ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນາຍົກ ຂອງ ຢູເຄຣນ ກ່າວວ່າ ພວກໂຈນ ຈະບໍ່ລົບກວນ ການເລືອກຕັ້ງ (ສະໄລດ໌/ວີດີໂອ)


ນາຍົກລັດຖະມົນຕີຊົ່ວຄາວຂອງຢູເຄຣນ ທ່ານ Arseniy Yatsenyuk
ນາຍົກລັດຖະມົນຕີຊົ່ວຄາວຂອງຢູເຄຣນ ທ່ານ Arseniy Yatsenyuk
ນາຍົກລັດຖະມົນຕີຮັກສາການຊົ່ວຄາວຂອງຢູເຄຣນໄດ້ກ່າວຄຳ
ປາໄສ ຕໍ່ປະເທດຊາດ ໃນວັນເສົາມື້ນີ້ ນຶ່ງມື້ ກ່ອນການປ່ອນບັດ ເລືອກຕັ້ງປະທານາທິບໍດີຄັ້ງສຳຄັນ.

ທ່ານ Arseniy Yatsenyuk ກ່າວວ່າ ຢູເຄຣນຈະບໍ່ອະນຸຍາດໃຫ້
ພວກໂຈນ ທີ່ໄດ້ຮັບການໜຸນຫຼງຈາກຕ່າງປະເທດ ລົບກວນການ
ເລືອກຕັ້ງ ຊຶ່ງຈະແຈ້ງ ແມ່ນໝາຍເຖິງ ການໃຫ້ຄວາມສະໜັບສະ
ໜຸນຂອງມົສກູຕໍ່ພວກແບ່ງແຍກດິນແດນທີ່ນິຍົມຣັດເຊຍໃນພາກ ຕາເວັນອອກຂອງຢູເຄຣນ.

ການໃຫ້ຄວາມເຫັນຂອງທ່ານ Yatsenyuk ມີຂຶ້ນນຶ່ງມື້ຫລັງຈາກ
ປະທານາທິບໍດີຣັດເຊຍ ທ່ານ Vladimir Putin ປະຕິຍານວ່າ ຈະຮັບຮູ້ຜົນການເລືອກຕັ້ງປະທານາທິບໍດີຂອງຢູເຄຣນ ໃນວັນອາທິດມື້ອື່ນນີ້ ໃນຂະນະທີ່ສະແດງຄວາມຫວັງ ອອກມາວ່າ ປະທານາທິບໍດີຄົນໃໝ່ຂອງຢູເຄຣນ ຈະຍຸດຕິການປະຕິບັດງານທາງທະຫານ ຕໍ່ພວກແບ່ງແຍກດິນແດນ ໃນພາກຕາເວັນອອກຂອງຢູເຄຣນ.

ການໃຫ້ຄວາມເຫັນຂອງທ່ານ Putin ມີຂຶ້ນ ໃນຂະນະທີ່ກຳລັງແບ່ງແຍກດິນແດນ ນິຍົມຣັດ ເຊຍດັກສະກັດໂຈມຕີທະຫານບ້ານຢູເຄຣນໃກ້ໆຊາຍແດນຣັດເຊຍເຮັດໃຫ້ກຳລັງອາສາສະ ໝັກຂອງຢູເຄຣນຢ່າງໜ້ອຍ 2 ຄົນຖືກຂ້າຕາຍ ແລະອີກ 9 ຄົນໄດ້ຮັບບາດເຈັບ. ທະຫານລັດ ຖະບານຢູເຄຣນ 13 ຄົນກໍໄດ້ຖືກສັງຫານ ໂດຍພວກແບ່ງແຍກດິນແດນ ຢູ່ໃນເຂດດຽວກັນນີ້ ໃນມື້ວັນພະຫັດຜ່ານມາຊຶ່ງພາໃຫ້ມີຄວາມຢ້ານກົວວ່າຈະເກີດຄວາມຮຸນແຮງຮອບໃໝ່ກ່ອນ ໜ້າ ການປ່ອນບັດໃນມື້ວັນອາທິດນີ້.
UKRAINE CNPK
please wait
Embed

No media source currently available

0:00 0:01:21 0:00

ບໍ່ເທົ່າໃດຊົ່ວໂມງຫຼັງຈາກການໃຫ້ຄວາມເຫັນດັ່ງກ່າວຂອງທ່ານ Putin ກະຊວງການຕ່າງ ປະເທດສະຫະລັດ ກໍໄດ້ໂທລະສັບໄປຫາມົສກູ ໃຫ້ກົດດັນ ກຸ່ມກຳລັງປະກອບອາວຸດ ນິຍົມ ຣັດເຊຍໃນຫົວເມືອງຕ່າງໆ ທາງພາກຕາເວັນອອກຂອງຢູເຄຣນຍຸດຕິການກໍ່ຄວາມຮຸນແຮງ ແລະວາງອາວຸດ ກ່ອນໜ້າການປ່ອນບັດໃນມື້ອື່ນນີ້. ທ່ານນາງ Marie Half ໂຄສົກກະຊວງ ການຕ່າງປະເທດສະຫະລັດ ຍັງໄດ້ກ່າວເຖິງການຫາຍສາບສູນໄປຂອງຫີບບັດ ແລະການ ຢຶດເອົາບັນຊີລາຍຊື່ ຜູ້ມີສິດປ່ອນບັດ ຢູ່ໃນພາກຕາເວັນອອກ ຂອງຢູເຄຣນນັ້ນວ່າ ເປັນອຸບ ປະສັກຂັດຂວາງ ຕໍ່ຄວາມສຳເລັດ ໃນການປ່ອນບັດ.
XS
SM
MD
LG