ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັດຕາເງິນເຟີ້ຫຼຸດລົງ ຫາກແຕ່ປະຊາຊົນລາວ ຊໍ້າພັດຍັງຕ້ອງປະເຊີນ ກັບບັນຫາຄ່າຄອງຊີບ ເພີ່ມຂຶ້ນນັບມື້


ອາຫານຢູ່ຮ້ານອາຫານຕາມຖະໜົນໃນປະເທດລາວ
ອາຫານຢູ່ຮ້ານອາຫານຕາມຖະໜົນໃນປະເທດລາວ

ອັດຕາເງິນເຟີ້ຫຼຸດລົງ ຫາກແຕ່ປະຊາຊົນລາວຊໍ້າພັດຍັງຕ້ອງປະເຊີນກັບບັນຫາຄ່າຄອງຊີບເພີ່ມຂຶ້ນນັບມື້ ຍ້ອນລັດຖະບານລາວບໍ່ສາມາດຄວບຄຸມລາຄາສິນຄ້າ ທີ່ນຳເຂົ້າຈາກຕ່່າງປະເທດໄດ້ເລີຍ. ຊົງຣິດ ໂພນເງິນ ມີລາຍງາຍເລື້ອງນີ້ຈາກບາງກອກ.

ນັກທຸລະກິດໄທໃນລາວ ໃຫ້ທັດສະນະວ່າອັດຕາເງິນເຟີ້ໃນລາວ ທີ່ໄດ້ປັບຕົວຫຼຸດລົງຢ່າງຕໍ່ເນື່ອງຄືຈາກລະດັບສູງສຸດ 41.26 ເປີເຊັນ ໃນເດືອນກຸມພາ 2023 ລົງມາຢູ່ທີ່ລະດັບ 27.80 ເປີເຊັນ ແລະ 25.88 ເປີເຊັນໃນເດືອນກໍລະກົດ ແລະເດືອນສິງຫາ 2023 ແລະ ຄາດໝາຍວ່າຍັງຈະສືບຕໍ່ຫຼຸດລົງອີກໃນໄລຍະຕໍ່ໄປນີ້ ຫາກແຕ່ການຫຼຸດລົງຂອງອັດຕາເງິນເຟີ້ດັ່ງກ່າວກັບບໍ່ໄດ້ສົ່ງຜົນ ໃຫ້ລະດັບຄ່າຄອງຊີບໃນລາວຫຼຸດລົງແຕ່ຢ່າງໃດ ເຫັນໄດ້ຈາກດັດຊະນີລາຄາການຊົມໃຊ້ ທີ່ເພີ່ມຂຶ້ນຈາກລະດັບ 169.93 ເປີເຊັນ ເມື່ອເດືອນມັງກອນ 2023 ເປັນ 190.16 ເປີເຊັນ ແລະ 195.1 ເປີເຊັນ ໃນເດືອນກໍລະກົດ ແລະ ເດືອນສິງຫາ 2023 ທີ່ຜ່ານມາ.

