ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສຳພາດນາງສາວ ວິໄລວັນ ມະຕິທຳ ອະດີດ ທະຫານບົກ ກອງທັບສະຫະລັດ


ນາງສາວມະນີວັນ ມະຕິທຳ ອະດີດທະຫານບົກ ສະຫະລັດ ທີ່ເຄີຍໄດ້ໄປປະຕີີບັດງານ ຢູ່ໃນສະໜາມລົບ ປະເທດອີຣັກ.
ນາງສາວມະນີວັນ ມະຕິທຳ ອະດີດທະຫານບົກ ສະຫະລັດ ທີ່ເຄີຍໄດ້ໄປປະຕີີບັດງານ ຢູ່ໃນສະໜາມລົບ ປະເທດອີຣັກ.

ທ່ານຜູູູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງ ວີໂອເອ ປະຈຳວັນພະຫັດມື້ນີ້ ເຮົາ ຈະເໜີການສຳພາດກັບ ນາງວິໄລວັນ ມະຕິທຳ ອະດີດທະຫານບົກ ກອງທັບສະຫະລັດ. ຫລັງ​ຈາກ​ຮຽນຈົບໂຮງຮຽນ​ມັດທະຍົມ​ Palmar ຢູ່​ທີ່​ເມືອງ Cleveland ລັດ Ohio ແລ້ວ ນາງກໍໄດ້ສະໝັກ​ໄປເຂົ້າຮັບໃຊ້ ຢູ່​ໃນ​ກອງທັບ​ບົກ​ສະຫະລັດ​ ເປັນ​ເວ​ລາສີ່​ປີ​. ວິ​ໄລ​ວັນ​ ໄດ້​ໄປ​ປະຕິບັດ​ງານ​ຢູ່​ແນ​ວໜ້າ ທີ່​ປະ​ເທ​ດອີຣັກ ​ເປັນ​ເວລາ​ນຶ່ງ​ປີ. ຫລັງ​ຈາກໄດ້​ຮັບ​ໃຊ້​ຕາມ​ກຳນົດເວລາແລ້ວ ວິ​ໄລ​ວັນ ​ກໍໄດ້​ອອກ​ຈາກ​ທະຫານ​ມາ​ເຂົ້າ​ໂຮງຮຽນ​ຝ່າຍ​ອອກ​ແບບ​ທາງ​ອິນ​ເຕີ​ແນັດ ​ແລະ​ບັດ​ນີ້​ໄດ້​ກາຍ​ມາ​ເປັນ​ນັກ​ເສີມ​ສວຍ​ເປີດ​ຮ້ານ​ເຮັດວຽກ​ກັບ​ນ້ອງ​ສາວ​ຢູ່​ໃນລັດ Ohio. ສ່ວນວ່າ ປະສົບ​ການ​ຊີວິດ​ຂອງ ວິ​ໄລ​ວັນ ​ເປັນ​ມາ​ຢ່າງ​ໃດ​ນັ້ນ ກິ່ງ​ສະຫວັນ ຈະ​ນຳ​ເອົາມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ວິໄລວັນ ພ້ອມດ້ວຍກອງທະຫານ ເດີນທາງມາເຖິງ ປະເທດອີຣັກ
ວິໄລວັນ ພ້ອມດ້ວຍກອງທະຫານ ເດີນທາງມາເຖິງ ປະເທດອີຣັກ

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງ ວີໂອເອ ມື້ນີ້ ຂ້າພະເຈົ້າ ຈະຂໍແນະນຳໃຫ້ທ່ານຮູ້ຈັກກັບ ນາງວິໄລວັນ ມະຕິທຳ ອາເມຣິກັນເຊື້ອສາຍລາວ ປັດຈຸ ບັນອາຍຸ 33 ປິ ອະດີດທະຫານກອງທັບບົກສະຫະລັດ ແລະເຄີຍໄດ້ໄປປະຈຳການຢູ່ ແນວໜ້າທີ່ ປະເທດອີຣັກ ມາກ່ອນ. ວິໄລວັນ ໄດ້ເຂົ້າມາຕັ້ງຖິ່ນຖານຢູ່ໃນສະຫະລັດ ກັບ ຄອບຄົວ ໃນປີ 1986 ເວລານັ້ນ ມີອາຍຸໄດ້ສາມປີ ນາງໄດ້ຖືກລ້ຽງດູຢ່າງໃກ້ຊິດຈາກພໍ່ແມ່ ເພາະສະນັ້ນ ວິໄລວັນ ແລະພວກນ້ອງໆຈຶ່ງສາມາດປາກພາສາລາວ ແລະຮູ້ຈັກວັດທະນາ ທຳລາວໄດ້ເປັນຢ່າງດີ. ວິໄລວັນ ສຳເລັດການສຶກຈາກໂຮງຮຽນມັດທະຍົມ Palmar ທີ່​ເມືອງ Cleveland ລັດ Ohio ຕັ້ງຢູ່ທາງພາກກາງຂອງສະຫະລັດ.

ວິ​ໄລ​ວັນ ​ເປັນ​ລູກ​ສາວ​ຄົນ​ທີ່​ສອງ​ຂອງ ທ່ານ​ບົວ​ສອນ ​ແລະ​ຍານາງ​ບຸນ​ຍັງ ມະ​ຕິ​ທຳ ບ້ານ​ເກີດ​ເມຶ​ອງນອນ​ຢູ່​ແຂວງ​ຫລວງ​ພະ​ບາງ ແລະ​ໄດ້​ນຳພາ​ຄອບຄົວ​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ສະຫະລັດ​ໃນ​ປີ 1986 ທີ່​ເມືອງ Cleveland ລັດ Ohio. ທ່ານ​ບົວ​ສອນ ​ໄດ້ເລົ່າ​ເບື້ອງ​ຫລັງ​ຂອງ​ຄອບຄົວ ​ແລະ​ການ​ຕັດສິນ​ໃຈ​ໃຫ້​ລູກ​ສາວ​ນາງ​ວິ​ໄລ​ວັນ​ເຂົ້າ​ເປັນທະຫານ​ດັ່ງ​ນີ້:

ທ່ານບົວສອນ ແລະຍານາງບຸນຍັງ ພໍ່ແມ່ຂອງ ມະນີວັນ ມະຕິທຳ
ທ່ານບົວສອນ ແລະຍານາງບຸນຍັງ ພໍ່ແມ່ຂອງ ມະນີວັນ ມະຕິທຳ

ລິງໂດຍກົງ

ວິໄລວັນ ເປັນສະຕີ ຄີງບາງຮ່າງນ້ອຍ ສູງ​ນຶ່ງ​ແມັດ​ປາຍ ນໍ້າໜັກ 54 ​ກິ​ໂລ ກວ່າ ແຕ່ວ່າມີ ຈິດໃຈກ້າຫານ ແລະມັກຊີວິດຜະຈົນໄພ. ເປັນຫຍັງ ວິໄລວັນ ຈຶ່ງມັກຊີວິດທະຫານ ແລະ ອາສາສະ ໝັກເຂົ້າຮັບໃຊ້ຢູ່ໃນກອງທັບສະຫະລັດ ວິໄລວັນ ໄດ້ກ່າວໃນຕອນນີ້ວ່າ :

ວິໄລວັນ ແລະພໍ່ແມ່.
ວິໄລວັນ ແລະພໍ່ແມ່.

ຢູ່ໃນສະຫະລັດອາເມຣິກາ ການ​ສຶກສາຈາກ​ຊັ້ນ​ປະຖົມ ຫາ​ມັດທະຍົມ​ແມ່ນ​ຮຽນ​ບໍ່ໄດ້ເສຍ​ເງິນ ​ແຕ່​ວ່າ​ຕ້ອງ​ໄດ້​ຈ່າ​ຍຄ່າ​ຮຽນ​ຢູ່​ໃນ​ຂັ້ນ​ມະຫາວິທະຍາ​ໄລ ຊຶ່ງ​ເປັນ​ຈຳນວນເງິນຫລາຍ​ໝື່ນ​ໂດ​ລາ​ ກ່ອນຈະໄດ້​ຮຽນ​ຈົບ.​ ​ເພາະສະ​ນັ້ນ ພໍ່ແມ່​ຜູ້​ປົກຄອງ​ຕ້ອງ​ຊ່ວຍຮັບຜິດຊອບ​ໃນ​ການ​ໃຊ້​ຈ່າຍຄ່າ​ຮຽນ ​ຢືມ​ເງິນ​ການ​ສຶກສາຊ່ວຍພວກ​ລູກ​ເຕົ້າ ຫລື​ລູກ​ເຕົ້າ​ຕ້ອງ​ໄດ້​ຊ່ວຍ​ຕົນ​ເອງ.

​ແຕ່ສຳລັບ​ບັນດາ​ຊາວ​ໜຸ່ມ ທີ່​ພໍ່​ແມ່​ຜູ້​ປົກຄອງ​ບໍ່​ສາມາດຊົດ​ຊ່ວຍ​ໄດ້​ນັ້ນ ພວກ​ເຂົາ​ເຈົ້າ​ກໍມີ​ທາງ​ອອກ​ຢູ່ ເພື່ອຈະ​ໄດ້​ຮັບການ​ສື​ກສາ​ຂັ້ນສູງ ​ນັ້ນ​ກໍ​ຄືການ​ເຂົ້າ​ຮັບ​ໃຊ້​ຢູ່​ໃນ​ກອງ​ທັບ ສະຫະລັດ. ບັນດານັກ ຮຽນນັກສຶກສາ ສາມາດສະໝັກເຂົ້າຮັບໃຊ້ຢູ່ໃນເຫລົ່າທະຫານ ຕ່າງໆໃນກອງທັບສະຫະລັດໄດ້ທຸກເວລາ ບໍ່ວ່າຈະເປັນເວລາຢູ່ໃນຄວາມສະຫງົບ ຫລື ເວລາມີສົງຄາມກໍຕາມ. ເພາະສະນັ້ນ ​ເຮົາຈະ​ສັງ​ເກດ​ເຫັນ​ຫ້ອງການ​ລົງ​ທະບຽນ​ຮັບ​ເອົາ ຜູ້ສະໝັກ​ເປັນ​ທະຫານ ​ຢູ່ໃນ​ໂຮງຮຽນ​ມັດທະຍົມ ​ແລະຕາມ​ຫົວ​ເມືອງ​ຕ່າງໆ. ສິ່ງ​ທີ່​ດຶງດູດ​ພວກ​ຊາວ​ໜຸ່ມ​ເຂົ້າ​ມາ​ຮັບ​ໃຊ້​ຢູ່ໃນ​ກອງທັບ​ສະຫະລັດ​ແມ່ນ ກຳ​ໄລ​ຊີວິດ​ທີ່​ຈະ​ໄດ້ເດີນທາງ ໄປ​ປະຈຳການ​ຢູ່ແຫ່​ງຕ່າງ​ໆພາຍໃນ​ປະ​ເທດ ​ແລະຖານ​ທັບ​ສະຫະລັດ​ທີ່​ຕັ້ງ​ຢູ່​ທົ່ວ​ໂລກ ໄປເຫັນ​ໂລກ​ພາຍ​ນອກ ແລະ​ໂດຍ​ສະ​ເພາະ ​ໄດ້​ຮັບ​ທຶນການສຶກສາໄປຮຽນ​ຕໍ່​ຢູ່​ຂັ້ນມະຫາວິ ທະຍາ​ໄລ​. ​ບັນດາທະຫານເຫລົ່ານີ້ຮ້ອງວ່າ enlisted rank ຫລືທະຫານຂັ້ນພື້ນຖານທີ່ ມີຢູ່ 13 ຂັ້ນ ຈາກພົນທະຫານຂຶ້ນໄປເຖິງນາຍຈ່າ.

ສ່ວນບັນດາທະຫານຢູ່ໃນຂັ້ນເປັນເຈົ້າໜ້າທີ່ ຊັ້ນຮ້ອຍຕີຂຶ້ນໄປ ຕ້ອງໄດ້ມີຄວາມຮູ້ພື້ນ ຖານຮຽນຈົບຈາກມະຫາວິທະຍາໄລ ແລະສຳເລັດປະລິນຍາຝ່າຍໃດຝ່າຍນຶ່ງ ຫລືໄດ້ຮັບ ກຽດເຂົ້າໄປຮຽນຢູ່ໂຮງຮຽນປົກຄອງທະຫານ​ໂດຍ​ສະ​ເພາະ. ເພາະສະນັ້ນບັນດານາຍທະ ຫານສະຫະລັດທຸກໆຄົນ ຈຶ່ງເປັນຜູ້ມີຄວາມຮູ້ ສະຫລຽວສະຫລາດ ມີຄວາມສາມາດ ໄດ້ ຮັບປະລິນຍາຕ່າງໆ ຮັບໃຊ້ຢູ່ໃນກອງທັບສະຫະລັດ.

ບັດນີ້ເຮົາມາຟັງການສົນທະນາກັບ ວິໄລວັນ ​ກ່ຽວ​ກັບໜ້າທີ່ໜ່ວຍ​ປະຕິບັດ​ງານທີ່ ​ວິ​ໄລ​ວັນ ​ໄດ້​ສັງກັດ​ຢູ່​ໃນ​ເວລາ​ນັ້ນ ​ມີ​ຄວາມ​ຮັບຜິດຊອບ​ໄປ​ເກັບ​ມ້ຽນອາວຸດ​ຍຸດ​ໂທ​ປະກອນທີ່​ຖືກ​ຍຶດ ​ແລະ​ປະປ່ອຍ​ໄວ້​ຈາກ​ພວກສັດຕູຊຶ່ງ ວິໄວວັນ ກ່າວຕ່ໍວີໂອເອວ່າ :

ວິໄລວັນ ທະຕິທຳ ກຳລັງຂັບລົດຂົນສົ່ງທະຫານ.
ວິໄລວັນ ທະຕິທຳ ກຳລັງຂັບລົດຂົນສົ່ງທະຫານ.

ວິ​ໄລ​ວັນ ​ໄດ້​ໜີ​ອອກຈາກ​ຄອບຄົວເປັນ​ຄັ້ງ​ທຳ​ອິດ ​ເພື່ອ​ໄປ​ເຝິກ​ແອບ ​ແລະ​ໄດ້​ຖືກ​ສົ່ງ​ໄປ​ປະຈຳການ​ຢູ່​ປະ​ເທ​ດອີຣັກ. ​ເຖິງ​ແມ່ນ​ວ່າ ວິ​ໄລ​ວັນ ຈະ​ໄດ້​ຕັດສິນໃຈ​ຢ່າງ​ອົງອາດ​ກ້າຫານ ​ແຕ່​ຢູ່​ໃນ​ສ່ວນ​ເລິກ​ຂອງ​ຈິດ​ໃຈ ນາງ​ຍັງ​ຄິດ​ຮອດ​ພໍ່​ແມ່​ອ້າ​ຍນ້ອງ ​ແລະ​ມີ​ຄວາມ​ເປັນ​ຫ່ວງ​ດ້ານ​ຄວາມ​ປອດ​ໄພ​ຊຶ່ງ ວິ​ໄລ​ວັນ​ ​ໄດ້​ກ່າວ​ຕໍ່​ໄປ​ວ່າ :

ນາງສາວວິໄລວັນ ໃນປັດຈຸບັນ.
ນາງສາວວິໄລວັນ ໃນປັດຈຸບັນ.

ຫລັງ​ຈາກ​ໄດ້​ຮັບ​ໃຊ້​ຢູ່​ໃນ​ກອງທັບຈົບ​ກຳນົດ​ສີ່​ປີ​ແລ້ວ ວິ​ໄລ​ວັນ ​ກໍໄດ້​ອອກ​ມາ​ເຂົ້າ​ໂຮງຮຽນ​ຕໍ່​ກ່ຽວ​ກັບການ​ອອກ​ແບບໜ້າແວັບໄຊ​ຕ໌ ​ແລະ​ປັດ​ຈຸ​ບັນ​ນີ້​ກຳລັງ​ເປັນ​ຄົນ​ແຕ່ງ​ເລັບ​ຢູ່​ຮ້ານ​ເສີມ​ສວຍ​ກັບ​ເອື້ອຍ​.

ນັ້ນ​ແມ່ນ​ບົດບາດ​ຕອນ​ນຶ່ງ​ຂອງ ສະຕີອາ​ເມຣິກັນເຊື້ອສາຍ​ລາວ ທີ່​ໄດ້​ວາງ​ບົດ​ບາດຮັບ​ໃຊ້​ສັງຄົມ ​ປ້ອງ​ກັນຊາ​ດ ​ແລະ​ເປັນ​ພົນລ​ະເມືອງ​ດີ​ຂອງ​ປະ​ເທດ.

XS
SM
MD
LG