ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ໃນແລງວັນພະຫັດມື້ນີ້ ຂ້າພະ
ເຈົ້າ ຈະນຳພາທ່ານ ໄປຢ້ຽມຢາມ ຫໍພິພິດທະພັນແຜ່ນແພ ຫລື
Textiles Museum ທີ່ນະຄອນຫລວງວໍຊິງຕັນ ດີ.ຊີ ທີ່ມີຜ້າ
ແພພື້ນເມືອງລາວ ອັນເປັນຜະລິດຕະພັນ ຈາກຝີມືຊັ້ນຍອດ
ຂອງນັກຕໍ່າຫູກລາວ ມາວາງສະແດງຢູ່ສະຖາບັນຂອງຊາດ
ແຫ່ງນີ້ຈາກ ວັນທີ 12 ເດືອນເມສາ ຫາ ວັນທີ 13 ເດືອນຕຸລາ
ປີ 2013. ຜົນງານເຫລົ່ານີ້ແມ່ນນໍາພາໂດຍ ທ່ານນາງ Carol
Cassidy ຜູ້ເປັນເຈົ້າຂອງ ສູນກາງຕໍ່າຜ້າພື້ນເມືອງລາວ ຫລື
“Lao Textiles” ທີ່ນະຄອນຫລວງ ວຽງຈັນ.
ປະຫວັດການຕໍ່າຫູກ ຕໍ່າຜ້າແພພື້ນເມືອງລາວ ເປັນຫັດຖະກຳ
ເຄື່ອງນຸ່ງຫົ່ມແລະ ໃຊ້ປະຈຳຄອບຄົວເທົ່ານັ້ນ ແມ່ນໄດ້ປະຕິບັດ
ກັນມາຕັ້ງແຕ່ ສະໄໝໂບຮານນະການ. ສິນລະປະໂບຮານອັນ
ລຶກລັບຂອງຊົນຊາດລາວດັ່ງກ່າວນີ້ ໄດ້ແອບແຝງຢູ່ກັບການດຳ
ລົງຊີວິດຮິດຄອງປະເພນີວັດທະນາທຳລາວແລະສາສະໜາພຸດ
ມາຈົນເຖິງເທົ້າທຸກວັນນີ້. ເພາະສະນັ້ນລວດລາຍສີສັນ ການ
ອອກແບບດອກດວງ ພື້ນເມືອງໂບຮານອັນເປັນມະໂນພາບ
ຂອງນັກຕ່ຳຫູກແຕ່ລະຄົນ ໄດ້ສະແດງອອກມາໃຫ້ເຫັນຄວາມ
ງາມ ທີ່ສະລັບສັບຊ້ອນ ແລະບໍ່ມີເຄື່ອງຈັກໃດໆໃນສະໄໝໃໝ່
ສາມາດກ່າຍແກະເຮັດໄດ້ ນອກຈາກນັກຕ່ຳຫູກຜູ້ມີຄວາມຊ່ຽວ
ຊານເທົ່ານັ້ນ. ດ້ວຍເຫດນີ້ເອງ ຜ້າໄໝລາວແຕ່ລະຜືນ ຈຶ່ງມີລັກ
ສະນະທີ່ເປັນ ເອກະລັກຂອງໃຜລາວ ແລະບໍ່ຊ້ຳແບບ ບໍ່ຖືກແຊກແຊງຈາກສິນລະປະຂອງ
ໂລກພາຍນອກໃດໆ.ການນຸ່ງສີ້ນໄໝບ່ຽງແພ ດັ້ງເດີມແລ້ວ ແມ່ນເປັນສັນຍາລັກຂອງຊົນ
ຊາດລາວຊາດດຽວເທົ່ານັ້ນ ກ່ອນຈະຖືກມາປະຍຸກໃຊ້ໂດຍຊົນຊາດອື່ນ. ໃນໄລຍະປະມານ
ສອງທົດສະວັດຜ່ານມານີ້ ສິນລະປະແຜ່ນແພຂອງລາວໄດ້ຖືກນໍາອອກເຜີຍແຜ່ ໃຫ້ຊາວອາ
ເມຣິກັນແລະຊາວໂລກ ໄດ້ຮູ້ຈັກໂດຍສະຕີອາເມ ຣິກັນທ່ານນຶ່ງທີ່ຫລົງຮັກໃນຄວາມງາມ
ຂອງແຜ່ນແພລາວ ກໍຄືທ່ານນາງ Carol Cassidy ທີ່ໄດ້ກໍ່ຕັ້ງ ສູນກາງຫັດຖະກໍາຕໍ່າຜ້າແພ
ພື້ນເມືອງລາວ ຫລື Lao Textiles ຊຶ່ງບໍ່ພຽງແຕ່ໄດ້ສົ່ງເສີມປະເພນີໃນການຕໍ່າແຜ່ນແພ
ຂອງລາວເທົ່ານັ່ນ ແຕ່ຍັງໄດ້ຊ່ວຍສ້າງລາຍໄດ້ໃຫ້ແກ່ບັນດານັກຕໍ່າຫູກ ແລະເຜີຍແຜ່ສິນລະ
ປະໂບຮານຂອງລາວໃຫ້ໂລກພາຍນອກໄດ້ຮູ້ ນໍາອີກ. ທ່ານນາງ Cassidy ໄດ້ພົວພັນເຮັດ
ວຽກຄົ້ນຄວ້າກ່ຽວກັບສິນລະປະຜ້າແພພື້ນເມືອງຂອງຊາດຕ່າງໆມາເປັນເວລາກວ່າ 30
ກວ່າປີ.
ທ່ານນາງໄດ້ຮັບການສຶກສາກ່ຽວກັບວິຊາຕໍ່າຜ້າແພຈາກປະເທດ
ນໍເວ ແລະຟິນແລນແລະຮຽນສໍາເລັດປະລິນ ຍາຕີຝ່າຍສິນລະປະ
ສາດ (BFA) ຈາກມະຫາວິທະຍາໄລລັດ Michigan ຫລື
Michigan University ໃນປີ 1980.
ທ່ານນາງ Cassidy ເຄີຍໄດ້ເຮັດວຽກຝ່າຍວິຊາການດ້ານແຜ່ນ
ແພ ແລະການຕໍ່າຜ້າຢູ່ພາກໃຕ້ຂອງອາຟຣິກາ ເປັນເວລາ 8 ປີ
ພາຍໃຕ້ໂຄງການ CARE ຂອງອົງການສະຫະປະຊາຊາດ.
ທ່ານນາງໄດ້ສິດສອນບັນດາຜູ້ຍິງຢູ່ ປະເທດ Lesotho ກ່ຽວກັບ
ການເຂັນຝ້າຍຈາກຂົນສັດ ມາຜະລິດໃຫ້ເປັນເສັ້ນຝ້າຍທີ່ເໝາະສົມແກ່ການສົ່ງອອກ
ຂາຍຢູ່ນອກປະເທດ ພາຍໃຕ້ໂຄງການພັດທະນາເຂດຊົນນະບົດຂອງອົງການສະຫະປະ
ຊາຊາດ. ທ່ານນາງ Cassidy ໄດ້ໃຊ້ວິຊາການ ຄວາມຊໍານິຊໍານານຊ່ວຍຕັ້ງອຸສາຫະກໍາ
ຊ່ວຍເຫລືອແບບ ຍືນຍົງ ຢູ່ທີ່ ປະເທດ Lesotho, Botswana ແລະ Zimbabwe.
ໃນປີ 1989 ທ່ານນາງ Cassidy ໄດ້ຍ້າຍໄປຢູ່ເຂດອາຊີອາຄະເນ ຫລືເອເຊຍຕາເວັນ
ອອກສຽງໃຕ້ ເຮັດວຽກເປັນທີ່ປຶກສາດ້ານການຕໍ່າຜ້າໃຫ້ແກ່ອົງການສະຫະປະຊາຊາດ
ທີ່ນະຄອນຫລວງວຽງຈັນ ປະເທດລາວ ແລະຕໍ່ມາໄດ້ຕັດສິນ ໃຈຕັ້ງທຸລະກິດ ສູນກາງ
ຫັດຖະກໍາຕໍ່າຜ້າແພພື້ນເມືອງລາວ ເປັນຂອງຕົນເອງ ເພື່ອຮັກສາສືບຕໍ່ ແລະປັບປຸງ
ພັດທະນາ ການຕໍ່າຫູກຜ້າໄໝລາວ. ທ່ານນາງ Cassidy ໄດ້ໂອ້ລົມກັບວີໂອເອ ແລະ
ບັນລະຍາຍເຖິງບັນຍາກາດ ສະພາບແວດລ້ອມ ແລະຄວາມແຕກຕ່າງໃນເວລາທີ່ທ່ານ
ນາງ ໄດ້ໄປເຖິງນະຄອນ ຫລວງວຽງຈັນ ໃນປີ 1989 ນັ້ນວ່າ:
“ໂອ ແມ່ນແລ້ວ ແມ່ນແລ້ວ ກິ່ງສະຫວັນ ຂ້ອຍຈື່ໄດ້ວ່າ ເມືອງລາວໃນເວລານັ້ນ
ແຕກຕ່າງກັນຫລາຍທີ່ສຸດກັບປັດຈຸບັນນີ້. ແລ້ວກະບັງເອີນ ທີ່ພວກລູກໆຂອງ
ຂ້ອຍ ທີ່ເຕີບໂຕຂຶ້ນຢູ່ເມືອງລາວ ກັບນ້ອງສາວຂອງຂ້ອຍ ທີ່ໄດ້ມາຢ້ຽມຢາມໃນ
ປີ 1990 ນັ້ນ ພວກເຮົາທັງໝົດໄດ້ມາເຕົ້າໂຮມກັນຢູ່ໜີ້ອາທິດນີ້ ແລະອາທິດ
ແລ້ວນີ້ ພວກເຮົາໄດ້ພາກັນລະນຶກເຖິງອະດີດ ວ່າຊີວິດເປັນແນວໃດ ໃນເວລາ
ພວກເຮົາມາຮອດໃໝ່ໆ ແລະມັນໄດ້ການປ່ຽນແປງຢ່າງຫລວງຫລາຍ. ປະເທດ
ລາວໃນປີ 1989 ຍັງເປັນເສດຖະກິດແບບຊົນນະບົດຫລາຍ ມີທົ່ງນາປູກເຂົ້າຢູ່
ໃນເມືອງ ແລະນອກເມືອງ. ຕອນນັ້ນ ຂ້ອຍຢູ່ວັດນາກ ແລະມີທົ່ງນາຢູ່ຕິດກັບ
ປາກປະຕູອອກບ້ານ ຫລຽວເຫັນເປັນທົ່ງສີຂຽວ ຜູ້ຄົນທັງຫລາຍພາກັນຂີ່ລົດຖີບ.
ແຕ່ທິວວະທັດທໍາມະຊາດອັນນັ້ນ ທັງຢູ່ໃນເມືອງ ແລະນອກເມືອງ ໄດ້ປ່ຽນແປງ
ໄປຢ່າງງາມ ໃນລະຍະ 25 ປີທີ່ຜ່ານມາ.”
ຂ້າພະເຂົ້າຖາມທ່ານນາງ Cassidy ວ່າ ໃນສະໄໝສົງຄາມຫວຽດນາມ ແລະສົງຄາມ
ລັບຢູ່ໃນລາວ ທ່ານນາງເຄີຍໄດ້ຍິນ ແລະຮູ້ກ່ຽວກັບເລື້ອງບໍ່ ນີ້ຊຶ່ງທ່ານນາງຕອບວ່າ :
“ຄວາມຈິງແລ້ວ ຂ້າພະເຈົ້າເກີດໃນປີ 1956 ຂ້າພະເຈົ້າຍັງໜຸ່ມນ້ອຍຫລາຍ
ໃນເວລາທີ່ມີການຂັດແຍ້ງກັນ ແຕ່ວ່າພໍຈື່ໄດ້ຢູ່ວ່າ ພີ່ນ້ອງຂອງຂ້າພະເຈົ້າ
ຄົນນຶ່ງໄດ້ພົວພັນກັບຂະບວນການຕ້ານສົງຄາມ ແລະເດີນຂະບວນຜ່ານໜ້າ
ບ້ານຂອງພວກຂ້າພະເຈົ້າ ຢູ່ທີ່ລັດ Connecticut, ນັ້ນ ແມ່ນການເປີດຫູ
ເປີດຕາຄັ້ງທໍາອິດຂອງຂ້າພະເຈົ້າ ກ່ຽວກັບເລື້ອງນີ້. ຄວາມຈິງແລ້ວ ໃນປີ
1968 ນັ້ນ ຂ້າພະເຈົ້າມີອາຍຸໄດ້ພຽງແຕ່ 12 ປີ. ໃນເວລາດຽວກັນ ຄອບຄົວ
ຂອງ ຂ້າພະເຈົ້າ ໄດ້ເດີນທາງໄປຢູ່ເມັກຊິໂກ ຊຶ່ງເປັນເວລາທີ່ ຂ້າພະເຈົ້າໄດ້
ຄົ້ນພົບກ່ຽວກັບການຕໍ່າຫູກ.”
ເວລາໃດທ່ານໄດ້ເລີ້ມຕັດສິນໃຈເດີນທາງມາເມືອງລາວ?
“ຕອນເວລານັ້ນມາເຖິງ ຂ້ອຍກັບສາມີ ເຮັດວຽກຢູ່ Maputo ປະເທດ Mozambique.
ພວກເຮົາໄດ້ເຮັດວຽກພັດທະນາຢູ່ທົ່ວໂລກມາໄດ້ຫລາຍປີແລ້ວ ໃນພາກໃຕ້ອາຟຣິກາ
ໃນຊຸມປີ 1980. ຂ້າພະເຈົ້າໄດ້ເຮັດວຽກຢູ່ Botswana Zimbabwe ກັບ Lesotho.
ຂ້ອຍກັບເພື່ອນຮ່ວມງານຄົນນຶ່ງ ຊຶ່ງເປັນແມ່ຍິງຄົນນໍເວ ໄດ້ມີໂຄງການຕ່ຳຂົນແກະ
ຮ່ວມກັນ ຢູ່ Lesotho ແລະ Botswana ແລະ ລາວເວົ້າສູ່ຂ້ອຍຟັງວ່າ ລາວໄດ້ຮັບ
ຂໍ້ສະເໜີໃຫ້ໄປເຮັດວຽກຢູ່ເມືອງລາວແຕ່ວ່າລາວບໍ່ສາມາດຮັບເອົາໄດ້ ແລະລາວໄດ້
ສົ່ງໂທລະເລກຫາຂ້ອຍ ເພາະວ່າເວລານັ້ນ ຍັງບໍ່ທັນມີໂທລະສານ ແລະໂທລະສັບ
ມືຖືເທື່ອ. ລາວໄດ້ສົ່ງໂທລະເລກມາຫາຂ້ອຍ ບອກວ່າມີຕໍາແໜ່ງທີ່ປຶກສາຝ່າຍຕ່ຳຫູກ
ວ່າງ ຢູ່ວຽງຈັນ. ຂ້ອຍໄດ້ຍິນວ່າ ມັນເປັນເມືອງສະຫວັນຂອງການຕ່ຳຫູກ ກໍເລີຍເກີດ
ຄວາມສົນໃຈຂຶ້ນມາທັນທີ. UNDP ຫລືອົງການສະຫະປະຊາຊາດເພື່ອການພັດທະ
ນາ ໄດ້ຈ້າງຂ້ອຍໃຫ້ອອກຈາກ Mozambique ແລ້ວຍ້າຍມາຢູ່ວຽງຈັນ ປະເທດລາວ.
