ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການຂຸດຄົ້ນ ຊັບພະຍາກອນ ທໍາມະຊາດ ໃນລາວ ເພື່ອການພັດທະນາ ຈະບໍ່ສົ່ງຜົນດີ ໃນໄລຍະຍາວ


ພື້ນທີ່ຊັບພະຍາກອນທໍາມະຊາດແຫ່ງນຶ່ງໃນລາວ ທີ່ກໍາລັງຖືກຂຸດຄົ້ນ.
ພື້ນທີ່ຊັບພະຍາກອນທໍາມະຊາດແຫ່ງນຶ່ງໃນລາວ ທີ່ກໍາລັງຖືກຂຸດຄົ້ນ.
ບັນດາ​ປະ​ເທດ​ຄູ່​ຮ່ວມ​ພັດທະນາ​ເຕືອນ​ລັດຖະບານ​ລາ​ວກ່ຽວ​ກັບ​
ການ​ພັດທະນາ​ເສດຖະກິດ ທີ່​ອິງ​ໃສ່​ການ​ຂຸດ​ຄົ້ນ​ຊັບພະຍາກອນ​
ທໍາ​ມະ​ຊາດ ວ່າ​ຈະ​ບໍ່​ເປັນ​ຜົນ​ດີ​ຕໍ່​ການ​ພັດທະນາ ​ໃນ​ລະຍະ​ຍາວ.

ລິງໂດຍກົງ

ທ່ານ​ສົມ​ຈິດ ອິນ​ທະ​ມິດ ລັດຖະມົນຕີ​ ຊ່ວຍ​ວ່າການ​ກະຊວງ​
ແຜນການ ​ແລະ​ການລົງທຶນ ຖະ​ແຫຼ​ງຢືນຢັນ​ວ່າ ​ໃນ​ໂອກາດ​
ກອງ​ປະຊຸມ​ໂຕະມົນ​ລະດັບ​ສູງ​ຄັ້ງ​ທີ 11 ທີ່​ໄດ້​ຈັດ​ຂຶ້ນ​ໃນ​ຊ່ວງ​ເດືອນ​ພະຈິກ​ທີ່​ຜ່ານ​ມາ ຢູ່​ນະຄອນ​ວຽງ​ຈັນ ບັນດາ​ຜູ້​ແທນ​ລັດຖະບານ​ຈາກ 37 ປະ​ເທດ ​ແລະ​ອົງການ​ສາກົນ ທີ່​ເຂົ້າຮ່ວມ​ໃນ​ກອງ​ປະຊຸມ​ດ້ວຍ​ນັ້ນ ​ໄດ້​ເຕືອນ​ລັດຖະບານລາ​ວກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ ທີ່​ອິງ​ໃສ່​ການ​ຂຸດ​ຄົ້ນຊັບພະຍາກອນ​ທໍາ​ມະ​ຊາດ​ເປັນດ້ານ​ຫຼັກນັ້ນ ວ່າ​ຈະ​ບໍ່​ເປັນ​ຜົນ​ດີ​ຕໍ່​ການ​ພັດທະນາ​ລາວ​ໃນ​ລະຍະ​ຍາວ ​ແຕ່​ຈະ​ສົ່ງ​ຜົນ​ກະທົບດ້ານ​ລົບ​ຫຼາຍ​ຂຶ້ນ ນັບ​ມື້.

ປ່າໄມ້ ເຂດສໍາປະທານແຫ່ງນຶ່ງ ໃນລາວ ທີ່ຖືກຕັດ ແລະຈູດເຜົາ
ປ່າໄມ້ ເຂດສໍາປະທານແຫ່ງນຶ່ງ ໃນລາວ ທີ່ຖືກຕັດ ແລະຈູດເຜົາ

ທັງ​ນີ້​ໂດຍ​ສະ​ເພາະແມ່ນ​ການ​ອະນຸຍາດ​ໃຫ້​ສໍາ​ປະທານ​ໃນ​ການ​
ຕັດ​ໄມ້ ການ​ຂຸດ​ຄົ້ນ​ແຮ່​ທາດແລະ​ການ​ໃຫ້​ສໍາ​ປະທາ​ນສິດທິ​ການ​
ເຊົ່າ​ທີ່​ດິນ ​ເພື່ອ​ປູກ​ພືດ​ເສດຖະກິດ​ຢ່າງ​ກວ້າງຂວາງ​ ໂດຍ​ບໍ່​ມີ​
ການ​ສຶກສາ​ເພື່ອ​ປ້ອງ​ກັນ​ຜົນ​ກະທົບ​ຕໍ່​ສັງຄົມ ​ແລະ​ສິ່ງແວດ​ລ້ອມ​
ທໍາ​ມະ​ຊາດ​ ທີ່​ໄດ້​ມາດຕະຖານ​ສາກົນ​ນັ້ນ ຍ່ອມ​ຈະ​ສົ່ງ​ຜົນ​ເຮັດ​
ໃຫ້​ຊັບພະຍາກອນ ທໍາ​ມະ​ຊາດ​ໃນ​ລາວລົດ​ນ້ອຍ​ຖອຍ​ລົງ​ ຕະ
ຫຼອດ​ເວລາ ​ໂດຍ​ທີ່​ບໍ່​ມີ​ການ​ພັດທະນາ​ໃນ​ດ້ານ​ໃດ ​ເກີດ​ຂຶ້ນ​ໃນ​
ລາວ​ອີກ​ດ້ວຍ ດັ່ງ​ທີ່​ທ່ານ​ສົມ​ຈິດ ​ໄດ້ໃຫ້ການ​ອະທິບາຍ​ວ່າ:

