ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄພເງິນເຟີ້ ແລະສົງຄາມໃນຢູເຄຣນ ສົ່ງ​ຜົນກະທົບຕໍ່ການນໍາເຂົ້າເຊື້ອໄຟ ແລະ ເສດຖະກິດ ຂອງລາວ


ປ້ຳນ້ຳມັນຢູ່ທີ່ເຂດທາດຫຼວງ ນະຄອນຫຼວງວຽງຈັນ
ປ້ຳນ້ຳມັນຢູ່ທີ່ເຂດທາດຫຼວງ ນະຄອນຫຼວງວຽງຈັນ

ນັບຕັ້ງແຕ່ການເກີດໂລກລະບາດຂອງເຊື້ອໄວຣັສໂຄໂຣນາ ທີ່ເລີ້ມຕົ້ນຂຶ້ນຢູ່ໃນຈີນ ແລະແຜ່ລາມໄປຫາຫລາຍປະເທດໃນໂລກ ລວມທັງສົງຄາມຢູເຄຣນໃນສອງເດືອນແລ້ວນັ້ນ ໄດ້ເລີ້ມ​ພາ​ໃຫ້ເກີດໄພເງິນເພີ້ ຊຶ່ງສົ່ງຜົນ​ກະ​ທົບຕໍ່ເສດຖະກິດທົ່ວໂລກ ລວມດ້ານເສດຖະກິດ ການບໍລິການ ການທ່ອງທ່ຽວ ຮ້ານອາຫານໂຮງ ແຮມ ລວມທັງເຂົ້າປາອາຫານ ຢາປົວພະຍາດ ອຸປະກອນການແພດ ແລະສິນຄ້າອື່ນໆມີການປັ່ນປ່ວນ ໜັກໜ່ວງແມ່ນການນໍາເຂົ້າເຊື້ອໄຟໃນລາວ ມີຄວາມຫຍຸ້ງຍາກ. ໄຊ​ຈະ​ເລີນ​ສຸກ ມີ​ລາຍ​ງານ​ຈາກນັກຂ່າວ​ຂອງ​ເຮົາ ກ່ຽວກັບເລື້ອງນີ້ ມາສະເໜີທ່ານໃນອັນດັບຕໍ່ໄປ.

ເນື່ອງ​ຈາກ​ມີ​ການ​ລະ​ບາດຂອງເຊື້ອ​ໄວ​ຣັ​ສໂຄໂຣນາ (Corona) ທີ່ເກີດຂຶ້ນທໍາອິດ ຢູ່ເມືອງວູຫານ ຂອງຈີນນັ້ນ ໄດ້ແຜ່ກະຈາຍອອກໄປທັງຢູ່ໃນ ແລະນອກປະເທດ ຈີນ ບວກກັບສົງຄາມຢູເຄຣນ ທີ່ແກ່ຍາວມາໄດ້ເກືອບສອງເດືອນແລ້ວ ແລະຕາມມາດ້ວຍໄພເງິນເຟີ້ ຈົນສົ່ງຜົນກະທົບຢ່າງໜັກ ແລະສ້າງຄວາມຫຍຸ້ງຍາກໃນການແລກປ່ຽນເງິນຕາຕ່າງປະເທດ ຢູ່ພາຍໃນໂດຍລວມ ຍ້ອນການຂາດດຸນການຄ້າຊຶ່ງໝາຍວ່າ ການນໍາເຂົ້າຫລາຍກວ່າການສົ່ງອອກ ລວມທັງການຄວບຄຸນເງິນຕາຂອງພາກລັດ ຈຶ່ງປະຕິເສດບໍ່ໄດ້ ໃນປະຈຸບັນອັດຕາແລກປ່ຽນ ຢູ່ໃນອັດຕາ 14,000 ກີບ ຫາ 14,200 ກີບ ຕໍ່ ນຶ່ງໂດລາສະຫະລັດ ໃນວັນທີ 6 ເດືອນພຶສະພາສ່ວນການສະໜອງການແລກປ່ຽນຈາກທະນະຄານ ກະບໍ່ໄດ້ສະໜອງເງິນຕາເພື່ອແລກປ່ຽນໃຫ້ພາກສ່ວນທີ່ກ່ຽວຂ້ອງໄດ້ ທັນຕາມຄວາມຕ້ອງການ ຈຶ່ງເຮັດໃຫ້ການນໍາເຂົ້ານໍ້າມັນເຊື້ອໄຟ ມີບັນຫາ ແລະໄດ້ສົ່ງຜົນເຮັດໃຫ້ລາຄານໍ້າມັນໃນລາວ ສູງຂຶ້ນຢ່າງຕໍ່ເນື່ອງ.

