ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສຳພາດ ຍານາງແພງ ທຸມມະລີ ອະດີດເຈົ້າໜ້າທີ່ ສັງຄົມສົງເຄາະ ຝ່າຍຈິດຕະວິທະຍາ


ຍານາງແພງ ທຸມມະລີ ອະດີດລັດຖະກອນ ຝ່າຍຈິດຈະວິທະຍາ ປັດຈຸບັນ ເປັນຜູ້ຕາງໜ້າ ບໍລິສັດປະກັນໄພ Western and Southern Life Insurance.
ຍານາງແພງ ທຸມມະລີ ອະດີດລັດຖະກອນ ຝ່າຍຈິດຈະວິທະຍາ ປັດຈຸບັນ ເປັນຜູ້ຕາງໜ້າ ບໍລິສັດປະກັນໄພ Western and Southern Life Insurance.

​ໃນ​ລາຍການ​ຊີວິດ​ຊາວ​ລາວ ພ​ະຫັດ​ມື້​ນີ້ ​ເຮົາຈະ​ນຳ​ເອົາ​ກາ​ນ
ສຳພາດ ຍານາງ​ແພງ ທຸມ​ມະ​ລີ ຜູ້ຕາງໜ້າ​ຂາຍ​ປະກັນ​ໄພ​ຊີວິດ
​ແລະ​ອະດີດ ​ເຈົ້າ​ໜ້າ​ທີ່​ສັງຄົມ​ສົງ​ເຄາະ ຊ່ວຍ​ໃນ​ການ​ແກ້​ໄຂ​ບັນ
ຫາ ​ແລະ​ໃຫ້ການ​ອົບຮົມແກ່ ​ບັນດາ​ໜຸ່ມ​ນ້ອຍ​ລາວ-ອາ​ເມຣິກັນ
ທີ່​ເປັນ​ແກ່ງ​ອັນ​ຕະພານ. ຍານາງ​ແພງ ຈະ​ມາ​ແບ່ງປັນຄວາມ​ຮູ້
ສຶກ ​ແລະ​ປະສົບ​ການ ກ່ຽວ​ກັບບັນຫາຊາວ​ໜຸ່ມ​ລາ​ວ-ອາ​ເມຣິກັນ ແລະ​ຜົນປະ​ໂຫຍ​ດ ຂອງ​
”ການ​ມີ​ປະກັນ​ໄພ​ຊີວິດ ຢູ່ໃນ ສະຫະລັດ ອາ​ເມຣິກາ ຊຶ່ງ ກິ່ງ​ສະຫວັນ ຈະ​ນຳ​ມາສະ​ເໜີ
ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ສະບາຍດີ ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ມື້​ນີ້​ຂ້າພະ​ເຈົ້າຈະຂໍແນະນຳ​ໃຫ້​ທ່ານ​ຮູ້ຈັກ ຍານາງ​ແພງ ທຸມ​ມະລີ ສະຕີີ​ລາວ-ອາ​ເມຣິກັນ ທີ່​ໜ້າ​ສົນ​ໃຈຜູ້ນຶ່ງ. ຍາ​ນາງ​ແພງ ​ເຄີຍ​ຮັບ​ໃຊ້​ເປັນ​ລັດ
ຖະກອນ ຢູ່ກະຊວງ​ສັງຄົມ​ສົງ​ເຄາະ​ທ້ອງ​ຖິ່ນ​ແຫ່ງ​ໜຶ່ງ ເປັນ​ເວລາສິບ​ປີ ຢູ່ໃນ​ລັດ California. ໜ້າ​ທີ່​ວຽກການກໍ​ຄື ​ຮັບຜິດຊອບດ້ານໃຫ້​ການ​ອົບ​ຮົ​ມ​ແກ່ ບັນດາ​ຊາວ​ໜຸ່ມ
​ລາວ-ອາ​ເມຣິກັນ ທີ່​ມີ​ບັນຫາ​ຕ່າງໆ​ໃນ​ການ​ເຕີ​ບ​ໃຫຍ່​ຢູ່​ໃນ​ບັນຍາກາດ ສິ່ງ​ແວດ​ລ້ອມ
ສັງຄົມທີ່​ເຂົາ​ເຈົ້າ​ອາ​ໄສ​ຢູ່່​. ຍານາງ​ແພງ ​ໄດ້​ຫັນປ່ຽນ​ວຽກ​ການ​ມາ​ເປັນ​ຜູ້​ຂາຍ ປະກັນ​ໄພ
​ຊີວິດ ອັນ​ເປັນ​ຜົນ​ປະ​ໂຫຍ​ດທີ່ສຳຄັນ​ແກ່ ບັນດາ​ຄອບຄົວ ​ໃນ​ເວລາ​ເກີດ​ການລົ້ມ​ຫາຍ​ຕາຍ​ໄປ. ນອກຈາກ​ນັ້ນ​ແລ້ວ ຍານາງ​ແພງ ຍັງ​ເປັນ​ສະມາຊິກ​ຮັບ​ໃຊ້​ຢູ່​ໃນ​ການຈັດ​ຕັ້ງ ປະຊາ​ຄົມ​ຊົນລາວ-ອາ​ເມຣິກັນ ຢູ່​ໃນ​ເຂດ Bay area ຂອງ​ລັດ California​ ນຳອີກ.

​ຍານາງ​ແພງ ທຸມ​ມະ​ລີ ​ເກີດ​ທີ່​ແຂວງ​ຫ້ວຍ​ຊາຍ ​ເດີ​ນທາງ​ເຂົ້າ​ມາ ສະຫະລັດ ກັບ​ຄອບຄົວ​
ໃນ​ປີ 1979 ​ເວລາ​ນັ້ນ​ມີ​ອາຍຸ​ໄດ້ 10 ປີ. ຍານາງ​ ສຳເລັດ​ການ​ສຶກສາ​ຝ່າ​ຍ psychology
ຫລື ຈິດຕະວິທະຍາ ຈາກ​ມະຫາວິທະຍາ​ໄລ Davis ທີ່​ລັດ California. ຫລັງ​ຈາກ​ຮຽນ
​ຈົບ​ໃນ​ປີ 1993 ກໍພໍດີ ກະຊວງ​ສັງຄົມ​ສົງ​ເຄາະ​ ຕ້ອງການພະນັກງານ​ໃຫ້​ເຂົ້າ​ມາ​ຊ່ວຍ​ວຽກ
​ການທັນ​ທີ່ ​ເນື່ອງ​ຈາກ​ວ່າ​ເວລາ​ນັ້ນ ຢູ່​ໃນ​ຂົງ​ເຂດ​ດັ່ງ​ກ່າວ ມີ​ບັນ​ຫາກ່ຽວ​ກັບ ຊາວ​ໜຸ່ມ​ລາວ
-ອາ​ເມຣິກັນ ທີ່​ປະກອບ​ຈັດຕັ້ງກັນ​ເປັນ​ແກ່ງ ສ້າງ​ບັນຫາ​ມາສູ່​ຄອບຄົວ ​ແລະ​ສັງຄົມ. ໃນ
​ນາມ​ເຈົ້າໜ້າ​ທີ່ສັງຄົມ​ສົງ​ເຄາະ ໜ້າ​ທີ່​ວຽກ​ການ​ຂອງ ຍານາງ​ແພງ ກໍ​ຄືເຂົ້າ​ພົວພັນ ປ້ອງ
​ກັນວິ​ກິດການ ​ໃຫ້ການ​ອົບ​ຮົມ​ ​ແລະ​ຫັນປ່ຽນ ບັນດາ​ຊາວ​ໜຸ່ມ​ເຫລົ່າ​ນີ້ ​ໃຫ້​ກັບ​ຄືນ​ມາ​ເປັນ​
ສະມາຊິກ​ທີ່​ດີ​ຂອງປະຊາ​ຄົມ. ໜ້າ​ທີ່​ວຽກ​ການ​ທີ່ ຍານາງ​ແພງ ​ໄດ້​ຮຽນ​ມາ​ນັ້ນ ບັດ​ນີ້​ໄດ້​ຖືກ
ນຳ​ໃຊ້​ໃຫ້​ເປັນ​ປະ​ໂຫຍ​ດ ຕ້ອງ​ມີ​ຄວາມມານະ​ອົດທົນ ​ຮັບ​ຟັງ ​ເພື່ອແກ້​ໄຂ​ບັນຫາຂອງ​ຊາວ
​ໜຸ່ມ​ເຫລົ່າ​ນີ້. ຍານາງ​ແພງ ​ໄດ້​ເລົ່າ​ປະສົບການ​ ໜ້າ​ທີ່​ວຽກງານ​ສູ່ ວີ​ໂອ​ເອ ​ໂດຍ​ການ​ຫົວ
​ອອກ​ມາ ຢ່າງ​ບໍ່​ໜ້າ​ເຊື່ອກັບ​ເຫດການ ດັ່ງ​ນີ້ :