“ບັນດາ​ຜູ້​ໃຫ້​ທຶນ ຫຼື​ວ່າ​ຄູ່​ຮ່ວມ​ພັດທະນາ​ໄດ້ໃຫ້​ຂໍ້​ສະ​ເໜີ​ແນະ​ອັນ​ດີ​ໃຫ້​ແກ່​ລັດຖະ
ບານໃນ​ຫຼາຍໆ​ດ້ານ ​ເຊັ່ນ​ເຂົາ​ເຈົ້າ​ໄດ້​ເຕືອນ​ພວກ​ເຮົາ​ວ່າ ​ໃນ​ການ​ພັດທະນາ​
ເສດຖະກິດ​ ທີ່​ອິງ​ໃສ່​ແຕ່​ຊັບພະຍາກອນ​ທໍາ​ມະ​ຊາດ​ເປັນອັນຕົ້ນຕໍ ພວກ​ເຮົາ​ຕ້ອງ​
ໄດ້​ມີ​ຄວາມ​ລະມັດລະວັງ ພວກ​ເຮົາຈະ​ເຄີຍ​ເຫັນ​ບົດຮຽນ​ຂອງ​ບັນດາ​ຢູ່​ປະ​ເທດ​ອາ​
ຟຣິກາ ທີ່​ຂຸດ​ຄົ້ນ​ແຮ່​ອອກ​ໄປ​ນໍາ​ໃຊ້​ເປັນ​ວັດຖຸດິບ ​ເປັນ​ຫຍັງ​ອອກ​ໄປ​ຂາຍ​ທາງ​
ນອກ ​ແຕ່​ໃນ​ທີ່​ສຸດ​ກໍ​ບໍ່ມີ​ຄວາມ​ຈະ​ເລີ​ນ ​ແຮ່​ໝົດ ຄວາມທຸກ​ຍາກ​ກະ​ຍັງ​ມີ​ຢູ່​ຄື​ເກົ່າ.”


ການ​ຈັດ​ກອງ​ປະຊຸມ​ໂຕະມົນ​ດັ່ງກ່າວ​ມີ​ເປົ້າໝາຍ​ເພື່ອ​ຂໍ​ກາ​ນຊ່ວຍ​ເຫຼືອ​ດ້ານ​ງົບປະມານ​ຈາກ​ຕ່າງປະ​ເທດ ​ເພື່ອ​ນໍາໃຊ້​ໃນ​ການຈັດ​ຕັ້ງ​ປະຕິບັດ​ແຜນການພັດທະນາ​ເສດຖະກິດ
-ສັງຄົມ​ແຫ່ງ​ຊາດ ນັບ​ແຕ່​ປັດຈຸບັນ ​ໄປ​ເຖິງ​ປີ 2015 ​ໂດຍ​ລັດຖະບານ​ລາວ​ຕ້ອງການ​ຈະ​
ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຕ່າງປະ​ເທດ​ ໃນ​ມູນ​ຄ່າ​ລວມ​ເຖິງ 1,620 ລ້ານ​ໂດ​ລ່າ ຊຶ່ງ​
ໃນ​ນີ້​ກໍ​ຈະ ​ແບ່ງ​ເປັນ 795 ລ້ານ​ໂດ​ລ່າ ​ແລະ 825 ລ້ານ​ໂດ​ລ່າ ​ເພື່ອ​ນໍາ​ໃຊ້​ໃນ​ໂຄງ ການ​ພັດທະນາຕ່າງໆ​ຂອງ​ລັດ​ຖະບານ​ລາວ​ໃນ​ແຜນການ​ປີ 2013-2014 ​ແລະ​ແຜນການ​ປີ 2014-2015 ຕາມ​ລໍາດັບ. ​

ໂດຍ​ຕາມ​ແຜນການ​ດັ່ງກ່າວ ຄື​ເປັນຄວາມ​ຕ້ອງການ​ທີ່​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ຕ່າງປະ​ເທດ​ເພີ່ມ​ຂຶ້ນ ຢ່າງ​ຕໍ່​ເນື່ອງ ກໍ​ຄື​ ເພີ່ມ​ຈາກ 630 ລ້ານ​ໂດ​ລ່າ​ ໃນ​ແຜນການ​ປີ 2010-2011 ​ເປັນ 704 ລ້ານ​ໂດ​ລ່າ ​ແລະຫຼາຍ​ກວ່າ 777 ລ້ານ​ໂດ​ລ່າ​ ​ໃນ​ແຜນການ​ປີ 2011-2012 ​ແລະ​ແຜນການ​ປີ 2012-2013 ຕາມ​ລໍາດັບ ທັງ​ຍັງ​ເພີ່ມ​ຂຶ້ນ​ເກີນ​ກວ່າ 30% ​ໃນແຜນ ການປີ 2014-2015 ທຽບ​ກັບ​ແຜນການ​ປີ 2010-2011 ອີກ​ດ້ວຍ.

ທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ
ທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ

ທາງ​ດ້ານ​ທ່ານທອງ​ສິງ ທໍາ​ມະ​ວົງ ນາ​ຍົກ​ລັດຖະມົນຕີ​ລາວ ກໍ​
ໄດ້​ຖະ​ແຫຼ​ງຍອມຮັບຕໍ່ ກອງ​ປະຊຸມ​ ຄັ້ງ​ນີ້​ວ່າ ການຈັດ​ຕັ້ງ​ປະຕິ
ບັດ​ ແຜນການ​ພັດທະນາ​ ຂອງ​ລັດຖະບານ​ລາວ ຈະ​ບໍ່​ສາມາດ​
ບັນລຸ​ເປົ້າໝາຍໄດ້​ໃນ​ຫຼາຍ​ດ້ານ ​ເພາະ​ຜົນ​ກະທົບ​ ຈາກ​ໄພ​ທໍາ​
ມະ​ຊາດ ​ແລະ​ການ​ຂາດແຄນ​ທາງ​ດ້ານ​ງົບປະມານ​ຂອງ​ລັດຖະ
ບານ ທີ່​ມີ​ສາ​ເຫດ​ມາ​ຈາກ​ການ​ມີ​ລາຍ​ຈ່າຍ​ເພີ່ມ​ຂຶ້ນ ​ເກີນ​ກວ່າ​
ຄວາມ​ສາມາດ​ໃນ​ການຈັດ​ເກັບ​ລາຍ​ຮັບ. ​

ໂດຍ​ໃນ​ແຜນການ​ພັດທະນາ​ເສດຖະກິດ-ສັງຄົມ​ ສົກປີ 2013-2014 ນີ້ ລັດຖະບານ​ລາວ​ໄດ້​ວາ​ງ​ເປົ້າໝາຍ​ທີ່​ຈະ​ຊຸກຍູ້​ໃຫ້​ເສດຖະກິດ​ແຫ່ງ​ຊາດ​ ຂະຫຍາຍຕົວ​ເພີ່ມ​ຂຶ້ນ​ໃນ​ອັດຕາສະເລ່ຍບໍ່​ຕໍ່າ​ກວ່າ 8.3% ທຽບ​ກັບ​ແຜນການ​ປີ 2012-2013 ຫາກ​ແຕ່​ວ່າການ​ທີ່​ຈະ​ບັນລຸ​ເປົ້າໝາຍ​ດັ່ງກ່າວໄດ້ຢ່າງ​ແທ້​ຈິງ​ນັ້ນ ກໍ​ຈໍາ​ເປັນ​ຈະ​ຕ້ອງ​ລະດົມ​ການ​ລົງທຶນ​ໃຫ້​ໄດ້​ໃນ​ມູນ​ຄ່າ ລວມທີ່​ບໍ່​ໜ້ອຍ​ກວ່າ 30,100 ຕື້​ກີບ ຫຼື​ປະມານ 3,760 ລ້ານ​ໂດ​ລ່າ.

ຫາກ​ແຕ່​ວ່າ​ລັດຖະບານ​ລາວ​ກໍ​ຄາດ​ວ່າ​ຈະ​ສາມາດ​ປະກອບສ່ວນ​ໄດ້​ພຽງ 10.9% ຂອງ​ເງິນ​ທຶນ​ທັງ​ໝົດດັ່ງກ່າວ​ເທົ່າ​ນັ້ນ ໝາຍ​ຄວາມ​ວ່າ​ໃນ​ສ່ວນ​ທີ່​ເຫຼືອ​ເຖິງ 89.1% ນັ້ນ ກໍ​ຈະ​ຕ້ອງ​ລະດົມ​ຈາກ​ພາກ​ເອກ​ກະຊົນ ທັງພາຍ​ໃນ ​ແລະ​ຕ່າງປະ​ເທດ​ເປັນ​ດ້ານ​ຫຼັກ​ນັ້ນ​ເອງ.
XS
SM
MD
LG