ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນໂດເນເຊຍ ເພີ່ມທະວີການຕໍ່ຕ້ານ ການກໍ່ການຮ້າຍ ຫຼັງຈາກໄດ້ສັງຫານ ພວກຫົວຮຸນແຮງ 2 ຄົນ


ຕຳຫຼວດ ຕໍ່ຕ້ານການກໍ່ການຮ້າຍ ຂອງອິນໂດເນເຊຍ ຈາກໜ່ວຍ 88 ກຳລັງເຂົ້າໄປໃນອາຄານ ຫຼັງໜຶ່ງ ໃນລະຫວ່າງ ການບຸກກວດຄົ້ນ ໃນເມືອງ Batam, ຂອງເກາະ Riau, ອິນໂດເນເຊຍ.
ຕຳຫຼວດ ຕໍ່ຕ້ານການກໍ່ການຮ້າຍ ຂອງອິນໂດເນເຊຍ ຈາກໜ່ວຍ 88 ກຳລັງເຂົ້າໄປໃນອາຄານ ຫຼັງໜຶ່ງ ໃນລະຫວ່າງ ການບຸກກວດຄົ້ນ ໃນເມືອງ Batam, ຂອງເກາະ Riau, ອິນໂດເນເຊຍ.

ບັນດາເຈົ້າໜ້າທີ່ ຂອງອິນໂດເນເຊຍ ກ່າວວ່າ ພວກເພິ່ນ ພວມວາງແຜນປະຕິບັດການ ຕໍ່ຕ້ານການກໍ່ການຮ້າຍ ຫຼາຍຂຶ້ນ ຫຼັງຈາກທີ່ໄດ້ສັງຫານພວກຫົວຮຸນແຮງສອງຄົນ ທີ່ ຖືກສົງໄສວ່າ ວາງແຜນໂຈມຕີປ້ອມຕຳຫຼວດ ໃນລະຫວ່າງການຍິງຕໍ່ສູ້ກັນ ໃນວັນ ຄຣິສມາສ ວານນີ້.

ໂຄສົກຕຳຫຼວດແຫ່ງຊາດ ທ່ານ Rikwanto ໄດ້ກ່າວວ່າ ບັນດານັກສືບສວນ ກຳລັງ ພະຍາຍາມ ຫາຂໍ້ມູນຕື່ມອີກກ່ຽວກັບ ແຜນການໂຈມຕີດັ່ງກ່າວ ຈາກຜູ້ຕ້ອງສົງໄສ ກໍ່ການຮ້າຍ ຢ່າງນ້ອຍ 14 ຄົນ ທີ່ພົວພັນກັບກຸ່ມລັດອິສລາມ ທີ່ໄດ້ຖືກຈັບກຸມ ເມື່ອ ສອງສາມສັບປະດາ ບໍ່ດົນມານີ້.

ທ່ານ Rikwanto ກ່າວຕໍ່ບັນດານັກຂ່າວ ໃນວັນຈັນມື້ນີ້ ວ່າ “ພວກເຮົາເຊື່ອວ່າ ຍັງມີກຸ່ມສະມາຊິກ ທີ່ວາງແຜນຈະດຳເນີນການກະທຳດັ່ງກ່າວ ເພື່ອລົບກວນງານສະຫລອງເຊັ່ນ ວັນ ຄຣິສມາສ ແລະ ປີໃໝ່ສາກົນ."

ແຜນການຫຼ້າສຸດ ໄດ້ຖືກທັບມ້າງ ຫຼັງຈາກທີ່ຕຳຫຼວດ ຈັບກຸມພວກຫົວຮຸນແຮງສອງ
ຄົນໄດ້ ຜູ້ທີ່ໄດ້ນຳພາຕຳຫຼວດ ໄປຫາທີ່ຫລົບລີ້ ຂອງພວກເຂົາ ບ່ອນທີ່ຕຳຫຼວດ ໄດ້ຍິງສັງຫານ ພວກຫົວຮຸນແຮງອີກສອງຄົນ ຫຼັງຈາກຕຳຫຼວດ ກ່າວວ່າ ພວກ ຫົວຮຸນແຮງໄດ້ພະຍາຍາມ ຈະທຳຮ້າຍຕພວກຕຳຫຼວດ ດ້ວຍພ້າໂຕ້. ທ່ານ Rikwanto ກ່າວອີກວ່າ ພວກຫົວຮຸນແຮງ 4 ຄົນນີ້ ໄດ້ວາງແຜນທີ່ຈະໂຈມຕີ ປ້ອມຕຳຫຼວດ ໃນ
ເມືອງ Purwakarta ເປັນພື້ນທີ່ ຢູ່ຫ່າງປະມານ 100 ກິໂລແມັດ ໄປທາງທິດ
ຕາເວັນອອກ ຂອງນະຄອນຫຼວງ Jakarta.

ການບຸກກວດຄົ້ນ ເປັນປະຕິບັດການຄັ້ງຫຼ້າສຸດ ໃນສອງສາມສັບປະດາບໍ່ດົນມານີ້ ທີ່ໄດ້ລົບກວນແຜນການໂຈມຕີຕ່າງໆທີ່ໄດ້ວາງເອົາໄວ້ ຊຶ່ງມີຄວາມເປັນຫ່ວງເພີ້ມຂຶ້ນ
ວ່າ ພວກຫົວຮຸນແຮງ ໃນປະເທດທີ່ມີຊາວມຸສລິມອາໄສຢູ່ຫຼາຍທີ່ສຸດ ໃນໂລກ ແມ່ນ
ກາຍມາເປັນພວກທີ່ບໍ່ຍ້ານກົວຫຼາຍຂຶ້ນ.

ຕຳຫຼວດໄດ້ກ່າວເມື່ອສັບປະດາແລ້ວນີ້ວ່າ ພວກຜູ້ຕ້ອງສົງໄສກໍ່ການຮ້າຍ ທີ່ຢູ່ໃນ
ການ ຄວບຄຸມໂຕ ແມ່ນໄດ້ຖືກສອບຖາມ ກ່ຽວກັບແຜນການ ວາງລະເບີດ ໃສ່ທຳນຽບ ປະທານາທິບໍດີ ໃນນະຄອນຫຼວງ Jakarta ແລະ ຕຶກອາຄານແຫ່ງອື່ນໆອີກ ຢູ່ໃນ ສະຖານທີ່ໆບໍ່ໄດ້ຖືກເປີດເຜີຍ. ທັງສອງແຜນການນີ້ ໄດ້ກ່ຽວພັນກັບມືລະເບີດ ສະຫຼະຊີບທີ່ເປັນພວກແມ່ຍິງ ຊຶ່ງເປັນຍຸດທະສາດໃໝ່ ສຳລັບພວກຫົວຮຸນແຮງ ໃນອິນໂດເນເຊຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Indonesian Militants
please wait
Embed

No media source currently available

0:00 0:01:23 0:00

XS
SM
MD
LG