ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ທັນວາ ໒໐໒໕

ສຳພາດທ່ານສຸຣິຂານ ໂສຂັນທອງ ຊ່າງເທັກນິກລະບົບສຽງໃສ່ຫູຟັງ


ທ່ານສຸຣິຂານ ໂສຂັນທອງ
ທ່ານສຸຣິຂານ ໂສຂັນທອງ

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງ ວີໂອເອ ໃນແລງວັນພະ
ຫັດມື້ນີ້ ເຮົາຈະນຳເອົາການສຳພາດກັບ ທ່ານ ສຸຣິຂານ ໂສຂັນ ທອງ ນາຍຊ່າງເທັກນິກ ລະບົບໃສ່ຫູຟັງຂອງບໍລິສັດ ໂລຈິກ ເທັກ (Logic Tech) ຂະແໜງ ອັລຕິເມດ ເອຍ
(Ultimate Ear), ຊ່ຶງເປັນບໍລິສັດນຶ່ງທີ່ມີຊື່ສຽງໃນໂລກ. ອຸບປະກອນດັ່ງກ່າວນີ້ ແມ່ນລະ
ບົບສຽງທີ່ມີຄວາມຊັບຊ້ອນ ແລະໃຊ້ໂດຍບັນດານັກ ດົນຕີ ແລະ ນັກຮ້ອງອາຊີບ. ໜ້າທີ່
ວຽກການ ແລະຄວາມຮັບຜິດຊອບຂອງທ່ານ ສຸຣິຂານ ມີຢ່າງໃດແດ່ນັ້ນ ກິ່ງສະຫວັນ ຈະ
ນຳມາສະເໜີທ່ານ.

please wait

No media source currently available

0:00 0:12:09 0:00
ລິງໂດຍກົງ

ເທັກໂນໂລຈີແມ່ນວິວັດທະນາການທີ່ມີຄວາມສະຫຼັບຊັບຊ້ອນ ເໜືອໄປກວ່າຄວາມເຂົ້າໃຈຂອງຜູ້ບໍລິໂພກທີ່ພາກັນຊົມໃຊ້ຢ່າງສະໜຸກສະໜານ. ອຸບປະກອນລະບົບສຽງຂອງບໍລິສັດ ໂລຈິກ ເທັກ (Logic Tech) ດັ່ງກ່າວນີ້ມີຫຼາຍ ຂະແໜງການຢາຍກັນໄປຢູ່ທົ່ວສະຫະລັດ ແລະ ຢູ່ທົ່ວໂລກ ຊຶ່ງຮວມຢູ່ໃນນັ້ນ ຮ້ອງວ່າ ໂອລຕິເມດ ເອຍ (Ultimate Ear) ເປັນຂະແໜງຜະລິດເຄື່ອງໃສ່ຫູ ຟັງທີ່ມີຄຸນນະພາບສູງ ໃຊ້ໂດຍບັນດາຣານັກຮ້ອງ, ນັກດົນຕີລະດັບອາຊີບແລະ ອື່ນໆສາມາດຊື້ມາໃຊ້ໄດ້. ເຄື່ອງໃສ່ຫູຟັງເພງ ແລະອື່ນໆທີ່ຮ້ອງວ່າ ເຮດໂຟນ (headphone) ທີີ່ໃຊ້ໂດຍທົ່ວໄປນັ້ນ ແມ່ນມີຄຸນນະພາບແບບພື້ນຖານເທົ່ານັ້ນ ທີ່ສາມາດຊຶ້ໄດ້ຈາກຫ້າງຮ້ານທຳມະດາ, ແຕ່ບໍ່ຄືກັນກັບ ອັລຕິເມດ ເອຍ ທີ່ຕ້ອງໄດ້ສັ່ງອອກແບບເປັນພິເສດໃຫ້ສະເພາະຫູຂອງແຕ່ລະສ່ວນບຸກຄົນ ທີ່ໄດ້ຍິນລະບົບສຽງບໍ່ຄືກັນ ແລະ ນີ້ແມ່ນວຽກງານຂອງທ່ານ ສຸຣິຂານ ໂສຂັນທອງ ນາຍຊ່າງເທັກນິກທີ່ມີຄວາມຊຳນານ ຊຶ່ງທ່ານ ສຸຣິຂານ ໄດ້ອະທິບາຍສູ່ ວີໂອເອ ຟັງດັ່ງນີ້

please wait

No media source currently available

0:00 0:02:28 0:00

ທ່ານສຸຣິຂານ ມີພອນສະຫວັນ ແລະພື້ນຖານດ້ານເທັກນິກມາກ່ອນ. ວຽກທີ່ທ່ານ ເຮັດຢູ່ນີ້ເປັນວຽກເບົາ ໃຊ້ຄວາມຊໍານິຊໍານານດ້ວຍມື ແລະຜະລິດຕະພັນທີ່ສຳ ເລັດອອກມານັ້ນມີລາຄາແພງສົມຄວນ. ນອກຈາກນັ້ນແລ້ວ ບໍລິສັດໂລຈິກ ເທັກ ຍັງຜະລິດລະບົບສຽງອື່ນໆເຊັ່ນ ໄມໂຄຣໂຟລ (microphone) ແລະ ເຄື່ອງໃຊ້ອື່ນໆ, ຊຶ່ງບໍລິສັດນີ້ ສະວິສເຊີແລນ ເປັນເຈົ້າຂອງ ແລະມີຫ້ອງການຕັ້ງຢູ່ໃນ ສະຫະລັດ ດັ່ງທີ່ທ່ານສຸຣິຂານ ເຫລົ່າສູ່ຟັງວ່າ:

please wait

No media source currently available

0:00 0:04:12 0:00

ບໍລິສັດໂລຈິກເທັກສ໌ ເປັນບໍລິສັດໃຫຍ່ ການເຂົ້າໄປເຮັດວຽກເປັນພະນັກງານແມ່ນບໍ່ ງ່າຍ ແລະ ພະນັກງານຈະໄດ້ຮັບຜົນປະໂຫຍດຫຼາຍໆຢ່າງເວລາໄດ້ເປັນພະນັກ ງານຖາວອນ. ທ່ານ ສຸຣິຂານ ໄດ້ກ່າວມ້ວນທ້າຍກ່ຽວກັບຜົນປະໂຫຍດຕ່າງໆ ແລະ ການດູແລທີ່ມີໄວ້ໃຫ້ບັນດາພະນັກງານດັ່ງນີ້:

please wait

No media source currently available

0:00 0:02:28 0:00

ທ່ານ ສຸຣິຂານ ໂສຂັນທອງ ເປັນຜູ້ໂຊກດີຄົນນຶ່ງ ທີ່ໄດ້ເຂົ້າເຮັດວຽກຢູ່ບໍລິສັດ ແຫ່ງນີ້ ຊຶ່ງຫຼາຍໆຄົນບໍ່ມີໂອກາດ. ທ່ານຈະດຳເນີນວຽກງານນີ້ຢູ່ຕໍ່ໄປອີກຈົນອອກບໍານານ.

XS
SM
MD
LG