ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຄົນງານຂອງອິນໂດເນເຊຍ ປະທ້ວງຫຼັງຈາກ ໂຮງງານຫຼອມທາດນິກໂກລ ລົງທຶນໂດຍຈີນ ລະເບີດຂຶ້ນ


ພວກຄົນງານຢູ່ນິຄົມອຸດສາຫະກຳ ໂຣໂຣວາລີ ຂອງອິນໂດເນເຊຍ (IMIP) ປະທ້ວງຕໍ່ຕ້ານ ສະພາບການເຮັດວຽກ ຢູ່ດ້ານນອກສະຖານທີ່ໃນເມືອງບັງກູ, ທາງພາກໃຕ້ຂອງເກາະສູລາເວສີ, ເມື່ອວັນທີ 27 ທັນວາ 2023, ຫຼັງຈາກຢ່າງໜ້ອຍ 18 ຄົນໄດ້ເສຍຊີວິດ ຍ້ອນເຫດລະເບີດຢູ່ທີ່ໂຮງງານຣອມທາດນິກໂກລລົງທຶນໂດຍຈີນ.
ພວກຄົນງານຢູ່ນິຄົມອຸດສາຫະກຳ ໂຣໂຣວາລີ ຂອງອິນໂດເນເຊຍ (IMIP) ປະທ້ວງຕໍ່ຕ້ານ ສະພາບການເຮັດວຽກ ຢູ່ດ້ານນອກສະຖານທີ່ໃນເມືອງບັງກູ, ທາງພາກໃຕ້ຂອງເກາະສູລາເວສີ, ເມື່ອວັນທີ 27 ທັນວາ 2023, ຫຼັງຈາກຢ່າງໜ້ອຍ 18 ຄົນໄດ້ເສຍຊີວິດ ຍ້ອນເຫດລະເບີດຢູ່ທີ່ໂຮງງານຣອມທາດນິກໂກລລົງທຶນໂດຍຈີນ.

ພວກຄົນງານຂອງອິນໂດເນເຊຍ ຫຼາຍຮ້ອຍຄົນພາກັນປະທ້ວງ ຕໍ່ຕ້ານສະພາບການ​ເຮັດ​ວຽກ ຢູ່ໂຮງງານ​ຫຼອມທາດນິກໂກລທີ່ລົງທຶນໂດຍຈີນ ບ່ອນທີ່ເກີດລະ ເບີດຂຶ້ນ ເຮັດໃຫ້ຢ່າງໜ້ອຍ 18 ຄົນເສຍຊີວິດ ແລະອີກຫຼາຍສິບຄົນບາດເຈັບ ໃນທ້າຍອາອິດແລ້ວນີ້ ອີງຕາມລາຍງານຂອງອົງການຂ່າວເອແອັຟພີ.

ເຫດການດັ່ງກ່າວໄດ້ເກີດຂຶ້ນ ໃນຕອນເຊົ້າວັນເສົາຜ່ານມາ ຂະນະທີ່ພວກຄົນສ້ອມແປງເຕົາຫຼອມ ຢູ່ໂຮງງານ ບໍລິສັດ PT Indonesia Stainless Steel (ITSS) ເປັນເຈົ້າຂອງ ຢູ່ໃນເຂດນິຄົມອຸດສາຫະກຳ ໂມໂຣວາລີ ທີ່ເກາະສູລາເວສີ.

ເກາະສູລາເວສີ ເປັນສູນກາງການຜະລິດທາດນິກໂກລທີ່ອຸດົມສົມບູນຂອງປະ ເທດ ອັນເປັນທາດ​ພື້ນທີ່ນຳໃຊ້ໃນການຜະລິດໝໍ້ໄຟສຳລັບລົດໄຟຟ້າແລະເຫຼັກ ທີ່ບໍ່ເປັນຂີ້ໝ້ຽງ ຫຼື ສະແຕນເລດ. ການລົງທຶນຂອງຈີນ ໄດ້ເພີ້ມຂຶ້ນນັບມື້ ໃນພາກສ່ວນດັ່ງກ່າວເຮັດໃຫ້ເກີດຄວາມບໍ່ສະຫງົບກ່ຽວກັບເງິນເດືອນແລະສະພາບຂອງການເຮັດວຽກ.

ພາບຖ່າຍຕ່າງໆທີ່ໄດ້ເຫັນໂດຍອົງການຂ່າວເອແອັຟພີ ໄດ້ສະແດງໃຫ້ເຫັນພວກຄົນງານຫຼາຍຮ້ອຍຄົນເຂົ້າຮ່ວມໃນການປະທ້ວງຢູ່ດ້ານນອກສະຖານທີ່ໂຮງງານ.

ພວກເດີນຂະບວນປະທ້ວງໄດ້ໃຫ້ລາຍລະອຽດຂໍ້ຮຽກຮ້ອງ 23 ຂໍ້ຕໍ່ຜູ້ບໍລິຫານ ອີງຕາມໜັງສືສະບັບນຶ່ງ ທີ່ໄດ້ສົ່ງໃຫ້ຕຳຫຼວດ ໂດຍສະຫະພັນທີ່ເປັນຕົວແທນຂອງພວກຄົນງານ.

Hundreds of Indonesian workers protested Wednesday against conditions at a Chinese-funded nickel-processing plant where an explosion killed at least 18 people and injured dozens more over the weekend.

The accident occurred on Saturday morning as workers repaired a furnace at a plant owned by PT Indonesia Tsingshan Stainless Steel (ITSS) in the Morowali Industrial Park on Sulawesi island.

Sulawesi is a hub for the mineral-rich country's production of nickel, a base metal used in electric vehicle batteries and stainless steel. China's growing investment in the sector has stoked unrest over pay and working conditions.

Images seen by AFP showed hundreds of workers taking part in the protest outside the complex.

Demonstrators gave a list of 23 demands to management, according to a letter sent to police by unions representing the workers.

XS
SM
MD
LG