ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ມື້ນີ້ ຂ້າພະເຈົ້າ ຂໍແນະນຳ
ໃຫ້ທ່ານຮູ້ຈັກກັບ ທ່ານສຸຣະສີ ຄຳວົງສາ ແລະ ທ່ານບຸນຜົງ
ພົມທະວົງ ອາຈານສອນພາສາ ແລະວັດທະນະທຳ ລາວ ທີ່
ສະຖາບັນ ພະແນກຕ່າງປະເທດ ສະຫະລັດ ຫລື Foreign
Service Institute (FSI) ໃນເຂດ ນະຄອນຫລວງ ວໍຊິງ
ຕັນ ດີ.ຊີ. ພາສາລາວ ແມ່ນພາສານຶ່ງໃນຈຳນວນຫລາຍພາ
ສາຂອງໂລກ ທີ່ຖືກສິດສອນໃຫ້ແກ່ ບັນດານັກການທູດສະ
ຫະລັດ ທີ່ ຕຽມໄປປະຕິບັດງານຢູ່ ສະຖານທູດ ສະຫະລັດ
ໃນຕ່າງປະເທດ.
ສະຖາບັນສອນພາສາຕ່າງປະເທດ ຂອງ ສະຫະລັດ ແຫ່ງ
ນີ້ຕັ້ງຂື້ນມາໃນປີ 1947 ຫລັງຈາກ ສົງຄາມໂລກຄັ້ງທີ່ສອງ
ພາຍໃຕ້ກະຊວງ ການຕ່າງປະເທດ. ພາສາລາວ ໄດ້ເລີ້ມສິດສອນມາແຕ່ປີ 1964 ຈົນ
ຕົກມາເຖິງເທົ້າປັດຈຸບັນ ຊຶ່ງມີບັນດານັກການທູດ ສະຫະລັດ ແຕ່ລະລຸ້ນໄດ້ສັບປ່ຽນກັນ
ມາຮຽນ ຢູ່ເປັນປະຈໍາ. ປັດຈຸບັນນີ້ມີຢູ່ 70 ກວ່າພາສາແລະມີນັກການທູດກວ່າ 1000
ຄົນທີ່ກຳລັງຮຽນພາສາຕ່າງໆ ເພື່ອຕຽມໄປປະຈຳ ໜ້າທີ່ຢູ່ ສະຖານທູດ ສະຫະລັດ ທົ່ວ
ໂລກ ຊຶ່ງມີຮວມທັງ ເອກອັກຄະລັດຖະທູດ (Ambassador) ຮອງເອກອັກຄະລັດ ຖະ
ທູດ (Deputy Chief of Misson) ເຈົ້າໜ້າທີ່ ພະແນກກົງສຸນ ການເມືອງ ເສດຖະກິດ
ວັດທະນາທຳ ສື່ສານ ແລະອື່ນໆ. ກຳໜົດການຮຽນແມ່ນມີຈາກ 36 ອາທິດ ແລະ 44
ອາທິດ ຊຶ່ງ ແລ້ວແຕ່ໜ້າທີ່ ຄວາມຕ້ອງການຂອງໃຜລາວ. ບັນດານັກການທູດເຫລົ່ານີ້
ຮຽນປາກເວົ້າ ອ່ານ ຂຽນ ຂະນົບທຳນຽມ ອາຫານການກິນ ດິນຟ້າອາກາດ ການເມືອງ
ແລະ ສິ່ງແວດລ້ອມຂອງ ບັນດາປະເທດ ທີ່ເຂົາເຈົ້າ ຈະໄປປະຈຳການຢູ່ນັ້ນ.
ສະຖາບັນ ພະແນກຕ່າງປະເທດ ຂອງກະຊວງຕ່າງປະເທດ ຫລື Foreign Service
Institute (FSI) ຕັ້ງຢູ່ເມືອງ Arlington ໃນເຂດຊານ ມະຫານະຄອນຫລວງ ວໍຊິງຕັນ
ດີ.ຊີ. ເປັນສະຖາບັນ ສິດສອນພາສາຂອງ ລັດຖະບານ ສະຫະລັດ ທີ່ສຳຄັນ ແລະມີ
ການກວດກາເຂົ້າອອກ ຮັກສາຄວາມປອດໄພຢ່າງເຄັ່ງຄັດ. ບັນດານັກການທູດ ທີ່ມາ
ຮຽນແມ່ນລັດຖະກອນ ກະຊວງການຕ່າງປະເທດ ສະຫະລັດ ທີ່ມີປະສົບປະການ ປະຕິບັດງານ ຢູ່ຫລາຍປະເທດມາກ່ອນ ແລະມີພື້ນຖານສາມາດປາກເວົ້າໄດ້ຫລາຍພາສາ.
ນັກການທູດເຫລົ່ານີ້ ລ້ວນແລ້ວແຕ່ມີລະດັບການສຶກສາສູງ ມີພອນສະຫວັນ ສາມາດ
ຮຽນໄດ້ຢ່າງວອງໄວ ໂອ້ລົມ ອ່ານ ແລະເຂົ້າໃຈພາສາລາວ ໄດ້ໄວຢ່າງໜ້າສັນລະເສີນ
ທ່ານສຸຣະສີ ຄຳວົງສາ (ບຸນ) ແມ່ນອາຈານສອນພາສາລາວຄົນນຶ່ງ ທີ່ໄດ້ສິດສອນພາ
ສາ ແລະວັດທະນາທຳລາວ ຢູ່ທີ່ ສະຖາບັນແຫ່ງນີ້ ມາໄດ້ສິບກວ່າປີແລ້ວ ທ່ານໄດ້ໃຫ້
ສຳພາດ ກ່ຽວກັບ ປະສົບການຂອງທ່ານ ຕໍ່ ວີໂອເອ ວ່າ:
ທ່ານບຸນຜົງ ຄຳວົງສາ ກໍແມ່ນອາຈານສອນພາສາລາວອີກຄົນນຶ່ງ ທ່ານໄດ້ເລົ່າຄວາມ ເປັນມາວ່າ ດ້ວຍເຫດໃດ ທ່ານຈຶ່ງໄດ້ມາເປັນ ອາຈານສອນພາສາລາວ ຢູ່ສະຖາບັນ ແຫ່ງນີ້ :
ອ້າງອິງຕາມລະບົບ ການສອນພາສາ ແລະການຮຽນພາສາຕ່າງໆ
ຂອງໂລກ ບັນດານັກວິຊາການ ໄດ້ແບ່ງແຍກລະດັບ ຄວາມສາມາດຂອງພາສາອອກ
ເປັນ ຫ້າພາກດັ່ງນີ້ :
ລະດັບນຶ່ງ ຢູ່ໃນຂັ້ນປະຖົມ
ລະດັບສອງ ຢູ່ໃນຂັ້ນເຮັດວຽກໃນຂອບເຂດຈຳກັດ
ລະດັບສາມ ຢູ່ໃນຂັ້ນນັກວິຊາການທົ່ວໄປ
ລະດັບສີ່ ຢູ່ໃນຂັ້ນນັກວິຊາການ ທີ່ກ້າວໜ້າ
ລະດັບຫ້າ ຢູ່ໃນຂັ້ນນັກວິຊາການ ທີ່ເປັນຜູ້ເກີດໃຫຍ່ຢູ່ກັບພາສາ ແລະມີຄວາມ
ຮູ້ຂັ້ນ ປະລິນຍາເອກ ດ້ານພາສາ ໂດຍສະເພາະ
ເພາະສະນັ້ນ ບັນດານັກການທູດ ຈະພາກັນຮຽນພາສາຂອງໂລກ ສ່ວນໃຫຍ່ຢູ່ໃນລະດັບ ສອງ ຫາສາມ ເທົ່ານັ້ນ ແລະພາສາລາວ ຕົກຢູ່ໃນຈຳນວນບັນດາພາສາທີ່ຖືວ່າ ຮຽນບໍ່ຍາກ ແລະພາສາທີ່ຮຽນຍາກ ແລະໃຊ້ເວລາຮຽນດົນນານນັ້ນກໍຄື ພາສາຈີນ ແລະ ພາສາອາຣັບ.
ໃນອີກສອງສາມອາທິດຂ້າງໜ້ານີ້ ເຮົາຈະໄດ້ນຳເອົາຜົນງານ ການປາກພາສາລາວ ຂອງບັນດານັກການທູດ ສະຫະລັດ ມາສະເໜີທ່ານ ໂປດຕິດຕາມຮັບຟັງ.