ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງວີໂອເອ ປະຈຳແລງ
ວັນພະຫັດມື້ນີ້ ເຮົາຈະນຳເອົາການສຳພາດກັບ ດຣ. ຈອນ ສີວໍຣະວົງ, ຊາວອາເມຣິກັນ
ເຊື້ອສາຍລາວ ຊຶ່ງເປັນຫົວໜ້າໂຄງການແພດປະຈຳຄອບຄົວ ແລະຄົນຊະລາຢູ່ສູນກາງ
ບໍລິການດ້ານການແພດ Owensboro ໃນເມືອງ Owensboro, ລັດເຄນຕັກກີ. ເລື້ອງ
ລາວຄວາມເປັນມາຂອງ ດຣ. ຈອນ ສີວໍຣະວົງ ຈະເປັນຈັ່ງໃດນັ້ນ ກິ່ງສະຫວັນ ຈະນຳ
ລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
ດຣ. ຈອນ ສີວໍຣະວົງ ເປັນທ່ານໝໍປິ່ນປົວທົ່ວໄປສຳລັບຄອບຄົວ ຫຼື Family Doctor
ທີ່ສູນກາງການແພດ Owensboro ທີ່ຢູ່ໃນເຄືອຂ່າຍຂອງ ໂຮງໝໍປະຈຳເຂດເມືອງ
Owensboro ຫລື Owensboro Health Regional Hospital, ລັດເຄນຕັກກີທີ່ຕັ້ງ
ຢູ່ທາງພາກຕາເວັນອອກສຽງໃຕ້ຂອງສະຫະລັດ. ທ່ານໄດ້ສຳເລັດການສຶກສາຂັ້ນປະລິນ
ຍາເອກຝ່າຍການແພດໃນປີ 1993 ຈາກມະຫາວິທະຍາໄລ North Texas Health
Sciences Center ຊຶ່ງເປັນມະຫາວິທະຍາໄລນຶ່ງທີ່ຢູ່ໃນລະບົບມະຫາວິທະຍາໄລລັດ
ເທັກຊັສເຂດເໜືອ. ທ່ານມີຄວາມຊ່ຽວຊານໃນດ້ານການແພດທົ່ວໄປ ແລະຍັງເປັນອາ
ຈານສອນນັກສຶກສາການແພດອີກດ້ວຍ. ປັດຈຸບັນນີ້ທ່ານເປັນຫົວໜ້າພະແນກ ແພດ
ທົ່ວໄປສຳລັບຄອບຄົວແລະຄົນຊະລາ.
ດຣ. ຈອນ ເກີດໃຫຍ່ຢູ່ໃນນະຄອນຫຼວງວຽງຈັນ, ເປັນລູກຊາຍຂອງອະດີດທະຫານກອງ
ທັບແຫ່ງພະລາຊາອານາຈັກລາວ. ດຣ. ຈອນ ໄດ້ເດີນທາງເຂົ້າມາຕັ້ງຊີວິດໃໝ່ກັບແມ່
ແລະອ້າຍເອື້ອຍນ້ອງຢູ່ທີ່ເມືອງຝອດເວີດ, ລັດເທັກຊັສ (Fort Worth, Texas) ໃນປີ
1975. ດຣ. ຈອນ ເປັນຄົນດຸໝັ່ນຂະຫຍັນຮຽນ, ມີຄວາມສົນໃຈໃນດ້ານການແພດມາແຕ່
ຕອນຍັງນ້ອຍ ແລະມັກຊ່ວຍຕົນເອງຈົນ ໄດ້ຮັບຜົນສຳເລັດທາງດ້ານການສຶກສາ ແລະ
ອາຊີບວຽກງານເປັນຢ່າງດີ. ທ່ານ ໄດ້ກ່າວກ່ຽວກັບຊີວິດເບື້ອງຕົ້ນຂອງທ່ານສູ່ ວີໂອເອ
ຟັງດັ່ງນີ້
ນອກຈາກປິ່ນປົວຄົນທົ່ວໄປແລ້ວ ດຣ. ຈອນ ຍັງເປັນອາຈານສອນບັນດານັກສຶກສາການ
ແພດທີ່ມາຝຶກອົບໂຮມຢູ່ໃນສູນກາງການແພດດັ່ງກ່າວ. ພ້ອມກັນນັ້ນທ່ານຍັງໄດ້ອອກ
ໄປຢ້ຽມຢາມປະຊາຄົມລາວ ໃນເວລາມີການເຕົ້າໂຮມກັນ ເຮັດງານບຸນຕ່າງໆ ເພື່ອອະທິ
ບາຍໃຫ້ເຂົາເຈົ້າເຂົ້າໃຈກ່ຽວກັບການຮັກສາສຸຂະພາບ ຊຶ່ງ ດຣ. ຈອນ ໄດ້ກ່າວຕໍ່ໄປອີກວ່າ :
ໃນນາມເປັນນັກການແພດທີ່ມີເຊື້ອສາຍຈາກເອເຊຍ ໂດຍສະເພະມາຈາກປະເທດລາວ
ດຣ. ຈອນ ໄດ້ກ່າວເຖິງບັນຫາສຸຂະພາບຂອງຄົນລາວດັ່ງນີ້:
ວິຊາການການແພດ ເປັນວິຊາທີ່ຮຽນຍາກ ຊຶ່ງຫຼາຍໆຄົນກໍບໍ່ສາມາດຮຽນສຳເລັດໄດ້.
ນອກຈາກການໃຊ້ເວລາເຖິງເຈັດປີເພື່ອຈະຮຽນຈົບຫລັກສູດ ແລ້ວ ຍັງຕ້ອງໄດ້ເຝິກ
ງານໂດຍການເຮັດວຽກງານໂຕຈິງຢູ່ໂຮງໝໍຊຶ່ງເອີ້ນວ່າ residency ອີກສາມປີ ກ່ອນ
ຈະໄດ້ຮັບອະນຸຍາດໃຫ້ປິ່ນປົວຄົນປ່ວຍດ້ວຍຕົນເອງໄດ້. ດຣ. ຈອນ ໄດ້ກ່າວມ້ວນ
ທ້າຍໃຫ້ຟັງກ່ຽວກັບເລື້ອງນີ້ວ່າ :
ນັ້ນຄືເລື້ອງຂອງ ດຣ. ຈອນ ສີວໍຣະວົງ, ນັກຊ່ຽວຊານດ້ານການແພດທົ່ວໄປຊາວອາເມ
ຣິກັນເຊື້ອສາຍລາວ ທີ່ປະສົບຜົນສຳເລັດໃນການສຶກສາຂັ້ນສູງ ແລະໃນການປະກອບ
ວິຊາອາຊີບໃນວົງການໆແພດຂອງສະຫະລັດ.