ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, 11 ສິງຫາ 2026

ເອກອັກຄະລັດຖະທູດ ສຫລ ປະຈໍາ ສປປ ລາວ ໂອ້ລົມກັບ ວີໂອເອ (ສະໄລດ໌)

ໃນ ປີ 2011 ທ່ານທູດ ແຄເຣັນ (ເສຶ້ອແດງ) ຮ່ວມພິທີ ມອບການ ຊ່ວຍເຫລືອອາຫານ ຈາກ ສະຫະລັດ ແກ່ໂຮງຮຽນປະຖົມ ມູນຄາ 10 ລ້ານໂດລາ ທີ່ແຂວງຄໍາມ່ວນ
ໃນ ປີ 2011 ທ່ານທູດ ແຄເຣັນ (ເສຶ້ອແດງ) ຮ່ວມພິທີ ມອບການ ຊ່ວຍເຫລືອອາຫານ ຈາກ ສະຫະລັດ ແກ່ໂຮງຮຽນປະຖົມ ມູນຄາ 10 ລ້ານໂດລາ ທີ່ແຂວງຄໍາມ່ວນ
ໃນ​ໄລຍະ 2-3 ປີຜ່ານມາ​ນີ້ ສາຍ​ພົວພັນລະຫວ່າງ ສະຫະລັດ​
ແລະ​ສ​ປປ ລາວ ​ໄດ້​ມີ​ບາດກ້າວ​ຂະຫຍາຍ​ໂຕກວ້າງ​ອອກ​ໄປ​
ເລື້ອຍໆ ພ້ອມ​ກັບ​ການ​ຊ່ວຍ​ເຫລືອ ຂອງ​ສະຫະລັດ ​ໃຫ້​ແກ່​ລັດ
ຖະບານ​ລາວ ​ແລະ​ການ​ຮ່ວມ​ມື​ສອງ​ຝ່າຍ ຊຶ່ງ​ທັງ​ນີ້​ທັງ​ນັ້ນກໍ​
ຍ້ອນ​ບົດບາດ​ອັນ​ແຂງ​ຂັນ​ຂອງ​ທ່ານ​ນາງ Karen Stewart ​
ເອກ​ອັກ ຄະ​ລັດຖະທູດສະຫະລັດ ຜູ້​ມີ​ອໍານາດ​ເຕັມ ປະ​ຈໍາ
ສປປ ລາວ ຄົນ​ຫລ້າ​ສຸດ ທີ່​ກໍາລັງ​ຈະ​ພົ້ນ​ຕໍາ​ແໜ່​ງ​ໄປ​ໃນ​ເດືອນ
​ໜ້າ​ນີ້ ​ຫລັງ​ຈາກ​ເວລາ​ສາມ​ປີ ​ໃນ​ຖານະ​ນັກ​ການ​ທູດ​ສະຫະລັດ
​ສູງ​ສຸດ​ ປະ​ຈໍາ​ປະ​ເທດ​ລາວ.

ທ່ານ​ທູດ ແຄເຣັນ ​ໄດ້​ເຂົ້າ​ຮັບ​ລັດຖະການ​ໃນ​ກະ​ຊວງ​ການ​ຕ່າງ
ປະ​ເທດສະຫະລັດເມື່ອປີ 1977. ທ່ານ​ນາງ​ໄດ້ຖືກ​ມອບ​ໝາ​ຍ ​
ໃຫ້ໄປ​ປະ​ຈໍາ​ການ​ຢູ່ ບາງກອກ​ແລະ​ອຸ​ດອນ​, ວຽງ​ຈັນ, ​ໂຄ​ລົມ​ໂບ
ນະຄອນຫລວງ​ຂອງສຣີລັງກາ, ​ອິສລາມາ​ບັດ ​ນະຄອນຫລວງຂອງປາ​ກິ​ສຖານ ​ແລະທີ່ນະ
ຄອນຫລວງ Minsk ຂອງປະ​ເທດເບ​ລາຣຸສ ໃນ​ຕໍາ​ແໜ່​ງຕ່າງໆຢູ່​ສະຖານທູດສະຫະລັດ.

ໃນ​ໄລຍະ 33 ປີ ທີ່ໄດ້ຮັບ​ໃຊ້ຢູ່ກະຊວງ​ການ​ຕ່າງປະ​ເທດ ທ່ານ​ນາງ Stewart ໄດ້​ຖືກ​ແຕ່ງ​
ຕັ້ງ​ໃຫ້ເປັນ​ເອກ​ອັກຄະ​ລັດຖະທູດສອງຄັ້ງ ຄື​ປະ​ຈໍາເບ​ລາຣຸສ​ ​ໃນ​ປີ 2006 ​ແລະໃນ​ເດືອນ
ກໍລະກົດ ປີ 2010 ​ປະ​ທາ​ນາ​ທິ​ບໍ​ດີ Barack Obama ໄດ້​ແຕ່​ງຕັ້ງໃຫ້ທ່ານນາງເປັນເອກ​
ອັກ​ຄະ​ລັດ​ຖະ​ທູດ ປະ​ຈຳ ສ​ປ​ປ ລາວ. ທ່ານ​ນາງແຄເຣັນ ໄດ້ຮັບ​ການອະນຸມັດຈາກສະພາ​
ສູງສະ​ຫະ​ລັດ ໃນ​ວັນ​ທີ 29 ເດືອນກັນຍາ ​ແລະໄດ້​ສາບານ​ໂຕ​ເຂົ້າ​ຮັບ​ຕໍາ​ແໜ່​ງ​ໃນ​ວັນ​ທີ
25 ​ເດືອນຕຸລາ.

