ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ທັນວາ ໒໐໒໕

ຊາວລາວເຂົ້າໄປຢູ່ ໃນເຂດນະຄອນໂຢໂກຮາມາ ປະເທດຍີ່ປຸ່ນ ເລີ້ມແຕ່ຊຸມປີ 1990


ທ່ານພາວັນດີ ກຸແກ້ວ ກິ່ງທະເລ ຈາກເຂດບ້ານບຶງທະເລ ເມືອງພະລານໄຊ ເຂົ້າໄປຕັ້ງຖິ່ນຖານຢູ່ນະຄອນໂຢໂກຮາມາ ປະເທດຍີປຸ່ນ ແຕ່ຕົ້ນຊຸມປີ 1990.
ທ່ານພາວັນດີ ກຸແກ້ວ ກິ່ງທະເລ ຈາກເຂດບ້ານບຶງທະເລ ເມືອງພະລານໄຊ ເຂົ້າໄປຕັ້ງຖິ່ນຖານຢູ່ນະຄອນໂຢໂກຮາມາ ປະເທດຍີປຸ່ນ ແຕ່ຕົ້ນຊຸມປີ 1990.

​ໃນລາຍ​ການຊຸມຊົນລາວໃນທະວີບອາເມຣິກາ ຊຶ່ງເປັນລາຍການໃໝ່ຂອງວີ​ໂອ​ເອພາກພາສາລາວ ທີ່ຈະນຳເອົາ ຊີວິດການເປັນຢູ່ ຂອງຄົນເຊື້ອສາຍລາວຕາມເມືອງແລະລັດຕ່າງໆໃນທົ່ວທະວີບອາເມຣິກາມາລົມສູ່ທ່ານຟັງ ແຕ່ໃນແລງແລງວັນອາທິດມື້ນີ້ ເຮົາ​ຈະ​ພາ​ທ່ານ​ໄປ​ພົບກັບຄົນລາວຢູ່ທີ່ນະຄອນໂຢໂກຮາມາ ປະເທດຍີປຸ່ນ. ໄພສານ ມີລາຍງານເລື້ອງນີ້ ມາສະ​ເໜີ​ທ່ານ ໃນອັນດັບຕໍ່ໄປ.

ລິງໂດຍກົງ


ນະຄອນໂຢໂກຮາມາ ເປັນຫົວເມືອງໃຫຍ່ອັນດັບສອງ ຂອງປະເທດຍີ່ປຸ່ນ ຮອງຈາກນະຄອນຫຼວງໂຕກຽວ ແລະເປັນເມືອງເອກ ຂອງແຂວງການາກາວະ ຕັ້ງຢູ່ແຄມອ່າວໂຕກຽວ ແລະຢູ່ທາງໃຕ້ນະຄອນຫຼວງຂອງຍີ່ປຸ່ນ.

ໃນລາຍການຊຸມຊົນລາວ ຂອງເຮົາແລງມື້ນີ້ ຈະພາທ່ານໄປພົບກັບທ່ານພາວັນດີ ກຸແກ້ວ ກິ່ງທະເລ ຫຼືພາວັນດີ ພາວັນດີ ຊຶ່ງເປັນນັກຮ້ອງລາວຜູ້ນຶ່ງ ທີ່ໄດ້ເຂົ້າໄປຕັ້ງຖິ່ນຖານຢູ່ໃນເຂດນະຄອນໂຢໂກຮາມາ ປະເທດຍີປຸ່ນ ມາຕັ້ງແຕ່ປີ 1991. ໃນມື້ນີ້ ທ່ານພາວັນດີຈະມາລົມສູ່ຟັງ ກ່ຽວກັບເລື້ອງການຕັ້ງຖິ່ນຖານເປັນການສະເພາະ.

ທ່ານພາວັນດີກ່າວວ່າ ທ່ານເປັນຄົນລາວເຜົ່າຜູ້ໄທ ມີຖິ່ນຖານດັ້ງເດີມຢູ່ບ້ານບຶງທະເລ ໃນເຂດເມືອງພະລານໄຊ ແຂວງສະຫວັນນະເຂດ. ທ່ານເວົ້າວ່າ ທ່ານເອງກໍຄືກັນກັບສ່ວນໃຫຍ່ຂອງຄົນລາວ ຊຶ່ງກ່ອນທີ່ຈະເດີນທາງໄປປະເທດຍີປຸ່ນນັ້ນ ທ່ານກໍຕ້ອງໄດ້ຜ່ານສູນອົບພະຍົບທີ່ປະເທດໄທເສຍກ່ອນ. ທ່ານກ່າວກ່ຽວກັບສູນຢູ່ໄທວ່າ:

please wait

No media source currently available

0:00 0:00:15 0:00
ລິງໂດຍກົງ


ທ່ານພາວັນດີເວົ້າວ່າ ທ່ານໄດ້ເດີນທາງໄປເຖິງປະເທດຍີປຸ່ນໃນຕົ້ນຊຸມປີ 1990 ແລະໃນຂັ້ນຕົ້ນ ຖືກສົ່ງໄປຢູ່ພາກໃຕ້ ເພື່ອຮຽນພາສາເສຍກ່ອນ. ທ່ານກ່າວກ່ຽວກັບເລື້ອງນີ້ຕື່ມວ່າ:

please wait

No media source currently available

0:00 0:00:30 0:00
ລິງໂດຍກົງ


ທ່ານພາວັນດີກ່າວວ່າ ນອກຈາກການຮຽນພາສາແລ້ວ ກໍຍັງໄດ້ມີການຮຽນວັດທະນະ ທຳຍີ່ປຸ່ນຄວບຄູ່ໄປພ້ອມ ການຮຽນໃຊ້ເວລາປະມານສີ່ເດືອນ ຫຼັງຈາກນັ້ນ ກໍຖືກສົ່ງໄປຢູ່ນະຄອນໂຢໂກຮາມາເລີຍ. ກ່ຽວກັບເລື້ອງຄອບເລື້ອງຄົວນັ້ນ ທ່ານພາວັນດີ ກ່າວວ່າ:

please wait

No media source currently available

0:00 0:00:35 0:00
ລິງໂດຍກົງ


ທ່ານພາວັນດີກ່າວວ່າ ອາຊີບຂອງທ່ານກໍຄືຂັບລົດ ຊຶ່ງໃນປະເທດຍີປຸ່ນຫຼືໃນປະເທດຕາເວັນຕົກ ກໍບໍ່ແມ່ນອາຊີບທີ່ຂີ້ຮ້າຍເລີຍ ວຽກງານທຸກຢ່າງໄດ້ຮັບການຍົກສູງ ມີຄວາມສຳຄັນ ການມີວຽກເຮັດງານທຳເປັນສິ່ງທີ່ດີຫຼາຍ.

please wait

No media source currently available

0:00 0:00:11 0:00
ລິງໂດຍກົງ


ທ່ານພາວັນດີກ່າວວ່າ ເງິນດ້າມເງິນເດືອນກໍດີພໍສົມຄວນ ແລະກໍບໍ່ແມ່ນຫຼວງຫຼາຍ ເພາະຍີ່ປຸ່ນມີຄ່າຄອງຊີບແພງ ທ່ານພາວັນດີກ່າວວ່າ:

please wait

No media source currently available

0:00 0:00:13 0:00
ລິງໂດຍກົງ


ກ່ຽວກັບເລື້ອງລ້າການນັ້ນ ທ່ານພາວັນດີກ່າວວ່າ ກໍພໍຫາໄດ້ ຍ້ອນທ່ານມີຖານະທີ່ໄດ້ຮັບການຢັ້ງຢືນ ຈາກອົງການສະຫະປະຊາຊາດ ແຕ່ສຳລັບພວກທີ່ລັກລອບເຂົ້າເມືອງນັ້ນ ກໍຍາກເປັນທຳມະດາ.

please wait

No media source currently available

0:00 0:00:25 0:00
ລິງໂດຍກົງ


ທ່ານພາວັນດີເວົ້າວ່າ ຄົນລາວຢູ່ປະເທດຍີປຸ່ນ ກໍມີຢູ່ປະມານສາມພັນຄົນ ແລະເຂດທີ່ທ່ານຢູ່ ເປັນເຂດທີ່ມີຄົນລາວຢູ່ຫຼາຍທີ່ສຸດ. ທ່ານພາວັນດີກ່າວວ່າ:

please wait

No media source currently available

0:00 0:00:24 0:00
ລິງໂດຍກົງ


ທ່ານພາວັນດີເວົ້າວ່າ ຄົນລາວຢູ່ໃນເຂດທີ່ທ່ານຢູ່ ແມ່ນເຮັດວຽກເຮັດການຢູ່ຕາມໂຮງຈັກໂຮງງານ ແລະກໍກິນເງິນເດືອນ ບໍ່ແມ່ນກິນເງິນຊົ່ວໂມງ.

please wait

No media source currently available

0:00 0:00:20 0:00
ລິງໂດຍກົງ


ທ່ານພາວັນດີກ່າວວ່າ ລາງບໍລິສັດກໍມີເງິນພິເສດໃຫ້ ເວລາອອກກິນເບ້ຍບຳນານ ແຕ່ບາງບໍລິສັດກໍບໍ່ມີຫຍັງເລີຍ.

please wait

No media source currently available

0:00 0:00:23 0:00
ລິງໂດຍກົງ


ນະຄອນໂຢໂກຮາມາ ບ່ອນທີ່ທ່ານຢູ່ນີ້ ທ່ານພາວັນດີກ່າວວ່າ ກໍບໍ່ນ້ອຍໜ້າເຂດ
ອື່ນໃດທັງນັ້ນ ທ່ານກ່າວກ່ຽວກັບເລື້ອງນີ້ວ່າ:

please wait

No media source currently available

0:00 0:00:23 0:00
ລິງໂດຍກົງ


ກ່ຽວກັບເລື້ອງວັດລາວນັ້ນ ທ່ານພາວັນດີເວົ້າວ່າ ກໍມີຢູ່ ເຖິງແມ່ນຈະບໍ່ເປັນວັດທີ່ໃຫຍ່ ແຕ່ກໍມີການເຮັດບຸນເຮັດທານຕາມຂະນົບທຳນຽມລາວບໍ່ໄດ້ຂາດ ແລະກໍຢູ່ໃກ້ໆກັບນະຄອນໂຢໂກຮາມານີ້ເອງ.

please wait

No media source currently available

0:00 0:00:21 0:00
ລິງໂດຍກົງ


ທ່ານພາວັນດີໄດ້ສະຫຼຸບ ການໃຫ້ສຳພາດກັບພວກເຮົາໂດຍວິ້ງວອນໃຫ້ຄົນລາວທຸກໆຄົນ ຈົ່ງຕະຫຼອດປອດໄພຈາກໂຄວິດ-19 ແລະມີສຸຂະພາບເຂັ້ມແຂງ.

please wait

No media source currently available

0:00 0:00:15 0:00
ລິງໂດຍກົງ

ລາຍງານຈາກວໍຊິງຕັນ ໄພສານ ວໍຣະຈັກ ວີໂອເອ

ທີ່ທ່ານຫາກໍໄດ້ຮັບຟັງຜ່ານໄປນັ້ນ ແມ່ນ​ລາຍ​ການຊຸມຊົນລາວ ໃນ ນະຄອນໂຢໂກຮາມາ ປະເທດຍີ່ປຸ່ນ. ເຊີນພົບກັບລາຍການຊຸມຊົນລາວໃນທະວີບອາເມຣິກາ ຂອງເຮົາໄດ້ອີກ ໃນວັນອາທິດໜ້າ ເວລາດຽວກັນນີ້.

XS
SM
MD
LG