ຂ້ອຍມາຮອດໃນເດືອນພຶດສະພາ ປີ 1989 ແລະກໍເປັນຄວາມຈິງແທ້ໆ ປະເທດລາວ
ແມ່ນເປັນເມືອງສະຫວັນຂອງການຕ່ຳຫູກ. ໃນເວລາທີ່ຂ້ອຍໄດ້ຮັບໂທລະເລກຂອງໝູ່ນັ້ນ
ຂ້ອຍແທບວ່າບໍ່ຮູ້ຈັກຫຍັງເລີຍກ່ຽວກັບເມືອງລາວ ນອກຈາກຂ່າວກ່ຽວກັບສົງຄາມ
ຫວຽດນາມ ແລະຮູ້ວ່າລາວມີສ່ວນພົວພັນຢູ່ໃນສົງຄາມນັ້ນ ແຕ່ຂ້ອຍກໍບໍ່ໄດ້ເຈາະຈົງ
ໃສ່ໃຈກ່ຽວກັບເມືອງລາວ ຫລືເອເຊຍອາຄະເນ.”
“ການສ້າງບັນທຶກລາຍລະອຽດນັ້ນ ແມ່ນຢູ່ໃນສະໝອງຂອງບັນ
ດານັກຕໍ່າຫູກ ທີ່ມີຫົວຄິດປະດິດສ້າງ. ຫົວຄິດປະດິດສ້າງຂອງ
ພວກແມ່ຍິງເຫລົ່ານັ້ນ ໄດ້ຖືກຖ່າຍທອດອອກມາໃຫ້ເຫັນ ຜ່ານ
ການຕໍ່າຫູກຂອງເຂົາເຈົ້າ ແຕ່ວ່າບັນທຶກກໍແມ່ນຜົນງານທີ່ເຂົາເຈົ້າຕໍ່າອອກມານັ້ນເອງ.
ແຜ່ນແພ ທີ່ເຮົາຕໍ່າອອກມາໃນມື້ນີ້ ແມ່ນບັນທຶຶກຂອງປະຫວັດສາດຂອງຜ້າແພລາວ.
ບໍ່ມີການບັນທຶກເປັນລາຍລັກອັກສອນໄວ້ ບໍ່ມີການຈົດລົງໃນເຈ້ຍໃດໆ ແລະກໍບໍ່ມີຢູ່ໃນ
ຫໍສະມຸດ. ມັນ ອອກມາຈາກສະໝອງຂອງຜູ້ຕໍ່າຫູກ ທີ່ຖ່າຍທອດອອກມາສູ່ແຜ່ນແພ
ແລະເຮົາກໍຈະເຫັນແຜ່ນແພທີ່ງົດງາມ ມີຄວາມສໍາຄັນມີຄວາມໝາຍອັນຍິ່ງໃຫຍ່ເພາະ
ມັນເປັນບັນທຶກປະຫວັດສາດ ຂອງການຕໍ່າຜ້າລາວນັ້ນເອງ.
ມີບາງຢ່າງທີ່ບໍ່ຄືແບບໃຜກ່ຽວກັບລາວ ຊຶ່ງຂ້າພະເຈົ້າຄິດວ່າ ພິເສດສໍາລັບກີ່ຕໍາຫູກລາວ
ທີ່ເຮັດໃຫ້ນັກຕໍ່າຫູກສາມາດ ອອກແບບລວດລາຍແບບຍາກໆ ສະລັບສັບຊ້ອນ ແລະ
ງົດງາມໄດ້. ມີຢ່າງນຶ່ງທີ່ເຮົາຮ້ອງເປັນພາສາລາວວ່າ ເຂົາ ທີ່ພວກເຮົານໍາມາໃຊ້ຄືນໄດ້
ຊໍ້າແລ້ວຊໍ້າອີກ ທີ່ບໍ່ແຕກຕ່າງຫຍັງກັບແຜ່ນ floppy disk ຂອງຄອມພິວເຕີ.”
ຫລັງຈາກຫລາຍປີທີ່ໄດ້ເຮັດວຽກກັບພວກປູກມອນ ລ້ຽງມ້ອນ ແລະນັກຕ່ຳຫູກ ຜ້າໄໝລາວ
ແລ້ວປັດຈຸບັນນີ້ ທ່ານນາງ Cassidy ໄດ້ອິງອາໄສການຜະລິດຜ້າໄໝຈາກທ້ອງຖິ່ນ. ຫ້ອງຕ່ຳ
ຫູກຂອງທ່ານນາງ ໄດ້ຜະລິດຫລາຍໆຢ່າງ ທີ່ເຮັດດ້ວຍມື ເຊັ່ນວ່າ ຜ້າໄໝລາວທີ່ຕ່ຳມີລວດລາຍຢ່າງລະອຽດ ຜ້າເອ້ຫ້ອຍຝາ ຜ້າຍ້ອມພັນຄໍ ຜ້າແພບ່ຽງ ຜ້າປູຕັ່ງນັ່ງ ແລະຜ້າກັ້ງເຫລົ່ານີ້ເປັນຕົ້ນ. ປັດຈຸບັນນີ້ ສູນກາງຕ່ຳຫູກແຜ່ນແພລາວ ຂອງທ່ານນາງ Cassidy ມີນັກຕ່ຳຫູກທີ່ມີຝີມື ຊຳນິຊຳນານ ລ້ວນແລ້ວແຕ່ເປັນສະຕີລູກບ້ານຫລານເມືອງ ຂອງລາວ ຢູ່ທັງໝົດຊາວກວ່າ
ຄົນ ທີ່ສູນກາງຕໍ່າຜ້າ ໂດຍໄດ້ຊ່ວຍສ້າງລາຍໄດ້ມາສູ່ຄອບຄົວ.
ບັດນີ້ ຄຳວ່າ “Lao Textiles” ຫລືແຜ່ນແພລາວ ໄດ້ເປັນທີ່ຮັບຮູ້
ກັນຢູ່ໃນລະດັບສາກົນ ແລະຖືກນໍາໃຊ້ອອກແບບແລະຕັດເປັນ
ເຄື່ອງນຸ່ງ ເຄື່ອງເອ້ຂອງສັງຄົມຊັ້ນສູງຂອງໂລກ. ສິນລະປະຕໍ່າ
ຜ້າແຜ່ນແພຂອງລາວ ໄດ້ຖືກນໍາໄປຮັກສາໄວ້ ເປັນເຄື່ອງສະສົມ
ທີ່ມີມູນຄ່າ. ນອກຈາກນັ້ນອີກແລ້ວ ບັນດານັກຕໍ່າຫູກລາວ ທັງ
ຫລາຍເຫລົ່ານີ້ ຍັງໄດ້ມີໂອກາດເດີນທາງອອກມາສະແດງ ເຫັນ
ໂລກພາຍນອກ ພົບພໍ້ກັບບັນດາຜູ້ທີ່ນິຍົມຊົມຊອບ ສິນລະປະ
ຂອງເຂົາເຈົ້າ.
