ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ​ອະນຸລັກແມ່​ນໍ້າ​ສາກົນ ຄັດຄ້ານຕໍ່​ການ​ກໍ່ສ້າງ ​ເຂື່ອນ​ດອນ​ສະຫົງ ຢູ່​ໃນເຂດ​ສີພັນ​ດອນ (ວີດີໂອ)


ແຜນທີ່ສະຖານທີ່ສ້າງເຂື່ອນ ດອນສະຫົງ ທີ່ພາກໃຕ້ຂອງລາວ
ແຜນທີ່ສະຖານທີ່ສ້າງເຂື່ອນ ດອນສະຫົງ ທີ່ພາກໃຕ້ຂອງລາວ

ອົງການ​ອະນຸລັກ​ແມ່​ນໍ້າ​ສາກົນ ຄັດຄ້ານ​ການ​ກໍ່ສ້າງ​ເຂື່ອນ​ດອນ​ສະຫົງ ຢູ່​ເຂດ​ສີ່​ພັນ​ດອນ​ໃນ​ລາວ ​ໂດຍ​ລະບຸ​ວ່າ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ສະພາບ​ແວດ​ລ້ອມ​ ແລະ​ສັດນໍ້າ​ຢ່າງ​ຮຸນ​ແຮງ.

ອົງການ​ອະນຸລັກ​ແມ່​ນໍ້າ​ສາກົນ (International Rivers) ​ໄດ້​
ສະ​ເໜີ​ລາຍ​ງານ​ວ່າ ລັດຖະບານ​ລາວແລະ​ກຸ່ມ​ຜູ້​ລົງທຶນ​ໄດ້​ເລີ່​ມ
ລົງມື​ດໍາ​ເນີນ​ການ​ກໍ່​ສາງ​ເຂື່ອນ​ດອນ​ ສະຫົງ ຢູ່​ທີ່​ເຂດ​ສີ່​ພັນ​ດອນ
​ເທິງ​ແນວ​ແມ່​ນໍ້າຂອງ​ໃນ​ເຂດ​ແຂວງ​ຈໍາປາ​ສັກ​ຂອງ​ລາວ ​ໃນ
​ຂະນະ​ນີ້ ​ໂດຍ​ການ​ດໍາ​ເນີນ​ງານ​ດັ່ງກ່າວ​ນອກຈາກ​ຈະ​ບໍ່​ໄດ້​
ສະ​ເໜີ​ຄວາມ​ເຫັນ ຊອບ​ຈາກ​ຄະນະ​ກໍາມາ​ທິການ​ແມ່​ນໍ້າຂອງ
(MRC) ທີ່​ລາວ​ກໍ​ເປັນ​ປະ​ເທດ​ພາຄີ​ຮ່ວມ​ກັບ​ໄທ ກໍາປູ​ເຈຍ ​ແລະ​
ຫວຽດນາມ​ນັບ​ຕັ້ງ​ແຕ່​ປີ 1995 ​ເປັນ​ຕົ້ນ​ມາ​ແລ້ວນັ້ນ ກໍ​ຍັງ​ເປັນ​
ໂຄງການ​ທີ່​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ສະພາບ​ແວດລ້ອມ​ ແລະ​ສັດ​ນໍ້າ
​ໃນ​ເຂດ​ຕອນ​ລຸ່ມ​ຂອງ​ແມ່ນ​ຂອງ​ຢ່າງ​ຮຸນ​ແຮງ​ອີກ​ດ້ວຍ.

ທັງ​ນີ້ ​ໂດຍ​ຄະນະ​ເຈົ້າໜ້າ​ທີ່​ຂອງ​ອົງການ​ອະນຸລັກ​ແມ່ນໍ້າສາກົນ
​ໄດ້​ເດີນທາງ​ເຂົ້າ​ໄປ​ສັງ​ເກດ​ການ​ຢູ່​ທີ່​ເຂດ​ກໍ່ສ້າງ​ເຂື່ອນ​ດອນ​ສະຫົງ​
ໃນ​ຊ່ວງ​ເດືອນ​ສິງຫາ​ທີ່​ຜ່ານ​ມາ ຊຶ່ງ​ກໍ​ພົບວ່າ​ກຸ່ມ​ລົງທຶນ​ໃນ​ໂຄງການ​ໄດ້​ເລີ່​ມທໍາ​ກາ​ນລະ​ເບີດ​ແກ່ງ​ຫິນ​ຂອງ​ນໍ້າຕົກ​ຢູ່ທີ່​ເຂດ​ຕອນເທິງ​ຂອງ​ໂຄງການ​ເຂື່ອນ​ແລ້ວ ສ່ວນ​ທາງ​ການ​ລາວກໍ​ໄດ້​
ອອກ​ປະກາດ ຫ້າມ​ປະຊາຊົນ​ເຂົ້າ​ໄປ​ຈັບ​ປາດ້ວຍ​ຫຼີ່ ຢູ່​ໃນ​ເຂດ​ດັ່ງກ່າວ​ຢ່າງ​ເດັດຂາດ ນັບ​ຈາກ​ປີ 2014 ​ເປັນ​ຕົ້ນ​ໄປ.


