ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປະທານາທິບໍດີ ອິນໂດເນເຊຍ ກ່າວວ່າ ບັນດາຜູ້ນໍາຢູ່ໃນພູມິພາກ ຍັງບໍ່ມີຄວາມກ້າວໜ້າໃດໆ ກ່ຽວກັບຄວາມພະຍາຍາມ ເພື່ອ​ສ້າງສັນຕິພາບ ຢູ່ມຽນມາ

ປະທານາທິບໍດີຂອງອິນໂດເນເຊຍ ທ່ານໂຈໂກ ວິໂດໂດ (ຂວາ) ແລະລັດຖະມົນຕີການຕ່າງປະເທດຂອງອິນໂດເນເຊຍ ທ່ານນາງເຣັຕໂນ ມາຊາດີ, ສົນທະນາສັ້ນໆ ໃນຊ່ວງການຖະແຫຼງຂ່າວ ລະຫວ່າງການປະຊຸມສຸດຍອດສະມາຄົມປະຊາຊາດຕາເວັນອອກສຽງໃຕ້ (ASEAN) ຄັ້ງທີ 42, ໃນເມືອງລາບວນ ບາໂຈ, ວັນທີ 11 ພຶດສະພາ 2023.

ປະທານາທິບໍດີຂອງອິນໂດເນເຊຍ ທ່ານໂຈໂກ ວິໂດໂດ, ໃນວັນພະຫັດວານນີ້ ໄດ້ອອກມາຍອມຮັບວ່າ ບໍ່ມີຄວາມກ້າວໜ້າໃດໆ ເພື່ອຍຸຕິຄວາມຮຸນແຮງ ຢູ່ໃນ ມຽນມາ.

ທ່ານໄດ້ດໍາເນີນການຕີລາຄາ ໃນລະຫວ່າງມື້ສຸດທ້າຍຂອງກອງປະຊຸມສຸດຍອດບັນດາຜູ້ນໍາປະເທດຕ່າງໆ ຂອງສະມາຄົນ​ບັນ​ດາ​ປະ​ຊາ​ຊາດ ​ໃນ​ເຂດເອເຊຍຕາເວັນອອກສຽງໃຕ້ ເຊິ່ງໄດ້ຈັດຂຶ້ນຢູ່ເມືອງລາບວນ ບາໂຈ ເທິງ​ເກາະ​ຟ​ລໍ​ເຣ​ສ ຕັ້ງຢູ່ທາງທິດຕາເວັນອອກສຽງໃຕ້ຂອງປະເທດ.

ທ່ານ ວິໂດໂດ ເປັນປະທານຂອງກຸ່ມ 10 ປະເທດໃນປີນີ້.

ມຽນມາ ຕົກຢູ່ກັບຄວາມສັບສົນວຸ້ນວາຍ ນັບຕັ້ງແຕ່ພວກທະຫານໄດ້ຢຶດອໍານາດຈາກລັດຖະບານປະຊາທິປະໄຕ ທີ່ໄດ້ຮັບການເລືອກຕັ້ງ ຂອງ ທ່ານນາງອອງຊານ ຊູ ຈີ ໃນເດືອນກຸມພາ 2021.

ການກໍ່ລັດຖະປະຫານ ສົ່ງຜົນເຮັດໃຫ້ເກີດມີການປະທ້ວງ ໄປທົ່ວປະເທດ ໃນທັນທີ ເພື່ອຕໍ່ຕ້ານພວກທະຫານ, ເຊິ່ງ ພວກເຂົາດໍາເນີນການຕອບໂຕ້ ດ້ວຍການປາບປາມທີ່ຮຸນແຮງຕໍ່ບັນດາຜູ້ປະທ້ວງ. ໃນນັ້ນ ມີພົນລະເຮືອນຫຼາຍກວ່າ 3,000 ເສຍຊີວິດຢູ່ໃນມືຂອງພວກທະຫານ ແລະຫຼາຍກວ່າ 18,000 ຄົນໄດ້ຖືກຈັບ, ອີງຕາມລາຍງານຈາກກຸ່ມສັງ​ເກດ​ການອິດສະຫຼະ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG