ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຳ​ພາດ​ພີ່​ນ້ອງ​ເຊື້ອ​ສາຍ​ລາວ ເນື່ອງ​ໃນ​ໂອ​ກາດ ສະ​ຫລອງ​ບຸນ​ປີ​ໃໝ່​ສາ​ກົນ ປີ 2015


ພີ່ນ້ອງເຊື້ອສາຍລາວ ສະຫລອງປີໃໝ່ສາກົນ ທີ່ຮ້ານອາຫານຝຣັ່ງ ສະມາຍດີ ຄຸ້ມຫົວເມືອງ ນະຄອນຫລວງວຽງຈັນ.
ພີ່ນ້ອງເຊື້ອສາຍລາວ ສະຫລອງປີໃໝ່ສາກົນ ທີ່ຮ້ານອາຫານຝຣັ່ງ ສະມາຍດີ ຄຸ້ມຫົວເມືອງ ນະຄອນຫລວງວຽງຈັນ.

ມື້​ນີ້ ​ແມ່ນວັນ​ທີ 1 ຄ​.ສ 2015 ມື້​ທຳ​ທິດ​ຂອງ​ປີໃໝ່​ສາ​ກົນ ດັ່ງ​ນັ້ນ
ລາຍ​ການ​ຊີ​ວິດ​ຊາ​ວ​ລາວ ຂອງ​ເຮົາຈະ​ນຳພາ​ທ່ານ​ໄປ​ຢ້ຽມ​ຢາມ​
ຖາມ​ຂ່າວ ບັນ​ດາພີ່​ນ້ອງ​ເຊື້ອຊາດລາ​ວ ຢູ່​ບາງ​ປະ​ເທ​ດ​ໃນ​ໂລກ
​ເຊັນ​ວ່າ ອອສ​ເຕຣ​ເລຍ ​ລາວ ​ແລະ​ສະຫະລັດ ອາ​ເມຣິກາ ​ໃນ​
ນັ້ນທ່ານຈະ​ໄດ້​ຮູ້ວ່າ ບັນດາຊາວ​ລາວ​ເຫລົ່ານັ້ນ ພາກັນສະ
ຫລອງບຸນປີ​ໃໝ່ສາກົນ​ກັນ​ຢ່າງ​ໃດ ກິ່ງ​ສະຫວັນ ຈະ​ນຳ​ເລື້ອງ​ນີ້
​ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ສະບາຍດີປີ​ໃໝ່ ທ່ານຜູ້ຟັງທີ່ເຄົາລົບ ມື້​ນີ້ວັນ​ທີ 1 ເ​ດືອນ​ມັງກອນ ປີ ຄ.ສ 2015 ມື້​ທຳ​ອິດ
ຂອງ​ປີໃໝ່​ສາ​ກົນ ​ເປັນ​ວັນ​ພັກ​ທາງ​ລາດ​ຊະ​ການຢູ່​ໃນ​ຫ​ລາຍໆ​ປະ​ເທດ. ​ໃນ​ຫວ່າງ​ບໍ່​ເທົ່າ
​ໃດ​ຊົ່ວ​ໂມງ​ທີ່​ຜ່ານ​ມາ​ນີ້ ປະຊາກອນ​ໂລກ ບໍ່​ວ່າ​ຈະ​ນັບ​ຖື​ສາສະ​ໜາ​ໃດໆ ມີ​ພື້ນ​ຖານ​ເຊຶ້​ອ
​ຊາດ​ຜີວ​ພັນ ແລະ​ປາກ​ພາ​ສາ​ໃດໆ​ກໍ​ຕ​າ​ມ ​ແມ່ນໄດ້ພາ​ກັນຊຸມ​ແຊວ​ກິນ​ລ້ຽງ​ສະ​ຫລອງ​ສົ່ງ
ທ້າຍ​ປີ​ເກົ່າ ​ລໍ​ຖ້າ​ຈົນ​ກາຍ​ທ່ຽງຄືນ ​ເພື່ອ​ຕ້ອນ​ຮັບ​ວັນ​ຮຸ່ງ​ເຊົ້າ​ປີ​ໃໝ່​ກັນ​ຢ່າງ​ຟົດ​ຟື້ນມ່ວນຊຶ່ນ.