ດັ່ງ​ພະ​ນັກ​ງານອະວຸໂສ​ນໍ້າມັນເຊື້ອໄຟ ​ທ່ານ​ນຶ່ງ ​ໃຫ້​ຂໍ້​ສັງ​ເກດໃນ​ຕອນ​ໃຫ້​ສຳ​ພາດ​ກັບ​ວີ​ໂອ​ເອນັ້ນ​ວ່າ:

“ເພາະວ່າ ເຮົາຊື້ນໍ້າມັນດຽວນີ້ ແມ່ນຊື້ນໍາຕາເວັນຕົກເດ ດຽວນີ້ມັນກະທົບການ ເມືອງແນ່ວ່າຊັ້ນສາ ດຽວນີ້ບັນຫາກະຄືວ່າໂກຕານໍາເຂົ້າການຜະລິດມັນມີບັນຫາ ບາດນີ້ອັດຕາແລກປ່ຽນເງິນມັນກະມີສ່ວນເນາະ ຄືບ້ານເຮົາກະໄປຊື້ຊໍ້າຊ້ອນນໍາໄທເດ ເພາະວ່າໄທມັນກະຊື້ນໍາສີງກະໂປເດ ມັນກະເອົາສ່ວນແບ່ງລາຄາຈາກສີງກະໂປ ມັນກະແບ່ງເປັນສອງລະບົບເດ ແຕ່ກ່ອນບ້ານເຮົາລະບົບຊື້ນໍາໄທມາຂາຍໃຫ້ລູກຄ້າ ດຽວນີ້ມັນມີ ຫ້າບໍລິສັດເປັນຜູ້ໄປຊື້ຈຶ່ງຂາຍໃຫ້ບໍລິສັດຈໍາ ໜ່າຍພາຍໃນນີ້ລະລາຄາມັນຢອງກັນເດ.”

ຫລາຍຢ່າງທີ່ປະເທດລາວ ຕ້ອງໄດ້ມີການປັບດັດແກ້ໄຂ ໂດຍສະເພາະກ່ຽວກັບການຂາດດຸນການຄ້າ ຊຶ່ງສົ່ງຜົນກັບໄພເງິນເຟີ້ ດັ່ງບົດລາຍງານຈາກທ່ານຊົງລິດ ໂພເງິນ ນັກຂ່າວວີໂອເອ ກ່າວໃນວັນທີ 23 ເດືອນເມສາ ປີ 2022 ວ່າ ທະນາຄານສາມາດສະໜອງເງິນຕາ ໃຫ້ແກ່ການສໍາລະສະສາງໄດ້ພຽງ 30 ເປີເຊັນ ໃນອັດ ຕາ 70 ເປີເຊັນ ຂອງສິນຄ້ານໍ້າມັນເຊື້ອໄຟ ນໍາເຂົ້າທັງໝົດຈາກປະເທດໄທ ໂດຍ ປີ 2021 ລາວນໍາເຂົ້າເຊື້ອໄຟຈາກໄທ ລວມມູນຄ່າ 19,893 ລ້ານບາດ ເພີ້ມຂຶ້ນ 38 ເປີເຊັນ ທຽບໃສ່ປີ 2020 ແລະຄາດວ່າ ປີ 2022 ລາວຈະໃຊ້ນໍ້າມັນເພີ້ມຂຶ້ນເກີນກວ່າ 27,000 ລ້ານບາດ ເທົ່າກັບ 40 ເປີເຊັນ ທຽບໃສ່ປີ 2021 ອີງຕາມນັກຊ່ຽວຊານດ້ານພະລັງງານ ຂອງ ADB ລາວຈະໃຊ້ນໍ້າມັນ ເກີນກວ່າ 1,045 ລ້ານລິດໃນຕະຫລອດປີ 2022. ສ່ວນການຄ້າສົ່ງອອກ ລາວມີມູນຄ່າ 5,458 ລ້ານໂດລາສະຫະລັດ ທີ່ບໍ່ລວມການສົ່ງອອກໄຟຟ້າ ແລະລາວນໍາເຂົ້າຈາກຕ່າງປະເທດມູນຄ່າ 5,806 ລ້ານໂດລາສະຫະລັດ ຊຶ່ງເຮັດໃຫ້ລາວຂາດດຸນການຄ້າ ແລະມີທຶນສໍາຮອງເງິນຕາຕ່າງປະເທດເຫລືອຢູ່ພຽງ 1,262 ລ້ານໂດລາສະຫະລັດ ໃນທ້າຍປີ 2021 ຊຶ່ງກົງກັບການໃຫ້ສໍາພາດຂອງນັກທຸລະກິດທາງພາກກາງຂອງລາວ ກ່າວວ່າ ໃນວັນທີ 4 ເດືອນພຶສະພາ ປິ 2022 ຫລາຍສາເຫດທີ່ໄດ້ຮັບຜົນກະທົບຈາກເຊື້ອໄວຣັສໂຄໂຣນາສາຍພັນໃໝ່ນີ້ ຍັງເຮັດໃຫ້ ສະພາບຕະຫລາດສິນຄ້າ ດ້ານການແພດເຊັ່ນ ຜ້າ ຫລືໜ້າກາກປິດປາກ ແລະຢຸກຢາ ແລະນໍ້າມັນຂາດແຄນຢ່າງໜັກ ຍ້ອນອັດຕາແລກປ່ຽນທີ່ສູງ ຄ່າຂົນສົ່ງແພງຂຶ້ນ ລວມທັງສົົງຄາມຢູເຄຣນ ທີ່ແກ່ຍາວມາສອງເດືອນແລ້ວ ຊຶ່ງທ່ານກ່າວວ່າ:
“ຫລາຍຢ່າງ ມັນກະທົບເລື້ອງສິນຄ້າ ເລື້ອງລາຄາ ອັດຕາເງິນ ເລື້ອງນໍ້າມັນແພງ ເພາະວ່າລັດເຊຍ ເປັນຖານນໍ້າມັນຂອງໂລກ 30 ເປີເຊັນພຸ້ນນະ ແຫລະຜົນກະ ທົບກະຕາມມາຄືເຮົາເຫັນຫັ້ນແຫລະ ຄ່າຄອງຊີບມັນກະແພງຂຶ້ນ ຄ່າເຄື່ອງທີ່ເອົາມາຈາກຢູໂຣບ ຄ່າຂົນສົ່ງມັນພັດຂຶ້ນເທົ້າຕົວນີ້ນະ ມັນກ່ຽວກັບເທຣດດີງເຄື່ອງມາແຕ່ຕ່າງປະເທດກະຖືກໂຈະກ່ອນດຽວນີ້ເຮົາສູ້ລາຄາບໍ່ໄຫວ ເງິນໂດລາກະຂຶ້ນໜັກ ເງິນບາດກະຂຶ້ນໜັກ.”

ເຖິງຢ່າງໃດກະຕາມ ບັນດາຜູ້ປະກອນການເຈົ້າຂອງລົດຕູ້ ລົດແທ໊ກຊີ ແລະລົດໂດຍສານຂົນສົ່ງໃນລາວ ຍັງເຊື່ອໝັ້ນວ່າ ສາເຫດຕົ້ນຕໍຍັງແມ່ນການລະບາດໂຄວິດ ເປັນພື້ນຖານຕົ້ນຕໍ ທີ່ເຮັດໃຫ້ເກີດໄພເງິນເຟີ້ ຍ້ອນບໍ່ມີລູກຄ້າມາທ່ອງທ່ຽວ ແລະຍ້ອນການລະບາດໂຄວິດ ຈຶ່ງເຮັດໃຫ້ສະພາບການໝູນວຽນສິນຄ້າຂາດສະພາບຄ່ອງ ບໍ່ມີຄວາມສະໝໍ່າສະເໝີ ຫລາຍປັດໄຈກ່ຽວກັບການອໍານວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ ການເປີດປະເທດທີ່ຍັງບໍ່ເອື້ອອໍານວຍນານາປະການ ຈຶ່ງສົ່ງຜົນໃຫ້ຜູ້ປະກອບການທຸລະກິດການທ່ອງທ່ຽວ ເກີດມີບັນຫາ ແລະບໍ່ສາມາດເຮັດໃຫ້ການດໍາເນີນງານໄດ້ຢ່າງຄ່ອງຕົວ ຄືດັ່ງເຈົ້າຂອງລົດຕູ້ທ່ອງທ່ຽວປະຈໍາສະໜາມບິີນວັດໄຕ ກ່າວວ່າ:

“ແມ່ນແຫລະມັນກະຈໍາເປັນເນາະລູກຄ້າມັນບໍ່ມີ ນໍ້າມັນແພງມັນກະບໍ່ແພງດອກ ແຕ່ວ່າລູກຄ້າມັນບໍ່ມີຫລາຍ ຄັນມີກະໂອເຄຢູ່ ກະບໍ່ມີປານໃດເນາະ ຍ້ອນວ່າສົງຂອກສົງຄາມນີ້ແຫລະ ຮ້ວຍສອງມາກະຍ້ອນໂຄວອກ ໂຄວິດ ໂຕສາເຫດກະຍ້ອນບັກໂຄວິດນີ້ແຫລະມາແຮງຫລາຍ ສົງຄາມມັນກະບໍ່ປານໃດດອກ ສໍາຄັນແມ່ນໂຄວິດນີ້ແຫລະ ມັນມາແລ້ວແຂກບໍ່ມາໂລດ.”

ສະຫລຸບແລ້ວ ການລະບາດຂອງເຊື້ອໄວຣັສໂຄໂຣນາ ແລະການເກີດສົງຄາມຢູເຄຣນ ບວກກັບໄພເງິນເຟີ້ ກໍໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ເສດຖະກິດໂລກ ກໍຄືໃນລາວ ໜັກໜ່ວງ ຮ້າຍແຮງໄປກວ່ານັ້ນ ແມ່ນຍັງກະທົບການນໍາເຂົ້າເຊື້ອໄຟຫຍຸ້ງຍາກ ເຮັດໃຫ້ລາຄານໍ້າມັນສູງຂຶ້ນ ນອກນັ້ນບັນດາທຸລະກິດທີ່ກ່ຽວຂ້ອງເຊັ່ນການບໍລິການ ທ່ອງທ່ຽວ ໂຮງແຮມ ການຂົນສົ່ງອື່ນໆ ຕະຫລອດທັງສະພາບຕະ ຫລາດການຄ້າຂາຍອຸປະກອນການແພດ ຢາປົົວພະຍາດ ບ້ານພັກ ໂຮງແຮມ ຮ້ານອາຫານ ແລະລວມທັງຢຸກຢາອື່ນໆ ປັ່ນປ່ວນອີກດ້ວຍ.

XS
SM
MD
LG