ ຮ້ອຍເປີເຊັນຊະໄປ ມັນກໍຍັງເຮັດແບບເດີມ ຄືວ່າຫົວໜ້າມີສິດເຮັດໜະ ມີສິດທີ່ວ່າ ຜູ້ນີ້ ເຮັດຂ່າວ ເຮັດລາຍງານ ແລ້ວກາມີອັນໃດທີ່ວ່າຊ້ຳໆຊາກໆ ໂດຍທີ່ບໍ່ໄດ້ເຮົາບໍ່ໄດ້ມີສ່ວນ ພົວພັນໂດຍຕົງ ຊັ້ນໜະນ້ອງ ແປວ່າພວກຫົວໜ້າເປັນຜູ້ຕັດສິນເລີຍ ອັນນີ້ ມັນເປັນນະ ໂຍບາຍທີ່ຂຶ້ນກັບສູນກາງ ຕາມທີ່ອ້າຍເຂົ້າໃຈໜະ ສູນກາງໃຫຍ່ພຸ້ນ ເປັນຜູ້ບົ່ງມາວ່າ ຕ້ອງອອກເລື່ອງນັ້ນອອກເລື່ອງນີ້ ແປວ່າ ມັນຂັດແຍ້ງຢູ່ທີ່ວ່າ ອອກເລື່ອງນັ້ນເລື່ອງນີ້ ໂດຍທີ່ວ່າມັນບໍ່ subject ຫົວເລື່ອງມັນບໍ່ກົງກັບສິ່ງທີ່ເຮົາຢາກເວົ້າ ສິ່ງທີ່ເຮົາຢາກບອກ ໃຫ້ຄົນລາວຮູ້ຈັກ ຫົວ ເລື່ອງບໍ່ກົງກັນ ມັນຈຶ່ງເປັນບັນຫາອັນນີ້ອ້າຍມາປ່ຽນເອງໃດໜິ 1985 ຫຼັງຈາກອ້າຍເຂົ້າມາແລ້ວ ອ້າຍກາປ່ຽນເອງໝົດ ດັ່ງທີ່ໂປຣກຣາມທີ່ນ້ອງເຫັນ ຢູ່ທຸກວັນນີ້ລະ ຄືວ່າມີຂ່າວ ມີລາຍງານ ແລະກາມີເລື່ອງຕ່າງໆ ໃນຊົ່ວໂມງນັ້ນໜະ ເຮົາມີຈັກອັນ ຄືວ່າວັນຈັນ ເຮົາຕ້ອງຟັງເລື່ອງໃດ ວັນຄານເຮົາຕ້ອງຟັງເລື່ອງໃດ ມັນຈະເປັນແບບນັ້ນ.

ຄະນະທີມງານຂອງວີໂອເອ ພະແນກພາສາລາວ ປີ 1981
ຄະນະທີມງານຂອງວີໂອເອ ພະແນກພາສາລາວ ປີ 1981

ນີ້ແມ່ນເກີດຂຶ້ນໃນສະໄໝຂອງຍາອ້າຍລິນທອງເປັນຫົວໜ້າ?

ຊິວ່າຊັ້ນກາວ່າຖືກ ເພາະວ່າ ອ້າຍບໍ່ມັກວິທີເວົ້າໂດຍຕົງວ່າ ອ້າຍບໍ່ມັກວິທີທີ່ວ່າ ເຮົາເຮັດ ຫຍັງໂດຍທີ່ວ່າຄົນລາວ ເຂົາເຈົ້າບໍ່ສາມາດຕິດຕາມເຮົາ ຊົ່ວໂມງນັ້ນ ຟັງອັນນັ້ນ ຊົ່ວໂມງ ນັ້ນ ເປັນເລື່ອງນັ້ນ ຊົ່ວໂມງນັ້ນເປັນເລື່ອງນັ້ນ ເຮົາຢາກເຮັດແບບນັ້ນດຽວນີ້ ຫລັງຈາກ 85 ແລ້ວ ອ້າຍເຮັດແປວ່າ revamp programming ໂລດໜະ revamp ແປວ່າເຮັດໃໝ່ໝົດ ເຮັດແບບທີ່ອ້າຍມັກ ອ້າຍຄິດວ່າຄົນລາວຊິເຂົ້າໃຈດີ ເລື່ອງນີ້ໜະ ແລະອ້າຍເຮັດໃໝ່ໝົດ ມັນ​ຈຶ່ງບໍ່ຄື​ກັນກັບ ທີ່ເຄີຍຜ່ານມາ ຫົກເຈັດຄົນກ່ອນໜ້າອ້າຍ.

