ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ​ສາ​ລີ ຈິດ​ຕະ​ວໍ​ຣະ​ວົງ ພະ​ນັກ​ງານ ວີ​ໂອ​ເອ ມາ​ເປັນ​ເວ​ລາ​ເກືອບ 37 ປີ ອອກບຳ​ນານແລ້ວ


ທ່ານ​ສາ​ລີ ຈິດ​ຈະ​ວໍ​ຣະ​ວົງ ພະ​ນັກ​ງານ​ວິ​ທະ​ຍຸ​ສຽງ​ອາ​ເມ​ຣິກ​າ ພາກ​ພາ​ສາ​ລາວ ​ມາ​ໄດ້​ເກືອບ 37 ປີ ອອກ​ບຳ​ນານ​ແລ້ວ ວັນ​ທີ 31 ກໍ​ລະ​ກົດ 2019.
ທ່ານ​ສາ​ລີ ຈິດ​ຈະ​ວໍ​ຣະ​ວົງ ພະ​ນັກ​ງານ​ວິ​ທະ​ຍຸ​ສຽງ​ອາ​ເມ​ຣິກ​າ ພາກ​ພາ​ສາ​ລາວ ​ມາ​ໄດ້​ເກືອບ 37 ປີ ອອກ​ບຳ​ນານ​ແລ້ວ ວັນ​ທີ 31 ກໍ​ລະ​ກົດ 2019.

ທ່ານ​ຜູ້​ຟັງ​ທີ່​ເຄົ​າ​ລົບ ໃນ​ລາຍ​ການ​ຊີ​ວິດ​ຊາວ​ລາວ​ຂອງ ວີ​ໂອ​ເອ ປະ​ຈຳແລງ
ວັນ​ພະ​ຫັດ​ມື້​ນີ້ ເຮົາ​ຈະ​ນຳ​ເອົາ​ການ​ສຳ​ພາດກັບ ທ່ານ​ສາ​ລີ ຈິດ​ຕະ​ວໍ​ຣະ​ວົງ ຫຼື ​ອາ​ຈານ​
ສາ​ລີ ມາ​ສະ​ເໜີ​ທ່ານ. ທ່ານໄດ້​ຮັບໜ້າ​ທີ່ຢູ່​ໃນ​ພະ​ແນກ​ພາ​ສາ​ລາວ ຂອງ ວິ​ທະ​ຍຸ​ສຽງ​ອາ
​ເມ​ຣິ​ກາ ມາ​ເປັນ​ເວ​ລາເກື​ອບ 37 ປີ. ວັນພຸດ ວັນ​ທີ 31 ກໍ​ລະ​ກົດ ທີ່​ຜ່ານ​ມາ ​ເປັນ​ມື້​ສຸດ
​ທ້າຍ​ຂອງ​ທ່ານ​ ເພາະ​ສະ​ນັ້ນ ​ເຮົາຈຶ່ງຖື​ໂອ​ກາດ​ນີ້ ສຳ​ພາດ​ກ່ຽວ​ກັບ​ປະ​ສົບ​ການ ແລະ​
ຄວາມ​ເປັນ​ມາ​ຂອງ​ທ່ານ ຊຶ່ງ ກິ່ງ​ສະ​ຫວັນ ມີ​ລາຍ​ລະ​ອຽດ​ມາ​ເລົ່າ​ສູ່​ຟັງ.

