ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສຳພາດ ນາງສາວ ວໍຣະດາ ສະແຫວງສຶກສາ ຜູ້ບໍລິຫານ ປະຊາສົງເຄາະ ທີ່ລັດວໍຊິງຕັນ


ນາງສາວ ວໍຣະດາ ສະແຫວງສຶກສາ ຜູ້ບໍລິຫານ ປະຊາສົງເຄາະ
ທີ່ນະຄອນ Seattle ລັດ Washington.
ນາງສາວ ວໍຣະດາ ສະແຫວງສຶກສາ ຜູ້ບໍລິຫານ ປະຊາສົງເຄາະ ທີ່ນະຄອນ Seattle ລັດ Washington.

ທ່ານ​ຜູ້​ຟັງ​ທັງຫຼາຍ ມື້​ວັນ​ແຫ່ງ​ລາຍການ​ຊີວິດ​ຊາວ​ລາວຂອງ
​ສຽງ ອາ​ເມ​ຣິກາ ກໍໄດ້​ຫວນ​ກັບຄືນ​ມາ​ພົບ​ທ່ານ​ອີກ​ແລ້ວ ​ແລະ
ເລື້ອງທີ່​ໜ້າສົນ​ໃຈ​ສຳລັບ​ທ່ານ​ໃນ​ມື້​ນີ້ ​ກໍ​ຈະ​ແມ່ນ​ກ່ຽວ​ກັບ ນາງ
ສາວວໍຣະດາ ສະ​ແຫວ​ງສຶກສາ ​ເກີດ​ຢູ່ໃນ ສະຫະລັດ ​ແຕ່ສາ
ມາດ​ປາກເວົ້າ​ພາສາ​ລາວ ​ໄດ້​ຢ່າງ​ຄ່ອງ​ແຄ່ວ ຊຶ່ງປັດຈຸບັນ​
ວໍຣະ​ດາ ​ເປັນຜູ້​ບໍລິຫານ​ສູ​ນກາງ ​ປະຊາ​ສົງ​ເຄາະ​ ທີ່​ກຳກັບ​ກິດ
ຈະການ ຜູ້​ອາ​ວຸ​ໂສ ທີ່​ນະຄອນ Seattle ​ລັດ Washington
ທາງ​ພາກ​ຕາ​ເວັນ​ຕົກ​ສຽງເໜືອຂອງ ສະຫະລັດ. ນອກຈາກ​ນັ້ນ
ແລ້ວ ວໍຣະ​ດາ ຍັງ​ມີ​ບົດບາດ​ອັນ​ສຳຄັນ ​ໃນ​ການ​ອອກ​ຄວາມ​ຄິດ
​ເຫັນ ​ແນະນຳ​ກ່ຽວ​ກັບ ກົດ​ລະບຽບ ກົດ​ໝາຍປະກັນ​ໄພ​ສຸຂະ
ພາບ ຂອງ​ລັດຖະບານ​ ທີ່​ຮ້ອງ​ວ່າ Medicaid ​ກັບ Medicare
​ເພື່ອ​ໃຊ້​ໃນ​ການ​ປິ່ນປົວສຸຂະພາບນຳ. ​ເພື່ອ​ຢາກ​ຮູ້​ວ່າ ວຽກ​ການ
​ຂອງ ວໍຣະ​ດາ ​ເປັນຢ່າງ​ໃດ​ ​ເຮົາ​ຂໍ​ເຊີນ​ທ່ານພົບ​ກັບ ກິ່ງ​ສະຫວັນ
​ໄດ້ ໃນ​ອັນ​ດັບ​ຕໍ່​ໄປ.

ສະບາຍ​ດີ ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ມື້​ນີ້ ຂ້າພະ​ເຈົ້າ ຈະຂໍ​ແນະນຳ​ໃຫ້ ທ່ານ​ຮູ້ຈັກ​ກັບ ນາງ
ສາວ ວໍຣະດາ ສະ​ແຫວ​ງສຶກສາ ​ອາ​ເມຣິກັນ ​ເຊື້ອສາຍ​ລາວ ເກີດຢູ່​ລັດ Minnesota
ພາກ​ກາງ​ຕອນເໜືອ​ ຂອງ ສະຫະລັດ. ​ເຖິງ​ແມ່ນ ວໍຣະ​ດາ ຈະເກີດ​ຢູ່​ໃນ ສະຫະລັດ
​ແລະຍັງ​ບໍ່​ມີໂອກາດ​ໄປ​ຢ້ຽມຢາມ​ເມືອງ​ລາວກໍ​ຕາມ ​ແຕ່ນາງ​ກໍສາ​ມາດ ປາກ​ເວົ້າ​ພາສາ​
ລາວ​ໄດ້​ຢ່າງ​ຄ່ອງ​ແຄ່​ວ ດ້ວຍສຳນຽງ​ວຽງ​ຈັນ ຢ່າ​ງ ບໍ່​ໜ້າ​ເຊື່ອ. ວໍຣະ​ດາ​ ​ເປັນ​ສະຕີ​ໜຸ່ມ
ທີ່​ໜ້າ​ຮັກ ສະຫລຽວສະຫລາດ ​ແລະ​ວ່ອງ​ໄວ ​ເປັນນັກ​ບໍລິຫານ ປະຊາ​ສົງ​ເຄາະ. ບັດ​ນີ້
​ເຮົາ​ມາ​ເຂົ້າ​ໃຈເຖິງ​ຄວາມ​ເປັນ​ມາ​ຂອງ ວໍຣະ​ດາ ​ແລະ​ວຽກງານ​ຂອງ​ນາງກ່ອນ​ເໜາະ​
ທ່ານ ວ່າໜ້າ​ທີ່​ຜູ້ບໍລິຫານ ການ​ປະຊາ​ສົງ​ເຄາະ​ນີ້ແມ່ນ​ຫຍັງ ​ແລະ​ມີ​ຄວາມ​ຮັບ​ຜິດ​ຊອບ​
ຢ່າງ​ໃດ.

ຢູ່​ໃນ ສະຫະລັດ ​ແລະບັນດາ​ປະ​ເທ​ດອຸດສາຫະກຳ ເຂົາ​ເຈົ້າມີ​ລະ​ບົບປະຊາສົງ​ເຄາະ ​ທີ່
​ສຳຄັນ ​ແລະ​ສະລັບຊັບຊ້ອນ ເພື່ອ​ໃຫ້ການ​ຊ່ວຍ​ເຫລືອ​ແກ່​ປະຊາ​ກອນ ຜູ້​ຕ້ອງການ​. ​
ສິ່ງ​ສຳຄັນ​ໃນ​ການ​ອອກ​ປະຕິບັດງານ​ຮັບ​ໃຊ້​ປະຊາ​ຊົນ​ເຫລົ່າ​ນີ້ ເຈົ້າ​ໜ້າ​ຜູ້​ເຮັດ​ວຽກ​ ​ຕ້ອງ
ມີ​ຄຸນ​ນະ​ວຸດ​ທິສູງ​ ເຊັນ​ວ່າ ຮຽນ​ຈົບ​ຝ່າຍ​ມະນຸດ​ສະທຳ ຫລື humanities ​ກ່າວ​ໂດຍສ​ະ​
ເພາະ​ກໍ​ຄື ​ເຈົ້າ​ໜ້າ​ທີ່​ປະຊາສັງຄົມ ຫລື social worker ທີ່​ມີຢູ່​ຫລາຍໆ​ຂະ​ແໜງ​ການເຊັ່ນ​
ວ່າ ​ເຈົ້າ​ໜ້າ​ທີ່​ໃຫ້ການ​ອົບ​ຮົມ​ແນະ​ນຳຄອບຄົວ ບັນ​ຫາ​ຜົວ​ເມຍ ​ແລະ​ລູກ​ເຕົ້າ ບັນຫາ​ການ
​ດື່ມ​ເຫລົ້າ ບັນຫາ​ການ​ເງິນ ບໍ່​ມີ​ທີ່ຢູ່​ອາ​ໄສ ບໍ່​ມີວຽກ​ການແລະ​ອຶ່ນໆອັນ​ເປັນລະບົບຕາໜ່າງ
ປ້ອງ​ກັນວິ​ກິດ​ການ​ຂອງຊີວິດ​ໃນ​ຍາມ​ຂັດ​ສົນ.

ບັນດາ​ເຈົ້າ​ໜ້າ​ທີ່​ສັງຄົມ​ສົງ​ເຄາະ​ເຫລົ່ານີ້ ສຳ​ເລັດ​ການ​ສຶກສາ ​ຂັ້ນປະລິນຍາ​ໂທ ​ແລະ​ເຮັດ​
ວຽກ​ຢູ່​ຕາມ ກະຊວງ​ສັງ​ຄົ​ມສົງ​ເຄາະ ​ປະຈຳ​ທ້ອງ​ຖິ່ນ​ຕ່າງໆ​ຢູ່​ທົ່ວ ສະຫະລັດ. ນ​າງສາວ
ວໍຣະ​ດາ ສະ​ແຫວ​ງສຶກສາ ​ແມ່ນ​ຜູ້​ນຶ່ງ ທີ່​ປະກອບ​ວິຊາ​ອາຊີບ​ດັ່ງກ່າວ ນາງ​ໄດ້​ເລົ່າ​ຊີວິດ
​ເບື້ອງ​ຕົ້ນສູ່ ວີ​ໂອ​ເອ ວ່າ :

ນາງສາວວໍຣະດາ ສະແຫວງສຶກສາ (ຂວາ) ແລະ ກິ່ງສະຫວັນ ທີ່ຫ້ອງຂາ່ວ ວີໂອເອ
ນາງສາວວໍຣະດາ ສະແຫວງສຶກສາ (ຂວາ) ແລະ ກິ່ງສະຫວັນ ທີ່ຫ້ອງຂາ່ວ ວີໂອເອ

please wait

No media source currently available

0:00 0:01:07 0:00
ລິງໂດຍກົງ

ໃນ​ ສະຫະລັດ ​ບັນດາ​ຜູ້​ອາ​ວຸ​ໂສ ທີ່​ມີ​ພື້ນຖານ​ຈາກ​ປະ​ເທດ​ເອ​ເຊຍ ສ່ວນ​ຫລາຍ​ຍັງ​ພາກັນ
​ຢູ່​ກັບ​ລູກ​ເຕົ້າ ອັນ​ເປັນ​ປະ​ເພນີ ທີ່​ປະລະ​ບໍ່​ໄດ້ ຊຶ່ງບໍ່​ເໝືອນ​ກັນ​ກັບ ບັນດາ​ຜູ້​ເຖົ້າ ອາ​ເມຣິ
ກັນ ​ໂດຍ​ທົ່ວໆ​ໄປ​ທີ່​ພາກັນ​ຢູ່​ເປັນ​ຂອງ​ຕົນ​ເອງ​ ຫລື ຢູ່​ເຮືອນ​ຄົນ​ເຖົ້າ ແລະ​ສ່ວນ​ຜູ້ມີ​ບັນຫາ​
ດ້ານ​ສຸຂະພາບ ​ຕ້ອງ​ໄດ້​ຢູ່​ເຮືອນ​ບົວລະ​ບັດ​ຄົນ​ເຖົ້າ ​ທີ່​ຊ່ວຍ​ຕົນ​ເອງ​ບໍ່​ໄດ້ ຫລືຮ້ອງ​ວ່າ
Nursing Home. ຢູ່​ທີ່ນະຄອນ Seatle ລັດ Washington ຕັ້ງ​ຢູ່​ທາງ​ພາກ​ຕາ​ເວັນ​ຕົກ
​ສຽງເໜືອ ຂອງສະຫະລັດ ​ເປັນ​ເມຶຶ​ອງທີ່​ມີ​ປະຊາກອນ​ຈາກ​ເຂດເອ​ເຊຍ ປາຊິ​ຟິກ ພາກັນ
ພັກ​ພາ ອາ​ໄສຢູ່ຢ່າງ​ຫລວງຫລາຍ. ​ເພາະສະ​ນັ້ນ ລັດຖະບານ​ທ້ອງ​ຖິ່ນ​ ຈຶ່ງມີໜ້າ​ທີ່ຮັບຜິດ
ຊອບ ດູ​ແລ​ເບີ່​ງ​ແຍງໂຄງການຕ່າງ​ໆສຳລັບຜູ້​ອາ​ວຸ​ໂສ. ປັດຈຸບັນ​ນີ້ ວໍຣະ​ດາ ​ເປັນ​ຜູ້​ບໍລິ ຫານຢູ່ສູນ​ກາງ​ປະຊາ​ສົງ​ເຄາະ ຢູ່ທີ່ນະຄອນ Seattle ​ໂດຍ​ມີໜ້າ​ທີ່ ດູ​ແລກິດຈະການ​ຂອງ​ພວກຜູ້​ອາ​ວຸ​ໂສ ເຊັນ​ວ່າການ​ຫັດ​ກາຍຍະ​ບໍລິຫານ ການ​ກິນ​ອາຫານ​ໃຫ້​ຖືກຕ້ອງ ​ແລະ​ສິ່ງ​ສຳຄັນຕ່າງໆກ່ຽວ​ກັບ​ດ້ານ​ສຸຂະພາບ. ຍານາງ​ວໍຣະ​ດາ ​ໄດ້​ກ່າວ​ເຖິງ​ການ​ສຶກສາ ​ວຽກ​ການ ແລະ​ຄວາ​ມຮັບຜິດ​ຊອບວ່າ :

ຜູ້ອະວຸໂສລາວ
ຜູ້ອະວຸໂສລາວ

please wait

No media source currently available

0:00 0:01:32 0:00
ລິງໂດຍກົງ

ນອກຈາກມີໜ້າ​ທີ່​ກຳກັບ​ໂດຍ​ກົງ​ກັບ ການ​ບໍລິຫານ​ທ້ອງ​ຖິ່ນ​ແລ້ວ ວໍຣະ​ດາ ຍັງພົວພັນ
​ກັບການຄົ້ນ​ຄວ້າ​ ກ່ຽວ​ກັບ​ນະ​ໂຍບາຍ ​ແລະ​ກົດໝາຍ​ຂອງ ສະຫະລັດ ທີ່​ພົວພັນ​ກັບ​ປະກັນ
​ໄພສຸຂະພາບ ຂອງບັນດາ​ຜູ້​ອາ​ວຸ​ໂສ ທີ່​ລັດຖະບານ​ກາງ​ເປັນ​ຜູ້​ອອກ​ກົດ​ລະບຽບ ກົດໝາຍ
​ໃຫ້​ລັດ​ ​ແລະບັນດາ​ເຂດທ້ອງ​ຖິ່ນ​ຕ່າງໆນຳ​ໃຊ້ ຊຶ່ງ ວໍຣະ​ດາ ​ໄດ້​ກ່າວ​ຕໍ່​ໄປ​ອີກ​ວ່າ :

ກົດໝາຍ ສະຫະລັດ
ກົດໝາຍ ສະຫະລັດ

please wait

No media source currently available

0:00 0:03:02 0:00
ລິງໂດຍກົງ

ລະບົບ​ການ​ຊ່ວຍ​ເຫລືອ​ດ້ານ​ສັງຄົມ​ສົງ​ເຄາະ ​ໂດຍ​ສະ​ເພາະ​ ​ປະກັນ​ໄພ​ສຸຂະພາບ ເປັນ​
ເລື້ອງ​ໃຫຍ່ ​ສຳຄັນ​ ​ແລະ​ສະ​ລັບ​ຊັບຊ້ອນ ຢູ່ໃນ ສະຫະລັດ. ​ນັບ​ແຕ່​ໃດໆ​ມາ ປະຊາ​ກອນ
ສະຫະລັດ ຫລາຍ​ໆລ້ານຄົນ​ພາກັນ​ບໍ່​ມີ ປະກັນ​ໄພ ສຸຂະພາບ ​ເນື່ອງ​ຈາກ​ລາຄາ​ແພງ
​ແລະບາງວຽກ​ງານກໍບໍ່​ສາມາດ​ໃຫ້ການ​ບໍລິການ​ຄຸ້ມ​ກັນ​ໄດ້. ​ເພາະສະ​ນັ້ນ ປະກັນ​ໄພລັດ
​ຖະບານ ຈຶ່ງມີ​ໄວ້​ໃຫ້​ແກ່​ຜູ້ທຸກຈົນແລະຕົກຢູ່​ໃນກໍລະນີຕ່າງໆ. ​ບັນຫາປະກັນ​ໄພ​ສຸຂະພາບ
ເປັນ​ບັນໂຕ້​ຖຽງ​ກັນ​ຢູ່​ຢ່າງ​ຕໍ່​ເນື່ອງ ລະຫວ່າງ ພັກການ​ເມືອງ​ໃຫຽ່ໆ​ຂອງສະຫະລັດ ຄື​ພັກຣີ
ພັບ​ບລິ​ກັນ ​ກັບເດ​ໂມ​ແຄຣັດ. ​ປະທາ​ນາ​ທິບໍດີ ບາຣັກ ​ໂອບາ​ມາ ເປັນ​ຄົນຫ​ລ້າ​ສຸດ ທີ່ໄດ້ສຳເລັດ ​ເຮັດ​ໃຫ້ເກີດມີ​ກົດໝາຍ​ບັງຄັບໃຫ້ ປະຊາກອນ ອາ​ເມຣິກັນ ທຸກ​ຄົນ​ຕ້ອງ​ມີ​ປະ​ກັນ​ໄພ​ສຸຂະພາບ ທີ່​ຫາ​ກໍ່​ນຳ​ອອກ​ໃຊ້ຫວ່າງ​ມໍ່​ໆ​ມາ​ນີ້ ​ຊຶ່ງ​ກໍ​ຍັງ​ດຳ​ເນີນເປັນ​ບັນຫາ​ໂຕ້​ຖຽງ​ກັນຢູ່ເທົ່າ​ເຖິງ​ປັດຈຸບັນນີ້. ກ່ຽວ​ກັບ​ເລື້ອງ​ນີ້ ວໍຣະ​ດາ ​ໄດ້ໃຫ້​ຄວາມ​ເຫັນ​ຕໍ່ ວີ​ໂອ​ເອ ວ່າ :

ລັດຖະສະພາ ສະຫະລັດ ທີ່ນະຄອນຫລວງ ວໍຊິງຕັນ ດີ.ຊີ
ລັດຖະສະພາ ສະຫະລັດ ທີ່ນະຄອນຫລວງ ວໍຊິງຕັນ ດີ.ຊີ

please wait

No media source currently available

0:00 0:02:04 0:00
ລິງໂດຍກົງ

ນັ້ນ​ແມ່ນ​ການ​ສຳພາດກັບ ນາງສາວ​ວໍຣະ​ດາ ສະ​ແຫວ​ງສຶກສາ ຜູ້​ບໍລິຫານ​ປະຊາ​ສົງ​ເຄາະ
ລັດຖະບາ​ນທ້ອງ​ຖິ່ນ ືທີ່ນະຄອນ Seattle ລັດ Washington.

XS
SM
MD
LG