ຍາອ້າຍນີ້ສະລຸບແລ້ວນິຮັບໃຊ້ວິທະຍຸວີໂອເອພາກພາສາລາວຂອງເຮົາ ທັງເປັນພະນັກງານ ທັງເປັນຫົວໜ້ານິ ຈັກປີເນາະ?

43 ປີນ້ອງ​ ແຕ່ວັນເຂົ້າການຈົນຮອດມື້ວັນອ້າຍ retire ມື້ອອກກິນເບ້ຍບຳນານ ລວມແລ້ວ 43 ປີ ສະເພາະເປັນຫົວໜ້າແທ້ 18 ປີ.

ດົນນານທີ່ສຸດແມ່ນເບາະຍາອ້າຍ?

ພວກອື່ນກາມີແຕ່ກຳນົດມັນກາ 2 ປີຫລື 4 ປີເທົ່ານັ້ນ.

ແປວ່າ 2 ຫລື 4 ປີເຂົາເຈົ້າຕ້ອງປ່ຽນ?

ເຂົາເຈົ້າຕ້ອງປ່ຽນ ດ້ວຍເຫດຜົນອັນໃດອ້າຍກາບໍ່ຮູ້ອັນນັ້ນ.

ຍາອ້າຍເວົ້າເຖິງນິ ກ່ອນຍາອ້າຍຂຶ້ນມາເປັນຫົວໜ້າ?

ອ້າຍຢູ່ 18 ປີວ່າຊັ້ນເທາະໄປ ແລ້ວກໍ retire ໃນປີ 2010.

ອະດີດຫົວໜ້າ ພະແນກພາສາລາວ ທ່ານ John Tucker (ຄົນທີ 2 ຈາກຊ້າຍ) ແລະທ່ານ Doug Weikle (ຜູ້ທີ່ຢູ່ຂວາສຸດ)
ອະດີດຫົວໜ້າ ພະແນກພາສາລາວ ທ່ານ John Tucker (ຄົນທີ 2 ຈາກຊ້າຍ) ແລະທ່ານ Doug Weikle (ຜູ້ທີ່ຢູ່ຂວາສຸດ)

ຍາອ້າຍຄິດວ່າຈັງໃດເນາະ ໃນການເຂົ້າມາຮັບໃຊ້ ທັງເປັນພະນັກງານແລະກາຫົວໜ້າ ຄວາມສຳເລັດທີ່ວ່າຍາອ້າຍເຮັດຢູ່ສຽງອາເມຣິກາພະແນກພາສາລາວຂອງເຮົານີ້ຄືແນວ ໃດ?

