ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສຳພາດພິເສດ ທ່ານ ຊັນນີ ຈັນທະນຸວົງ ໃນການປະທ້ວງ ກ່ຽວກັບ ທ້າວ ຈອຣຈ໌ ຟລອຍ ທີ່ເສຍຊີວິດ ໃນລັດ ມິນເນໂຊຕ້າ


ຄວັນແກັສນໍ້າຕາປິວໃນລະຫວ່າງການເຕົ້າໂຮມກັນຂອງຜູ້ປະທ້ວງຢູ່ສວນ ລາຟາແຢັດ ເພື່ອປະທ້ວງການເສຍຊີວິດຂອງທ້າວ ຈອຈ໌ ຟລອຍ, ໃກ້ກັບ ທຳນຽບຂາວ, ນະຄອນຫຼວງວໍຊິງຕັນ. 31 ພຶດສະພາ, 2020.
ຄວັນແກັສນໍ້າຕາປິວໃນລະຫວ່າງການເຕົ້າໂຮມກັນຂອງຜູ້ປະທ້ວງຢູ່ສວນ ລາຟາແຢັດ ເພື່ອປະທ້ວງການເສຍຊີວິດຂອງທ້າວ ຈອຈ໌ ຟລອຍ, ໃກ້ກັບ ທຳນຽບຂາວ, ນະຄອນຫຼວງວໍຊິງຕັນ. 31 ພຶດສະພາ, 2020.

ບັນຫາການແບ່ງແຍກເຊື້ອຊາດຊົນເຜົ່າໃນ ສະຫະລັດ ແມ່ນບັນຫາທີ່ຮຸນແຮງມາແຕ່ດົນນານ ແຕ່ໄດ້ຟົດຮ້ອນຂຶ້ນມາອີກຄັ້ງນຶ່ງໃນປັດຈຸບັນນີ້ ຫຼັງຈາກການເສຍຊີວິດຂອງທ້າວຈອຣຈ໌ ຟລອຍ, ຄົນອາເມຣິກັນ ເຊື້ອສາຍ ອາຟຣິກາ ໃນ ລັດມິນເນໂຊຕ້າ ເມື່ອລາວຖືກຕຳຫຼວດກົດຫົວເຂົ້າໃສ່ຄໍຂອງລາວຈົນເສຍຊີວິດໃນລະຫວ່າງການຄວບຄຸມຕົວ ເຊິ່ງມັນໄດ້ກາຍເປັນຂ່າວດັງໄປທົ່ວໂລກ ແລະ ເກີດການປະທ້ວງໃນທົ່ວ ສະຫະລັດ ແລະຫຼາຍປະເທດ. ພວກເຮົາໄດ້ສຳພາດ ຜູ້ຕາງໜ້າຂອງສູນ ກາງຊ່ວຍເຫຼືອຄົນ ລາວ ໃນລັດມິນເນໂຊຕ້າ ກ່ຽວກັບ ເຫດການດັ່ງກ່າວ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.


ທ່ານ ຊັນນີ ຈັນທະນຸວົງ, ເປັນເຈົ້າໜ້າທີ່ຢູ່ສູນກາງເພື່ອການຊ່ວຍເຫຼືອປະຊາຊົນ ລາວ ໃນລັດ ມິນເນໂຊຕ້າ, ເຊິ່ງມມີຫ້ອງການຕັ້ງຢູ່ບໍ່ໄກຈາກສະຖານທີ່ການປະທ້ວງ ກ່ຽວກັບ ການເສຍຊີິວິດຂອງທ້າວ ຈອຣຈ໌ ຟລອຍ. ຫ້ອງການ ຂອງທ່ານໄດ້ເຮັດວຽກປະສານງານກັບຫ້ອງການລັດ ໃນການຮັບ ມືກັບການປະທ້ວງທີ່ວ່ານັ້ນ. ນະຄອນ ມິນເນອາໂປລິສ ຂອງລັດ ມິນເນໂຊຕ້າ ໄດ້ປະເຊີນກັບຄວາມວຸ້ນວາຍ ຢ່າງຮຸນແຮງຈາກການປະທ້ວງ ແລະ ວັດຖຸສິ່ງຂອງພ້ອມກັບຫ້າງຮ້ານຕ່າງໆໄດ້ຖືກປຸ້ນສະດົມ ແລະ ທຳລາຍຢ່າງຫຼວງຫຼາຍ.

ສະຖານະການຢູ່ທີ່ລັດດັ່ງກ່າວແມ່ນຍັງບໍ່ທັນບັນເທົາລົງເທື່ອ ນັບຕັ້ງແຕ່ສັບປະດາທີ່ຜ່ານມາ ເຊິ່ງທ່ານ ຊັນນີ ກ່າວວ່າ:

“ດຽວນີ້ກຳລັງເຮັດວຽກຊ່ອຍຫ້ອງການເຈົ້າແຂວງເພິ່ນ. ຂຽນໜັງສືມາປະກາດສພາບການສຸກເສີນ ກັບພວກໜ່ວຍງານຂອງ FBI ແນ່. ທາງຫ້ອງການແຂວງຕິດຕໍ່ລົງມາອົງການຈັດຕັ້ງ ເພື່ອປະກາດໃຫ້ພີ່ນ້ອງແຕ່ລະຊົນຊາດຊົນເຜົ່າຂອງໃຜຂອງມັນ ກ່ຽວກັບ ເລື່ອງການປະທ້ວງ. ກ່ຽວກັບ ການຫຼີກລ່ຽງເສັ້ນທາງເຂົ້າ ຮ່ວມການປະທ້ວງ ກ່ຽວກັບ ເລື່ອງການລາຍງານ ກໍລະນີເຫັນຜູ້ໃດມີການກະທຳ ຜິດ. ເພິ່ນກະບອກມາທາງນີ້ ໃຫ້ຊ່ອຍພວກພີ່ນ້ອງໃຫ້ຢູ່ໃນຄວາມສະຫງົບ.“

ພຸດທະສອນ ຖາມວ່າ “ການປະທ້ວງນີ້ແມ່ນເກີດຂຶ້ນຢູ່ໃສແດ່?

ທ່ານ ຊັນນີ ກ່າວວ່າ “ແຜ່ລະບາດໄປເລີຍ ຈາກຈຸດສະຖານທີ່ເກີດເຫດລະກະແຜ່ລະບາດໄປທາງເມືອງ ແຊນ ພອລ. ສະຖານທີ່ເກີດເຫດ ແມ່ນຢູ່ ຊ້າວທ໌ ມີນເນອາໂປລິສ, ທາງເຂດໃຕ້ຂອງເມືອງ. ຫຼັງຈາກນັ້ນກໍໄດ້ມີການເດີນປະທ້ວງ,​ ມີການກໍຈະລາຈົນເກີດຂຶ້ນໃນສະຖານທີ່, ນຶ່ງລະແມ່ນສະ ຖານທີ່ເກີດອຸ ບັດຕິເຫດ ທີ່ມີ ເຈົ້າໜ້າທີ່ຕຳຫຼວດເພິ່ນຄວບຄຸມຕົວ ຫຼືວ່າຈັບທ່ານ ຟລອຍ ທີ່ວ່າເສຍຊີວິດຫັ້ນຢູ່ຖະ ໜົນທີ 39 ຊິຄາໂກ. ແລ້ວຂະບວນປະທ້ວງແມ່ນຢູ່ຫັ້ນແນ່, ຢູ່ຕາມ ຮາຍເວ (ທາງຫຼວງ), ຢູ່ທາງຫ້ອງການເມືອງແນ່,​ ທັງສອງເມືອງ, ເມືອງ ມິນ ເນອາໂປລິສ, ເມືອງ ແຊນ ພອລ ແລະ ກະທັງຢູ່ ແຄັບປິໂຕ (ຫໍລັດຖະສະ ພາລັດ) ແນ່ ແລະ ຫຼັງຈາກນັ້ນກະຈະມີເມືອງເຊັ່ນວ່າ ທາງເມືອງ ດູລຸດ ແລະ ກະເມືອງ ແຊນ ຄລາວ (Saint Cloud).

ທ່ານ ຊັນນີ ອາໄສຢູ່ຫ່າງຈາກຈຸດການປະທ້ວງປະມານ 30 ໄມ, ແລະ ກໍບໍ່ໄດ້ຮັບຜົນກະທົບຫຍັງ, ແຕ່ວ່າຮ້ານຄ້າຕ່າງໆຂອງປະຊາຊົນ ລາວ ແລະ ຄົນ ເອເຊຍຢູ່ໃນບ່ອນປະທ້ວງນັ້ນແມ່ນໄດ້ຮັບຄວາມເສຍຫາຍ.

ທ່ານ ຊັນນີ ກ່າວວ່າ “ບ້ານຂອງຂ້າພະເຈົ້າບໍ່ມີຄວາມເສຍຫາຍ, ແຕ່ວ່າພີ່ນ້ອງ ຂອງພວກເຮົາ ອາດ ຈະແມ່ນມີພີ່ນ້ອງລາວ, ພີ່ນ້ອງຂະເໝນ, ພີ່ນ້ອງມົ້ງທີ່ເປີດທຸລະກິດການຄ້າຢູ່ຕາມເສັ້ນທາງນັ້ນ ໄດ້ຮັບຜົນເສຍຫາຍ. ທາງເມືອງໄດ້ຕິດຕໍ່ ມາຫາຂ້າພະເຈົ້າ ຊິສົ່ງຂໍ້ມູນໄປໃຫ້ພີ່ນ້ອງຜູ້ໃດທີ່ຖືກກະທົບຈາກຜົນນີ້ແມ່ນທາງ ເມືອງເພິ່ນຈະມີທຶນ ຫຼື ອາດຈະແມ່ນເງິນຊ່ອຍເຫຼືອຈາກລັດຖະບານຊິໃຫ້. ຊ່ອຍຜູ້ທີ່ຖືກໄພຈາກການຈະລາຈົນ.”

ໃນເຫດການເສຍຊີວິດຂອງທ້າວ ຟລອຍ ນີ້, ໄດ້ມີເຈົ້າໜ້າຕຳຫຼວດຊາວ ມົ້ງ ຄົນນຶ່ງທີ່ມີສ່ວນຮ່ວມໃນການຈັບກຸມນີ້, ເຮັດໃຫ້ຜູ້ປະທ້ວງທີ່ມີຄວາມໂມໂຫໄດ້ ຫັນມາແນເປົ້າໃສ່ຊາວ ມົ້ງ ແລະ ຄົນເອເຊຍ, ດ້ວຍການທຳລາຍຊັບສິນ ແລະ ເຄື່ອງຂອງຕ່າງໆ, ເຊິ່ງທ່ານ ຊັນນີ ໄດ້ກ່າວວ່າ

“ມີແລ້ວທີ່ຮ້ານ Sun Food, ຮ້ານ Sun Food ເຈົ້າຂອງເປັນຄົນ ຂະເໝນ ແຕ່ວ່າພະນັກງານມີຊາວພີ່ນ້ອງ ມົ້ງ ທຳງານຢູ່ຮ້ານ Sun Food, ຮ້ານຂາຍ ເຄື່ອງຂາຍຂອງ, ຂາຍອາຫານ ກະຖືກກະ ທົບ ເພາະເຂົາຄຶດວ່າເຈົ້າໜ້າທີ່ຄົນ ມົ້ງມີສ່ວນກ່ຽວຂ້ອງຢູ່ໃນຫັ້ນ. ແລ້ວເຂົາຄຶດວ່າທຸລະກິດການຄ້າທີ່ເຮົາແຜ່ຂະຫຍາຍຕາມເສັ້ນ ຢູນີເວີຊີຕີ ເຂົາຄຶດວ່າເປັນຂອງພີ່ນ້ອງຊາວ ມົ້ງ. ແລະ ເຂົາກໍມາທັບຂອງຮ້ານ Sun Food, Grocery store ຫຼື ຮ້ານຂາຍຂອງ ທີ່ວ່າເປັນ ຂອງຄົນເອເຊຍ ກະຖືກເສຍຫາຍຫຼາຍເຕີບ.”

ການປະທ້ວງໄດ້ດຳເນີນມາເປັນວັນທີ 8 ແລ້ວ, ແລະ ປະຊາຊົນແມ່ນຍັງພາ ກັນອອກມາປະທ້ວງຢູ່, ເຊິ່ງຜູ້ທີ່ມາປະທ້ວງກໍມີປະຊາຊົນໃນທ້ອງຖິ່ນ ແລະ ກໍຈະມີຄົນຜູ້ທີ່ລະດົມກັນມາແຕ່ລັດອື່ນໆ ເພື່ອທຳການປະທ້ວງນັ້ນ.

ທ່ານ ຊັນນີ ກ່າວວ່າ “ສະຖານະການຍັງເຄັ່ງຕຶງຢູ່ເພາະວ່າກໍມີຫຼາຍຢ່າງ ທີ່ມັນບໍ່ທັນລົງຕົວ. ຄິດວ່າມື້ນີ້ເພິ່ນຊິຜ່ອນຄາຍ ກ່ຽວກັບ ການບໍ່ໃຫ້ອອກນອກ ຫຼື ການກັບເຂົ້າບ້ານໃນຍາມກາງຄືນ ເພິ່ນເອີ້ນວ່າ ເຄີ ຟິວ ເນາະ. ທ່ານເຈົ້າແຂວງມີຄຳສັ່ງມາວ່າຍັງ ສືບຕໍ່ໄປມື້ແລງອີກຢູ່. ເພິ່ນວ່າ ສະຖານະການຍັງຂັບຂັນຢູ່. ເພິ່ນກະຍັງເອົາ ເຂົາເອີ້ນວ່າ National Guard ເນາະ ເຈົ້າໜ້າທີ່ຕະເວນ ຊາຍ ແດນ, ທະຫານປະຈຳລັດປະມານ 4,100 ຄົນເຂົ້າມາຮ່ວມສົມທົບ ແລະ ກະຕຳຫຼວດໃນຊຸມຊົນ ນອກເມືອງມາສົມທົບ. ເພາະວ່ານີ້ກະແມ່ນການຈະ ລາຈົນແນ່ ແລະ ກະເປັນການປະທ້ວງແນ່. ມັນແບ່ງອອກເປັນສອງກຸ່ມ. ກຸ່ມນຶ່ງດ້ວຍສັນຕິວິທີ ແລະ ກະອີກກຸ່ມຕອນກາງຄືນ ແມ່ນໃຊ້ໂອກາດນີ້ ໃນການສວຍໂອກາດ ໃນການທຳລາຍມ້າງເພຊັບສິນຂອງປະຊາຊົນເຮົາທົ່ວໄປເພາະສະນັ້ນແລ້ວເຮົາກະມີຄວາມຮູ້ສຶກສອງຢ່າງ. ເຮົາກະສະໜັບສະໜູນ ການປະທ້ວງດ້ວຍສັນຕິວິທີ ແລະ ເຮົາກະບໍ່ສະໜັບສະໜູນການຈະລາຈົນ ທີ່ມາທຳລາຍມ້າງເພຊັບສິນຂອງເອກະຊົນ ໂດຍສະເພາະເອກະ ຊົນ ຜູ້ທີ່ມີທຸລະກິດນ້ອຍ. ຫຼາຍຄົນກະວ່າ ຖ້າວ່າທຳລາຍຊັບສິນຂອງລັດ ຫຼືວ່າຂອງພົນຕຳຫຼວດກະພໍເຂົ້າໃຈ ແຕ່ວ່າໄປທຳລາຍຊັບສິນຂອງເອກະຊົນໂດຍທີ່ວ່າເຂົາບໍ່ມີສ່ວນກ່ຽວຂ້ອງມັນກະບໍ່ຍຸຕິ ທຳ.”

ທ່ານ ຊັນນີ ເວົ້າວ່າກຸ່ມຜູ້ປະທ້ວງທີ່ສະຫງົບໃນຕອນກາງເວັນແມ່ນຄົນທີ່ມີອາຍຸ ລະຫວ່າງ 40 ຫາ 50 ປີທີ່ເຂົາເຈົ້າຈະມາເປັນຄອບຄົວ ແລະ ມີລູກນ້ອຍຂອງເຂົາເຈົ້າມາພ້ອມ. ສ່ວນການປະທ້ວງທີ່ໃຊ້ຄວາມຮຸນແຮງໃນຕອນກາງຄືນນັ້ນ ແມ່ນໂດຍກຸ່ມຄົນໄວລຸ້ນລະຫວ່າງ 20 ກວ່າປີ. ແລະ ໃນການປະທ້ວງກໍມີຄົນ ລາວ ເຮົາເຂົ້າຮ່ວມເຊັນກັນ.

“ກະມີເດັກນ້ອຍ ຢູນີເວີຊີຕີ ເຮົາເຂົາກະຢາກໄປຮ່ວມ, ເດັກນ້ອຍລາວເຮົາເອງກະມີສ່ວນ. ເດັກ ນ້ອຍລາວເອງເຂົາວ່າ ເຂົາກະຢາກໄປຮ່ວມ, ພວກລູກພວກຫຼານເຂົາກະວ່າຢາກໄປຮ່ວມເດີນປະ ທ້ວງ. ເຂົາວ່າມັນກະບໍ່ເປັນການຍຸຕິທຳ ລະເຂົາກະຢາກໄປຮ່ວມ ເພື່ອເປັນ History ເປັນປະຫວັດ ສາດ. ຂ້າພະເຈົ້າກະແປກໃຈຢູ່ຄືກັນວ່າ ນຶ່ງ ຫຼານຊາຍເປັນ National Guard ໄປຮັກສາຄວາມ ສະຫງົບ. ລູກຂອງສ່ຽວພັດໄປເດີນປະທ້ວງ, ເອົາມຶງເອົາ. ຊິເຮັດຈັ່ງໃດລະ. ມັນ ມີສອງຄວາມຮູ້ສຶກ ກະຄືລູກສາວຂອງຂ້າພະເຈົ້າຄືກັນ ມີຄວາມຮູ້ສຶກວ່າ ເຂົາຢາກມີສ່ວນຮ່ວມໃນການປະທ້ວງ, ເຂົາຮູ້ສຶກວ່າມັນບໍ່ຍຸຕິທຳ.“

ຄລິບວິດີຂອງທ້າວ ຟລອຍ ໄດ້ຖືກເຜີຍແຜ່ອອກໃນສື່ສັງຄົມ ແລະ ໂທລະພາບ ຂ່າວຢ່າງກວ້າງ ຂວາງໃນທົ່ວ ສະຫະລັດ ແລະ ທົ່ວໂລກ. ເຮັດໃຫ້ຄົນພາກັນບໍ່ພໍໃຈ ແລະ ກ່າວປະນາມຕຳຫຼວດ ສະຫະລັດ. ສ່ວນທ່ານ ຊັນນີ ນັ້ນ, ທ່ານ ເອງກໍໄດ້ເຫັນວິດີໂອດັ່ງກ່າວ ແລະທ່ານກໍໃຫ້ຄວາມເຫັນວ່າ

“ເຮົາກະຮູ້ສຶກວ່າມັນຄືບໍ່ມີຄວາມຍຸຕິທຳ ເພາະວ່າ, ມັນມີນາງນ້ອຍເນາະເປັນ ຜູ້ຖ່າຍເວົ້າ ເປັນຜູ້ຖ່າຍ ແລະ ຄົນຢູ່ອ້ອມຂ້າງເຂົາ ກະບອກຢູ່ວ່າປ່ອຍລາວ ປ່ອຍລາວ, ລາວບອກວ່າລາວຫັນໃຈບໍ່ໄດ້. ລາວກະວ່າ “I cannot breath, I cannot breath” ຄັນພາສາລາວກະວ່າຂ້ອຍຫັນໃຈບໍ່ໄດ້ ຂ້ອຍຫັນໃຈບໍ່ໄດ້ເນາະ. ແລ້ວທ້າວຕຳຫຼວດຫັ້ນ ຍັງເອົາຫົວເຂົ່າລາວ ເຕັງໃສ່ຄໍ ກະທຳເສີຍຢູ່, ຢືນເສີຍຢູ່, ທຳເສີຍຢູ່ປະມານ 7-8 ນາທີ. ລັກສະນະວ່າເປັນບໍ່ຮູ້ບໍ່ເຫັນ ລະກະມີເຈົ້າໜ້າທີ່ິຄົນນຶ່ງທີ່ເປັນຄົນມົ້ງກະກີດກັ້ນບໍ່ໃຫ້ຄົນເຂົ້າມາໃກ້. ແຕ່ວ່າປະຊາຊົນຜູ້ທີ່ເຫັນຫັ້ນເຂົາກະຮ້ອງໃສ່ເຈົ້າໜ້າທີ່ຜູ້ນັ້ນວ່າ ປ່ອຍລາວອອກ, ປ່ອຍລາວອອກ. ລາວຫາຍໃຈບໍ່ໄດ້ ປ່ອຍໃຫ້ລາວຫາຍໃຈແດ່. ແລ້ວເຈົ້າໜ້າທີ່ຜູ້ນັ້ນ ກະຍັງທຳເສີຍຢູ່. ຄັນເຮົາເບິ່ງແລ້ວມັນກະຄືວ່າ ຕັ້ງເຮັດ ຄືວ່າຕັ້ງແກ້ງກັບຄົນດຳ. ມັນຄືບໍ່ຍຸຕິທຳເພາະວ່າລາວກະລົ້ມລົງແລ້ວ. ແລ້ວເຈົ້າໜ້າທີ່ສາມຄົນພຸ້ນ ຜູ້ນຶ່ງຢູ່ທາງຝ່າຍຂາລາວ ລະກະຜູ້ນຶ່ງຢູ່ທາງຫຼັງລະກະຜູ້ນຶ່ງຢູ່ຄໍ ມັນກະສາມຄົນແລ້ວ ມັນກະຄວນຈະພໍ ແລະ ຜູ້ທີສີ່ກະຢືນຢູ່. ແລະລາວຊິໄປໃສ? ລາວກະລົ້ມລົງພໍແຮງແລ້ວ. ກັບມືກະໃສ່ແລ້ວ. ຍັງເອົາຫົວເຂົ່າເນັ້ນໃສ່ຄໍລາວຢູ່. ນີ້ມັນຄືຕັ້ງແກ້ງກັນ. ເພື່ອທຳລາຍຮ່າງກາຍກັນ.”

ຕຳຫຼວດ ອາເມຣິກາ ເປັນຜູ້ທີ່ບັງຄັບໃຊ້ກົດໝາຍຢ່າງເຄັ່ງຄັດ ແລະ ຮຸນແຮງ. ຫຼາຍຄັ້ງກໍອາດຈະຮຸນແຮງເກີນຂອບເຂດ, ເຊິ່ງເຫດການນີ້ກໍບໍ່ແມ່ນຄັ້ງທຳອິດທີ່ເກີດຂຶ້ນ. ການໃຊ້ຄວາມຮຸນແຮງກັບຜູ້ຮ້າຍນີ້ ສ່ວນຫຼາຍກໍຈະເປັນການປະຕິບັດຕໍ່ປະຊາຊົນຜູ້ທີ່ມີສີຜິວ ໂດຍສະເພາະແມ່ນຄົນຜິວດຳ ແລະ ມັກຈະເຮັດໃຫ້ປະຊາຊົນຢ້ານ ເຊິ່ງທ່ານ ຊັນນີກ່າວວ່າ

“ໂອເຮັດໃຫ້ຫຼະ, ເພາະວ່າເມືອງ ມິນເນອາໂປລິສ ລັດ ມິນເນໂຊຕ້າ ເປັນລັດທີ່ວ່າ ລັດຄົນຂາວເດະ ເປັນລັດຄົນຂາວ. ເຂົາຖືວ່າ ຄົນຂາວມີສິດເໜືອໝູ່ ໝົດໃນນີ້. ທຸກຢ່າງແມ່ນຄົນຂາວມາກ່ອນ. ແລ້ວລັກສະນະວ່າ ຊາດອື່ນບໍ່ຢາກຍົກສິດໃຫ້ ແລະ ພວກເຮົາບໍ່ສູ້ມີສິດມີພິດ. ພວກເຮົາກໍເວົ້າກັນຢູ່ວ່າ ຖ້າຫາກບໍ່ມີວິດີໂອໃນຄັ້ງນີ້ຫັ້ນ ແປວ່າເລື່ອງໂຕນີ້ກະບໍ່ເກີດ. ໃນລັດມິນເນໂຊຕ້າ ເກີດສາມ, ສີ່, ຫ້າ ເທື່ອລະໃດໃນສິບປີຜ່ານມານີ້. ທີ່ເຈົ້າໜ້າທີ່ຍິງຄົນດຳຕາຍ ຍິງ ດ້ວຍ accident ແລະ ຂ້າ ຄົນດຳ ຂ້າຕາຍ. ແຕ່ຫຼັງຈາກນັ້ນ ກະບໍ່ມີການປັບໃໝ. ຫຼັງຈາກນັ້ນກະບໍ່ມີການລົງໂທດ. ຈົນກະທັ້ງ 9 ເດືອນ 10 ເດືອນຜ່ານ ໄປ ເກືອບວ່າຈະບໍ່ມີການລົງໂທດຫຍັງເລີຍ. ນີ້ເປັນຄັ້ງແລກ ທີ່ວ່າພາຍໃນ 4​ ມື້ທີ່ອອກຄຳສັ່ງວ່າໄປຈັບລາວ. ຈັບເຈົ້າໜ້າທີ່ຜູ້ນັ້ນມາເຂົ້າຄຸກໄວ້ກ່ອນ. ປົກກະຕິ ແລ້ວຈະບໍ່ໄດ້ຈັບ. ຄືມີຕຳຫຼວດຄົນຜູ້ນຶ່ງຍິງຄົນຂາວກະບໍ່ໄດ້ຈັບ ຮອດ 7 ເດືອນ ມີຕຳຫຼວດຂາວຄົນນຶ່ງຍິງຄົນດຳຕາຍ ກະບໍ່ໄດ້ຈັບຈົນຮອດ 9 ເດືອນພຸ້ນ. ລະກະຖືວ່າໂທດຂັ້ນທີສາມ ເຂົາເອີ້ນວ່າ Third degree murder ກະຖືວ່າໂທດ ຂັ້ນທີສາມ, ອາດຈະແມ່ນຕິດຄຸກປະມານ 10 ຫາ 15 ປີ.”

ຕຳຫຼວດທີ່ເຮັດໃຫ້ທ້າວ ຟລອຍ ເສຍຊີວິດຊື່ວ່າ ເດເຣັກ ໂຈວິນ, ຕອນນີ້ລາວ ຖືກຂັງຢູ່ໃນຄຸກທີ່ມີຄວາມເຄັ່ງຄັດສູງສຸດ ຊື່ວ່າ ໂອກ ພາກ ໄຮທສ໌ ແລະ ພັນ ລະຍາຂອງລາວ ຊື່ວ່ານາງ ແຄລລີ ໂຈວິນ, ເຊິ່ງແມ່ນຄົນ ມົ້ງ, ແລະ ກໍເປັນ ອະດີດນາງສາວລັດ ມິນເນໂຊຕ້າ ໃນປີ 2018 ກໍໄດ້ຟ້ອງຢ່າຮ້າງກັບລາວ ແລ້ວ.

XS
SM
MD
LG