ພຽງບໍ່ເທົ່າໃດເດືອນເທົ່ານັ້ນ ກ່ອນໜ້າການເລືອກຕັ້ງໃນເຂດທ້ອງຖິ່ນ ລັດຖະບານ
ກຳປູເຈຍ ກໍໄດ້ສັ່ງໃຫ້ ອຸດສາຫະກຳການເງິນອະນຸພາກ ຕັ້ງອັດຕາດອກເບ້ຍໃນ
ເງິນກູ້ງວດໃໝ່ ໃຫ້ເປັນ 18 ເປີເຊັນ ຕໍ່ປີ. ໃນຂະນະທີ່ພວກກູ້ຢືມພາກັນຊື່ນຊົມ
ຍິນດີນຳ ແຕ່ຢ່າງໜ້ອຍໃນໄລຍະສັ້ນ ການຕັດສິນໃຈດັ່ງກ່າວ ກໍໄດ້ສັ່ນສະເທືອນ
ວົງການອຸດສາຫະກຳ ດັ່ງກ່າວນີ້ມາແລ້ວ ຊຶ່ງມີການຢ້ານກົວກັນວ່າ ບາງບໍລິສັດ ອາດຈະລົ້ມລະລາຍກໍເປັນໄດ້. ຜົນບັ້ນປາຍກໍຄືວ່າ ຈະມີຈຳນວນເງິນກູ້ຢືມຂະໜາດ
ນ້ອຍໜ້ອຍລົງ ສຳຫຼັບພວກຊາວບ້ານ ຜູ້ຊຶ່ງຈະຖືກຊຸກຍູ້ໃຫ້ຕົກໄປຢູ່ໃນກຳມືຂອງ
ພວກນາຍທຶນທີ່ຂູດຮີດທັງຫຼາຍ. ນັກຂ່າວ VOA Robert Carmichael ສົ່ງລາຍ
ງານເລື່ອງນີ້ມາຈາກນະຄອນຫຼວງພະນົມເປັນ ຊຶ່ງວັນນະສອນ ຈະນຳລາຍລະອຽດ
ມາສະເໜີທ່ານ.
ນາງ In Sokai ໄວ 32 ປີ ຢຸດພັກໄປກິນເຂົ້າທ່ຽງຢູ່ເຮືອນ ຈາກວຽກງານໃນໂຮງງານ
ເສື້ອຜ້າຂອງນາງ ໃກ້ໆກັບນະຄອນຫຼວງພະນົມເປັນ.
ປີກາຍນີ້ ນາງ Sokai ໄດ້ກູ້ຢືມເງິນ 5 ພັນໂດລາ ຈາກສະຖາບັນການເງິນຈຸລະພາກ
ຫຼື MFI ທີ່ຄິດເອົາດອກນຳລາວປີລະ 22 ເປີເຊັນ ເປັນເວລາ 4 ປີ.
ເງິນດັ່ງກ່າວ ບາງຈຳນວນ ໄດ້ນຳໄປໃຊ້ ໃນການສ້າງບ້ານເຮືອນຂອງນາງ. ນາງກ່າວ
ວ່າ “ຂ້ອຍຢືມເງິນຈຳນວນ 5 ພັນໂດລາ ແລ້ວກໍເອົາໄປຊື້ໄກ່ແດ່ ໄປປຸກເຮືອນແດ່
ແລະຜົວຂ້ອຍ ກໍເອົາໄປຊື້ເຮືອ ຊື້ແຫ ແລະສິ່ງອື່ນໆນຳ.”
ຄວາມຮຽກຮ້ອງຕ້ອງການທາງດ້ານສິນເຊື່ອ ກະຕຸ້ນໃຫ້ອຸດສາຫະການເງິນຈຸລະພາກ
ໃນປະເທດ ທີ່ມີປະຊາກອນ 15 ລ້ານ ຄົນເຕີບໂຕຂຶ້ນ.
ຄືກັນກັບຫຼາຍໆຄົນ ນາງ In ບໍ່ເຄີຍໄດ້ຍິນຫຍັງເລີຍ ກ່ຽວກັບຄຳສັ່ງໃໝ່ໆຂອງລັດຖະ
ບານ ທີ່ວ່າ ໃຫ້ສະຖາບັນ MFI ເກັບອັດຕາດອກເບ້ຍສຳລັບເງິນກູ້ຢືມງວດໃໝ່ທັງໝົດ
ແລະກູ້ຢືມຄືນໃໝ່ 18 ເປີເຊັນ ເລີ່ມແຕ່ວັນທີ 1 ເມສານີ້ເປັນຕົ້ນໄປ. ແຕ່ວ່າ ຄຳປະກາດ
ດັ່ງກ່າວ ທີ່ມີຂຶ້ນ ກ່ອນການເລືອກຕັ້ງໃນເຂດທ້ອງຖິ່ນໃນປີນີ້ ແລະການປ່ອນບັດທົ່ວ
ປະເທດໃນປີ 2018 ໄດ້ເຮັດໃຫ້ວົງການການເງິນຈຸລະພາກງົງງັນໄປໝົດ.
ເຊີນຊົມ: ເລື່ອງລາວຂອງແມ່ຍິງຄົນນຶ່ງ ທີ່ປະກອບທຸລະກິດຈາກເງິນທຶນລະບົບ MFI
ຕາມພາກທິດສະດີແລ້ວແມ່ນວ່າ ການກຳນົດອັດຕາດອກເບ້ຍໄວ້ ແມ່ນເພື່ອປົກປ້ອງ
ພວກຜູ້ບໍລິໂພກຈາກອັດຕາດອກເບ້ຍທີ່ສູງໆ ໃຫ້ມີການເຂົ້າເຖິງສະຖາບັນການເງິນ
ໄດ້ດີຂຶ້ນ ທັງໃຫ້ສາມາດມີການກູ້ຢືມສະດວກຂຶ້ນ.
ແຕ່ທ່ານ Stephen Higgins ຈາກບໍລິສັດທີ່ປຶກສາພາຄີຍຸດທະສາດແມ່ນ້ຳຂອງ ກ່າວວ່າ ໃນດ້ານປະຕິບັດແລ້ວ ມັນອາດຈະເປັນຜົນກະທົບທາງກົງກັນຂ້າມກໍເປັນໄດ້ ໂດຍກ່າວ
ວ່າ“ຕາມຄວາມຈິງແລ້ວ ພວກເຮົາບໍ່ຄວນໃຫ້ມີການກຳນົດທີ່ວ່ານີ້ເລີຍ. ອັດຕາ
ດອກເບ້ຍໃນກຳປູເຈຍ ສຳຫຼັບເງິນກູ້ຢືມແບບນ້ອຍໆນີ້ ຄວາມຈິງແລ້ວ ມັນຕ່ຳທີ່ສຸດ
ຢູ່ແລ້ວຢູ່ໃນໂລກ ແລະພວກຜູ້ຄົນພາກັນລືມຄິດໄປ.”
ການກຳນົດອັດຕາດອກເບ້ຍ 18 ເປີເຊັນ ໝາຍຄວາມວ່າ MFI ຈະບໍ່ໄດ້ເງິນເງິນຈາກ ການກູ້ຢືມຂະໜາດນ້ອຍໆພວກນີ້. ແລ້ວຜົນສະຫຼຸບຈະແມ່ນຫຽັງ? ມັນກໍຈະລົງເອີຍ
ຢູ່ບ່ອນວ່າ ສະຖາບັນ MFI ຫຼາຍໆແຫ່ງອາດຈະຢຸດເຊົາໃຫ້ບໍລິການ
ກູ້ຢືມເລີຍກໍໄດ້ ໂດຍທີ່ເຂດຊົນນະບົດຈະຂາດໂອກາດໄປ ຢ່າງນ້ອຍນຶ່ງພັນລ້ານໂດລ່າ
ຕໍ່ປີ ແລ້ວພວກຜູ້ຄົນກໍຈະຖືກບັງຄັບ ໃຫ້ຫັນໄປຫາພວກນາຍທຶນທີ່ໃຫ້ເງິນກູ້ຢືມ
ໂດຍຄິດຄ່າດອກເບັ້ຍແພງໆຕັ້ງຫຼາຍເທົ່ານັ້ນ.
ສະມາຄົມການເງິນຂະໜາດນ້ອຍຂອງກຳປູເຈຍ ຫຼື CMA ຍັງສືບຕໍ່ພຶງພໍໃຈ ໂດຍກ່າວວ່າ ສະມາຊິກຂອງພວກເຂົາຈຳເປັນຕ້ອງໄດ້ຕັດຄ່າໃຊ້ຈ່າຍລົງ ແລະປັບປຸງການມີປະສິດຕິ
ຜົນໃຫ້ດີຂຶ້ນ. ທ່ານ Hout Leng Tong ປະທານສະມາຄົມ CMA ກ່າວຢືນຢັນວ່າ ການ
ກູ້ຢືມເງິນຂະໜາດນ້ອຍນີ້ ຍັງຈະມີໃຫ້ບໍລິການຢູ່ຕໍ່ໄປ.
ທ່ານ Mey Kalyan ນັກເສດຖະສາດແລະທີ່ປຶກສາ ຂອງລັດຖະບານ ກ່າວວ່າ
ທ່ານສະໜັບສະໜຸນການຕັດສິນໃຈດັ່ງກ່າວ ສ່ວນນຶ່ງກໍເພາະວ່າ ມັນຈະປ້ອງກັນ ພວກເຈົ້າຂອງທີ່ນ້ອຍໆ ໃນເຂດຊົນນະບົດບໍ່ໃຫ້ກັບຄືນສູ່ການເປັນໜີ້ສິນທາງດ້ານ
ກະສິກຳອີກ.
ທ່ານ Mey ນັກເສດຖະສາດທັງເປັນທີ່ປຶກສາ ໃຫ້ຂໍ້ສັງເກດວ່າ ການເງິນຈຸລະພາກ
ເປັນພາກສ່ວນນ້ອຍໆຂອງລະບົບການເງິນ. ທ່ານກ່າວວ່າ “ແນ່ນອນ ທຸກໆນະໂຍບາຍ
ເວລາຈັດໃຫ້ມີຂຶ້ນແລ້ວ ກໍຕ້ອງມີການແກ້ໄຂໃນບາງສ່ວນ, ມັນຈະມີທັງການສະໜັບ
ສະໜຸນ ແລະຜູ້ຄັດຄ້ານ ກ່ຽວກັບເລື່ອງນີ້, ແຕ່ວ່າ ໂດຍລວມໆແລ້ວ ຂ້າພະເຈົ້າຄິດວ່າ ໃນໄລຍະຍາວ ມັນຈະເປັນລະບົບການເງິນທີ່ຍືນຍົງສືບຕໍ່ໄປໄດ້, ຊຶ່ງມັນເປັນສິງທີ່
ສຳຄັນຍິ່ງໃນປະຈຸບັນນີ້ ເພາະວ່າພວກເຮົາຮູ້ດີຢູ່ແລ້ວວ່າ ຕອນທີ່ລະບົບການເງິນ
ຖືກກະທົບແລ້ວ ລະບົບເສດຖະກິດ ກໍຈະຖືກກະທົບ ເຊັ່ນນີ້.”
ອິງຕາມທະນາຄານກາງແລ້ວແມ່ນວ່າ ພວກທີ່ກູ້ຢືມເງິນສ່ວນໃຫຍ່ແມ່ນພໍໃຈ ກ່ຽວລະບົບ
ການກູ້ຢືມເງິນໃນປະຈຸບັນນີ້ ແລະຜູ້ຄົນສ່ວນໃຫຍ່ ກໍແມ່ນໄດ້ຜົນກຳໄລຈາກເງິນກູ້ຢືມ
ຂອງພວກເຂົາເຈົ້າ ບໍ່ແມ່ນນ້ອຍ ເພາະວ່າ MFI ແມ່ນໄດ້ຄິດຄ່າອັດຕາດອກເບ້ຍນຳ
ພວກເຂົາເຈົ້າ ໜ້ອຍກວ່າ ນາຍທຶນໃຫ້ກູ້ຢືມລາຍອື່ນໆຕັ້ງຫຼາຍເທົ່າ.
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