ເຖິງແມ່ນກໍາລັງທະຫານຢູເຄຣນໄດ້ຂັບໄລ່ທະຫານຣັດເຊຍອອກໄປຈາກເມືອງຄາກິບ (Kharkiv) ຢູ່ພາກຕາເວັນອອກສຽງເໜືອຂອງປະເທດທີ່ຖືກໂຈມຕີນັບຕັ້ງແຕ່ຣັດເຊຍເລີ້ມການບຸກລຸກໃນທ້າຍເດືອນກຸມພາຜ່ານມານັ້ນ ແລ້ວກໍຕາມ ແຕ່ເມືອງດັ່ງກ່າວກໍຍັງບໍ່ທັນມີຄວາມສະຫງົບເທື່ອ. ທ້າວສຸກັນ (ນາມແຝງ) ເປັນອະດີດນັກສຶກສາລາວໄປຕັ້ງຖິ່ນຖານຢູ່ໃນເມືອງດັ່ງກ່າວມາໄດ້ 25 ປີແລ້ວ. ຂະນະທີ່ໄປຫລົບໄພຢູ່ໃກ້ເມືອງລີວິບ ຢູ່ພາກຕາເວັນຕົກຂອງຢູເຄຣນລາວເລົ່າສູ່ວີໂອເອຟັງວ່າ:
“ສອງສາມອາທິດຫລັງໜີ້ ຢູ່ທາງຄາກິບມິດງຽບ ຈົນຄົນຄິດວ່າ ໝົດສົງຄາມແລ້ວ. ດຽວນີ້ພັດເລີ່ມຍິງລູກ ສອນໄຟເຂົ້າມາອີກ, ສອງສາມມື້ເທື່ອນຶ່ງ.”
ແມ່ນແຕ່ຢູ່ເຂດເມືອງລີວິບທີ່ມີຊາຍແດນຕິດກັບໂປແລນທີ່ຖືວ່າປອດໄພກວ່າໝູນັ້ນ ປະຊາຊົນກໍຍັງດຳລົງຊີວິດຢູ່ກັບຄວາຫວາດກົວຢູ່ ດັ່ງທີ່ທ້າວສຸກັນເລົ່າສູ່ຟັງອີກວ່າ:
“ສ່ວນຢູ່ບ່ອນທີ່ພວກນ້ອງຢູ່ນີ້ ກະມິດງຽບ, ແຕ່ກະບໍ່ໄດ້ວ່າປອດໄພ 100 ເປີເຊັນ, ເພາະມີສຽງເຕືອນໄພຕະຫລອດ. ຖ້າມີລູກສອນໄຟເຂົ້າມາ ສັນຍານ ເຕືອນໄພ ມັນຊິດັງຂຶ້ນທັນທີ ໃຫ້ທຸກຄົນໄປລີ້ ເພາະບໍ່ຮູ້ວ່າມັນຊິຕົກໃສ. ບາງຄັ້ງເຂົາກະຍິງແນວຕ້ານລູກສອນໄຟໄວ້ທັນ ກະດີໄປ, ແຕກເທິງອາກາດເລີຍ ແຕ່ມັນກະບໍ່ເປັນແນວນັ້ນທຸກຄັ້ງໄປ.”
ນັບແຕ່ສົງຄາມເລີ້ມຕົ້ນຂຶ້ນໃນວັນທີ 24 ກຸມພາ ມີຊາວຢູເຄຣນ ເກືອບຫລາຍ ກວ່າ 7 ລ້ານຄົນ ໄດ້ກາຍເປັນອົບພະຍົບຢູ່ພາຍໃນປະເທດ, ຂະນະທີ່ເກືອບຮອດ 7 ລ້ານຄົນຫລົບໜີໄປຢູ່ປະເທດອື່ນ, ອີງຕາມອົງການຂ້າຫລວງໃຫຍ່ວ່າດ້ວຍອົບພະຍົບຂອງສະຫະປະຊາຊາດ. ໃນນັ້ນກໍມີສຸກັນພ້ອມດ້ວຍພັນລະຍາ ແລະລູກຂອງລາວທີ່ໄດ້ອົບພະຍົບໄປຢູ່ໃກ້ຊາຍແດນທາງຕາເວັນົຕກຂອງປະເທດມາໄດ້ 2 ເດືອນກວ່າແລ້ວ. ຂະນະທີ່ບາງຄົນກໍໄດ້ເລີ້ມກັບໄປຫາບ້ານເຮືອນຂອງຕົນຢູ່ບາງແຫ່ງທີ່ທະຫານຢູເຄຣນເຂົ້າຄວບຄຸມໄດ້ ແຕ່ຄອບຄົວຂອງລາວຄິດວ່າ ຍັງບໍ່ທັນປອດໄພເທື່ອຈຶ່ງບໍ່ຢາກກັບໄປ.