ລາຍງານປະຈຳປີ ຂອງອົງການນິລະໂທດກຳສາກົນ ທີ່ນຳອອກເຜີຍ ແຜ່ເມື່ອໄວໆມາ
ນີ້ກ່າວວ່າ ສິດທິໃນການປາກເວົ້າ ການຄົບຄ້າສະມາຄົມແລະການໂຮມຊຸມນຸມແບບ
ສັນຕິຍັງສືບຕໍ່ມີການຈຳກັດຮັດແຄບແລະລັດຖະບານຍັງ ໄດ້ຄວບຄຸມຢ່າງເຄັ່ງຄັດຕໍ່
ສື່ມວນຊົນ ແລະ ກຸ່ມສັງຄົມພົນລະເຮືອນ. ອົງການນິລະໂທດກຳສາກົນກ່າວວ່າ ພວກ
ນັກເຄື່ອນໄຫວສາມຄົນ ໄດ້ຖືກຕັດສິນລົງໂທດ ໃນການດຳເນີນຄະດີ ຍ້ອນເຂົ້າຮ່ວມ
ປະທ້ວງ ຢູ່່ທີ່ປະເທດໄທ ແລະໃຫ້ຄວາມເຫັນ ຢູ່ໃນສື່ສັງຄົມ. ຍັງບໍ່ມີຄວາມຄືບໜ້າໃດໆ
ໃນການສືບສວນກ່ຽວກັບ ການບັງຄັບໃຫ້ຫາຍສາບສູນຈຳນວນນຶ່ງ.
ປະເທດລາວໄດ້ສົ່ງລາຍງານໄປຍັງຄະນະກຳມະການສິດທິມະນຸດສະຫະປະຊາຊາດ ພ້ອມທັງຄະນະກຳມະການລືບລ້າງການຈຳແນກກີດກັນຕໍ່ພວກແມ່ຍິງຫຼື CEDAW
ແລະຄະນະກຳມະການກ່ຽວກັບສິດທິຂອງພວກເດັກນ້ອຍ ຂອງອົງ ການສະຫະປະ
ຊາຊາດ.
ເຖິງແມ່ນໄດ້ລົງນາມຢູ່ສົນທິສັນຍາສາກົນ ເພື່ອປົກປ້ອງທຸກຄົນ ຈາກການຖືກບັງຄັບໃຫ້ຫາຍສາບສູນ ໃນປີ 2008 ແຕ່ປະເທດລາວຍັງບໍ່ທັນໄດ້ໃຫ້ສັດຕະຍາບັນຕໍ່ສົນ
ທິສັນຍາດັ່ງກ່າວ.
ອົງການນິລະໂທດກຳສາກົນກ່າວວ່າ ລັດຖະບານບໍ່ໃຫ້ການຊີ້ແຈງເຖິງຊະຕາກຳ ຫລື
ວ່າທ່ານສົມບັດສົມພອນນັ້ນຢູ່ໃສ ຊຶ່ງເປັນສະມາຊິກກຸ່ມສັງຄົມພົນລະເຮືອນ ທີ່ຖືກລັກ
ພາໂຕໃນປີ 2012 ຢູ່ນອກປ້ອມຍາມຕຳຫລວດແຫ່ງນຶ່ງ ໃນນະຄອນ ຫລວງວຽງຈັນ.
