ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພັກຝ່າຍຄ້ານ ອິນໂດເນເຊຍ ​ຊະນະ ການເລືອກ​ຕັ້ງ ​ສະພາແຫ່ງຊາດ


ຜູ້ຍິງຊະລາ ກວດເບິ່ງລາຍຊື່ ບັນດາຜູ້ສະມັກສະ​ມາຊິກ​ສະພາ ຢູ່ບ່ອນເລືອກຕັ້ງ ໃນເກາະບາຫລີ ເມື່ອວັນພຸດ ທີ 8 ເດືອນເມສາ ປີ 2014.
ຜູ້ຍິງຊະລາ ກວດເບິ່ງລາຍຊື່ ບັນດາຜູ້ສະມັກສະ​ມາຊິກ​ສະພາ ຢູ່ບ່ອນເລືອກຕັ້ງ ໃນເກາະບາຫລີ ເມື່ອວັນພຸດ ທີ 8 ເດືອນເມສາ ປີ 2014.
ຄະນະ​ກຳມາທິການ​ເລືອກ​ຕັ້ງ ຂອງອິນ​ໂດ​ເນ​ເຊຍ ​ໄດ້​ປະກາດ
ຜົນ​ການ​ນັບບັດ​ຄະ​ແນນ​ສຽງ ຂັ້ນສຸດທ້າຍ ໃນການເລືອກ​ຕັ້ງ
ສະ​ມາຊິກ​ສະພາແຫ່ງຊາດ ເມື່ອ​ເດືອນ​ແລ້ວ​ນີ້ ​ແລະ ເວົ້າວ່າ
ພັກຝ່າຍຄ້ານ ທີ່ໃຫຍ່ທີ່ສຸດ ເປັນຜູ້ໄດ້​ຮັບ​ ໄຊ​ຊະນະ.

ແຕ່ແນວໃດກໍຕາມ ພັກປະຊາ​ທິປະ​ໄຕ​ ຂອງຊາວອິນ​ໂດເນ​ເຊຍ
ທີ່ພວມດີ້ນຮົນຕໍ່ສູ້ ຫຼື Indonesian Democratic Party of
Struggle ຊຶ່ງ​ເປັນ​ພັກ​ຂອງອະດີດປະທານາທິບໍດີ ເມ​ກາ​ວັດຕີ
ສຸ​ກາໂນ​ປຸດ​ຕຣີ ຈຳເປັນຕ້ອງ​ໄດ້​ຮັບການສະໜັບສະ​ໜຸນ ຈາກ
ພັກການເມືອງ ທີ່ເປັນພາຄີ ຈຶ່ງ​ຈະ​ສາມາດສົ່ງ​ຜູ້​ສະມັກຂອງຕົນ
ຄື ເຈົ້າຄອງ​ນະຄອນຫຼວງຈາ​ກາ​ຕ້າ ທ່ານ Joko Widodo ​ລົງ
ແຂ່ງຂັນ ໃນ​ການ​ເລືອກ​ຕັ້ງ ປະທານາທິບໍດີ ຂອງປະເທດໄດ້ ທີ່​ຈະ​ມີ​ຂຶ້ນ​ໃນ​ວັນ​ທີ 9 ເດືອນ​ກໍລະກົດ​ນີ້.

ພັກ​ຂອງ​ທ່ານນາງ Megawati ໄດ້ຮັບຄະແນນສຽງບໍ່ຮອດ 19 ​ເປີ​ເຊັນ​ຂອງບັດຄະແນນ
ທັງໝົດ ຄືບໍ່ຮອດຈຳນວນ 25 ​ເປີ​ເຊັນ ຂອງ​ຜູ້ປ່ອນບັດທັງໝົດ ໃນທົ່ວປະເທດ ​ຊຶ່ງມີຄວາມ
ຈຳເປັນ ເພື່ອ​ຈະ​ສາມາດ​ເຂົ້າ​ແຂ່ງຂັນ ໃນການເລືອກຕັ້ງ ປະທານາທິບໍດີ​ໄດ້.

ປະທານາທິບໍດີອິນ​ໂດເນ​ເຊຍ ທ່ານ Susilo Bambang Yudhoyono ຕ້ອງອອກຈາກ​
ຕຳ​ແໜ່​ງ​ໃນ​ປີ​ນີ້ ຫລັງຈາກ​ໄດ້ຮັບໜ້າ​ທີ່​ມາ​ແລ້ວ ​ສອງ​ສະໄໝ. ພັກ​ຂອງ​ທ່ານ ໄດ້ຮັບຄະ
ແນນສຽງຫລາຍ ​ເປັນອັນ​ດັບ​ທີ 4 ​ໃນການ​ເລືອກ​ຕັ້ງ ສະມາຊິກສະພາແຫ່ງຊາດຄັ້ງນີ້.
XS
SM
MD
LG