ໂດຍອັດຕາເງິນເຟີ້ໃນລາວທີ່ຫຼຸດລົງດັ່ງກ່າວເປັນຜົນຈາກການດຳເນີນມາດຕະການທາງດ້ານການເງິນຂອງລັດຖະບານລາວເປັນຫຼັກ ດ້ວຍການອອກພັນທະບັດເປັນສະກຸນເງິນກີບ ເຖິງ 5 ຄັ້ງ ໃນໄລຍະ 9 ເດືອນ ໃນປີ 2023 ເຊິ່ງເຮັດໃຫ້ທະນາຄານແຫ່ງຊາດລາວ ສາມາດຄວບຄຸມປະລິມານເງິນກີບໃນຕະຫຼາດໄດ້ຫຼາຍຂຶ້ນກໍ່ຕາມ ຫາກແຕ່ວ່າການທີ່ລາວ ຍັງຕ້ອງນຳເຂົ້າສິນຄ້າອຸປະໂພກ-ບໍລິໂພກ ຈາກຕ່າງປະເທດທີ່ຕ້ອງຊໍາລະລາຄາດ້ວຍເງິນຕາຕ່າງປະເທດ ເຊັ່ນເງິນບາດ ແລະ ເງິນໂດລາສະຫະລັດ ນັ້ນ ດ້ວຍເຫດນີ້ ການອອກພັນທະບັດເປັນເງິນກີບ ຈຶ່ງບໍ່ໄດ້ເຮັດໃຫ້ລາຄາສິນຄ້າຫຼຸດລົງແຕ່ຢ່າງ ໃດ ເນື່ອງຈາກວ່າ ລັດຖະບານລາວບໍ່ສາມາດຄວບຄຸມລາຄາສິນຄ້າທີ່ນຳເຂົ້າຈາກຕ່າງ ປະເທດໄດ້ເລີຍ ຍົກເວັ້ນນໍ້າມັນເທົ່ານັ້ນ ເຊິ່ງກໍ່ເຊັ່ນດຽວກັນກັບການທີ່ບໍ່ສາມາດຄວບຄຸມອັດຕາແລກປ່ຽນເງິນຕາໄດ້ຢ່າງແທ້ຈິງ ຈຶ່ງເຮັດໃຫ້ຄ່າເງິນກີບຕົກຕໍ່າລົງເລື້ອຍມາ ດັ່ງທີ່ນັກທຸລະກິດໄທໃນລາວ ໄດ້ໃຫ້ການຢືນຢັນວ່າ.

ທາງລາວນີ້ ກໍ່ມີບັນຫາເລື້ອງຂອງເງິນເຟີ້ ທີ່ຮຸນແຮງແທ້ໆ ຄືປີ 2022 ນັ້ນ ແລ້ວກໍ່ຖືວ່າເປັນເງິນເຟີ້ທີ່ສູງທີ່ສຸດໃນອາຊຽນ ແຕ່ທີ່ນີ້ໃນຕົ້ນປີ 2023 ເງິນເຟີ້ຂອງເຂົາໄດ້ປັບຕົວຫຼຸດລົງ. ເດືອນພຶດສະພາ 2023 ປັບລົງມາຢູ່ທີ່ 38 ເປີເຊັນ ໃນສ່ວນຂອງອັດຕາແລກ ປ່ຽນນັ້ນ ເປັນປະເດັນທີ່ເປັນບັນຫາຢູ່ ອັນນີ້ກໍ່ຍັງຄວບຄຸມບໍ່ໄດ້ຢູ່ ອັນນີ້ຄືພາບລວມຂອງບັນຫາທີ່ເກີດຂຶ້ນ ກໍ່ມີບາງຢ່າງຄວບຄຸມໄດ້ ກໍ່ຄືອັດຕາເງິນເຟີ້ ແລະ ລາຄານໍ້າມັນ.”

ສ່ວນເຈົ້າໜ້າທີ່ກະຊວງອຸດສາຫະກຳ ແລະ ການຄ້າ ຍອມຮັບວ່າການດຳເນີນມາດຕະ ການຄວບຄຸມລາຄາສິນຄ້າທີ່ບໍ່ມີປະສິດທິພາບ ນອກຈາກຈະກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວຢ່າງໜັກນ່ວງ ເພາະຕ້ອງແບກຮັບພາລະຄ່າຄອງຊີບທີ່ປັບຕົວສູງຂຶ້ນນັບມື້ນັ້ນ ການທີ່ຄ່າເງິນກີບຂອງລາວບໍ່ມີສະຖຽນລະພາບ ໃນຕະຫຼາດແລກປ່ຽນເງິນຕາ ກໍ່ເປັນອີກບັນຫານຶ່ງ ທີ່ໄດ້ສົ່ງຜົນກະທົບຕໍ່ປະຊາຊົນລາວທັງປະເທດດ້ວຍເຊັ່ນກັນ ດັ່ງທີ່ເຈົ້າໜ້າທີ່ລາວ ໄດ້ຢືນຢັນວ່າ:

ຈະແກ້ໄຂບັນຫາເງິນເຟີ້ນີ້ ກ່ອນອື່ນໝົດນີ້ ມັນຕິດພັນກັບອັດຕາແລກປ່ຽນ ເຮົາຕ້ອງເຂົ້າໃນໂຕນີ້ ຄັນເຮົາບໍ່ສູ້ຊົນເບື້ອງຕົົ້ນນີ້ ເຮັດແນວໃດກໍ່ເຮັດ ໃຫ້ອັດຕາແລກປ່ຽນນີ້ ບໍ່ວ່າໃຫ້ມັນລົງດອກ ໃຫ້ມັນຄົງທີ່ເສຍກ່ອນ ຄັນເມື່ອໃດມັນບໍ່ຄົງທີ່ນີ້ ເວລານັ້ນກະຄາດເດົາໄດ້ຍາກ ຄັນອັດຕາແລກປ່ຽນບໍ່ຄົງທີ່ ເຮົາເປັນປະເທດນຳເຂົ້າ ຜູ້ທີ່ຖືຄອງເງິນກີບກະບໍ່ຢາກຖືກຄອງເງິນກີບ ເຮົາສິລະດົມກັນຊໍ່າໃດກໍລະດົມເນາະ ແຕ່ວ່າໃນຄວາມເປັນຈິງໃນການເຮັດທຸລະກິດ ມັນຕ້ອງໄດ້ໄປຊໍາລະເປັນເງິນຕາຕ່າງປະເທດ ໄດ້ເງິນກີບມາປຶບຕ້ອງຂາຍອອກ ຕ້ອງໄປຊື້ເງິນຕາຕ່າງປະເທດເຂົ້າມາ ສະນັ້ນ ການ Demand ຕໍ່ເງິນກີບມັນໜ້ອຍ ມັນກະເຮັດໃຫ້ຄຸນຄ່າກະແຫ່ງຫຼຸດໄປອີກ.

ໂດຍໃນ 7 ເດືອນຕົ້ນປີ 2023 ການຄ້າຕ່າງປະເທດຂອງລາວມີມູນຄ່າລວມ 7,715 ລ້ານໂດລາ ໃນນີ້ເປັນການສົ່ງອອກໃນມູນຄ່າ 3,950 ລ້ານໂດລາ ແລະການນຳເຂົ້າສິນຄ້າໃນມູນຄ່າ 3,765 ລ້ານໂດລາ ເຊ່ິງເຮັດໃຫ້ລາວໄດ້ດຸນການຄ້າໃນມູນຄ່າ 185 ລ້ານໂດລາ ເຊິ່ງບໍ່ລວມການສົ່ງອອກໄຟຟ້າແຕ່ຢ່າງໃດ ເພາະວ່າເປັນສ່ວນຂອງລາຍຮັບທີ່ຕ້ອງນຳໃຊ້ເພື່ອການຊໍາລະໜີ້ຕ່າງປະເທດຂອງບັນດາບໍລິສັດທີ່ລົງທຶນກໍ່ສ້າງເຂື່ອນໃນລາວ ໂດຍເຖິງແມ່ນວ່າ ລາວຈະເປັນຝ່າຍໄດ້ດຸນການຄ້າກໍ່ຕາມ ຫາກແຕ່ວ່າລາວຍັງຄົງເປັນຝ່າຍທີ່ຂາດດຸນບັນຊີການຊໍາລະເງິນຕາຕ່າງປະເທດຢ່າງຕໍ່ເນື່ອງ ເພາະວ່າລັດຖະ ບານລາວມີພັນທະທີ່ຈະຕ້ອງຊໍາລະໜີ້ຕ່າງປະເທດໃນມູນຄ່າເຖິງ 1,400 ລ້ານໂດລາໃນປີ 2023 ນີ້ ນັ້ນເອງ.

XS
SM
MD
LG