ປີໃໝ່ ພ.ສ 2562 ຊຶ່ງຈະກ້າວເຂົ້າມາເຖິງໃນໄວໆນີ້ ເພາະສະນັ້ນລາຍການ
ຊີວິດຊາວລາວ ຂອງ ວີໂອເອ ປະຈຳແລງວັນພະຫັດມື້ນີ້ ຈະນຳເອົາການສຳພາດ ກັບ
ບັນດາຄົນອາເມຣິກັນ ແລະຝຣັ່ງ ເຊື້ອສາຍລາວ ມາໂອ້ລົມສູ່ທ່ານຟັງວ່າ ບັນດາປະຊາ
ຄົມລາວ ທີ່ຕັ້ງຖິ່ນຖານຢູ່ໃນເຂດເຫລົ່ານີ້ ພາກັນຮັກສາຮີດຄອງປະເພນີແລະຫ້າງຫາກະກຽມການສະຫຼອງບຸນປີໃໝ່ລາວກັນຢ່າງໃດນັ້ນ ກິ່ງສະວັນ ຈະນຳມາສະເໜີທ່ານ ໃນ
ອັນດັບຕໍ່ໄປ.
ສັນຍາລັກທີ່ບອກໃຫ້ຮູ້ວ່າ ບຸນປີໃໝ່ລາວໃກ້ຈະມາຮອດແລ້ວ ນັ້ນກໍຄື ອາກາດເລີ້ມອົບອຸ່ນ ແລະດອກໄມ້ນາໆຊະນິດ ກຳລັງເບັ່ງບານ ເດຍລະດາດຢູ່ທຸກຫົນແຫ່ງ. ເວລານີ້ບັນດາຊາວ
ພຸດນິກາຍຫິນະຍານ ຕ່າງກໍພາກັນກະກຽມ ສະຫຼອງ ຕ້ອນຮັບບຸນປີໃໝ່ ພ.ສ 2562
ເວົ້າໂດຍສະເພາະແລ້ວ ປະຊາຄົມລາວໃນສະຫະລັດ ແລະຢູ່ໃນປະເທດຝຣັ່ງ.
ສູນກາງເຕົ້າໂຮມກໍຄື ວັດວາອາຮາມອັນເປັນບ່ອນປະກອບພິທີທາງສາສໜາ ທີ່ຈະມີ
ການມ່ວນຊື່ນລື້ນເລີງ ແລະເປັນບ່ອນວາງຂາຍຜົນລະປູກຕ່າງໆ. ບັດນີ້ເຮົາມາຟັງເບິ່ງ
ດຸວ່າ ຢູ່ໃນແຕ່ລະຂົງເຂດມີການສະຫຼອງກັນຢ່າງໃດ ຊຶ່ງຈະເລີ້ມດ້ວຍການສຳພາດຍາ
ນາງລິນດາ ບຸດຕະ ທີ່ຕັ້ງຖິ່ນຖານຢູ່ເມືອງຝອດເວີດ ລັດເທັກຊັສ ທາງພາກກາງຕອນ
ໃຕ້ສຸດຂອງສະຫະລັດ ຊຶ່ງຍານາງລິນດາ ໄດ້ກ່າວຕໍ່ ວີໂອເອ ຟັງດັ່ງນີ້ :
ຍັບຂຶ້ນໄປທາງພາກເໜືອກໍຄືລັດໄອໂອວາ ທາງພາກກາງຂອງສະຫະລັດ. ທ່ານວັນ
ນະວົງ ສ. ຜາບມີໄຊ ສະມາຊິກອະວຸໂສ ຢູ່ໃນເມືອງເດມອຍໄດ້ກ່າວຕໍ່ ວີໂອເອ ກ່ຽວ
ກັບການສະຫຼອງບຸນປີໃໝ່ດັ່ງນີ້:
ພີ່ນ້ອງອາເມຣິກັນເຊື້ອສາຍລາວອີກຄົນນຶ່ງ ຢູ່ທີ່ລັດເຄັນຕັກກີ ໃນເຂດພາກກາງຂ້ອນ
ມາທາງຕາເວັນອອກຂອງສະຫະລັດ ມີປະຊາຄົມລາວອາເມຣິກັນຈຳນວນບໍ່ຫຼາຍພາ
ກັນຢູ່ທີ່ນັ້ນ ແລະຂາດເຂີນພະພິຄຸສົງມາປະຈຳຢູ່ວັດ. ເພາະສະນັ້ນ ຊາວພຸດລາວຢູ່ໃນ
ຂົງເຂດແຫ່ງນີ້ຕ້ອງໄດ້ເດີນທາງໄປສະຫຼອງບຸນປີໃໝ່ຢູ່ລັດໃກ້ຄຽງ ຫຼືນິມົນພະມານຳ
ພາເຮັດພິທີທາງສາສໜາຢູ່ໃນເຂດຂອງເຈົ້າ ຊຶ່ງ ທ່ານວິໄລ ຄຳດາຣານິກອນ ໄດ້ເລົ່າ
ສູ່ຟັງດັ້ງນີ້:
ຄົນສຸດທ້າຍກໍຄື ທ່ານປາງແກ້ວ ກິດຕິກຸນ ຢູ່ທີ່ປະເທດຝຣັ່ງ. ທ່ານໄດ້ກ່າວເຖິງບັນຍາກາດການສະຫຼອງບຸນປີໃໝ່ລາວສູ່ ວີໂອເອ ຟັງວ່າ:
ຄວາມແຕກຕ່າງໃນການສະຫຼອງບຸນປີໃໝ່ລາວຢູ່ນອກປະເທດກໍຄື ຕ້ອງໄດ້ເນັ້ນ
ໜັກ ສະຫຼອງໃຫ້ຖືກວັນພັກຢູ່ສະເໝີ ໂດຍສະເພາະແມ່ນວັນເສົາ ແລະອາທິດ.
ສຳລັບປະຊາຄົມທີ່ຢູ່ໃກ້ຄຽງກັນ ຕ້ອງໄດ້ສັບປ່ຽນກັນ ເພື່ອໃຫ້ໂອກາດ ແຕ່ລະບ່ອນ
ໄດ້ສະຫຼອງ ແລະໄປຢ້ຽມຢາມຖາມຂ່າວກັນ.
ບັດນີ້ ປີເກົ່າໄດ້ຜ່ານພົ້ນ ຄວາມໝອງໝົ່ນໃຫ້ສູນເສຍ
ຄວາມຄຽດເຂື່ອງທີ່ເຄີຍມີ ໃຫ້ຜ່າຍໜີໄປນຳພ້ອມ
ຢ່າໃຫ້ຍັງຄາຄ້າງ ເຫຼືອຫຼໍພໍສ້ຽວເສດ
ແນວສະໜຽດເຂັນເຄາະຮ້າຍ ໃຫ້ສູນສິ້ນເສື່ອມສະຫລາຍ ເຖາະເນີ
ປີໃໝ່ລ້ຳລ່ວງເຂົ້າ ເດີນດ່ວນມາເຖິງ
ນຳເອົາແນວດີໆ ຫາບຫາມມາພ້ອມ
ເປັນຊັບສິນເງິນຂອງໃຊ້ ໃຫ້ມີມານຳປີໃໝ່
ດ້ານຈິດໃຈໃຫ້ຊື່ນຊ້ອຍ ຄຸນທຳໃຫ້ສົ່ງສູງ ເຖາະນາ
ການງານທຳປະຈຳມື້ ກິດຈະການຄອງຊີບ
ວີໂອເອ ຈົ່ງກ່າຍກ້້າວ ທະວີໜ້າສົົ່ງເສີມ
ໃນໜ່ວຍງານທຸກໆດ້ານ ພ້ອມພ່ຳຊາຍຍິງ
ພໍ່ແມ່ມວນສະມາຊິກ ໃຫ້ຢູ່ຍືນຍາວໝັ້ນ
ໃຫ້ພາກັນຫັນຫ້າວ ຄືເດືອນດາວແຈ້ງຮຸ່ງ
ຄືຕາເວັນພຸ່ງພົ້ນ ເຫັນແຈ້ງທົ່ວແຜ່ນດິນ ພຸ້ນເດີ້
ການໄປມາໃຫ້ຜ່ານພົ້ນ ເຖິງບ່ອນໃຈປະສົງ
ໃຫ້ໝັ້ນຄົງຄືຄວາມພອນ ທີ່ສົ່ງມາໃຫ້ຊຸມທ່ານ
ຂໍອ່ວຍອາວະສານໄວ້ ຂຽນໄປຍາວຢ້ານຄ້ານອ່ານ
ວີໂອເອ ຈົ່ງໂຊກໝານ ບຸນຜະຫລາແກ່ກ້າປັກສ້ຽມດັ່ງເຂັມ
ສ້າງປະຣິຍາແຜ່ກວ້າງ ກວມໂລກມວນມະນຸດ
ຢຸດເຊົາລົງການກະວີ ຕັ້ງແຕ່ພໍພຽງນີ້
ແຕ່ງໂດຍ ພຣະອາຈານທອງຄຳ ສິິນສົມບັດ