ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ກໍລະກົດ ໒໐໒໔

ນານາຊາດ ໄດ້ຫຼຸດການຊ່ວຍເຫຼືອໃຫ້ແກ່ລາວລົງ ເພາະເຫັນວ່າ ມີການທຸຈະລິດ ແລະລັກເອົາເງິນຊ່ວຍເຫຼືອໄປເປັນຜົນປະໂຫຍດສ່ວນໂຕ


ແຟ້ມຮູບ-ນັກການທູດສະຫະລັດ, ທ່ານນາງຣິນາ ບິດເທີ (ກາງ), ມອບອຸປະກອນດ້ານຂໍ່ມູນຂ່າວສານ ໃຫ້ແກ່ເຈົ້າໜ້າທີ່ AMLIO ຂອງ ສປປ ລາວ.of
ແຟ້ມຮູບ-ນັກການທູດສະຫະລັດ, ທ່ານນາງຣິນາ ບິດເທີ (ກາງ), ມອບອຸປະກອນດ້ານຂໍ່ມູນຂ່າວສານ ໃຫ້ແກ່ເຈົ້າໜ້າທີ່ AMLIO ຂອງ ສປປ ລາວ.of

ນານາຊາດ ໄດ້ຫຼຸດການຊ່ວຍເຫຼືອໃຫ້ແກ່ລາວລົງ ເພາະເຫັນວ່າມີການທຸຈະລິດ ແລະລັກເອົາເງິນຊ່ວຍເຫຼືອ ໄປເປັນຜົນປະໂຫຍດສ່ວນໂຕ ຂອງບັນດາພະນັກ ງານ ພັກ-ລັດຖະບານ ທີ່ເກີດຂຶ້ນກວ້າງຂວາງ, ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ເຈົ້າໜ້າທີ່ ໃນຄະນະ ພັກ-ລັດ ເປີດເຜີຍວ່າ ນານາຊາດ ແລະບັນດາອົງການສາກົນໄດ້ຫຼຸດການຊ່ວຍເຫຼືອໃຫ້ແກ່ລາວລົງນັບມື້ເນື່ອງຈາກເຫັນວ່າ ໄດ້ນໍາໃຊ້ ເງິນການຊ່ວຍເຫຼືອຢ່າງບໍ່ໂປ່ງໃສ ແລະມີການລັກເອົາເງິນຊ່ວຍເຫຼືອໄປເປັນຜົນປະໂຫຍດສ່ວນໂຕ ຂອງບັນດາພະນັກງານ ພັກ-ລັດຖະບານ ເກີດຂຶ້ນກວ້າງ ຂວາງ ເຊິ່ງເຫັນໄດ້ຢ່າງແຈ່ມແຈ້ງ ໃນການດໍາເນີນງານ ເພື່ອຟື້ນຟູຊີວິດການ
ເປັນຢູ່ຂອງປະຊາຊົນທີ່ຖືກກະທົບຈາກກໍລະນີເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ
ນັບຕັ້ງແຕ່ປີ 2018 ເປັນຕົ້ນມານັ້ນ ໄດ້ດໍາເນີນການຊັກຊ້າໃນທຸກໆດ້ານເຊັ່ນ ການກໍ່ສ້າງເຮືອນຢູ່ເຂດຈັດສັນໃໝ່ທີ່ໃຊ້ເວລາຍາວນານກວ່າ 4 ປີ, ໂດຍໄດ້ສົ່ງມອບເຮືອນໃໝ່ໃຫ້ກັບປະຊາຊົນລາວຜູ້ທີ່ຖືກກະທົບໄດ້ຢ່າງຄົບຖ້ວນ ໃນທ້າຍປີ 2023 ທີ່ຜ່ານມາ ໃນຂະນະທີ່ບໍລິສັດຜູ້ລົງທຶນໃນໂຄງການ ໄດ້ສ້ອມແປງເຂື່ອນສໍາເລັດແລ້ວ ແລະຜະລິດກະແສໄຟຟ້າສົ່ງອອກຕ່າງປະເທດ ນັບຕັ້ງແຕ່ທ້າຍປີ 2019 ເປັນຕົ້ນມາແລ້ວ.