ທ່ານທູດ ແຄເຣັນ ສະເໜີສານຕາຕັ້ງຕໍ່ ປະທານປະເທດ ສປປ ລາວ ທ່ານ ຈູມມະລີ ໄຊຍະສອນ ໃນວັນທີ 16 ພະຈິກ 2010
ທ່ານທູດ ແຄເຣັນ ສະເໜີສານຕາຕັ້ງຕໍ່ ປະທານປະເທດ ສປປ ລາວ ທ່ານ ຈູມມະລີ ໄຊຍະສອນ ໃນວັນທີ 16 ພະຈິກ 2010

ທ່ານ​ນາງ​ໄດ້​ເດີນທາງໄປ​ຮັບ​ໜ້າ​ທີ່​ແລະ​ສະ​ເໜີ​ສານ​ຕາ​ຕັ້ງຕໍ່
ປະ​ທານ​ປະ​ເທດລາວ​ ໃນ​ວັນ​ທີ 26 ເດືອນພະຈິກ. ທ່ານ​ນາງ
ແຄເຣັນ ເຄີຍໄດ້ໄປ​ປະ​ຈໍາ​ຢູ່​ລາວ ມາກ່ອນ​ແລ້ວສອງຄັ້ງ ເປັນ
​ເຈົ້າ​ໜ້າ​ທີ່​ຝ່າຍ​ເສ​ດຖະກິດ ​ຈາກ​ປີ 1984 ຫາ 86 ​ແລະຫລັງ
​ຈາກ​ນັ້ນ​ຕໍ່ມາ​ ກໍໄດ້​ເປັນຮອງ​ເອກ​ອັກຄະ​ລັດຖະທູດ ຈາກ​ປີ
1999 ຫາ 2001 ຊຶ່ງ​ໃນ​ແຕ່​ລະ​ຄັ້ງ​ທີ່​ມາ​ຮັບ​ຕໍາ​ແໜ່​ງນັ້ນ ທ່ານ​
ນາງ​ໄດ້​ເຫັນ​ຄວາມ​ແຕກ​ຕ່າງ​ຢ່າງ​ໃຫຍ່​ຫລວງ. ທ່ານ​ທູດ
​ແຄ​ເຣັນ ກ່າວ​ວ່າ:
please wait

No media source currently available

0:00 0:01:13 0:00
ລິງໂດຍກົງ

“ແມ່ນ​ແລ້ວ ​ມັນ​ແຕກ​ຕ່າງ​ກັນຫລາຍ ​ໃນ​ສະ​ໄໝ​ນັ້ນ​ກັບ​ສະ​ໄໝ​ນີ້ ​ເກືອບ​ປານ
ກາງເວັນກັບກາງ​ຄືນ ພຸ້ນ​ແຫລະ. ​​ໃນ​ກາງ​ຊຸມ​ປີ 1980 ນັ້ນ ລາວເປັນ​ປະ​ເທດ​
ທີ່​ປິດ
ຕາຍແລະ​ຢູ່ໂດດ​ດ່ຽວຢ່າງ​ສິ້ນ​ເຊີ​ງ. ເວ​ລ​າ​ນັ້ນ​ ມີ​ນັກ​ການ​ທູດ ​ພຽງບໍ່​ເທົ່າ​
ໃດ​ຄົນ
​ຢູ່​ໃນ​ປະ​ເທດ. ພວກ​ເຮົາ​ຖືກຫ້າມ​ບໍ່​ໃຫ້ເດີນ​ທາງ​ໄປ​ໄສ​ມາ​ໄສ. ເວ​ລາ​
ນັ້ນ ປະ​ເທດ​
ລາວມີ​ລະບົບເສດ​ຖະ​ກິດທີ່​ແຕກຕ່າງ​ຈາກ​ດຽວ​ນີ້. ​ແຕ່​ວ່າ ມັນ​ໄດ້​
ປ່ຽນ​ແປງ
​ໄປ​ແລ້ວ​ເວລາ​ນີ້ຄື​ໃນ​ທ້າຍຊຸມປີ 1980 ນັ້ນ ລາວໄດ້​ຮັບ​ເອົາກົນ​ໄກ
ເສດ​ຖະ​ກິດ​ໃໝ່ ແລະ​
ຕໍ່ມາ​ກໍ​ໄດ້​ຮັບ​ເອົາລະບົບເສດ​ຖະ​ກິດຕະ​ຫລາດ​ມາ​ໃຊ້
ລະ​ໄດ້​ຕັດສິນ​ໃຈ ເປີດກວ້າງຕໍ່ໂລກ​ພາຍນອກ​ ​ເພື່ອ​ເຂົ້າ​ພົວພັນຢູ່​ໃນ​ຕາ​ນ່າງ​
ແລະ​ອົງການ​ຈັດ​ຕັ້ງ​ຂອງ
ຂົງ​ເຂດແລະສາກົນ ​ໄດ້​ຕ້ອນ​ຮັບ​ພວກ​ນັກທ່ອງ​ທ່ຽວ
​ຕ້ອນ​ຮັບ​ການ​ກັບ​ຄືນ​ມາ​ຢ້ຽມ​ຢາມ
ບ້ານ​ຂອງ​ຄົນ​ລາວ ທີ່​ຢູ່ຕ່າງ​ປະ​ເທດ ເປີດ​
ໃຫ້​ຕ່າງ​ປະ​ເທດ​
​ເຂົ້າມາ​ລົງ​ທຶນ ແລະປະຊາຊົນ​ລາວ​ສາມາດ​ເດີນ​ທາ​ງໄປ​ໄດ້​
ມາ​ໄດ້​
ຢ່າງ​ເສລີ ​ໃນ​ທົ່ວ​ປະ​ເທດ.”

​ເອກ​ອັກຄະ​ລັດຖະທູດ Karen Stewart ກ່າວ​ວ່າ ​ສິ່ງເຫລົ່າ​ນັ້ນທັງ​ໝົດ​ແມ່ນ​ໄດ້ສ້າງ​ໃຫ້​
ມີ​ສະພາບ​ແວດ​ລ້ອມ​ທີ່​ແຕກ​ຕ່າງ​ໄປໃນທາງ​ດີ​ຂຶ້ນ ສໍາລັບ​ການ​ດໍາລົງ​ຊີວິດແລະ​ທໍາ​ງານ ​
ແລະ​ສະຫະລັດ​ກັບ​ລາວ ກໍ​ໄດ້ຄ່ອຍໆກ້າວອອກຈາກ​ການ​ມີ​ຄວາມສໍາພັນໃນ​ຂອບ​ເຂດ
ທີ່​ຈໍາກັດ ​ແລະ​ໃນ​ທີ່​ສຸດ ​ໃນ​ກາງຊຸມ​ປີ 1980 ນັ້ນ ທັງ​ສອງ​ປະ​ເທດໄດ້ປະສົບຄວາມກ້າວ
ໜ້າ​ໃນ​ການ​ເຮັດ​ວຽກ​ຮ່ວມ​ກັນ ​ໃນ​ກາ​ນຊອກ​ຄົ້ນ​ຫາທະຫານສະຫະລັດທີ່​ຫາຍສາບສູນ
​ໃນສົງຄາມ ​ແຕ່​ວ່າ​ນອກ​ນັ້ນ​ແລ້ວ ກໍ​ບໍ່​ມີ​ດ້ານໃດອີກທີ່​ທັງ​ສອງ​ຝ່າ​ຍຮ່ວມ​ມື​ກັນ​ໃນສະໄໝ
​ນັ້ນ. ແຕ່ວ່າໃນເວລາຕໍ່​ມາ ລາວ​ກໍ​ໄດ້​ເປີດ​ກ້ວາງ​ຫລາຍ​ຂຶ້ນ ​ແລະ​ສອງ​ປະ​ເທດ ສະຫະລັດ ​
ກັບ​ລາວ ກໍ​ໄດ້​ກ້າວ​ເຂົ້າ​ສູ່​ຄວາມ​ສໍາພັນ​ ແບບ​ທີ່ມີ​ການ​ພົວພັນ​ນໍາ​ກັນ ​ໃນ​ເກືອບວ່າໝົດ​
ທຸກ​ດ້ານ ​ເທົ່າ​ທີ່​ສອງ​ປະ​ເທດ​ຈະ​ພົວພັນ​ນໍາ​ກັນ​ໄດ້. ທ່ານທູດ ​ແຄເຣັນ ກ່າວ​ຕໍ່​ໄປວ່າ:

please wait

No media source currently available

0:00 0:00:51 0:00
ລິງໂດຍກົງ

ທ່ານທູດ ແຄເຣັນ ແລະ ລັດຖະມົນຕີອຸດສາຫະກໍາ ແລະການຄ້າ ດຣ ນາມ ວິຍາເກດ ແລະຮອງ ລັດຖະມົນຕີຕ່າງປະເທດ ທ່ານ ບຸນເກີດ ສັງສົມສັກ
ທ່ານທູດ ແຄເຣັນ ແລະ ລັດຖະມົນຕີອຸດສາຫະກໍາ ແລະການຄ້າ ດຣ ນາມ ວິຍາເກດ ແລະຮອງ ລັດຖະມົນຕີຕ່າງປະເທດ ທ່ານ ບຸນເກີດ ສັງສົມສັກ

“​ແລະ​ໂດຍ​ທົ່ວ​ໄປ​ແລ້ວ ດັ່ງທີ່​ຂ້າພະ​ເຈົ້າ​ໄດ້​ກ່າວມາ​ກ່ອນ
ຂ້າພະ​ເຈົ້າ​ພົບ​ວ່າ ດຽວ​ນີ້ ປະ​ເທດ​ລາວ​ແມ່ນ​ມີ​ທ່າ​ອ່ຽງ
ມອງ​ເບິ່ງ​ອອກ​ໄປ​ຍັງ​ໂລກ​ພາຍ​ນອກ​ຫລາຍ​ຂຶ້ນ ມີ​ຄວາມ
ສະບາຍ​ໃຈ​ ຄ່ອງ​ໂຕ ຫລາຍ​ຂຶ້ນ​ໃນ​ການ​ຕິດ​ຕໍ່​ພົວພັນ​ກັບ​
ໂລກ​ພາຍ​ນອກ ​ແລະ​ພວກ​ເຮົາ​ກໍ​ຢາກ​ຊຸກຍູ້ໃຫ້ລາວເຮັດ
ເຊັ່ນ​ນັ້ນ ​ເພາະພວກ​ເຮົາ​ຮູ້ສຶກວ່າ ຢູ່​ໃນ​ເອ​ເຊຍ​ນີ້ ມັນເປັນ​
ການ​ສໍາ​ຄັນທີ່​ຈະ​ຕ້ອງ​ເຂົ້າ​ປະກອບສ່ວນໃນ​ພວກໂຄງ​
ສ້າງ​ລະດັບ​ຂົງ​ເຂດຕ່າງໆ ​ເຊັ່ນ​ໃນ​ສະມາຄົມ​ອາ​ຊ່ຽນ ​
ແລະ​ໂຄງການ​ລິ​ເລີ້ມ​ເຂດ​ລຸ່ມ​ແມ່​ນໍ້າຂອງເປັນ​ຕົ້ນ ​ແລະ​
ການ​ທີ່​ສາມາດ​ໄດ້​ເຮັດ​ວຽກ​ຮ່ວມ​ກັບ​ລາວ ​ໃນພວກ​ຂົງ​
ເຂດ​ເຫລົ່າ​ນີ້ ​ແມ່ນ​ເປັນ​ທີ່​ກໍາລັງ​ໃຈ​ຫລາຍ.”


​ເພື່ອ​ຊ່ວຍ​ຊຸກຍູ້ໃຫ້​ລາວ​ໄດ້​ເປັນ​ສະມາຊິກ ທີ່​ສາມາດ​ປະກ​ອບສ່ວນ​ໄດ້​ຢ່າງ​ແຂງ​ຂັນ​ຢູ່ໃນ
ສະມາຄົມ​ອາ​ຊ່ຽນ ​ແລະ​ອົງການ​ຈັດ​ຕັ້ງ​ອື່ນໆໃນລະດັບ​ພູມິ​ພາກນັ້ນ ສະຫະລັດ​ກໍ​ໄດ້​ໃຫ້
ການ​ຊ່ວຍ​ເຫລືອ​ແກ່ ສປປ ລາວ ​ໃນ​ຫລາຍໆ​ດ້ານ ​ເປັນ​ຕົ້ນ​ໃນ​ດ້ານ​ການ​ສຶກສາ ຊຶ່ງທ່ານ
ທູດ ​ແຄເຣັນ ອະທິບາຍ​ວ່າ:
please wait

No media source currently available

0:00 0:01:54 0:00
ລິງໂດຍກົງ

ທ່ານທູດ ແຄເຣັນ (ເສື້ອແດງ) ຮ່ວມກັບ ບັນດານັກຮຽນຊັ້ນມັດທະຍົມ ທີ່ໄດ້ຮັບທຶນຈາກ ສະຖານທູດ ສຫລ English Access Micro Scholarship Program
ທ່ານທູດ ແຄເຣັນ (ເສື້ອແດງ) ຮ່ວມກັບ ບັນດານັກຮຽນຊັ້ນມັດທະຍົມ ທີ່ໄດ້ຮັບທຶນຈາກ ສະຖານທູດ ສຫລ English Access Micro Scholarship Program
“​ໃນ​ດ້ານໂຄງ​ການສຶກ​ສາ​ໂດ​ຍ​ສະ​ເພາະນັ້ນ ພວກ​ເຮົາ​ໄດ້​
ມີ​ໂຄງ​ການ​ສອນ​ພາ​ສາ​ອັງ​ກິດຈໍານວນ​ນຶ່ງ ທີ່ ໃນ​ໄລະ​ພຽງ​
ສອງ​ສາມ​ປີ​ ທີ່​ຂ້າ​ພະ​ເຈົ້າໄດ້​ມາ​ປະ​ຈໍາຢູ່​ທີ່​ນີ້​ ໄດ້​ຂະຫຍາຍ​
ກ້ວາງ​ອອກ​ໄປ​ຮວມ​ເອົາ ​ບໍ່ພຽງ​ແຕ່ວຽກ​ງານ​ຂອງ​ພວກ​ເຮົາ
ຢູ່ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດລາວ​ ໃນ​ລະດັບ​ມ​ະ​ຫາ​ວິ​ທະ​
ຍາ​ໄລເທົ່າ​ນັ້ນ ແຕ່​ໂຄງ​ການ​ໃຫ້​ທຶນ​ສຶກສາແກ່​ພວກນັກ​
ຮຽນ​ທີ່​ບໍ່​ມີ​ໂອ​ກາດ ແລະການ​ຊ່ວຍ​ເຫລືອ​ໃນ​ລະດັບ​ມັດ​ທະ​
ຍົມນໍາ ແລະ​ໂຄງ​ການ​ທີ່​ຫາ​ກໍ​ຈັດ​ຕັ້ງ​ຂຶ້ນໃໝ່ໆ ​ໃນ​ລະດັບ​
ນັກວິຊາ​ຊີບ ​ເພື່ອສອນ​ພາ​ສາ​ອັງ​ກິດ ​ໃຫ້ແກ່​ພວກ​ເຈົ້າ​ໜ້າ
​ທີ່ລັດຖະບານ​ແລະນາຍ​ຄູ ໂດຍ​ສະ​ເພາະ​ຢູ່​ໃນ​ໂຄງ​ການລິ່​
ເລີ້ມເຂດລຸ່ມ​ແມ່​ນ້ຳ​ຂອ​ງ. ນອກ​ນັ້ນ​ແລ້ວ ພວກ​ເຮົາ​ກໍ​ມີ​ໂຄງ
ການ​ນ້ອຍໆ ມີ​ເງິນ​ຊ່ວຍ​ເຫລືອ​ລ້າ​ກ້ອນນ້ອຍໆ​ສຳ​ລັບວຽກ​ງານ​ຕໍ່​ຕ້ານ​ການ​ຄ້າ​ມະ​ນຸດ
ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ຮັບມື​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດແລະສະໜັບສະ
ໜຸນຄະ​ນະ​ກຳ​ມະການ​ແມ່​ນ້ຳ​ຂອງ. ​

ດັ່ງນັ້ນ ​ທ່ານສາມາດ​ແລ​ເຫັນວ່າ ການ​ພົວພັນ​ຂອງ​ພວກ​ເຮົາ​ໄດ້​ກາຍ​ມາ​ເປັນຄວາມ
ສຳ​ພັນ ​ທີ່​ມີ​ຂອບ​ເຂດກວ້າງຂວາງ ຢູ່​ໃນເກືອບ​ທຸກໆດ້ານ. ແລະສະ​ຖານ​ທູດຂອງ​
ພວກ​ເຮົາ​ກໍໄດ້​ເຕີບໂຕຂຶ້ນ​ໄປ​ນໍາ ​ເພື່ອ​ໃຫ້​ສາມາດ​ຮອງ​ຮັບ​ແລະ​ອໍາ​ນວຍຄວາມ​ສະ​
ດວກ​ໃຫ້​ແກ່​ການ​ພົວພັນ​ກັນ​ດັ່ງກ່າວ ​ຊຶ່ງ​ຮວມທັງ ​ເວລາ​ນີ້ ພວກ​ເຮົາ​ມີ​ຮອດເຈົ້າ​
ໜ້າ​ທີ່ ຊ່ວຍ​ເຫລືອ​ດ້ານ​ການ​ພັດທະນາ​ຂອງ​ສະຫະລັດ ຫລື USAID ມາ​ປະ​ຈໍາ
ຢູ່​ທີ່​ນີ້ ​ແລະມີຫ້ອງ​ການ​ທູດ​ທະ​ຫານນໍາ ເພາະ​ສະ​ນັ້ນ ​ຖ້າ​ຈະ​ປຽບ​ທຽບ​ໃສ່​ແຕ່​ກ່ອນ
ການ​ພົວພັນ​ຂອງ​ພວກ​ເຮົາ​ແມ່ນໄດ້​ກາຍ​ມາ​ເປັນ​ຄວາມສຳ​ພັນ​ສອງ​ຝ່າຍ ທີ່ອຸ​ດົມ​
ຮັ່ງ​ມີຫລາຍ.”


ສາຍ​ພົວພັນ​ທີ່​ອຸດົມ​ຮັ່ງມີ ລະ​ວ່າງ​ສະ​ຫະລັດ​ກັບລາວ​ນັ້ນ ແມ່ນ​ໄດ້ເຕີບ​ໃຫຍ່​ຂຶ້ນ​ມາ​ຈາກ​
ການ​ຮ່ວມ​ມືກັນ​ຄັ້ງ​ທໍາ​ອິດ​ລະຫວ່າງສອງ​ຝ່າຍ ທີ່ເລີ້ມ​ຂຶ້ນ​ໃນຊຸມ​ປີກາງ 1990 ຊຶ່ງ​ກໍ​ຄື​ໃນ​
ດ້ານ​ວຽກ​ງານ​ຂຸດ​ຄົ້ນ​ຮ່ວມ​ກັນ​ເພື່ອ ຊອກຫາຊາກ​ກະດູກ​ແລະ​ສິ່ງ​ເສດເຫລືອຂອງທະຫານ​
ອາ​ເມຣິກັນ​ ທີ່​ຫາຍສາບ​ສູນ​ໃນ​ປາງ​ສົງຄາມ​ອິນ​ໂດ​ຈີນ ​ຊຶ່ງທ່ານທູດ ​ແຄເຣັນ ກ່າວ​ວ່າໄດ້​
ສືບ​ຕໍ່​ດໍາ​ເນີນ​ມາ​ຈົນ​ເທົ່າ​ທຸກ​ມື້​ນີ້ ໃນ​ລະດັບ​ທີ່ເຂັ້ມ​ແຂງ​ຂຶ້ນ​ໄປ​ເລື້ອຍໆແລະ​ມີການປະຕິບັດ
​ງານ​ຮ່ວມ​ກັນເປັນ​ປະ​ຈໍາ​ຕະຫລອດ​ປີ ​ເຖິງ​ແມ່ນ​ຈະ​ເປັນ​ວຽກ​ງ​ານທີ່​ລະ​ອິດ​ລະ​ອ້ຽວ​ກໍ​ຕາມ.
please wait

