ພວກນັກຊ່ຽວຊານໃນພູມີພາກ ເຊື່ອວ່າ ການດຳເນີນຄວາມພະຍາຍາມຂອງຈີນເມື່ອໄວໆມານີ້ ເພື່ອຊ່ວຍໄກ່ເກ່ຍລະຫວ່າງທະຫານມຽນມາແລະພວກກະບົດຊົນກຸ່ມນ້ອຍ ທີ່ຢູ່ໃນເຂດຊາຍແດນທາງພາກເໜືອຂອງປະເທດ ແມ່ນໄດ້ຮັບແຮງຈູງໃຈ ທີ່ສຳຄັນສຸດ ກໍເພື່ອຮັກສາຜົນປະໂຫຍດຂອງຕົນ ແຕ່ກໍບໍ່ມີທ່າທາງວ່າ ຈະມີຜົນໃດໆຕໍ່ບັນຫາຂັດແຍ້ງດັ່ງກ່າວ.
ເປົ້າໝາຍຂອງຈີນໃນການເປີດເຈລະຈາສັນຕິພາບ ລະຫວ່າງພວກທະຫານແລະສາມກຸ່ມພັນທະມິດພະລາດອນພາບ ໄດ້ໄຂຂຶ້ນ ຊຶ່ງຫຼ້າສຸດແມ່ນຢູ່ນະຄອນຄຸນມິງ ເມື່ອວັນທີ 20 ທັນວາຜ່ານມາ ແມ່ນມີຈຸດປະສົງ ຢູ່ສອງຂັ້ນ ອີງຕາມພວກນັກຊ່ຽວຊານ ຄືເພື່ອກຳຈັດການສໍ້ໂກງທາງໄຊເບີ້ທີ່ໄດ້ຫຼອກລວງປະຊາຊົນຈີນທີ່ຕົກເປັນເຫຍື່ອ ແລະເພື່ອສ້າງສະຖຽນລະພາບທາງດ້ານການຄ້າ ໃນເຂດຊາຍແດນລະຫວ່າງຈີນກັບມຽນມາ.
“ດັ່ງນັ້ນ ຜົນປະໂຫຍດທາງດ້ານເສດຖະກິດຫຼືບໍ່ໃຫ້ການຄ້າຊາຍແດນໄດ້ຮັບຜົນກະທົບ ນັ້ນແມ່ນແນ່ນອນ” ທ່ານຢຸນ ຊຸນ (Yun Sun) ຜູ້ອຳນວຍການໂຄງການຈີນ ທີ່ສູນກາງສຕິມຊັນ ກ່າວໃນການໃຫ້ສຳພາດ.
“ແຕ່ນັ້ນແມ່ນ ການພິຈາລະນາທີ່ເລັກນ້ອຍ ເມື່ອປຽບທຽບໃສ່ການປຸກລະດົມທາງໄຊເບີ້….. ມັນສຳເລັດເສັດສິ້ນໄວເທົ່າໃດ ການຢຸດຍິງມີຂຶ້ນໄວເທົ່າໃດ ແລະສະຖຽນລະພາບກໍສາມາດຟື້ນຟູໄດ້ໄວເທົ່ານັ້ນ.”
ບັນຫາຂັດແຍ້ງທາງດ້ານອາວຸດໄດ້ສ້າງຄວາມເສຍຫາຍໃຫ້ແກ່ການຄ້າສອງຝ່າຍລະຫວ່າງຈີນແລະມຽນມາໃນແຕ່ລະມື້ປະມານ 10 ລ້ານໂດລາ ອີງຕາມຄຳເວົ້າ
ຂອງທ່ານທານ ຊູ ແນັງ (Than Soe Naing) ນັກວິເຄາະອະວຸໂສດ້ານການເມືອງພາຍໃນປະເທດຂອງມຽນມາ. ແຕ່ທ່ານເວົ້າວ່າ ການສູນເສຍດັ່ງກ່າວແມ່ນສ້າງຄວາມເສຍຫາຍໃຫ້ແກ່ຝ່າຍມຽນມາຫຼາຍກວ່າຝ່າຍຈີນ.
“ການຫຼັ່ງໄຫຼຂອງສີນຄ້າຈາກເຂດຊາຍແດນ ແມ່ນບໍ່ຫຼາຍປານໃດ ເມື່ອປຽບທຽບໃສ່ ຄວາມສຳພັນທາງດ້ານເສດຖະກິດຂອງຈີນ. ປະເທດຂອງພວກເຮົາ ໄດ້ຮັບຄວາມເສຍຫາຍຫຼາຍກວ່ານັ້ນ” ທ່ານທ່ານ ຊູ ແນັງ ກ່າວ.