ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງ ວີໂອເອ ປະຈຳແລງ
ວັນພະຫັດມື້ນີ້ ເຮົາຈະນຳເອົາການສຳພາດກັບ ທ່ານວິລະພັນ ສໍປະເສີດຊຶ່ງເປັນທີ່ຮູ້
ກັນດີໃນຊື່ສິນລະປິນເປັນພາສາອັງກິດວ່າ ພີດ ສະກຸນຄູນັ້ນ ມາສະເໜີທ່ານ. ພີດ
ສະກຸນຄູເປັນນັກຮ້ອງ ນັກດົນຕີ ແລະນັກປະພັນເພງລາວສາກົນ ຮາດຣັອກ (hard
rock) ສະໝັກຫຼີ້ນ ຕັ້ງຖິ່ນຖານຢູ່ເມືອງໂຄລອມບັສ ລັດໂອຮາຍໂອ ທາງພາກກາງ
ຂອງສະຫະລັດ. ພີດ ສະກຸນຄູ ມັກຮ້ອງເພງ ມາແຕ່ນ້ອຍສະໄໝຍັງຢູ່ປະເທດລາວ
ແລະໄດ້ສືບຕໍ່ຄວາມຝັນໃນການຢາກເປັນນັກຮ້ອງມາຈົນເຖິງປັດຈຸບັນນີ້. ອັນດັບຕໍ່
ໄປ ກິ່ງສະຫວັນ ຈະນຳເອົາການສຳພາດ ກັບພີດ ສະກຸນຄູ ມາສະເໜີທ່ານ.
ຄົນເຊື້ອສາຍລາວ ບໍ່ວ່າຢູ່ໃນແລະນອກປະເທດ ລ້ວນແລ້ວແຕ່ເປັນຜູ້ມີພອນສະຫວັນ
ຕ່າງໆນາໆ ໂດຍສະເພາະດ້ານບັນເທີງ ຮ້ອງເພງ ປະພັນເພງ ແລະຫຼິ້ນດົນຕີ. ດົນຕີ\
ສາກົນ ທີ່ມີຊື່ສຽງຂອງໂລກ ໄດ້ມີອິດທິພົນຕໍ່ການຂີດຂຽນ ການແຕ່ງເພງ ແລະທຳ
ນອງເພງ ຕໍ່ບັນດານັກສິນລະປິນລາວອາເມຣິກັນສະໝັກຫຼີ້ນ ມາແຕ່ໃດໆ. ຜົນງານ
\ຂອງເຂົາເຈົ້າ ໄດ້ສະແດງໃຫ້ເຫັນ ເຖິງອິດສະຫຼະພາບໃນການລະບາຍຄວາມຮູ້ສຶກ
\ເປັນພາສາລາວ ອອກມາກັບສຽງເພງ ພ້ອມກັບຄວາມສະໜຸກສະໜານໃນການຊົມ
ໃຊ້ເຄື່ອງດົນຕີອັນທັນສະໄໝ. ພິດ ສະກຸນຄູ ແມ່ນນັກສິນລະປິນອາເມຣິກັນ ເຊື້ອ
ສາຍລາວ ທີ່ສາມາດປາກເວົ້າພາສາລາວ ແລະພາສາອັງກິດ ໄດ້ດີຄ່ອງແຄ່ວ ທີ່ຊ່ວຍ
ໃນການແຕ່ງເພງລາວ ແລະຮ້ອງເພງສາກົນ ຊຶ່ງພິດ ສະກຸນຄູ ໄດ້ເລົ່າເຖິງເບື້ອງຕົ້ນ\
ຂອງການຮ້ອງເພງ ສູ່ວີໂອເອ ຟັງດັ່ງນີ້:
ພິດ ສະກຸນຄູ ເປັນນັກສິນລະປິນທີ່ມີນ້ຳໃຈເອື້ອເຟື້ອເພື່ອແຜ່ຮັບໃຊ້ສັງຄົມລາວອາ
\ເມຣິກັນເປັນພິເສດ ແລະບໍ່ເຫັນແກ່ເງິນຄ່າຈ້າງ. ການຮ້ອງເພງແມ່ນຊີວິດຈິດໃຈທີ່
ມີໂອກາດໄດ້ກ່ອມອາລົມ ບັນດາສະມາຊິກ ຂອງສັງຄົມລາວອາເມຣິກັນ ຢູ່ໃນພິທີ
ຕ່າງໆ ຊຶ່ງລາວໄດ້ກ່າວເຖິງຕອນນີ້ວ່າ:
ພິດ ສະກຸນຄູ ໄດ້ກ່າວເຖິງຜົນງານເພງຫລ້າສຸດຂອງລາວ ທີ່ຈະອອກມາກ່ອມອາລົມ
ບັນດາແຟນໆເພງດັ່ງນີ້:
ຄະນະດົນຕີຂອງພີດ ສະກຸນຄູ ມີຊື່ວ່າ “Lao Sound” ຫຼື ສຽງລາວ. ຖ້າຫາກທ່ານເຂົ້າ
ໄປ Facebook “Pete Sakounkou” ທ່ານຈະເຫັນຮູບພາບ ແລະ ກິດຈະການບັນ
\ເທີງຕ່າງໆ. ບັດນີ້ເຮົາມາລອງຟັງນຶ່ງ ຊຶ່ງເປັນເພງຍອດນິຍົມຂອງ ພິດ ສະກຸນຄູທີ່ມີຊື່
ວ່າ “ຄິດເຖິງບ້ານເຮົາ” ແຕ່ງໃນປີ 1994 ເວລາລາວເດີນທາງກັບເມືອປະເທດລາວ
ເທື່ອທຳອິດ.
ພິດ ສະກຸນຄູ ເກີດຢູ່ບ້ານໜອງບົວ ເມືອງທ່າແຂກ ປະເທດລາວ ເຂົ້າມາຕັ້ງຖິ່ນຖານ
ຢູ່ເມືອງໂຄລອມບັສ ລັດໂອຮາຍໂອ ສະຫະລັດອາເມຣິກາ ໃນປີ 1980 ເວລານັ້ນ ອາ
ຍຸໄດ້ 12 ປີ. ລາວສຳເລັດການສຶກສາ ຂັ້ນປະລິນຍາຕີຝ່າຍທຸລະກິດ ຈາກມະຫາວິທະ
ຍາໄລ Bliss College ແລະໄດ້ປະກອບອາຊີບທີ່ກ່ຽວກັບທຸລະກິດຫຼາຍຢ່າງ. ຫຼັງ
ຈາກນັ້ນ ກໍໄດ້ມາເຮັດທຸລະກິດ ຕິດຕັ້ງກ້ອນຫີນທຽມໃສ່ຝາຕົກແຕ່ງຢູ່ຕາມບ້ານເຮືອນ.