No media source currently available

0:00 0:00:51 0:00
ລິງໂດຍກົງ

ເຈົ້າໜ້າທີ່ ສະຫະລັດ ມອບເຄຶ່ອງມື ກວດລົດຫາຂອງເຖື່ອນ ໃຫ້ແກ່ເຈົ້າໜ້າທີ່ລາວ
ເຈົ້າໜ້າທີ່ ສະຫະລັດ ມອບເຄຶ່ອງມື ກວດລົດຫາຂອງເຖື່ອນ ໃຫ້ແກ່ເຈົ້າໜ້າທີ່ລາວ

“ນອກ​ຈາກ​ນີ້​ແລ້ວ ພວກເຮົາກໍໄດ້ເຮັດ​ວຽກ​ນໍາ​ກັນ​ມາ​
ເປັນ​ເວລາ​ດົນ​ນານ ​ໃນ​ດ້ານ​ການ​ປາບ​ປາມ​ຢາ​ເສບ​ຕິດ
​ແລະພວກ​ເຮົາ​ຍັງ​ສືບ​ຕໍ່ໃຫ້ ການ​ຊ່ວຍ​ເຫລືອ ​ໃນ​ມູນ​ຄ່າ
ປີ​ລະ ​ນຶ່ງລ້ານ​ໂດລາ ສໍາລັບ​ວຽກ​ງາ​ນປາບ​ປາມຢາ​ເສບ​
ຕິດນີ້. ປັດຈຸບັນ​ວຽກນີ້ ກໍ​ໄດ້​ຂະຫຍາຍ​ກ້ວາ​ງອອກ​ໄປ​ອີກ
ຄືບໍ່​ພຽງ​ແຕ່​ເຮັດ​ວຽກ​ກັບ ຕໍາຫລວດ​ປາບ​ປາ​ມຢາ​ເສບ​ຕິດ
ກັບພວກ​ຄົນ​ຕິດ​ຢາ​ເສບ​ຕິດ​ເທົ່າ​ນັ້ນ ​ແຕ່ພວກເຮົາ​ຍັງ​ກໍາ
ລັງ​ຊ່ວຍ​ເຫລືອ​ລາວ ​ໃນ​ດ້ານ​ການ​ປະຕິ​ຮູບ​ພະ​ແນ​ກຍຸຕິ​
ທໍາ ໃຫ້ການ​ສະໜັບສະໜຸນ​ແກ່ລັດຖະບານລາວ ​ແລະ
ແຜນການ​ຂອງ​ລາວ ທີ່​ຈະ​ສ້າງ​ປະ​ເທດ​ຂອງ​ຕົນ​ໃຫ້​ເປັນ​
ສັງຄົມ​ທີ່​ປົກຄອງ​ໂດຍ​ຕົວ​ບົດ​ກົດໝາຍ​ນໍາ​ດ້ວຍ.”


ນອກ​ເໜືອ​ຈາກ​ການ​ຊ່ວຍເຫລືອ​ດ້ານ​ການ​ປາບ​ປາມ​ຢາ​ເສບ​ຕິດ​ແລ້ວ ທາງ​ສະຫະລັດ​ຍັງ​
ໃຫ້ການ​ຊ່ວຍ​ເຫລືອ​ແລະ​ການ​ເຝິກອົບຮົມ​ໃນ​ດ້ານ​ການ​ປະຕິບັດ​ກົດ​ໝາຍ ​ແກ່​ຕໍາ​ຫລວດ
​ແລະ​ເຈົ້າ​ໜ້າ​ທີ່​ພາສີ​ລາວ​ອີກ ​ໂດຍ​ເຊື້ອ​ເຊີນ​ໃຫ້​ເປັນ​ຮ່ວມ​ການເຝິກອົບຮົມ​ຢູ່​ສະຫະລັດ​
ເປັນ​ປະ​ຈໍາ​ທຸກໆປີ ​ແລະ​ຫລ້າ​ສຸດ ທາງ​ສະຖານທູດ​ສະຫະລັດ​ກໍ​ໄດ້ມອບອຸບປະກອນ​
​ກວດ​ລົດຊອກ​ຫາ​ຂອງ​ເຖື່ອນ​ໜີ​ພາສີ ​ໃຫ້​ແກ່​ກົມ​ພາສີ​ຂອງ​ລາວ ໃນ​ທ້າຍ​ເດືອນ​ແລ້ວ​ນີ້.

ທ່ານທູດ ແຄເຣັນ ພົບປະກັບ ບັນດາຜູ້ເປັນແມ່ ທີ່ແຂວງຫລວງນໍ້າທາ
ທ່ານທູດ ແຄເຣັນ ພົບປະກັບ ບັນດາຜູ້ເປັນແມ່ ທີ່ແຂວງຫລວງນໍ້າທາ

ໃນເວລາປະຕິບັດໜ້າທີ່ຢູ່ໃນລາວນັ້ນ ທ່ານທູດ ແຄເຣັນ
ມີໂອກາດເດີນທາງໄປຢ້ຽມຢາມຖາມຂ່າວ ປະຊາກອນ
ລາວ ຢູ່ຕາມຊົນນະບົດໃນແຂວງຕ່າງໆ ເພື່ອສັງເກດເບິ່ງ
ສະພາບການເປັນຢູ່ ເພື່ອພິຈາລະນາໃຫ້ການຊ່ວຍເຫລືອ.

ນອກຈາກປະຕິບັດພາລະກິດປະຈໍາວັນ ຢ່າງບໍ່ມີຄວາມອິດ
ເມຶ່ອຍແລ້ວນັ້ນ ທ່ານທູດແຄເຣັນຍັງໄດ້ສະແດງອອກມາໃຫ້
ເປັນເຖິງຄວາມມີນໍ້າໃຈ ໂອບອ້ອມອາຣີ ອ່ອນນ້ອມແລະມັກ
ຮິດຄອງປະເພນີລາວ. ຢູ່ໃນພິທີອັນສໍາຄັນຕ່າງໆຈະສັງເກດ
ເຫັນວ່າ ທ່ານທູດແຄເຣັນ ມັກນຸ່ງສີ້ນໄໝ ຜ້າແພພື້ນເມືອງລາວ ອັນເປັນສັນຍາລັກແຫ່ງ
ຄວາມງາມທີ່ບົ່ງບອກເຖິງອຸປະນິໃສອັນອ່ອນນ້ອມແລະຍີ້ມແຍ້ມແຈ່ມໃສຂອງສະຕີລາວ. ນອກຈາກນັ້ນແລ້ວ ຢູ່ໃນພິທີອັນສໍາຄັນຫລາຍໆຢ່າງ ທ່ານທູດ ແຄເຣັນ ຍັງສາມາດຖະ
ແຫລງເປັນພາສາລາວໄດ້ຢ່າງລ່ຽນໄຫລອີກ.
ພິທີບາສີ ແກ່ທ່ານທູດ ແຄເຣັນ
ພິທີບາສີ ແກ່ທ່ານທູດ ແຄເຣັນ


please wait

No media source currently available

0:00 0:01:31 0:00
ລິງໂດຍກົງ

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ລາຍການ​ສໍາພາດ​ຂອງ​ເຮົາ​ກັບ​ທ່ານ​ທູດ
​ແຄ​ເຣັນ ຍັງ​ບໍ່​ຈົບ ແລະ​ເຮົາຍັງ​ຈະມີ​ມາສະ​ເໜີ​ທ່ານ​ເພີ່ມ​ຕື່ມ​ອີກ ​
ໃນໂອກາດໜ້າ. ສະ​ນັ້ນ ​ເຮົາ​ຫວັງ​ວ່າທ່ານ​ຄົງຈະ​ບໍ່​ພາດ​ ແລະ
ຕິດຕາມ​ຟັງ​ຕອນ​ສອງ​ຂອງ​ລາຍ​ການ​ສໍາພາດ​ນີ້.

ປະມວນພາບ ກ່ຽວກັບ ບົດບາດ ຂອງທ່ານທູດ ແຄເຣັນ ສະຕວດ

ທ່ານທູດ ແຄເຣັນ ຍື່ນສານຕາຕັ້ງ ຕໍ່ປະທານປະເທດລາວ ທ່ານ ຈູມມະລີ ໄຊຍະສອນ, ວັນທີ 26 ເດືອນພະຈິກ ປີ 2010
1/11 ທ່ານທູດ ແຄເຣັນ ຍື່ນສານຕາຕັ້ງ ຕໍ່ປະທານປະເທດລາວ ທ່ານ ຈູມມະລີ ໄຊຍະສອນ, ວັນທີ 26 ເດືອນພະຈິກ ປີ 2010
ທ່ານນາງ ແຄເຣັນ ສະຕວດ ເອກອັກຄະລັດຖະທູດ ສຫລ ປະຈໍາ ສປປ ລາວ (2010-2013)
ພິທີ ບາສີ ໃຫ້ແກ່ ທ່ານທູດ ແຄເຣັນ
2/11 ພິທີ ບາສີ ໃຫ້ແກ່ ທ່ານທູດ ແຄເຣັນ
ທ່ານນາງ ແຄເຣັນ ສະຕວດ ເອກອັກຄະລັດຖະທູດ ສຫລ ປະຈໍາ ສປປ ລາວ (2010-2013)
ທ່ານທູດ ແຄເຣັນ ແລະ ດຣ. ນາມ ວິຍາເກດ ລັດຖະມົນຕີການຄ້າ ແລະອຸດສາຫະກໍາ ພ້ອມດ້ວຍຮອງ ລັດຖະມົນຕີຕ່າງປະເທດ ບຸນເກີດ ແສງສົມບັດ ທີ່ບ້ານພັກຂອງ ທ່ານທູດ
3/11 ທ່ານທູດ ແຄເຣັນ ແລະ ດຣ. ນາມ ວິຍາເກດ ລັດຖະມົນຕີການຄ້າ ແລະອຸດສາຫະກໍາ ພ້ອມດ້ວຍຮອງ ລັດຖະມົນຕີຕ່າງປະເທດ ບຸນເກີດ ແສງສົມບັດ ທີ່ບ້ານພັກຂອງ ທ່ານທູດ
ທ່ານນາງ ແຄເຣັນ ສະຕວດ ເອກອັກຄະລັດຖະທູດ ສຫລ ປະຈໍາ ສປປ ລາວ (2010-2013)
ບັນດານັກຮຽນຊັ້ນມັດທະຍົມ ແລະ ທ່ານທູດ ແຄເຣັນ ຢູ່ໃນໂຄງການ English Access Micro Scholarship Program.
4/11 ບັນດານັກຮຽນຊັ້ນມັດທະຍົມ ແລະ ທ່ານທູດ ແຄເຣັນ ຢູ່ໃນໂຄງການ English Access Micro Scholarship Program.
ທ່ານນາງ ແຄເຣັນ ສະຕວດ ເອກອັກຄະລັດຖະທູດ ສຫລ ປະຈໍາ ສປປ ລາວ (2010-2013)
ທ່ານທູດ ແຄເຣັນ ຢ້ຽມຢາມບັນດາແມ່ ທີ່ ຫລວງນໍ້າທາ
5/11 ທ່ານທູດ ແຄເຣັນ ຢ້ຽມຢາມບັນດາແມ່ ທີ່ ຫລວງນໍ້າທາ
ທ່ານນາງ ແຄເຣັນ ສະຕວດ ເອກອັກຄະລັດຖະທູດ ສຫລ ປະຈໍາ ສປປ ລາວ (2010-2013)
ທ່ານທູດ ແຄເຣັນ ເດີນທາງໄປ ແຂວງບໍລິຄໍາໄຊ ເພື່ອມອບຢາ ແລະເຄື່ອງອຸປະກອນ ໃຫ້ຄລິນິກ
6/11 ທ່ານທູດ ແຄເຣັນ ເດີນທາງໄປ ແຂວງບໍລິຄໍາໄຊ ເພື່ອມອບຢາ ແລະເຄື່ອງອຸປະກອນ ໃຫ້ຄລິນິກ
ທ່ານນາງ ແຄເຣັນ ສະຕວດ ເອກອັກຄະລັດຖະທູດ ສຫລ ປະຈໍາ ສປປ ລາວ (2010-2013)
ທ່ານທູດ ແຄເຣັນ ໄປຢ້ຽມຢາມ ໂຮງໝໍທີ່ ແຂວງຫົວພັນ
7/11 ທ່ານທູດ ແຄເຣັນ ໄປຢ້ຽມຢາມ ໂຮງໝໍທີ່ ແຂວງຫົວພັນ
ທ່ານນາງ ແຄເຣັນ ສະຕວດ ເອກອັກຄະລັດຖະທູດ ສຫລ ປະຈໍາ ສປປ ລາວ (2010-2013)
ທ່ານທູດ ແຄເຣັນ ໄປຮ່ວມພິທີ ເປີດຖະໜົນໃໝ່ ທີ່ບ້ານ ລາດຊ້າງ ແຂວງຜົ້ງສາລີ
8/11 ທ່ານທູດ ແຄເຣັນ ໄປຮ່ວມພິທີ ເປີດຖະໜົນໃໝ່ ທີ່ບ້ານ ລາດຊ້າງ ແຂວງຜົ້ງສາລີ
ທ່ານນາງ ແຄເຣັນ ສະຕວດ ເອກອັກຄະລັດຖະທູດ ສຫລ ປະຈໍາ ສປປ ລາວ (2010-2013)
ທ່ານທູດ ແຄເຣັນ ໄປສໍາຫລວດເບິ່ງ ຜົນເສຍຫາຍ ຈາກນໍ້າຖ້ວມ ແຂວງຄໍາມ່ວນ ປີ 2011
9/11 ທ່ານທູດ ແຄເຣັນ ໄປສໍາຫລວດເບິ່ງ ຜົນເສຍຫາຍ ຈາກນໍ້າຖ້ວມ ແຂວງຄໍາມ່ວນ ປີ 2011
ທ່ານນາງ ແຄເຣັນ ສະຕວດ ເອກອັກຄະລັດຖະທູດ ສຫລ ປະຈໍາ ສປປ ລາວ (2010-2013)
ທ່ານທູດ ແລະ ພະນັກງານ ສະຖານທູດ ບໍລິຈາກເລືອດ ແກ່ສະພາກາແດງ
10/11 ທ່ານທູດ ແລະ ພະນັກງານ ສະຖານທູດ ບໍລິຈາກເລືອດ ແກ່ສະພາກາແດງ
ທ່ານນາງ ແຄເຣັນ ສະຕວດ ເອກອັກຄະລັດຖະທູດ ສຫລ ປະຈໍາ ສປປ ລາວ (2010-2013)
ພິທີມອບການຊ່ວຍເຫລືອອາຫານ ຈາກ ສະຖານທູດສະຫະລັດ ໃຫ້ແກ່ເດັກນ້ອຍນັກຮຽນ ຢູ່ແຂວງຄໍາມ່ວນ
11/11 ພິທີມອບການຊ່ວຍເຫລືອອາຫານ ຈາກ ສະຖານທູດສະຫະລັດ ໃຫ້ແກ່ເດັກນ້ອຍນັກຮຽນ ຢູ່ແຂວງຄໍາມ່ວນ
ທ່ານນາງ ແຄເຣັນ ສະຕວດ ເອກອັກຄະລັດຖະທູດ ສຫລ ປະຈໍາ ສປປ ລາວ (2010-2013)
Previous slide
Next slide


XS
SM
MD
LG