ຈຸດໃຫຍ່ກໍແມ່ນວ່າ ເຮົາຕັ້ງເປົ້າໝາຍໄວ້ວ່າ ຊິໃຫ້ຄົນລາວ ໄດ້ຊາບຂ່າວ ຊາບເລື່ອງຕ່າງໆ ຂອງອາເມຣິກາ ແລະກາຂອງໂລກ ຢ່າງແທ້ຈິງ ໂດຍທີ່ວ່າເຮົາເຮັດກໍເພື່ອວ່າ ໃຫ້ຄົນລາວ ຜູ້ທີ່ຢູ່ເມືອງລາວໄດ້ຮູ້ຈັກ ບາງເລື່ອງມັນກາອາດຈະຍາກ ແຕ່ບາງເລື່ອງມັນກາໃຫ້ເຂົາເຈົ້າ ເຂົ້າໃຈງ່າຍ ຊຶ່ງວ່າໝາຍຄວາມວ່າມັນ ເລື່ອງຍາກກາສາມາດດັດແປງ ບໍ່ແມ່ນດັດແປງ ດອກ ເຮົາສະເໜີໃນແບບທີ່ວ່າ ຂະເຈົ້າຊິເຂົ້າໃຈງ່າຍຫັ້ນໜະ ພວກຢູ່ເມືອງລາວຫັ້ນໜະ ແລະກາສອງມາ ຖ້າວ່າແນວຄິດຂອງວີໂອເອນີ້ເກາະໃຫ້ສະເໜີເລື່ອງຄວາມຈິງທຸກຢ່າງ ໃຫ້ຄົນຟັງໃຫ້ຄົນຟັງເປັນຜູ້ຕັດສິນເອງວ່າ ໂຕນີ້ດີ ໂຕນີ້ບໍ່ດີ ແລ້ວກາເຂົາເຈົ້າຊິຕັດສິນເອງ ເຮົາມີໜ້າທີ່ທີ່ວ່ານີ້ສະເໜີໃຫ້ເຂົາເຈົ້າເຫັນ ແລະກໍວາງໃຫ້ເຂົາເຈົ້າເບິ່ງໃຫ້ເຂົາເຈົ້າຮູ້ຈັກ ນັ້ນແຫລະເປັນເປົ້າໝາຍໃຫຍ່ ຊຶ່ງວ່າເຮັດ ແລະກາບໍ່ເຄີຍປ່ຽນຈາກໂຕນັ້ນ ແຕ່ການທີ່ ອ້າຍປ່ຽນລາຍການຈາກຜູ້ທຳອິດມາຫາຜູ້ທີ 7 ຄື ອ້າຍນີ້ເກາະ ເພາະອ້າຍເຫັນວ່າ ເຮົາບໍ່ ສະເໜີລາຍການ ໃນແບບທີ່ວ່າ ຊົ່ວໂມງນັ້ນຕ້ອງເປັນເລື່ອງນັ້ນ ຊົ່ວໂມງນັ້ນ ຕ້ອງເຂົ້າໃຈ ເລື່ອງນີ້ ເຮົາບໍ່ໄດ້ເຮັດຈັ່ງຊັ້ນ ມາຮອດລຸ້ນອ້າຍ 1985 ມາແລ້ວ ອ້າຍເຮັດແບບນັ້ນ ປ່ຽນ ໝົດເລີຍ.

ຈຶ່ງມີເນາະ ແຕ່ກ່ອນຫັ້ນບໍ່ມີເນາະ?

ບໍ່ມີ ແຕ່ກ່ອນບໍ່ມີ ແລ້ວແຕ່ຫົວໜ້າເພິ່ນຊິຈັດຫຍັງ ເພິ່ນກໍຈັດມາໃຫ້ຜູ້ນີ້ເຮັດນັ້ນ ຜູ້ນັ້ນ ເຮັດນີ້ ແລ້ວກາແລ້ວ ແຕ່ວ່າ ຮ້ອຍຍຸກອ້າຍແລ້ວມາປ່ຽນ ນ້ອງເບິ່ງໃນທີວີແມະ ທີວີ ເຂົາຈະບອກວ່າ ຊົ່ວໂມງນັ້ນເຈົ້າຈະຟັງເລື່ອງນັ້ນ ຊົ່ວໂມງນີ້ເຈົ້າຈະເບິ່ງເລື່ອງນີ້ ອ້າຍ ກາເຮັດແນວຊັ້ນແຫລະ ຄ້າຍກັບທີວີຫັນແຫລະ ໂປຣກຣາມ ຂອງອ້າຍນະ.