​ບັນ​ດາ​ຊາວ​ໂລກ​ບໍ່​ວ່າ ຈະ​ຢູ່​ແຫ່ງ​ຫົນ​ໃດ​ກໍ​ຕາມ ຈະ​ໜີ​ພົ້ນ​ຈາກອິດ​ທິພົນຂອງສາ​ສະ​ໜາ
​ຄ​ຣິ​ສ ​ການ​ໃຊ້​ປະ​ຕິ​ທິນ​ສາ​ກົນ​ ແລະ​ການ​ສ​ະ​ຫລອງ​ຄ່ຳ​ຄືນກ່ອນ​ວັນ​ປີ​ໃໝ່​ກໍ​ຄື New
Year’s Eve ຫລືບຸນ​ປີ​ໃໝ່​ສາກົນ ນີ້ບໍ່ໄດ້ເດັດຂາດ. ​ເພາະ​ສະ​ນັ້ນ ໃນ​ວາລະ​ໂອກາດ​
ອັນ​ສຳຄັນ​ນີ້ ​ວີ​ໂອ​ເອ ຈະ​ນຳ​ພາ​ທ່ານ​ໄປ​ຢ້ຽມ​ຢາມ​ຖາມ​ຂ່າວ​ເຖິງ​ ວິ​ທີ​ການ​ສະຫລອງ ຂອງ
ຄວາມສຸກ​ ພີ່ນ້ອງເຊື້ອຊາດລາ​ວ ໄດ້​ໄປຕັ້ງຖິ່ນ​ຖານ ຊີວິດ​ຢູ່​ເກືອບທຸກ​ທະວີບໂລກ.

​ເຮົາ​ຈະ​ເລີ້ມ​ຕົ້ນ ​ນຳພາ​ທ່ານ​ໄປ ຢ້ຽມຢາມ​ຖາມ​ຂ່າວ ທ່ານບຸນ​ເພັງ ຕັງ​ຄະ​ປັນຍາ ທີ່​ນະ
ຄອນ​ຊິດ​ນີ ປະ​ເທດ​ອອສ​ເຕ​ຣເລຍ ຊຶ່ງພ້ອມກັບ​ນິວ​ຊີ​ແລນ ​ແມ່ນ​ຮວມຢູ່ໃນ​ພວກ​ປະ​ເທດທີ່​ຕ້ອນຮັບປີໃໝ່ກ່ອນ ຫລາຍ​ເຂດອຶ່ນໆ​ຂອງ​ໂລກ ອອ​ສ​ເຕ​ຣ​ເລຍ ເວລາ​ນີ້​ແມ່ນ​ຢູ່​ໃນ​ລະດູ​ຮ້ອນ ທ່ານບຸນ​ເພັງ ​ໄດ້ລົມ​ກັບ​ ວີ​ໂອ​ເອ ຟັງວ່າ:

ທ່ານບຸນເພັງ ແລະຍ່ານາງ ທິບພະຈັນ ຕັງຄະປັນຍາ ແລະລູກສາວ
ທ່ານບຸນເພັງ ແລະຍ່ານາງ ທິບພະຈັນ ຕັງຄະປັນຍາ ແລະລູກສາວ

ບັດ​ນີ້​ເຮົາ​ຈະ​ນຳພາ​ທ່ານ​ໄປ ຢ້ຽມຢາມ​ຖາມ​ຂ່າວ​ ທ່ານ​ນາງສຸດາ​ຈັນ ປະ​ທູມ​ຊາດ ຈາກ
​ປະເທດ​ຝຣັ່ງ ທີ່​ກິນ​ລ້ຽງຕ້ອນຮັບ​ປີ​ໃໝ່ກັບ​ບັນດາ ​ເຊື້ອຊາດ​ລາວ ຮ້ອຍກວ່າ​ຄົນທີ່​ມາ​ຈາກ​
ນອກ​ປະ​ເທດ ​ເຕົ້າ​ໂຮມ​ກັນ​ຢູ່ຮ້ານ​ອາຫານ ສະ​ມາຍ​ດີ (Smiledee) ຫລື​ຮອຍ​ຍີ້ມດີ ທີ່​ຄຸ້ມ
​ຫົ​ວ​ເມືອງ ນະຄອນຫລວງ​ວຽງ​ຈັນ ທ່ານ​ນາງ​ໄດ້​ກ່າວ​ຕໍ່ ວີໂອ​ເອ ວ່າ:

ທ່ານນາງສຸດາຈັນ ປະທຸມຊາດ (ຂວາ)
ທ່ານນາງສຸດາຈັນ ປະທຸມຊາດ (ຂວາ)

ຢູ່​ທີ່​ຄຸ້ມ​ບ້ານ​ຂຸນ​ຕາ​ທ່າ ທ່ານຫັດ​ທະຈັນ ພິມ​ພັນທະ​ວົງ ທີ່​ຫາກໍ​ສຳ​ເລັດ​ການ​ສຶກສາ​ຂັ້ນ ປະລິນຍາເອກ ຈາກ​ປະ​ເທດ​ອີ​ຕາ​ລີ ​ເມື່ອ​ປີ​ແລ້ວ​ນີ້ ກໍ​ໄດ້​ສະຫລອງ​ປີ​ໃໝ່​ ພ້ອມ​ກັບ​ສະ
ຫລອງ​ຂື້ນ​ເຮືອນໃໝ່​ເຊ່ນ​ກັນ ທ່ານ ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ວ່າ :

ທ່ານຫັດຖະຈັນ ພິມພັນທະວົງ
ທ່ານຫັດຖະຈັນ ພິມພັນທະວົງ

ສະຫະລັດ ​ແມ່ນ​ຮວມຢູ່​ໃນ​ຫລາຍໆ​ປະ​ເທດ ສຸດ​ທ້າຍ​ທີ່​ຕ້ອນຮັບ​ປປີໃໝ່ ຂ້າພະ​ເຈົ້າ​ຈະ​
ນຳພາ​ທ່ານ​ໄປ​ຢ້ຽມຢາມ​ເມືອງ Nashville ລັດ Tennessee ຊຶ່ງ​ເປັນ​ເມືອງ​ດົນຕີ​ລູກ​ທົ່ງ​
ອາ​ເມຣິກາ ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ ສະຫະລັດ ​ແລະ​ພົບ​ກັບທ່ານ​ນາງ​ເກດສະໜາ
ວິ​ໄລ​ລັກ ​ທີ່​ເຫລົ່າ​ເຖິງ​ການ​ສະຫລອງ​ປີໃໝ່​ສາກົນ ​ສູ່​ຟັງ​ດັ່ງ​ນີ້ :

Ketsana Vilaylack
Ketsana Vilaylack

ນັ້ນ​ແມ່ນ​ການ​ສຳພາດ ການ​ສະ​ຫລອງ​ບຸນປີ​ໃໝ່​ສາກົນ​ປີ 2015 ກັບ ບັນດາ​ພີ່ນ້ອງ​ເຊື້ອ​
ຊາດ​ລາວ ຢູ່ໃນ​ເຂດ​ຕ່າງໆ​ຂອງ​ໂລກ. ທ້າຍ​ສຸດ​ນີ້ ຄະນະ​ຈັດ​ທຳ​ພາກ​ພາສາ​ລາວ​ຂອງ
ວິທະຍຸ ວີ​ໂອ​ເອ ຂໍ​ຖື​ໂອກາດ​ນີ້ ສະ​ແດງ​ຄວາມ​ຂອບ​ໃຈ ທີ່​ທ່ານ​ໄດ້​ຕິດ​ຕາມ​ຟັງ​ລາຍການ
​ຂອງ​ພວກ​ເຮົາ​ຕະຫລອດ​ປີ​ 2014 ທີ່​ຜ່ານ​ມາ ​ແລະ​ໃນ​ປີ 2015 ປີ​ນີ້. ​ແລະ​ຂໍ​ອວຍພອນ​ປີ
ໃໝ່​ແກ່​ທຸກໆ​ທ່ານ ຈົາງມີແຕ່ຄວາມສຸກ​ຊົດ​ຊື່ນ​ສົມ​ຫວັງ ​ແລະ​ຜົນສຳ​ເລັດ​ຈົ່ງ​ເກີດ​ຂື້ນ​ແກ່​ທຸກ​ທ່ານ​ດ້ວຍ​ເຖິ້ນ ສະບາຍດີ​ປີ​ໃໝ່ ກິ່ງ​ສະຫວັນ ປະ​ຖັມມະ​ວົງ.

AUSTRALIA NEW YEARS VO
please wait

No media source currently available

0:00 0:00:59 0:00

XS
SM
MD
LG