ວິ​ທະ​ຍຸ​ສຽງ​ອາ​ເມ​ຣິ​ກາ ພະ​ແນກ​ພາ​ສາ​ລາວ ໄດ້​ເລີ້ມ​ອອກ​ອາ​ກາດ​ມາ​ຕັ້ງ​ແຕ່​ປີ 1962.
ຫຼາຍໆ​ທ່ານທີ່​ໄດ້​ມີ​ບົດ​ບາດມາ​ແຕ່​ຂັ້ນ​ຕົ້ນນັ້ນ ​ຕ່າງ​ກໍ​ໄດ້​ອອກ​ບຳ​ນານກັນໄປ​ເປັນ​ໄລ​
ຍະໆ ຢ່າງ​ມີ​ຄວາມ​ສຸກ​ໄປແລ້ວ. ທ່ານ​ສາ​ລີ ຈິດ​ຕະ​ວໍ​ຣະ​ວົງ ກໍ​ແມ່ນ​ຜູ້​ນຶ່ງ​ທີ່ໄດ້​ສ້າງ​ບົດ
​ບາດອັນ​ຍາວ​ນານຢ່າງ​ໜ້າ​ສັນ​ລະ​ເສີນໄວ້​ກັບ ພະ​ແນກ​ພາ​ສາ​ລາວ ​ມາ​ແຕ່​ປີ 1983
ຈົນ​ເຖິງວັນ​ທີ 31 ເດືອນ​ກໍ​ລະ​ກົດ ປີ 2019 ຮວມເປັນ​ເວ​ລາເກືອບ 37 ປີ. ທ່ານ​ແມ່ນ​ຜູ້​
ນຶ່ງ​ທີ່ໄດ້​ນຳ​ພາສິດ​ສອນ​ບັນ​ດາ​ນ້ອງ​ນຸ່ງ​ລຸ້ນ​ໃໝ່ ໃຊ້​ພາ​ສາ​ລາວ​ໃຫ້​ເໝາະ​ສົມ​ກັບ​ຫລັກ
ການ ແລະຄວບ​ຄຸມການອອກ​ອາ​ກາດ​ໃນແຕ່​ລະ​ວັນ. ທ່ານສາ​ລີ ໄດ້​ກ່າວ​ເຖິງປະ​ສົບ​
ການ ແລະ​ໜ້າ​ທີ່ຄວາມ​ຮັບ​ຜິດ​ຊອບຂອງ​ທ່ານສູ່​ຟັງດັ່ງ​ນີ້:

ພາ​ສາຂອງມະ​ນຸດໂລກ ໄດ້ມີ​ການ​ປ່ຽນ​ແປງຢູ່​ຕະ​ຫຼອດ​ເວ​ລາ ເນື່ອງ​ຈາກສະ​ພາບດ້ານ
ການ​ເມືອງ ເສດ​ຖະ​ກິດ ສັງ​ຄົມ ແລະເທັກ​ໂນ​ໂລ​ຈີ​. ​ເພາະ​ສະ​ນັ້ນ​ພາ​ສາ​ລາວ​ ​ກໍ​ຕ້ອງ
ໄດ້​ປັບ​ປຸງ ໄປ​ຕາມ​ສະ​ພ​າບ​ການຊຶ່ງ ທ່ານສາ​ລີ ໄດ້​ກ່າວ​ກ່ຽວກັບ​ເລື້ອງນີ້​ວ່າ:

ວິ​ທະ​ຍຸ​ສຽງ​ອາ​ເມ​ຣິ​ກາ ມີ​ໜ້າ​ທີ່ລາຍ​ງານກ່ຽວ​ກັບ​ຂ່າວ​ໂລກ ແລະນະ​ໂຍ​ບາຍ​ຂອງ
​ລັດ​ຖະ​ບານ​ສະ​ຫະ​ລັດ ທີ່​ປະ​ກອບ​ດ້ວຍກັນ​ປະ​ມານ 50 ພ​າ​ສາ​ຂອງ​ໂລກ ຊຶ່ງ ທ່ານ​
ສາ​ລີ ໄດ້​ອະ​ທິ​ບາຍຕໍ່​ໄປ​ອີກວ່າ:

ທ່ານ​ສາ​ລີ ຈິດ​ຕະ​ວໍ​ຣະ​ວົງ ​ແມ່ນ​ຄົນ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ ​ອາ​ຍຸ 79 ປີ ອະ​ດີດ​ຫົວ
​ໜ້າ​ສອນ​ພາ​ສາ​ອັງ​ກິດ ຢູ່ໂຮງ​ຮຽນ​ສ້າງຄູ​ຊັ້ນ​ສູງດົງ​ໂດກ​ ໃນ​ສະ​ໄໝ​ພະ​ລາດ​ຊະ​ອາ​ນາ​
ຈັກ​ລ​າວ. ທ່ານໄດ້ຮັບ​ການເຝິກອົບ​ຮົມດ້ານ​ການ​ສຶກ​ສາ​ ຈາກ​ຫຼາຍ​ປະ​ເທດ​. ທ່ານໄດ້
​ຮັບ​ປະ​ລິນ​ຍາ​ໂທ​ຈາກ ມະ​ຫາ​ວິ​ຍາ​ໄລ Georgetown ໃນ​ສະ​ຫະ​ລັດ ແລະໄດ້ຮັບ​ໃຊ້
ຢູ່ພະ​ແນກ​ພາ​ສາ​ລາວ ຂອງວິ​ທະ​ຍຸ​ສຽງອາ​ເມ​ຣິ​ກາ. ທ່ານ​ສາ​ລີ ຈິ​ດ​ຕະ​ວໍ​ຣະ​ວົງ ໄດ້ກ່າວ​
ມ້ວນ​ທ້າຍ ແລະສັ່ງ​ລາ​ດັ່ງ​ນີ້:

ຄະ​ນະ​ຈັດ​ທຳ​ລາຍ​ການ​ພາກ​ພາ​ສາ​ລາວ ປະ​ຈຳ​ວິ​ທະ​ຍຸ ວີ​ໂອ​ເອ ປັດ​ຈຸ​ບັນ ຈາກ​ຊ້າຍ​ໄປ​ຫາ​ຂວາ ທ່ານກິ່ງ​ສະ​ຫວັນ ​ທ່າ​ນໄພ​ສານ (ຫົວ​ໜ້າ​ພະ​ແນກພາ​ສາ​ລາວ) ທ່ານ​ສາ​ລີ (ອອກ​ບຳ​ນານ ) ຍາ​ນາງວັນ​ນະ​ສອນ ທ່ານ​ພຸດ​ທະ​ສອນ ​ທ່ານ​ໄຊ​ຈະ​ເລີນ​ສຸກ ແລະ (​ຍາ​ນາງ​ບົວ​ສະ​ຫວັນ ບໍ່ຢູ່​ໃນ​ຮູບ)
ຄະ​ນະ​ຈັດ​ທຳ​ລາຍ​ການ​ພາກ​ພາ​ສາ​ລາວ ປະ​ຈຳ​ວິ​ທະ​ຍຸ ວີ​ໂອ​ເອ ປັດ​ຈຸ​ບັນ ຈາກ​ຊ້າຍ​ໄປ​ຫາ​ຂວາ ທ່ານກິ່ງ​ສະ​ຫວັນ ​ທ່າ​ນໄພ​ສານ (ຫົວ​ໜ້າ​ພະ​ແນກພາ​ສາ​ລາວ) ທ່ານ​ສາ​ລີ (ອອກ​ບຳ​ນານ ) ຍາ​ນາງວັນ​ນະ​ສອນ ທ່ານ​ພຸດ​ທະ​ສອນ ​ທ່ານ​ໄຊ​ຈະ​ເລີນ​ສຸກ ແລະ (​ຍາ​ນາງ​ບົວ​ສະ​ຫວັນ ບໍ່ຢູ່​ໃນ​ຮູບ)

ພວກ​ຂ້າ​ພະ​ເຈົ້າ ຄະ​ນະ​ຈັດ​ທຳ​ລາຍ​ການ​ພະ​ແນກ​ພາ​ສາ​ລາວ ຂໍ​ສະ​ແດງ​ຄວາມ​ຂອບໃຈ
ເປັນ​ຢ່າງ​ສູງມາ​ຍັງ ທ່ານ​ສາ​ລີ ທີ່ໄດ້​ສິດ​ສອນ​ນຳ​ພາ ແລະ​ໄດ້​ປູ​ທາງ​ໄວ້​ໃຫ້ບັນ​ດາຄົນ
ລາວ​ລຸ້ນ​ຕໍ່ໆ​ໄປ. ຂໍ​ໃຫ້​ທ່ານ​ຈົ່ງມ່ວນ​ຊື່ນ​ກັບຊີ​ວິດບຳ​ນານ​ ດ້ວຍ​ຄວາມ​ນັບ​ຖື ແລະ​ຮັກ​ແພງ.

ນັ້ນ​ແມ່ນ​ການ​ສຳ​ພາ​ດ​ທ່ານ​ສາ​ລີ ຈິດ​ຕະ​ວໍ​ລະ​ວົງ ອະ​ດີດພະ​ນັກ​ງານ​ພາກ​ພາ​ສາ​ລາວ
ຂອງວິ​ທະ​ຍຸວີ​ໂອ​ເອ ທີ່​ຫາ​ກໍ​ອອກໄປບຳ​ນານ​ອາ​ທິດ​ແລ້ວ​ນີ້. ກະ​ລຸ​ນາ​ຕິດ​ຕາມຟັງລາຍ​
ການ​ຊິ​ວິດ​ຊາວ​ລາວ​ເລື້ອງ​ໃໝ່ ​ໃນແລງ​ວັນ​ພະ​ຫັດໜ້າ ເວ​ລາ​ດຽວ​ກັນ​ນີ້.

XS
SM
MD
LG