ສາເຫດທີ່ເຮັດໃຫ້ເກີດການຫຼ້າຊ້າດັ່ງກ່າວກໍຄື ການນໍາໃຊ້ເງິນຊົດເຊີຍ ແລະເງິນຊ່ວຍເຫຼືອທີ່ບໍ່ໂປ່ງໃສ, ເຊິ່ງຈາກການກວດກາພົບວ່າ ໄດ້ມີການທຸຈະລິດ ແລະຍັກຍອກເອົາເງິນຊົດເຊີຍຂອງປະຊາຊົນຜູ້ທີ່ໄດ້ຮັບຜົນພກະທົບດັ່ງກ່າວອີກດ້ວຍ, ດັ່ງທີ່ເຈົ້າໜ້າທີ່ໃນຄະນະກວດກາພັກ-ລັດ ໄດ້ໃຫ້ການຢືນຢັນວ່າ:

“ລາຍຮັບການຊົດເຊີຍປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໂຄງການກໍ່ສ້າງເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ ທັງໝົດຈໍານວນ 1,032 ຕື້ກີບ, 32.46 ລ້ານໂດລາ, ເງິນບໍລິຈາກຈໍານວນ 245.35 ຕື້ກີບ, ເງິນຊົດເຊີຍຂອງບໍລິສັດ 786.72 ຕື້ກີບ ແລະ 32.46 ລ້ານໂດລາ, ກວດກາເຫັນລາຍຈ່າຍທີ່ບໍ່ຖືກກັບລະບຽບການຈໍານວນ 81.22 ຕື້ກີບ ແລະບໍ່ມີລາຍລະອຽດການຈ່າຍ 1.81 ຕື້ກີບ.”

ນອກຈາກນີ້, ໄພນໍ້າຖ້ວມຄັ້ງໃຫຍ່ທີ່ເກີດຈາກເຂື່ອນເຊປຽນ-ເຊນໍ້ານ້ອຍແຕກໃນວັນທີ 23 ກໍລະກົດ 2018 ໄດ້ເຮັດນາເຂົ້າຂອງປະຊາຊົນເສຍຫາຍໄປຢ່າງສົມ ບູນຫຼາຍກວ່າ 8,050 ເຮັກຕ້າ ໂດຍບ້ານທີ່ຖືກກະທົບໜັກໜ່ວງທີ່ສຸດຄື ບ້ານຫິນລາດ, ບ້ານສະໜອງໃຕ້, ບ້ານທ່າຫິນ, ບ້ານໃໝ່, ບ້ານທ່າແສງຈັນ ແລະບ້ານໃຫຍ່ແທ ໂດຍມີປະຊາຊົນລາວທີ່ຖືກກະທົບຈໍານວນ 7,095 ຄົນໃນ 1,611 ຄອບຄົວ, ໃນນີ້ ໄດ້ຮັບມອບເຮືອນຢູ່ອາໄສທັງໝົດ 700 ຫຼັງ ແລະໄດ້ຮັບການຈັດສັນທີ່ດິນທໍາກິນໃນເນື້ອທີ່ 2,140 ເຮັກຕ້າ.

ສ່ວນຜູ້ຊ່ຽວຊານດ້ານສິ່ງແວດລ້ອມທໍາມະຊາດໃນລຸ່ມແມ່ນໍ້າຂອງໃຫ້ທັດສະນະວ່າ ການພັດທະນາລາວ ໃຫ້ເປັນປະເທດຜູ້ສົ່ງອອກພະລັງງານໄຟຟ້າລາຍໃຫຍ່ ຫຼື ເປັນໝໍ້ໄຟຂອງອາຊຽນນັ້ນ ຍັງໄດ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດ ແລະສັງຄົມລາວຢ່າງກວ້າງຂວາງອີກດ້ວຍ ໂດຍເຫັນໄດ້ຈາກປະຊາຊົນລາວທີ່ຍັງມີສະພາບຊີວິດການເປັນຢູ່ທີ່ທຸກຍາກຫຼາຍ ຄິດເປັນສັດສ່ວນ 27 ເປີເຊັນຂອງຈໍານວນປະຊາກອນລາວທັງໝົດ ເຖິງແມ່ນວ່າລາວຈະມີລາຍຮັບຈາກການສົ່ງອອກ ໄຟຟ້າໄປຕ່າງປະເທດເພີ້ມຂຶ້ນທຸກປີກໍຕາມ ແຕ່ວ່າລາຍໄດ້ສ່ວນໃຫຍ່ກໍບໍ່ໄດ້ຖືກນໍາໃຊ້ເພື່ອແກ້ໄຂບັນຫາທຸກຍາກຂອງປະຊາຊົນລາວແຕ່ຢ່າງໃດ ເພາະຜູ້ລົງທຶນກໍ່ສ້າງເຂື່ອນຕ່າງໆໃນລາວນັ້ນ ຕ້ອງນໍາໃຊ້ລາຍໄດ້ສ່ວນໃຫຍ່ເພື່ອຊໍາລະໜີ້ເງິນກູ້ຈາກຕ່າງປະເທດເປັນດ້ານຫຼັກ.

