ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຳ​ພາດ ທ່ານເພັດ​ສະ​ພອນ ແສນ​ເທບ ທີ່​ນະ​ຄອນ​ອັງ​ກໍ​ເຣັຈ ລັດ​ອາ​ລາ​ສ​ກາ


ເຊີນ​ຊົມ​ການ​ຕຶກ​ເບັດ ຢູ່​ທີ່​ລັດ​ອາ​ລາ​ສ​ກາ

ສະ​ບາຍ​ດີ ທ່ານ​ຜູ້ຟັງ​ທີ່​ເຄົາ​ລົບ ໃນລາຍການ​ຊີວິດ​ຊາວ​ລາວຂອງ ວີ​ໂອ​ເອ ປະ​ຈຳ​ແລງ
ວັນ​ພະ​ຫັດມື້​ນີ້ ເຮົາຈະ​ນຳ​ພ​າ​ທ່ານໄປ​ຟັງການສຳພາດກັບ ​ທ່ານເພັດ​ສະ​ພອນ ແສນ
​ເທບ ​ຜູ້​ອອກບຳ​ນານ​ຈາກ​ການ​ເປັນ​ຊ່າງ​ແປງ​ລົດມາເປັນ​ເວ​ລາ​ຫ້າ​ສິບ​ປີ​ແ​ລ້ວ ປັດ​ຈຸ​ບັນ​
ນີ້​ຕັ້ງ​ຖິ່ນ​ຖານຢູ່ນະ​ຄອນ ອັງ​ກໍ​ເຣັ​ຈ ລັດ​ອາ​ລາສ​ກາ. ລັດນີ້ແມ່ນດິນ​ແດນທີ່​ເປັນລັດ​ນຶ່ງ​
ຂອງ​ສະ​ຫະ​ລັດ ​ຕິດ​ກັບ​ແຜ່ນ​ດິນຂອງ​ປະ​ເທດກາ​ນາ​ດາ ​ຢູ່​ກ້ຳ​ຕາ​ເວັນ​ຕົກ​ສຽງ​ເໜືອ​ສຸດ
ບ່ອນ​ທີ່​ມີ​ອາ​ກາດ​ໜາວ. ທ່ານ​ເພັດ​ສະ​ພອນ ໄດ້​ແ​ບ່ງ​ປັນກ່ຽວ​ກັບ​ຊີ​ວິດ​ການ​ເປັນ​ຢູ່
ຄວາມ​ມ່ວນ​ຊື່ນ​ກັບ​ການ​ເດີນ​ທາງ​ທ່ອງ​ທ່ຽວ ແລະ​ການຫາ​ປາ​ ຕຶກ​ເບັດ​ ຊຶ່ງ ກິ່ງ​ສະ​ຫວັນ
ຈະ​ນຳ​ມາ​ສະ​ເໜີ​ທ່ານໃນ​ອັນ​ດັບ​ຕໍ່​ໄປ.​

ການຕຶກ​ເບັດ ຂວ່າງ​ແຫ ໃສ່​ມອງ ແລະ​ວິ​ທີການຫາ​ປາແມ່ນ​ຊີ​ວິດ​ຈິດ​ໃຈຂ​ອງ​ຄົນ​ລາ​ວ
​ບໍ່​ວ່າຈະ​ຢູ່​ໃນ ແລະ ​ນອກ​ປະ​ເທດທີ່​ໄດ້​ປະ​ຕິ​ບັດ​ກັນ​ມາ​ແຕ່​ດົນ​ນານ ​ຈົນ​ຕົກ​ທອດ​ມາ
ເຖິງ​ເທົ້າ​ທຸກວັນ​ນີ້. ຊາວ​ອາ​ເມ​ຣິ​ກັນເຊື້ອ​ສາຍ ລາວ ຢູ່​ທົ່ວ​ປະ​ເທດ​ຕ່າງກໍ​ພາ​ກັນ​ສະ​ໜຸກ
​ສະ​ໜານ​ກັບ​ການ​ຕຶກ​ເ​ບັດ ຢູ່​ຕາມ​ຫ້ວຍຮ່ອງ ໜອງ​ໃຫຍ່ ແລະ​ທະ​ເລ​ອັນ​ກວ້າງ​ໃຫຍ່​
ເພື່ອ​ຄວາມ​ມ່ວນ​ຊື່ນ ພ້ອມ​ທັງໄດ້​ປາ​ມາ​ກິນ​. ໂດຍ​ສະ​ເພາະ​ຢ່າງ​ຍິ່ງຢູ່​ທີ່ລັດ​ອາ​ລາ​ສ​ກາ
​ບ່ອນທີ່​ມີ​ອາ​ກາດ​ໜາວ ເຊິ່ງອຸ​ດົມ​ສົມ​ບຸນ​ໄປ​ດ້ວຍ​ປູ​ປາ​ນາ​ນ້ຳ ຢູ່​ຕາມຫ້ວຍ​ຮ່ອງ​ຄອງ​ບຶງ
​ແລະຢູ່ມ​ະ​ຫາ​ສະ​ມຸດ.

ທ່ານເພັດ​ສະພອນ ແສນ​ເທບ ແມ່ນອະ​ດີດ​ເຈົ້າ​ຂອງ​ຮ້ານ​ແປງ​ລົດ​ຊື່​ວ່າ “ແຊມ​ໂອ​ໂຕ”
(Sam Auto Repair) ​ຢູ່ນະ​ຄອນ ​ອັງ​ກໍ​ເຣັ​ຈ, ທ່ານ​ໄດ້​ປະ​ກອບ​ວິ​ຊາ​ອາ​ຊີບ​ນີ້​ມາ​ແຕ່
​ສະ​ໄໝ​ຢູ່​ໃນປະ​ເທດ​ລາວຮວ​ມທັງ​ໝົດແລ້ວໄດ້ 50 ປີ​. ​ທ່ານໄດ້​ຢຸດ​ເຊົາ​ກິດ​ຈ​ະ​ການ​ນີ້
ມາ​ໄດ້​ສີ່​ປີ​ແລ້ວແລະບັດ​ນີ້ມີ​ເວ​ລາ​ເດີນ​ທາງ​ໄປທ່ອງ​ທ່ຽວຢ້ຽມ​ຢາມ​ເພື່ອນ​ຝູງ ແລະ​ຕຶກ​
ເບັດຊຶ່ງ​ທ່ານ​ເພັດ​ສະພອນ​ ໄດ້​ກ່າວ​ສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້:

ທ່ານ​ເພັດ​ສະ​ພອນ ແລະ​ລູກ​ຊາຍ ທ້າວ​ວິກ​ເຕີ ແສນ​ເທບ.
ທ່ານ​ເພັດ​ສະ​ພອນ ແລະ​ລູກ​ຊາຍ ທ້າວ​ວິກ​ເຕີ ແສນ​ເທບ.

ທ້າວ​ວິກ​ເຕີ ​ແສນ​ເທບ ຜູ້​ເປັນ​ລູກ​ຊາຍ ອາ​ຍຸ 27 ປີ ອາ​ຊີບບົວ​ລະ​ບັດ​ຮັກ​ສາ​ເຄ​ຫາ​
ສະ​ຖານ ລາວກໍ​ມັກ​ຕຶກ​ເບັດເຊັ່ນ​ດຽວ​ກັນໃນ​ເວ​ລ​າ​ຫວ່າງ. ວິກ​ເຕີ ໄດ້​ໂອ້​ລົມ​ກັບ ວີ​
ໂອ​ເອ ໃນ​ຂະ​ນະ​ທີ່​ລາວ​ຕຶກ​ເບັດ​ກັບ​ເພື່ອນ​ຂອງ​ລາ​ວ ແລະ​ໄດ້​ສົ່ງ​ຮູບ​ພາບ ວີ​ດີ​ໂອ​
ມາ​ໃຫ້​ເບິ່ງ​ດັ່ງ​ທີ່​ເຫັນຢູ່​ໃນ​ໜ້າ​ແວບ​ໄຊ​ຕ໌ນີ້ ຊຶ່ງ ວິກ​ເຕີ ໄດ້​ກ່າວ​ວ່າ:

ທ່າວ​ສິ​ເຕີ ແສນ​ເທບ ກຳ​ລັງ​ໂຊ​ປາ​ທີ່​ຫາ​ກໍ​ຕືກ​ເບັດ​ໄດ້
ທ່າວ​ສິ​ເຕີ ແສນ​ເທບ ກຳ​ລັງ​ໂຊ​ປາ​ທີ່​ຫາ​ກໍ​ຕືກ​ເບັດ​ໄດ້

ຢູ່​ໃນ​ລັດ​ອາ​ລາ​ສ​ກາ ມີ​ປະ​ຊາ​ຄົມ​ລາວ​ອາ​ເມ​ຣິ​ກັນ ຕັ້ງ​ຖິ່ນ​ຖານ​ແຈກ​ຢາຍ​ກັນ​ໄປ​ຢູ່​
ປະ​ມານ 300 ຄອບ​ຄົວ. ມີ​ວັດ​ວາ​ອາ​ຮາມ ບັນ​ດາ​ຄົນ​ອາ​ເມ​ຣິ​ກັນເຊື້ອ​ສາຍ ລາວ ຈະ
ພາ​ກັນ​ປະ​ກອບ​ວິ​ຊາອາ​ຊີບ​ຕ່າງໆ​ແມ່ນ​ແຕ່​ຢູ່​ໃນ​ວົງ​ການ​ລັດ​ຖະ​ບານ​ ໂຮງ​ງານ​ອຸດ
​ສາ​ຫະ​ກຳ ແລະ​ທຸ​ລະ​ກິດ​ຕ່າງໆ ຊຶ່ງ​ທ່ານ​ເພັດ​ສະ​ພອນ​ໄດ້​ກ່າວ​ສູ່​ຟັງ​ວ່າ:

ລັດ​ອາ​ລາ​ສ​ກາ ມີ​ຢູ່ສີ່​ລະ​ດູຄື ລະ​ດູ​ໜາວ ລະ​ດູບານ​ໃໝ່ ລະ​ດູ​ຮ້ອນ ແລະ​ລະ​ດູ​ໃບ​ໄມ້​
ຫລົ່ນ ເປັນ​ດິນ​ແດນທີ່​ມີ​ຫິ​ມະຕົກ​ໜັກໜາວ​ເຢັນ ແລະ​ມືດ​ມົວ​ຢູ່​ຫຼາຍ​ເດືອນ​ໃນ​ລະ​ດູ​
ໜາວ ແລະ​ແຈ້ງ​ຢູ່​ຫຼາຍ​ເດືອນ​ໃນ​ລະ​ດູ​ຮ້ອນ ຊຶ່ງ​ທ່ານ​ເພັດ​ສະ​ພອນ ໄດ້​ກ່າວ​ມ້ວນ​
ທ້າຍ​ສູ່ ວີ​ໂອ​ເອ ຟັງດັ່ງ​ນີ້

ທ່ານ​ເພັດ​ສະ​ພອນ ແສນ​ເທບ ແລະ​ລູກ​ຊາຍທ້າວ​ວິກ​ເຕີ ໄດ້​ໃຊ້ຊີ​ວິດ ແລະ​ປະ​ກອບ
​ອາ​ຊີບ​ຢ່າງ​ເປັນ​ຜົນ​ສຳ​ເລັດ ​ແລະບັດ​ນີ້​ມີ​ແຕ່ຄວາມມ່ວນ​ຊື່ນ​ກັບ​ໝາກ​ຜົນ​ທີ່​ໄດ້​ສ້າງ​ມາ.

XS
SM
MD
LG