ຍານາງ Katherine Gerson ນັກປຸກລະດົມຂອງອົງການນິລະໂທດກຳສາກົນ
ທີ່ສຳນັກງານໃຫຍ່ ໃນນະຄອນຫຼວງລອນດອນ ກ່າວກ່ຽວກັບເລື່ອງນີ້ວ່າ:
ຍານາງ Gerson ເວົ້າວ່າ ຢູ່ໃນລາຍງານປະຈຳປີຂອງພວກເຮົາ ອົງການນິລະ
ໂທດກຳສາກົນ ໄດ້ເນັ້ນໜັກ ເຖິງການລະເມີດສິດທິມະນຸດ ທີ່ຍັງດຳເນີນຢູ່ຕໍ່ມາ
ໂດຍພວກເຈົ້າໜ້າທີ່ຢູ່ໃນປະເທດລາວທີ່ບໍ່ສາມາດທຳການສືບສວນກ່ຽວກັບການ
ຫາຍສາບສູນໄປ ຂອງບຸກຄົນຈຳນວນນຶ່ງ ເວລາຂ້າພເຈົ້າເວົ້າວ່າ ຫາຍສາບສູນ
ໝາຍຄວາມວ່າ ຖືກບັງຄັບໃຫ້ຫາຍສາບສູນ ຊຶ່ງສ່ວນບຸດຄົນໄດ້ຖືກກັກຂັງໂດຍ
ລັດຖະບານແລະເຂົາເຈົ້າຢູ່ໃສນັ້ນຍັງບໍ່ເປັນທີ່ຊາບໄດ້ ເພາະສະນັ້ນລັດຖະບານ
ຈຶ່ງຍັງເປັນຜູ້ຮັບຜິດຊອບວ່າ ເຂົາເຈົ້າຢູ່ໃສກັນແທ້ ຫລັງຈາກໄດ້ຢູ່ພາຍໃຕ້ການ
ກັກຂັງຂອງເຈົ້າໜ້າທີ່. ດັ່ງທີ່ຮູ້ກັນດີ ຜູ້ຄົນຈຳນວນນຶ່ງ ໄດ້ຫາຍສາບສູນ ຫຼືຢູ່ໃນ
ສະພາບການທີ່ປາກົດ ຖືກຈັບ. ຜູ້ນຶ່ງທີ່ຮູ້ດີທີ່ສຸດ ກໍຄືສົມບັດ ສົມພອນ ຊຶ່ງອົງ
ການນິລະໂທດກຳສາກົນຍັງສືບຕໍ່ມີຄວາມເປັນຫ່ວງຢ່າງເລິກເຊິ່ງ ທີ່ລັດຖະບານ
ຍັງບໍ່ສາມາດ ບອກໄດ້ວ່າລາວຢູ່ໃສ ຫຼືທຳການສືບສວນ ກ່ຽວກັບຄວາມເປັນໄປ
ໄດ້ ທີ່ເຈົ້າໜ້າທີ່ລັດຖະບານ ອາດພົວພັນໃນຊະຕາກຳຂອງລາວ. ມັນເປັນການ
ຍາກທີ່ອົງການນິລະໂທດກຳ ຈະຊາບວ່າ ມີຈັກຄົນແທ້ໄດ້ຫາຍສາບສູນໄປຢູ່ໃນ
ລາວ ເຖິງແມ່ນການປະຕິບັດງານຢູ່ໃນລາວຈະມີຄວາມຍາກລຳບາກ ຄວາມຈິງ
ໃນການລະເມີດສິດທິມະນຸດ ຄວາມຈິງກໍຄືອົງການນິລະໂທດກຳຮູ້ ຢ່າງໜ້ອຍມີ
3 ກໍລະນີ ຂອງສ່ວນບຸກຄົນ ທີ່ຊະຕາກຳຂອງເຂົາເຈົ້ານັ້ນ ຍັງບໍ່ຊາບໄດ້. ແຕ່
ຄວາມຮູ້ສຶກ ກ່ຽວກັບການຊົມໃຊ້ສິດໃນການຈັບກຸມຄຸມຂັງຄົນທີ່ສະແດງຄວາມ
ຮູ້ສຶກເຂົາເຈົ້ານັ້ນ ເປັນທີ່ລົ້ມແຫລວຕໍ່ການສັງເກດການດ້ານກົດໝາຍ ໂດຍເຮັດ
ໃຫ້ຮູ້ວ່າຄົນທີ່ຖືກຈັບນັ້ນຢູ່ໃສ ຂ້າພະເຈົ້າຄິດວ່າມັນໄດ້ເນັ້ນໜັກໃຫ້ເຫັນວ່າການ
ຫາຍສາບສູນສາມາດເກີດຂຶ້ນໄດ້ ແລະໃນລະຫວ່າງປີແລ້ວນີ້ ນັກເຄື່ອນໄຫວຜູ້ທີ່
ຖືກດຳເນີນຄະດີໃນເດືອນເມສາ ຢ່າງລັບໆ ພວກເຂົາເຈົ້າໄດ້ຮັບຮູ້ວ່າ ມີການຂັງ
ດ່ຽວເປັນເວລາດົນນານ ຫລັງຈາກໄດ້ຖືກຈັບ."
ໃນເດືອນກໍລະກົດ ທ້າວໂກ ຕີ ນັກເຄື່ອນໄຫວດ້ານການເມືອງ ທີ່ລັດຖະບານ ໄທ
ຊອກຫານັ້ນ ໄດ້ຫາຍສາບສູນໄປຢູ່ໃນປະເທດລາວ. ລັດຖະບານບານລາວ ບໍ່ໄດ້
ສະແດງໃຫ້ເຫັນເຖິງຄວາມພະຍາຍາມໃດໆໃນການສືບສວນການຫາຍສາບສູນ
ຂອງລາວ.
ຂໍ້ກຳນົດ ຂອງກົດໝາຍອາຍາຕ່າງໆ ແລະດຳລັດ ທີ່ຈຳກັດຮັດແຄບ ໄດ້ມີການນຳ
ໃຊ້ ເພື່ອຈັບກຸມພວກນັກເຄື່ອນໄຫວແລະກົດຂີ່ຕໍ່ສິດເສລີພາບໃນການປາກເວົ້າ
ແລະການໂຮມຊຸມນຸມ. ລາຍການອອກອາກາດ ໜັງສືພິມ ແລະກິດຈະ ການຕ່າງໆ
ຂອງກຸ່ມສັງຄົມພົນລະເຮືອນ ຍັງຢູ່ພາຍໃຕ້ການຄວບຄຸມຂອງລັດຢ່າງເຄັ່ງຄັດ. ບັນ
ດາພັການເມືອງຕ່າງໆ ທີ່ນອກເໜືອໄປຈາກພັກປະຊາຊົນປ ຕິວັດລາວ ຊຶ່ງເປັນພັກ
ລັດຖະບານແລ້ວ ແມ່ນຍັງຖືກຫ້າມ.
ຫລັງຈາກການດຳເນີນຄະດີແບບລັບໆ ທີ່ໄດ້ຈັດຂຶ້ນໃນເດືອນເມສາ ພວກນັກເຄື່ອນ
ໄຫວ ທີ່ປະກອບດ້ວຍທ້າວສຸກັນ ໃຈທັດ ທ້າວສົມພອນ ພິມມະສອນ ແລະຫຼອດຄຳ
ທຳມະວົງ ໄດ້ຖືກພົບເຫັນວ່າ ມີຄວາມຜິດໃນຂໍ້ກ່າວຫາທີ່ກ່ຽວກັບການໃຫ້ຄວາມຮ່ວມ
ມືກັບອົງການຕ່າງປະເທດ ເພື່ອບ່ອນທຳລາຍປະເທດ ເຜີຍແຜ່ການໂຄສະນາຊວນ
ເຊື່ອ ແລະຈັດຕັ້ງການປະທ້ວງເພື່ອກໍ່ໃຫ້ເກີດຄວາມ “ວຸ້ນວາຍ.” ເຂົາເຈົ້າໄດ້ຖືກຕັດ
ສິນລົງໂທດ ຈຳຄຸກລະຫວ່າງ 12 ຫາ 20 ປີ.
ຍານາງ Katherine Gerson ກ່າວກ່ຽວກັບເລື່ອງນີ້ວ່າ "ການຄຸມຂັງພວກເຂົາເຈົ້າ
ແມ່ນພົບວ່າ ແມ່ນດຳເນີນໄປໂດຍພາລະການ ໂດຍພວກນັກຊ່ຽວຊານອົງການ
ສະຫະປະຊາຊາດກ່ຽວກັບການຈັບກຸມ ພວກເຂົາເຈົ້າພົບວ່າ ການຈັບກຸມນີ້ບໍ່ຍຸຕິ
ທຳໃນການຈັບກຸມບຸກຄົນເຫຼົ່ານີ້ ແລະພວກເຂົາເຈົ້າ ຄວນຈະຖືກປ່ອຍ."