ສ່ວນປະຊາຊົນລາວທີ່ຖືກຍົກຍ້າຍໄປຢູ່ເຂດຈັດສັນໃໝ່ ທີ່ຈະຕ້ອງໄດ້ສ້າງເຮືອນ
ໃໝ່ ລວມເຖິງການສ້າງຖະໜົນ, ໄຟຟ້າ, ນໍ້າປະປາ, ສຸກສາລາ ແລະ ໂຮງ ຮຽນນໍາດ້ວຍນັ້ນ ກໍຍັງຕ້ອງເພິ່ງພາກັານຊ່ວຍເຫຼືອຈາກຕ່າງປະເທດເປັນດ້ານຫຼັກ ແຕ່ເນື່ອງຈາກການທຸຈະລິດດັ່ງກ່າວ ຈຶ່ງເຮັດໃຫ້ນານາຊາດຫຼຸດການຊ່ວຍເຫຼືອໃຫ້ແກ່ລາວລົງ ໂດຍເຫຼືອບໍ່ຮອດ 30 ເປີເຊັນຂອງທຶນພັດທະນາທັງໝົດໃນແຕ່ລະປີ, ດັ່ງທີ່ຜູ້ຊ່ຽວຊານໄດ້ຢືນຢັນວ່າ:

“ການລົງທຶນຈາກການຊ່ວຍເຫຼືອລ້າ ຫຼືວ່າການຊ່ວຍເຫຼືອເພື່ອການພັດທະນາແມ່ນ 15,449 ຕື້ ເທົ່າກັບ 718.52 ລ້ານໂດລາ ຫຼືເທົ່າກັບ 27.33 ເປີເຊັນຂອງການລົງທຶນທັງໝົດ, ການລົງທຶນຈາກເອກະຊົນ 32,435 ຕື້ກີບ ເທົ່າກັບ 57.37 ເປີ ເຊັນຂອງແຜນການທັງໝົດ, ການລົງທຶນແຫ່ງອື່ນແມ່ນ 6.9 ເປີເຊັນ ຂອງການລົງທຶນ.”

ໂດຍໃນໄລຍະສອງປີທີ່ຜ່ານມາ ໄດ້ກວດພົບການທຸຈະລິດທີ່ເປັນການຮ່ວມມື ລະ ຫວ່າງສະມາຊິກ ພັກກັບບຸກຄົນພາຍນອກຮອດ 749 ຄົນ, ເຮັດໃຫ້ເກີດການເສຍຫາຍຫຼາຍກວ່າ 746 ຕື້ກີບ ກັບຫຼາຍກວ່າ 362 ບາດ ແລະ 14 ລ້ານໂດລາ, ສ່ວນການກວດກາ 4,185 ເປົ້າໝາຍໃນຊ່ວງປີ 2016-2022 ກໍພົບວ່າ ການທຸຈະລິດໂດຍເຈົ້າໜ້າທີ່ພັກ 3,690 ຄົນ, ເຮັດໃຫ້ເກີດການເສຍຫາຍ 8,370 ຕື້ກີບ ເທົ່າກັບ 50.22 ລ້ານໂດລາ ແລະ 36.89 ລ້ານບາດ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG