ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ລົງຄະແນນສຽງຊາວອິນໂດເນເຊຍ ພາກັນ​ໄປປ່ອນບັດເລືອກຕັ້ງ ປະທານາທິບໍດີຄົນໃໝ່ ໃນວັນພຸດມື້ນີ້


ຜູ້ລົງສະໝັກເປັນຮອງປະທານາທິບໍດີ, ລູກຊາຍກົກຂອງປະທານາທິບໍດີອິນໂດເນເຊຍໃນປັດຈຸບັນ ທ່ານໂຈໂກ ວິໂດໂດ, ທ່ານກີບຣານ ຣາກາບູມິງ ຣາກາ (Gibran Rakabuming Raka), ກາງ, ກ່າວຕໍ່ບັນດາຜູ້ສະໜັບສະໜຸນຂອງທ່ານ ໃນລະຫວ່າງການເລືອກຕັ້ງ ຢູ່ທີ່ສະຖານທີ່ປ່ອນບັດເລືອກຕັ້ງໃນເມືອງ ໂຊໂລ, ອິນໂດເນເຊຍ, 14 ກຸມພາ 2024.
ຜູ້ລົງສະໝັກເປັນຮອງປະທານາທິບໍດີ, ລູກຊາຍກົກຂອງປະທານາທິບໍດີອິນໂດເນເຊຍໃນປັດຈຸບັນ ທ່ານໂຈໂກ ວິໂດໂດ, ທ່ານກີບຣານ ຣາກາບູມິງ ຣາກາ (Gibran Rakabuming Raka), ກາງ, ກ່າວຕໍ່ບັນດາຜູ້ສະໜັບສະໜຸນຂອງທ່ານ ໃນລະຫວ່າງການເລືອກຕັ້ງ ຢູ່ທີ່ສະຖານທີ່ປ່ອນບັດເລືອກຕັ້ງໃນເມືອງ ໂຊໂລ, ອິນໂດເນເຊຍ, 14 ກຸມພາ 2024.

ປະຊາຊົນຫຼາຍກວ່າ 200 ລ້ານຄົນຢູ່ທົ່ວດິນແດນທີ່ມີສາມເວລາແຕກຕ່າງກັນ ແລະມີ 17,000 ເກາະດອນ ໄດ້ພາກັນໄປປ່ອນບັດເລືອກຕັ້ງປະທານາທິບໍດີ ແລະ ສະພານິຕິບັນຍັດ ຢູ່ອິນໂດເນເຊຍ ໃນວັນພຸດມື້ນີ້.

ທັງ​ໝົດ ພາກັນເພັ່ງເລັງ​ສາຍ​ຕາໃສ່ ​ການ​ແຂ່ງ​ຂັນຕໍ່ຜູ້ທີ່ຈະ​ສືບ​ທອດ​ຕຳ​ແໜ່ງ​ຂອງປະ​ທາ​ນາ​ທິ​ບໍ​ດີ ໂຈໂກ ວິໂດໂດ, ​ທີ່​ຈະ​ອອກ​ຈາກ​ຕຳ​ແໜ່ງ ຫຼັງ​ຈາກໄດ້​ປະ
ຕິບັດໜ້າທີ່ສອງ​ສະ​ໄໝ ສະ​ໄໝ​ລະ​ 5 ປີຂອງທ່ານ. ຜູ້ທີ່ມີຄົນມັກຫຼາຍທີ່ສຸດແມ່ນລັດຖະມົນຕີປ້ອງກັນປະເທດ ອາຍຸ 72 ປີ ທ່ານປຣາໂບໂວ ຊູບຽນໂຕ (Prabowo Subianto), ທີ່ກໍາລັງລົງແຂ່ງຂັນ ເປັນປະທານາທິບໍດີຄັ້ງທີ່ສາມຂອງທ່ານ, ເຊິ່ງໄດ້ເສຍໄຊໃຫ້ປະທານາທິບໍດີ ວິໂດໂດ ມາແລ້ວສອງຄັ້ງ. ທ່ານ ຊູບຽນໂຕ ເຄີຍເປັນຜູ້ບັນຊາການກອງກຳລັງພິເສດໃນລະຫວ່າງການປົກຄອງທີ່ໂຫດຮ້າຍຂອງຍ​ຈອມຜະເດັດການ ທ່ານ ຊູຮາໂຕ (Suharto) ຈົນຮອດຍາມທີ່ທ່ານຖືກໄລ່ອອກ ໃນປີ 1998 ທ່າມກາງຂໍ້ກ່າວຫາທີ່ວ່າ ທ່ານໄດ້ສັ່ງໃຫ້ລັກພາຕົວນັກເຄື່ອນໄຫວເພື່ອປະຊາທິປະໄຕ, ເຊິ່ງທ່ານໄດ້ປະຕິເສດຕໍ່ຂໍ້ກ່າວຫານີ້ຢ່າງໜັກແໜ້ນຈິງຈັງ.

Three Candidates Vie to Become Indonesia's New Leader
please wait

No media source currently available

0:00 0:03:08 0:00

ທ່ານ ຊູບຽນໂຕ ໄດ້ປະຕິຮູບພາບພົດຂອງຕົນ ໃນການໂຄສະນາຫາສຽງດ້ວຍການນໍາໃຊ້ TikTok ແລະເວທີສື່ສັງຄົມອອນລາຍອື່ນໆ ເພື່ອສະແດງຮູບພາບຂອງຕົນເອງວ່າເປັນພໍ່ຕູ້ທີ່ຫນ້າຮັກ, ທ່ານໄດ້ເລືອກເອົາລູກຊາຍຂອງ ທ່ານ ວິໂດໂດ ມາລົງແຂ່ງຂັນເປັນຮອງປະທານາທິບໍດີຂອງທ່ານ, ເຊິ່ງການເຄື່ອນໄຫວດັ່ງກ່າວ ມີລັກສະນະຄືວ່າ ໃຊ້ປະໂຫຍດຈາກຄວາມນິຍົມ ອັນມະຫາສານຕໍ່ປະທານາທິບໍດີຄົນປັດຈຸບັນ ຂອງມະຫາຊົນ.

ການສໍາຫຼວດຄວາມຄິດເຫັນຂອງຜູ້ລົງຄະແນນສຽງສະແດງໃຫ້ເຫັນວ່າ ທ່ານມີຄະແນນນໍາໜ້າທີ່ເຂັ້ມແຂງເໜືອສອງອະດີດເຈົ້າແຂວງ ທ່ານອານີ ບາສເວດານ (Anies Baswedan) ແລະທ່ານການຈາ ປຣາໂນໂວ (Ganjar Pranowo). ຜູ້​ສະ​ລົງສະໝັກ​ຮັບ​ເລືອກ​ຕັ້ງ ​ຕ້ອງ​ໄດ້​ຮັບ​ຄະ​ແນນ​ສຽງ​ຫຼາຍກວ່າ 50 ເປີເຊັນຂອງ​ຄະ​ແນນ​ສຽງ​ທັງ​ໝົດ ແລະ​ຕ້ອງມີຢ່າງ​ໜ້ອຍ 20 ເປີເຊັນຂອງ​ຄະ​ແນນ​ສຽງ​ໃນ​ເຄິ່ງ​ນຶ່ງ​ຂອງ​ແຂວງຕ່າງໆ​ໃນ​ອິນ​ໂດ​ເນ​ເຊຍ ເພື່ອ​ຫຼີກ​ເວັ້ນ​ການ​ລົງ​ຄະ​ແນນ​ສຽງ​ຮອບ​ທີ​ສອງ​ໃນ​ເດືອນ​ມິ​ຖຸ​ນາທີ່ຈະມາເຖິງນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG