ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊິວິດຊາວລາວຂອງ ວີໂອເອ ປະຈຳແລງ
ວັນພະຫັດມື້ນີ້ ເຮົາຈະນຳເອົາການສຳພາດກັບ ຍານາງຄຳສີ ສີຫາຣາດ ອະດີດນາງ
ພະຍາບານ ຜູ້ບໍລິຫານ ແລະເຈົ້າຂອງເຮືອນດູແລຜູ້ເຖົ້າ ຢູ່ເມືອງ Oceanside ລັດ
California. ທຸລະກິດດັ່ງກ່າວນີ້ ມີຄວາມສະລັບຊັບຊ້ອນດ້ານການແພດ ທີ່ຈະຕ້ອງມີ
ການປະສານງານກັບບັນດານາຍແພດຫຼາຍຂັ້ນຕອນ. ຜົນສຳເລັດ ແລະຄວາມເປັນມາ
ຂອງ ຍານາງຄຳສີ ສີຫາຣາດ ເປັນມາຢາງໃດນັ້ນ ກິ່ງສະຫວັນ ຈະນຳມາສະເໜີທ່ານ
ໃນອັນດັບຕໍ່ໄປ.
ຄຳເວົ້າຕອນນຶ່ງຂອງ ພະພຸດທະເຈົ້າທີ່ຊາວພຸດມັກໄດ້ຍິນກັນຢູ່ສະເໝີນັ້ນກໍຄື ເກີດ
ແກ່ ເຈັບຕາຍ ອັນເປັນວົງໂຄຈອນຂອງຊີວິດ ທີ່ທຸກຄົນຈະຫລີກຫລ່ຽງບໍ່ໄດ້. ກ່ຽວກັບ
ເລື້ອງນີ້ ຢູ່ໃນປະເທດພັດທະນາ ເຂົາເຈົ້າໄດ້ຕັ້ງລະບົບການແພດ ໄວ້ ຫຼາຍໆຢ່າງ
ເພື່ອບໍລິການຮັກສາບັນດາຜູ້ອາວຸໂສ ໃຫ້ມີອາຍຸຍືນຍາວນານເທົ່າທີເປັນໄປໄດ້ ແລະ
ນີ້ແມ່ນຊິວິດບັ້ນທ້າຍຂອງມະນຸດ ທີ່ຈະຕ້ອງໄດ້ຮັບການດູແລໃຫ້ດີເປັນພິເສດ.
ບັດນີ້ເຮົາຂໍແນະນຳໃຫ້ທ່ານໄດ້ຮູ້ຈັກກັບ ຍານາງຄຳສີ ສີຫາຣາດ ເຊື້ອສາຍລາວອາ
ເມຣິກັນ ອະດີດນາງພະຍາບານ ຫຼື RN (Register Nurse) ຊຶ່ງປັດຈຸບັນ ເປັນເຈົ້າ
ຂອງທຸລະກິດ ຜູ້ກໍ່ຕັ້ງເຮືອນບົວລະບັດຄົນເຖົ້າ ແລະເປັນຜູ້ບໍຫານທັງໝົດ ຊຶ່ງມີຢູ່ສາມ
ແຫ່ງດ້ວຍກັນ ທີ່ມີຊື່ວ່າ Residential Care Facilities for Elderly Home Care
ຢູ່ເມືອງ Oceanside ລັດຄາລີຟໍເນຍ. ຍານາງຄຳສີ ໄດ້ກ່າວເຖິງຄວາມເປັນມາ
ເບື້ອງຕົ້ນຂອງການເຮັດທຸລະກິດດ້ານນີ້ຕໍ່ ວີໂອເອວ່າ:
ເຮືອນບົວລະບັດຄົນເຖົ້າ ແລະຜູ້ຕ້ອງການໆຊ່ວຍເຫຼືອດ້ານການແພດ ແມ່ນບ່ອນຢູ່
ອາໄສໄລຍະຍາວສຳລັບຜູ້ທີ່ຊ່ວຍຕົນເອງບໍ່ໄດ້ ຈົນກວ່າວ່າຊີວິດຈະສິ້ນສຸດລົງ. ຢູ່
ສະຖານທີ່ແຫ່ງນີ້ມີບັນດານັກການແພດ ແລະພະແນກການທີ່ກ່ຽວຂ້ອງຕ່າງໆເພື່ອຕິດ
ຕາມເບິ່ງແຍງ ຊຶ່ງຍານາງຄຳສີ ໄດ້ອະທິບາຍວ່າ:
ເຮືອນເບິ່ງແຍງຄົນເຖົ້າມີຢູ່ຫຼາຍລະດັບ ແລະບັນດາຜູ້ທີ່ມາຮັບການດູແລຢູ່ສະຖານ
ທີ່ຂອງຍານາງຄຳສີ ລ້ວນແລ້ວແຕ່ເປັນຜູ້ມີເງິນ ແລະມີປະກັນໄພສຸຂະພາບ ເພື່ອໃຊ້
ຈ່າຍຄ່າບໍລິການ ຊຶ່ງຍານາງຄຳສີ ໄດ້ກ່າວກ່ຽວກັບເລື້ອງນີ້ວ່າ:
ເຖິງແມ່ນຈະມີລະບົບການເບິ່ງແຍງບັນດາຜູ້ເຖົ້າຢູ່ໃນສະຫະລັດກໍຕາມ ແຕ່ວ່າບັນ
ດາຜູ້ເຖົ້າອາເມຣິກັນເຊື້ອສາຍລາວ ກໍຍັງຕົກເປັນພາລະຂອງພວກລູກເຕົ້າຢູ່ ເພາະ
ຍັງບໍ່ສາມາດປັບໂຕ ໃຊ້ການບໍລິການໄດ້ເທື່ອ ເນື່ອງຈາກດ້ານປະເພນີ ແລະການ
ເງິນ ຊຶ່ງຍານາງຄຳສີ ໄດ້ກ່າວມ້ວນທ້າຍດັ່ງນີ້
ຍານາງຄຳສີ ສີຫາຣາດ ເປັນແມ່ຍິງອາເມຣິກັນເຊື້ອສາຍລາວ ສຳເລັດການສຶກສາ
ດ້ານພະຍາບານຢູ່ໃນສະຫະລັດ ມີຄວາມຫ້າວຫັນ ໜ້າສັນລະເສີນ ມີມານະອົດທົນ
ສ້າງທຸລະກິດໄວ້ໃຫ້ແກ່ຄອບຄົວ ແລະບໍລິການແກ່ສັງຄົມ.