ຍິ່ງ​ໄປ​ກວ່າ​ນັ້ນ ​ເຈົ້າໜ້າ​ທີ່​ຂອງ​ອົງການ​ອະນຸລັກ​ແມ່​ນໍ້າ ​ສາກົນ​ໄດ້​ອ້າງ​ເຖິງ​ການ​ສຶກສາວິ​ໄຈ​ຂອງ MRC ​ເມື່ອ​ປີ 2010 ທີ່​ຜ່ານ​ມາ ທີ່​ພົບ​ວ່າການ​ກໍ່ສ້າງ​ເຂື່ອນ​ດອນ​ສະຫົງ ຈະ​ເປັນ​ການ​ທໍາລາຍ​ເສັ້ນ
ທາງ​ການ​ສັນຈອນ​ໄປ-ມາ​ຂອງ​ພວກ​ສັດນໍ້າ​ທີ່​ມີ ຮູ​ນໍ້າ​ເຊື່ອມ​ຕໍ່​ກັນ​ໃນ​ຊ່ວງ​ລະດູ​ແລ້ງ​ລະຫວ່າງ​ເຂດ​ສີ່​ພັນ​ດອນໃນ​ລາວ ກັບ​ທະ​ເລ ສາບ​ໃຫຍ່​ຂອງ​ກໍາປູ​ເຈຍ ຊຶ່ງ​ກໍ​ຖື​ວ່າ​ເປັນ​ການ​ທໍາລາຍ​ແຫຼ່ງອາຫານ​ແລະ​ອາຊີບ​ປະ ມົງຂອງ​ປະຊາຊົນ​ຢ່າງ ກວ້າງຂວາງ​ອີກ​ດ້ວຍ. ດັ່ງ​ທີ່​ເຈົ້າໜ້າ​ທີ່​ອົງການ​ອະນຸລັກ ສະພາບ​ແວດ​ລ້ອມ​ທໍາ​ມະ​ຊາດ​ທ່ານ​ນຶ່ງ​ໄດ້​ຊີ້​ແຈງ​ວ່າ:

“ຈຸດທີ່​ຈະ​ສ້າງ​ເຂື່ອນ​ເປັນ​ຈຸດ​ທີ່​ປາ​ຜ່ານ ​ໄດ້​ຕະຫຼອດ​ປີພຽງ​ຈຸດ​ດຽວ​ໃນ​ພື້ນ​ທີ່​ນັ້ນ ​ເພາະສະ​ນັ້ນ​ນອກຈາກ​ຊາວບ້ານ​ຕ້ອງ​ຍ້າຍ​ທັນທີ​ແລ້ວ ປາ​ກໍ​ຄົງ​ຈະ​ຫາຍ​ໄປ​ທັນທີ ​ເຊັ່ນ​ກັນ ​ແລ້ວກໍ​ຈະ​ກະທົບ​ຢ່າງ​ກວ້າງຂວາງ ​ໄລ່​ມາ​ເລີຍ​ຕັ້ງ​ແຕ່​ໄທ ລາວ ກໍາປູ​ເຈຍ.”


​ແຕ່​ຢ່າງ​ໃດ​ກໍ​ຕາມ ບໍລິສັດ Mega First Corportation Berhad
​ແຫ່ງ​ປະ​ເທດ​ມາ​ເລ​ເຊຍ ​ໃນ​ຖານະ​ຜູ້​ລົງທຶນ​ລາຍ​ໃຫຍ່​ຂອງ​ໂຄງ
ການເຂື່ອນ​ດອນ​ສະຫົງ ກໍໄດ້​ອອກ​ຖະ​ແຫຼ​ງການ​ຢືນຢັນ​ກ່ອນ​ໜ້າ
​ນີ້​ວ່າ​ ໄດ້​ທໍາ​ການ​ສຶກສາ​ເພື່ອ​ປ້ອງ​ກັນ​ບັນຫາຜົນ​ກະທົບ​ຕໍ່​ສະພາບ​
ແວດ​ລ້ອມ​ແລະ​ສັດ​ນໍ້າ​ຢ່າງຮອບດ້ານ​ແລ້ວ ​ໂດຍ​ໄດ້​ໃຊ້​ເວລາ​ດໍາ​
ເນີນການ​ເຖິງ 4 ປີ​ເຕັມ ​ແລະ​ລັດຖະບານ​ລາວ​ກໍ​ໄດ້​ອ​ະ​ນຸມັດ​ແຜນ
ການປ້ອງກັນ​ບັນ​ຫາ​ຜົນ​ກະທົບ​ດັ່ງກ່າວ​ຢ່າງ​ເປັນ​ທາງ​ການ​ອີກ​ດ້ວຍ.

ທັງ​ນີ້​ໂຄງການ​ເຂື່ອນ​ດອນ​ສະຫົງ​ຈະ​ມີ​ກໍາລັງ​ການ​ຜະລິດ​ກະແສ
​ໄຟຟ້າ​ໄດ້ລະຫວ່າງ 260 ຫາ 380 ​ເມ​ກາ​ວັດ ຫຼື​ຫຼາຍ​ກວ່າ 2,500 ລ້ານ​ກິ​ໂລ​ວັດ/ໂມງ​ຕໍ່ປີ ​ໂດຍ​ພະລັງງານ​ໄຟຟ້າ​ສ່ວນ​ໃຫຍ່​ຈະ​ສົ່ງ​ຂາຍ​ໃຫ້​ກັບ​ການ​ໄຟຟ້າ​ຝ່າຍ​ຜະລິດ​ແຫ່ງ​ປະ​ເທດ​ໄທ ທັງ​ຍັງ​ຈະ​ຕອບ​ສະໜອງ​ໄຟຟ້າ​ໃຫ້​ກັບ​ທ້ອງ​ຖິ່ນ​ໃນ​ແຂວງ​ຈໍາປາສັກ​ຢ່າງ​ພຽງພໍ ຊຶ່ງຮວມ​ເຖິງ​
ໂຮງ​ແຮມ ຣີສອດ ​ແລະ​ສະຖານ​ທ່ອງ​ທ່ຽວ​ຕ່າງໆ ອີກ​ດ້ວຍ.

ກ່ອນ​ໜ້າ​ນີ້ ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ ກັບບໍລິສັດ Mega First Corporation Berhad ​ໄດ້​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ການ​ລົງທຶນ​ເພື່ອ​ການ​ກໍ່​ສາງ​ໂຄງການ​ເຂື່ອນ ດອນ​ສະຫົງ​ຢ່າງ​ເປັນ​ທາງ​ການ​ແລ້ວ ​ໂດຍ​ພາຍ​ໃຕ້​ສັນຍາ​ການ​ຮ່ວມ​ລົງ​ທຶນ​ດັ່ງກ່າວ ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ​ຈະ​ຖື​ຮຸ້ນ​ໃນ​ສັດສ່ວນ 20% ຂອງ​ມູນ​ຄ່າ​ການ​ລົງ​ທຶນ​ທັງ ໝົດ 600 ລ້ານ​ໂດ​ລາ​ສະຫະລັດ ດ້ວຍ​ເປົ້າໝາຍ​ທີ່​ຈະ​ຮ່ວມ​ກັນ​ດໍາ​ເນີນ​ການ​ກໍ່ສ້າງ ​ເຂື່ອນ​ໃຫ້​ສໍາ​ເລັດ​ແລະ​ສົ່ງ​ກະ​ແສ​ໄຟຟ້າ​ໃຫ້​ໄທ​ນັບ​ຈາກ​ປີ 2016 ​ເປັນ​ຕົ້ນ​ໄປ​ເປັນ ​ເວລາ​ເຖິງ 25 ປີ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ​ເນື່ອງ​ຈາກ​ວ່າ​ໂຄງການ​ສ້າງ​ເຂື່ອນ​ດອນ​ສະຫົງ​ດັ່ງກ່າວ​ນີ້​ເປັນ ​ໂຄງການ​ທີ່​ຈະ​ຕ້ອງ​ກໍ່ສ້າງ​ເທິງ​ແນວ​ແມ່​ນໍ້າຂອງ ຈຶ່ງ​ເຮັດ​ໃຫ້​ຖືກ​ຕໍ່ຕ້ານ​ຈາກ​ບັນດາ ກຸ່ມ​ອົງການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ແລະ​ຊັບພະຍາກອນ​ທໍາ​ມະ​ຊາດ​ທັງ​ໃນ​ເອ​ເຊຍ ​ແລະ​ສາກົນ​ມາ​ຢ່າງ​ຕໍ່​ເນື່ອງ.

ເບິ່ງວີດີໂອພາສາອັງກິດຂອງ Daniel Schearf ກ່ຽວກັບຜົນກະທົບ
ທີ່ຈະມາຈາກການສ້າງເຂື່ອນຢູ່ດອນສະຫົງ:

XS
SM
MD
LG