ຍານາງ Katherine Gerson ກ່າວວ່າ ໃນຮອບປີຜ່ານມານີ້ ພວກເຮົາຍັງພົບເຫັນ
ມີການຈຳກັດຮັດແຄບທາງດ້ານກົດໝາຍເພີ້ມຂຶ້ນ ໃນການຈັດຕັ້ງສະມາຄົມຂອງ
ສ່ວນບຸກຄົນ ແລະພວກເຮົາແມ່ນມີຄວາມເປັນຫ່ວງ ກ່ຽວກັບວ່າແທນທີ່ຈະແກ້ໄຂ
ກົດໝາຍເພື່ອຄ້ຳປະກັນສິດທິຂອງສ່ວນບຸກຄົນ ແຕ່ເຈົ້າໜ້າທີ່ກັບຈຳກັດຮັດແຄບ
ເພີ້ມຂຶ້ນຊຶ່ງເປັນການຂັດກັບພັນທະທີ່ພວກເຂົາເຈົ້າໄດ້ໃຫ້ຄວາມໝັ້ນໝາຍໄວ້ ທີ່
ຈະຄ້ຳປະກັນສິດທິຂອງສ່ວນບຸກຄົນ.
ລາຍງານຂອງອົງການນິລະໂທດກຳສາກົນຍັງກ່າວວ່າ ນອກນັ້ນແລ້ວຍັງມີຊາວບ້ານ
ທີ່ໄດ້ຮັບຜົນກະທົບຈາກການພັດທະນາ ຮວມທັງການກໍ່ສ້າງເຂື່ອນ ແລະທາງລົດໄຟ
ລາວ-ຈີນ ທີ່ໄດ້ຖືກບັງຄັບໃຫ້ຍົກຍ້າຍ. ເຂົາເຈົ້າກ່າວວ່າ ຕົນຍັງບໍ່ທັນໄດ້ຮັບການປຶກ
ສາຫາລື ຢ່າງພຽງພໍ ຫຼືໄດ້ຮັບເງິນຊົດເຊີຍ. ໃນເດືອນເມສາ ປີກາຍ ນາຍົກລັດຖະມົນ
ຕີລາວ ໄດ້ຮັບຮູ້ເຖິງບັນຫາ ກ່ຽວກັບລະບຽບການສຳປະທານທີ່ດີນ. ພວກນັກເຄື່ອນ
ໄຫວໄດ້ສະແດງຄວາມເປັນຫ່ວງກ່ຽວກັບຄວາມເສຍຫາຍຕໍ່ວິຖີການດຳລົງຊີວິດ ແລະ
ສິ່ງແວດລ້ອມທີ່ເກີດຈາກການກໍ່ສ້າງເຂື່ອນໄຟຟ້າຕ່າງໆ.
ສຸດທ້າຍ ຍານາງ Katherine Gerson ກ່າວວ່າ ລາຍງານຂອງອົງການນິລະໂທດ
ກຳສາກົນນີ້ ສ່ວນນຶ່ງແມ່ນຮວບຮວມມາຈາກ ຊຶ່ງຍານາງໃຫ້ການຊີ້ແຈ້ງວ່າ
ຍານາງ Gerson ເວົ້າວ່າ "ອົງການນິລະໂທດກຳສາກົນຕິດຕາມສະຖານະການ
ດ້ານສິດທິມະນຸດຢູ່ລາວ ໂດຍການເກັບກຳຂໍ້ມູນຈາກຫຼາຍໆແຫຼ່ງຂ່າວ ແລະກໍ
ສະແດງຄວາມເປັນຫ່ວງ ໂດຍກົງກັບເຈົ້າໜ້າທີ່ລາວ ກ່ຽວກັບບາດກ້າວ ທີ່ໄດ້
ເອົາ ໃນພັນທະດ້ານສິດທິມະນຸດ ພວກເຮົາໄດ້ຂໍໃຫ້ເຈົ້າໜ້າທີ່ ປັບປຸງການຈັດ
ຕັ້ງປະຕິບັດພັນທະຂອງເຂົາເຈົ້າແບບໃດ."