ໃນປີ 1995 ສະຖາບັນ Fashion Institute of Technology
ທີ່ນະຄອນນິວຢອກ ໄດ້ເປັນເຈົ້າພາບສະແດງຜົນງານຂອງ ທ່ານ|ນາງ Cassidy ທີ່ມີຫົວ
ເລື້ອງວ່າ“Beyond Tradition: Lao Textiles Revisited.” ເປັນເທື່ອທໍາອິດທີ່ຜ້າແພພື້ນເມືອງລາວໄດ້ຖືກແນະນໍາ ໃຫ້ຊາວອາເມຣິກັນພາຍໃນປະເທດໄດ້ເຫັນ ແລະ ຮູ້ຈັກ ແລະ
ວີໂອເອພະແນກພາສາລາວກໍໄດ້ໄປເອົາຂ່າວມາລາຍງານໃຫບັນດາຜູ້ຟັງໄດ້ຮູ້ນໍາ. ຕໍ່ມາແຜ່ນ
ແພພື້ນເມືອງລາວ ໄດ້ຮັບລາງວັນ ຜະລິດຕະພັນທີ່ດີເລີດ ຈາກອົງການ UNESCO ໃນປີ 2001. ແລະ ອົງການຊ່ວຍເຫລືອນັກຫັດຖະກຳ ຫລື Aid to Artisan ໄດ້ໃຫ້ກຽດແກ່ ທ່ານນາງ Cassidy ເປັນເທື່ອທຳອິດຂອງເຂົາເຈົ້າ ໂດຍມອບລາງວັນ Preservation Craft
Award ຫລື ລາງວັນຮັກສາຫັດຖະກຳ ໃຫ້ໃນປີ 2002 ສໍາລັບຄວາມພະຍາມຂອງທ່ານນາງ
ໃນການຮັກສາການຕ່ຳຜ້າໄໝຢູ່ໃນລາວ. ທ່ານນາງ Cassidy ດຳເນີນການເປັນຜູ້ໃຫ້ຄຳແນະນຳ ແກ່ອົງການສະຫະປະຊາດ ແລະອົງການພັດທະນາຕ່າງໆ ກ່ຽວກັບການສ້າງລາຍໄດ້
ໃຫ້ແກ່ກິດຈະການຂອງຜູ້ຍິງໃນຊົນນະບົດ.
ໃນບໍ່ເທົ່າໃດປີທີ່ຜ່ານມານີ້ ທ່ານນາງ Cassidy ໄດ້ເຮັດວຽກຢ່າງໃກ້ຊິດກັບ ນັກຕ່ຳຫູກກຳປູ
ເຈຍ ກຸ່ມນຶ່ງຊຶ່ງເປັນຜູ້ລອດຊີວິດຈາກລະເບີດຝັງດິນ. ທ່ານນາງ ເດີນທາງຢ່າງກວ້າງຂວາງ
ເພື່ອສິດສອນ ແລະກ່າວປະຖະກະຖາ ກ່ຽວກັບການຕ່ຳຫູກ ແລະການບໍລິຫານທຸລະກິດຂະ
ໜາດນ້ອຍ ແລະແບ່ງປັນຄວາມຮູ້ແລະປະສົບປະການ ກ່ຽວກັບຜົນສໍາເລັດສ່ວນໂຕຂອງທ່ານນາງ ກັບບັນດານັກຕ່ຳຫູກ ແລະນັກຫັດຖະກໍາຢູ່ທົ່ວໂລກ.
ເວລານີ້ ຜະລິດຕະພັນແຜ່ນແພລາວອັນງົດງາມຈໍານວນນຶ່ງ ທີ່ເປັນຜົນງານສີມືການຕໍ່າຫູກ
ອັນລະອຽດແລະປານີດ ຂອງນັກຫັດຖະກໍາລາວ ທີ່ໄດ້ຮັບການສົ່ງເສີມສະໜັບສະໜຸນໂດຍ
ທ່ານນາງ Cassidy ນັ້ນກໍາລັງວາງສະແດງ ໃຫ້ຊົມຢູ່ພິພິດທະພັນແຜ່ນແພ ຫລື Textile
Museum ທີ່ນະຄອນຫລວງ ວໍຊິງຕັນ ດີ.ຊີ. ໄປຈົນຮອດ ວັນທີ 13 ເດືອນຕຸລາ ຈະມາເຖິງນີ້.
ທ່ານສາມາດ ຕິດຕາມໄດ້ທີ່ ເວັບໄຊ້ ຂ້າງລຸ່ມນີ້
www.textilemuseum.org
https://www.dropbox.com/sh/pc25v3nru3i7cyk/Aro5i8VCzc