ລິງໂດຍກົງ

ບັນດາ​ເຍົາວະ​ຊົນ ທີ່​ປະກອບເປັນ​ແກ້ງ ເກີດ​ມາຈາກ​ຫລາຍສາເຫດ ​ເຊັນ​ວ່າ ສະພາບ
ການເປັນ​ຢູ່​ຂອງຄອບຄົວ ການ​ລ້ຽງ​ດູປົກຄອງ​ ຕິດ​ຕາມ​ມາ​ດ້ວຍ​ບັນຍາກາດສິ່ງ​ແວດ​ລ້ອມ
ຂອງ​ສັງຄົມ​ຊີວິດ ​ແລະນີ້​ເປັນ​ໂຕ​ຢ່າງ​ຂອງ​ສາ​ເຫດຈຳນວນ​ໜຶ່ງ ທີ່​ຍານາງ​ແພງ ຈະ​ຕ້ອງ​ຫາ​ທາງ​ແກ້​ໄຂ ຊຶ່ງ​ຍານາງ​ໄດ້​ກ່າວໃນ​ບັ້ນ​ນີ້ ວ່າ:

ລິງໂດຍກົງ

ໜ້າ​ທີ່ວຽກການ ​ເປັນ​ເຈົ້າ​ໜ້າ​ທີ່​ສັງຄົມ​ສົງ​ເຄາະ ​ໂດຍ​ສະ​ເພາະ ພົວພັນ ​ກັບ​ການ​ແກ້​ໄຂ
ບັນຫາ​ສັງຄົມ ສາມາດ​ເຮັດໃຫ້​ເກີດ​ມີ​ຄວາມອິດ​ເມື່ອຍ ​ແລະ​ຕໍ່​ມາ​ກໍ​ເຮັດ​ໃຫ້​ຜູ້​ເຮັດ​ວຽກ​ບໍ່
​ໄດ້ຜົນ ​ແລະ​ກໍ​ເກີດ​ຄວາ​ມ​ເບື່ອ​ໜ່າຍ. ດ້ວຍ​ເຫດ​ນີ້ ຍານາງ​ແພງ ​ຈຶ່ງໄດ້​ຕັດສິນ​ໃຈ​ມາ​
ປະກອບ​ວິຊາ​ອາ​ຊິີບ​ໃໝ່ ​ໂດຍ​ເປັນ​ຜູ້ຕາງໜ້າຂາຍ​ປະກັນ​ໄພ​ຊີວິດ.

ການ​ມີ​ປະ​ກັນ​ຊີວິດ​ເປັນ​ສິ່ງສຳຄັນ​ທີ່​ສຸດ​ແກ່​ທຸກໆ​ຄົນ ຢູ່​ໃນ ສະຫະລັດ ຖ້າ​ຫາກ​ມີ​ຄວາມ
ສາມາດປະຕິບັດ ​ແລະ​ອົດທົນຕໍ່​ການ​ຈ່າຍ​ປະ​ຈຳ​ເດືອນ ຊຶ່ງ ຍານາງ​ແພງ ​ໄດ້​ອະທິບາຍ
​ເຖິງ​ຜົນ​ກຳ​ໄລ​ສູ່​ຟັງ​ວ່າ :

ລິງໂດຍກົງ

ຍານາງ​ແພງ ​ໄດ້​ປະກອບ​ວິຊາ​ອາຊີບ ​ເປັນ​ຜູ້ຕາງໜ້າ​ບໍລິສັດ​ປະກັນ​ໄພ Western and Southern Life Insurance ມາ​ແຕ່​ປີ 2005 ​ແລະ​ຍັງ​ດຳ​ເນີນ​ວຽກ​ການ​ດັ່ງກ່າວນີ້​ຢູ່​ຕໍ່​
ມາ​ດ້ວຍ​ຄວາມ​ພໍ​ໃຈ.

XS
SM
MD
LG