ຄະນະທີມງານຂອງວີໂອເອ ພະແນກພາສາລາວ ໃນປີ 1985
ຄະນະທີມງານຂອງວີໂອເອ ພະແນກພາສາລາວ ໃນປີ 1985

ໃນໂອກາດຄົບຮອບ 55 ປີນີ້ ຍາອ້າຍລິນທອງ ມີຫຍັງແດ່ເນາະ ທີ່ຢາກເວົ້າ ໃຫ້ພວກ ນ້ອງຟັງ?

ພວກນ້ອງກາທຳງານເພື່ອເປົ້າໝາຍອັນດຽວກັນ ຄືຢາກໃຫ້ຄົນລາວ ຮູ້ຈັກຂ່າວສານຂອງ ໂລກ ຂ່າວສານຂອງອາເມຣິກາ ເພາະສະນັ້ນເວລາເຮົາເຮັດຫຍັງນີ້ເກາະ ຄຳແນະນຳກໍຄື ເຮັດດ້ວຍໃຈມັກແຕ່ໃຫ້ໃຊ້ສະຕິປັນຍາໃຊ້ສະໝອງຂອງເຮົາວ່າໂຕໃດຊິມີປະໂຫຍດໂຕໃດ ບໍ່ມີປະໂຫຍດ ໃຈຢ່າງດຽວບໍ່ພໍ ສະໝອງດ້ວຍ ນັ້ນແຫລະ ເປັນແນວຄິດທີ່ອ້າຍປະຕິບັດ ແຕ່ໃດໆມາແລ້ວກາຄືນ້ອງໄດ້ ຍິນຫັ້ນແຫຼະ ເຂົາບໍ່ຢາກປ່ອຍໃຫ້ອ້າຍອອກ retire ເລີຍ ແຕ່ອາຍບໍ່ສະບາຍຮ່າງກາຍ ບໍ່ແຂງແຮງແລ້ວ ກາຈຳເປັນຕ້ອງອອກ ໄດ້ຢູ່ຮອດ 18 ປີ ນີ້ແຫລະສຳຄັນກໍຄືເຮັດດ້ວຍສະໝອງ ເອົາໃຈຮັກແຕ່ເຮັດດ້ວຍສະໝອງ.

ຍາອ້າຍລິນທອງ ພວມພັກຜ່ອນ ຢ່າງມີຄວາມສຸກ ຫລັງຈາກ ອອກບຳນານແລ້ວ
ຍາອ້າຍລິນທອງ ພວມພັກຜ່ອນ ຢ່າງມີຄວາມສຸກ ຫລັງຈາກ ອອກບຳນານແລ້ວ

ສຸດທ້າຍຍາອ້າຍມີຫຍັງແດ່ ຢາກເວົ້າໃຫ້ພວກນ້ອງຟັງ ຫລັງຈາກໄປບຳນານແລ້ວ?

ມັນກາມີເຄັດລັບມັນກໍມີນ້ອງ ຄືເວລາເຮົາທຳງານເຮົາໄດ້ເກັບເງິນສ່ວນນຶ່ງເຂົ້າກອງກາງ ຂອງເງິນ retirement ແມ່ນບໍ? ບາງຄົນກາເຮັດ ບາງຄົນກາເຂົ້າໄປໃນ FERS ພວກ ນ້ອງແມ່ນ FERS ເວລາເຮົາອອກມາ ເຮົາຕ້ອງຫາບ່ອນຊິມ້ຽນເງິນເຮົາໄວ້ ເພາະວ່າເວລາ ເຮົາອອກມາຈິງໆຫັ້ນ ເຮົາຈະໄດ້ໃຊ້ເງິນຫຼາຍ ກວ່າທີ່ເຮົາຄິດວ່າເຮົາຈະໄດ້ໃຊ້ ໂຕໜິ ເຮົາເຂົ້າໃຈວ່າໂອເຄເຮົາເຮັດການແລະ ເຮົາເກັບເງິນ ແລ້ວເຮົາຕ້ອງໄດ້ເງິນກ້ອນນີ້ແຫຼະ ມາ ເຮົາຈຶ່ງມາບຳລຸງຄວາມ ສະບາຍຂອງເຮົາ ເພື່ອວ່າເຮົາຊິໄປປະເທດໃດໃນໂລກເບາະ ຫຼືວ່າຊິເຮັດຫຍັງໃນໂລກເບາະ ຫລືວ່າຊິໄປຢູ່ປະເທດໃດເກາະ ມັນກໍຕ້ອງອາໄສເງິນກ້ອນ ນີ້ ສຳ ຄັນທີ່ສຸດແມ່ນເລືີ່ອງເງິນ ເລື່ອງອື່ນແທ້ມັນກາສຳຄັນຢູ່ ການເຮັດວຽກເຮັດການ ມັນກາສຳຄັນຢູ່ ເລື່ອງເງິນເລື່ອງຄຳນີ້ເຮົາຕ້ອງເຂົ້າໃຈວ່າ ທຸກຄົນຕ້ອງມີເປົ້າໝາຍຄັກແນ່ ໃຫ້ໄດ້.

ຍາອ້າຍລິນທອງ ນ້ອຍນາລາ ພ້ອມດ້ວຍພັນລະຍາ ຍາເອື້ອຍນະຣຶມົນ ກຳລັງໄປທ່ຽວ ຫຼັງຈາກບຳນານແລ້ວ
ຍາອ້າຍລິນທອງ ນ້ອຍນາລາ ພ້ອມດ້ວຍພັນລະຍາ ຍາເອື້ອຍນະຣຶມົນ ກຳລັງໄປທ່ຽວ ຫຼັງຈາກບຳນານແລ້ວ

ຜູ້ທີ່ມາຮັບຊ່ວງເປັນຫົວໜ້າຄົນທີ 8 ຕໍ່ຈາກຍາອ້າຍລິນທອງກໍແມ່ນ ທ່ານນາງດາຣາ ບັກຄຳ ຊຶ່ງເພິ່ນໄດ້ຢູ່ໃນຕຳແໜ່ງຊົ່ວ​ໄລຍະ​ນຶ່ງ ແລ້ວກໍອອກກິນເບ້ຍບຳນານ​ໃນ​ປີ 2015.

ປັດຈຸບັນນີ້ ພະແນກພາສາລາວ ອອກອາກາດທາງວິທະຍຸ ເປັນເວລາເຄິ່ງຊົ່ວໂມງ ໃນແຕ່ລະມື້ ແລະກໍເປັນສ່ວນນຶ່ງ​ໃນ​ການອອກອາກາດ ດ້ວຍລະບົບມູນຕີມີເດຍສາກົນ ຂອງ​ວີ​ໂອ​ເອທີ່ມີລາຍ ການແລະເນື້ອຫາໃນ 47 ພາສາ ໃນຫລາຍໆລະບົບ ທີ່ປະກອບ ດ້ວຍວິທະຍຸ ໂທລະພາບ ແລະມືຖື.

ນອກຈາກ​ຮັບ​ຟັງ​ໂດຍ​ກົງ​ຈາກ​ທາງ​ວິທະ​ຍຸ​ລະບົບ​ຄື້ນກາງ​ແລ້ວ ທ່ານ​ຍັງ​ສາມາດ​ຕິດຕາມ​ລາຍ​ການ​ຂອງ​ພວກ​ເຮົາ​ໄດ້​ທາງ​ວິທະຍຸ​ເຄືອ​ຂ່າຍ​ໃນ​ເຂດ​ທ້ອງ​ຖິ່ນທາງ​ພາກ​ຕາ​ເວັນ​ອອກ ສຽງ​ເໜືອ​ຂອງ​ໄທຫຼືຕິດຕາມລາຍການ​ຂອງ​ພວກ​ເຮົາໄດ້​ທາງ​ເວັບ​ໄຊ lao.voanews.com, ທາງ SoundCloud, Audio Now, Itune, mobile app ​ແລະ​ທາງ Facebook ນຳ​ດ້ວຍ.

XS
SM
MD
LG